ຫົວໜ້າກົມ ສສກ, ຮອງເຈົ້າແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ 18 ແຂວງ, ຜູ້ອຳນວຍການ 8 ວິທະຍາໄລຄູ ເຂົ້າຮ່ວມກອງປະຊຸມຄະນະກຳມະການຊີ້ນຳແຜນງານບີຄວາ

ແຜນງານບີຄວາ ໄດ້ຂະຫຍາຍເວລາໄປເຖິງ ເດືອນ ມິຖຸນາ 2028 ໂດຍມີໜ້າວຽກຫຼັກ ເພື່ອສົ່ງເສີມການຮຽນຮ່ວມ, ຄວາມເປັນຜູ້ນຳຂອງແມ່ຍິງ, ການສຶກສາຮຽນຮ່ວມ ແລະ ຄວາມຍືນຍົງຂອງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ຢືນຢັນອີກຄັ້ງກ່ຽວກັບການຮ່ວມມືອັນໜັກແໜ້ນ ແລະ ຍາວນານ ໂດຍຜ່ານການຂະຫຍາຍເວລາຂອງແຜນງານບີຄວາ ໄປຈົນເຖິງເດືອນ ມິຖຸນາ 2028. ການຕັດສິນໃຈດັ່ງກ່າວ ໄດ້ຮັບການຮັບຮອງໃນກອງປະຊຸມຄະນະກຳມະການຊີ້ນຳແຜນງານບີຄວາ ທີ່ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ເປັນປະທານຮ່ວມ ຊຶ່ງມີຜູ້ເຂົ້າຮ່ວມປະມານ 70 ທ່ານ ຈາກກົມກອງຂອງກະຊວງສຶກສາທິການ ແລະ ກິລາ, ບັນດາຮອງເຈົ້າແຂວງ 18 ແຂວງ, ບັນດາຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຈາກ 18 ແຂວງ ແລະ ຜູ້ອຳນວຍການວິທະຍາໄລຄູ 8 ແຫ່ງ ໃນທົ່ວປະເທດ.

ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: “ການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ສ້າງໝາກຜົນທີ່ແທ້ຈິງ ແລະ ຍືນຍົງ ຕໍ່ຄຸນນະພາບການສຶກສາຊັ້ນປະຖົມໃນ ສປປ ລາວ. ພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການສະໜັບສະໜູນໄລຍະຍາວຂອງລັດຖະບານອົດສະຕຣາລີ ເຊິ່ງໄດ້ຊ່ວຍສົ່ງເສີມລະບົບການສຶກສາຂອງພວກເຮົາ ແລະ ປັບປຸງໂອກາດໃຫ້ແກ່ເດັກນ້ອຍໃນທົ່ວປະເທດ ໂດຍສະເພາະຜູ້ທີ່ຢູ່ເຂດຫ່າງໄກ ແລະ ຜູ້ທີ່ດ້ອຍໂອກາດ. ການສຶກສາແມ່ນພື້ນຖານຂອງຊາດທີ່ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ, ພວກເຮົາຫວັງວ່າ ຈະໄດ້ສືບຕໍ່ການຮ່ວມມືທີ່ສຳຄັນນີ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດ, ສ້າງລະບົບການສຶກສາທີ່ສົ່ງເສີມການຮຽນຮ່ວມ ແລະ ມີປະສິດທິພາບຫຼາຍຂຶ້ນ ເພື່ອເດັກທຸກຄົນ.”

ສ່ວນທາງດ້ານ ທ່ານ ນາງ ເບັນນິຕາ ຊຳເມີວິວ ກໍໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ທີ່ໄດ້ຢືນຢູ່ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜູນການສຶກສາທີ່ມີຄຸນນະພາບໃນ ສປປ ລາວ. ພວກເຮົາຮູ້ວ່າ ການຮຽນຂັ້ນພື້ນຖານ ແມ່ນມີຄວາມຈຳເປັນສຳລັບການພັດທະນາເສດຖະກິດ ແລະ ສັງຄົມໃນໄລຍະຍາວ. ພວກເຮົາເຊື່ອວ່າເດັກທຸກຄົນ ລວມທັງເດັກຍິງ ແລະ ເດັກຊາຍທີ່ຢູ່ເຂດຫ່າງໄກ ຫຼື ດ້ອຍໂອກາດ, ຄວນໄດ້ຮັບໂອກາດເຂົ້າຮຽນ ແລະ ປະສົບຜົນສຳເລັດ. ຄວາມກ້າວໜ້າທີ່ບັນລຸໄດ້ຜ່ານ ແຜນງານບີຄວາ ສະແດງໃຫ້ເຫັນວ່າ ການຮ່ວມມືທີ່ເຂັ້ມແຂງ ສາມາດສົ່ງຜົນດີໄດ້ຄືແນວໃດ ແລະ ພວກເຮົາຫວັງວ່າ ຈະໄດ້ສືບຕໍ່ເຮັດວຽກຮ່ວມກັນອະນາຄົດ.”

ນັບຕັ້ງແຕ່ເລີ່ມຕົ້ນແຜນງານໃນປີ 2015, ແຜນງານບີຄວາ ໄດ້ສະໜັບສະໜູນຄວາມສຳເລັດທີ່ອັນສຳຄັນໃນການປັບປຸງການສຶກສາຊັ້ນປະຖົມໃນທົ່ວ ສ.ປ.ປ. ລາວ. ແຜນງານ ໄດ້ຊ່ວຍນຳສະເໜີຫຼັກສູດປະຖົມທີ່ທັນຍຸກທັນສະ  ໄໝ ແລະ ຖືເອົານັກຮຽນເປັນໃຈກາງ, ພັດທະນາບົດຮຽນຝຶກເວົ້າພາສາລາວ ສຳລັບເດັກທີ່ບໍ່ເວົ້າພາສາລາວເປັນພາສາທຳອິດ, ສົ່ງເສີມການຝຶກອົບຮົມຄູ ແລະ ສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ຍືນຍົງໃນຂັ້ນໂຮງຮຽນສຳລັບຄູ. ຜົນສຳເລັດເຫຼົ່ານີ້ ໄດ້ປະກອບສ່ວນເຂົ້າໃນການປະຕິບັດການສອນທີ່ດີຂຶ້ນ ແລະ ການສະໜັບສະໜູນດ້ານວິຊາຊີບຄູ ຢ່າງເປັນປົກກະຕິຫຼາຍຂຶ້ນ ເພື່ອຄູທຸກຄົນໃນທົ່ວປະເທດ.

ທ່ານ ປອ ນາງ ດາລາວອນ ໄດ້ໃຫ້ຄວາມເຫັນຕື່ມວ່າ: “ເມື່ອຄູໄດ້ຮັບການຝຶກອົບຮົມ ແລະ ການສະໜັບສະ ໜູນທີ່ດີຂຶ້ນ, ເຂົາເຈົ້າຈະສາມາດຕອບສະໜອງຄວາມຕ້ອງການໃນການຮຽນຮູ້ຂອງນັກຮຽນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ. ດ້ວຍວິທີການນີ້, ວຽກງານຂອງແຜນງານບີຄວາ ໄດ້ຊ່ວຍປັບປຸງການສອນໃນຫ້ອງຮຽນ ແລະ ການຮຽນຂອງນັກຮຽນ, ໂດຍສະເພາະສຳລັບເດັກໃນເຂດຫ່າງໄກ ແລະ ຜູ້ທີ່ພົບອຸປະສັກໃນການຮຽນ.”

ທ່ານ ຮອງລັດຖະມົນຕີ ສສກ ແລະ ທ່ານ ຮອງເອກອັກຄະລັດຖະທູດ ອົດສະຕຮາລີ ໄດ້ເປັນປະທານກອງປະຊຸມຄະນະກຳມະການຊີ້ນຳແຜນງານບີຄວາ

ທ່ານ ໄມໂຄ ຄາຣີ, ເລກຂາເອກ ສະຖານທູດອົດສະຕຮາລີປະຈຳລາວ ນຳສະເໜີບູລິມະສິດ ແລະ ນະໂຍາບາຍ ຂອງກະຊວງການຄ້າ ແລະ ການຕ່າງປະເທດ ອົດສະຕຮາລີ ສຳລັບການຂະຫຍາຍເວລາຂອງແຜນງານບີຄວາ

ການຂະຫຍາຍເວລາຂອງແຜນງານບີຄວາ ໄດ້ເປັນຂີດໝາຍອັນສຳຄັນໃນໄລຍະໃໝ່. ໂດຍອີງໃສ່ລະບົບທີ່ເຂັ້ມແຂງທີ່ໄດ້ສ້າງຕັ້ງຂຶ້ນແລ້ວ, ໄລຍະເວລາເພີ່ມຕື່ມສອງປີ ເໜັ້ນເຖິງການສົ່ງເສີມການເປັນເຈົ້າການນຳພາວຽກງານທີ່ໄດ້ປະຕິບັດໃນທົ່ວປະເທດ, ການນຳພາຂັ້ນທ້ອງຖິ່ນ ແລະ ການນຳໃຊ້ບັນດາຂໍ້ພົບເຫັນ ເພື່ອນຳພາການປັບປຸງ. ຂົງເຂດວຽກງານທີ່ສຳຄັນປະກອບມີ: ຄວາມສະເໝີພາບຍິງ-ຊາຍ ແລະ ການເປັນຜູ້ນຳຂອງແມ່ຍິງ, ການສຶກສາຮຽນຮ່ວມ, ການພັດທະນາດ້ານພາສາ, ການຮັບມືກັບຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການສະໜັບສະໜູນ ເດັກພິການ ແລະ ເດັກທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ ໄດ້ດີຂຶ້ນ.

ແຜນງານບີຄວາ ຈະເອົາໃຈໃສ່ເພີ່ມຂຶ້ນ ຕໍ່ວຽກງານຄວາມພິການ ແລະ ການສຶກສາຮຽນຮ່ວມ (GEDSI) ທີ່ຈະສົ່ງເສີມຕໍ່ການປ່ຽນແປງໃນທາງທີ່ດີຂຶ້ນ. ໜ້າວຽກນີ້ ມີເປົ້າໝາຍກິດຈະກຳທີ່ລິເລີ່ມທີ່ ເຊັ່ນ: ໂຄງການແມ່ຍິງໃນການເປັນຜູ້ນຳຂອງກະຊວງສຶກສາທິການ ແລະ ກິລາ ໃນຂັ້ນສູນກາງ, ພ້ອມທັງການສະໜັບສະໜູນການປົກປ້ອງເດັກ, ການຕ້ານຄວາມຮຸນແຮງດ້ານເພດໃນໂຮງຮຽນ, ການສຶກສາທີ່ຄຳນຶ່ງເຖິງຄວາມພິການ ແລະ ວິທີການປະຕິບັດຕົວຈິງ ເພື່ອຊ່ວຍໃຫ້ຄູສາມາດຮູ້ ແລະ ຊ່ວຍເຫຼືອຮຽນທີ່ມີຄວາມຕ້ອງການເພີ່ມພິເສດ.

ສິ່ງສຳຄັນອີກຢ່າງໜຶ່ງຂອງການຂະຫຍາຍນີ້ ແມ່ນການຊຸກຍູ້ການປ່ຽນແປງໂດຍຮູບແບບ-ອີງໃສ່ຫຼັກຖານຮອບດ້ານ. ວຽກງານຄົ້ນຄວ້າ ແລະ ຮຽນຮູ້ຂອງ ແຜນງານບີຄວາ ຈະຊ່ວຍນຳພາການຈັດຕັ້ງປະຕິບັດ ແລະ ການສົນທະນາດ້ານນະໂຍບາຍ, ຮັບປະກັນວ່າບົດຮຽນທີ່ໄດ້ຮັບຈາກແຜນງານ ຈະສືບຕໍ່ສະໜອງຂໍ້ມູນໃຫ້ແກ່ການຈັດຕັ້ງປະຕິບັດ ຍຸດທະສາດຂອງຂະແໜງການສຶກສາ ແລະ ປັບປຸງຄຸນນະພາບການສຶກສາໃນທົ່ວລະບົບ.

ທ່ານ ນາງ ຄຳພັດ ໄຊຍະລິນຄຳ, ຮອງຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ນຳສະເໜີການຈັດຕັ້ງປະຕິບັດວຽກງານ ການພັດທະນາສິຊາຊີບຄູແບບຕໍ່ເນື່ອງ

ທ່ານ ວົງມະນີ ເພື່ອປະຊາ, ຮອງເຈົ້າແຂວງຫຼວງນໍ້າທາ ນຳສະເໜີ ການຄຸ້ມຄອງວຽກງານການສຶກສາຂອງແຂວງ

ທ່ານ ປອ ນາງ ດາລາວອນ ໄດ້ໃຫ້ຂໍ້ສັງເກດວ່າ: “ການຂະຫຍາຍເວລາຂອງແຜນງານ ເກີດຂຶ້ນໃນໄລຍະເວລາທີ່ສຳຄັນຂອງ ສ.ປ.ປ. ລາວ ເພາະວ່າລັດຖະບານ ໄດ້ເລີ່ມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ 10 ປີ 2026–2030 ແລະ ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປີ 2026–2030. ບຸລິມະສິດຂອງ ແຜນງານບີຄວາ ແມ່ນສອດຄ່ອງກັບແຜນແຫ່ງຊາດ, ໂດຍສະເພາະໃນຂົງເຂດ ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ສົ່ງເສີມການຮຽນຮ່ວມ ແລະ ການພັດທະນາລະບົບການສຶກສາ.”

ທ່ານ ນາງ ເບັນນິຕາ ໄດ້ກ່າວສະຫຼຸບວ່າ: “ການຂະຫຍາຍເວລາຂອງແຜນງານບີຄວາ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງ  ໝັ້ນຂອງລັດຖະບານອົດສະຕຣາລີ ໃນການສະໜັບສະໜູນ ສປປ ລາວ ໃນການສ້າງລະບົບການສຶກສາທີ່ເຂັ້ມແຂງ, ພັດທະນາຮອບດ້ານ ແລະ ຍືນຍົງ. ໂດຍການສົ່ງເສີມການຮຽນຂັ້ນພື້ນຖານ, ພວກເຮົາກຳລັງຊ່ວຍສ້າງທັກສະໃຫ້ແກ່ເດັກ ແລະ ໄວໜຸ່ມຂອງລາວ ເພື່ອອະນາຄົດຂອງເຂົາເຈົ້າ ແລະ ເພື່ອການພັດທະນາປະເທດ ໃຫ້ມີທ່າແຮງຂອງຕົນເອງ ແລະ ມີຄວາມຈະເລີນຮຸ່ງເຮືອງຍິ່ງຂຶ້ນ.”

ເມື່ອແຜນງານບີຄວາ ເຂົ້າສູ່ໄລຍະການຂະຫຍາຍເວລາ, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຈະຍັງຄົງເປັນນ້ຳໜຶ່ງໃຈດຽວກັນ ໃນການຢືນຢັນຄຳໝັ້ນສັນຍາຮ່ວມກັນ ເພື່ອຮັບປະກັນວ່າ ເດັກທຸກຄົນໃນ ສປປ ລາວ ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ບັນລຸທ່າແຮງຂອງຕົນໄດ້ຢ່າງເຕັມສ່ວນ.

ຫົວໜ້າກົມ ສສກ, ຮອງເຈົ້າແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ 18 ແຂວງ, ຜູ້ອຳນວຍການ 8 ວິທະຍາໄລຄູ ເຂົ້າຮ່ວມກອງປະຊຸມຄະນະກຳມະການຊີ້ນຳແຜນງານບີຄວາ