60 participants from Luang Namtha and Luang Prabang TTCs, PESS of Luang Namtha, Phongsaly and Bokeo joined the 5 days training of trainers
ການຝຶກອົບຮົມຮອບໃໝ່ນີ້ ເນັ້ນການສອນຫ້ອງຄວບ, ຄວາມສະເໝີພາບຍິງ-ຊາຍ, ບັນທັດຖານທາງສັງຄົມ ແລະ ການຊ່ວຍເຫຼືອນັກຮຽນທີ່ມີຄວາມພິການ
ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດການຝຶກອົບຮົມຄູຝຶກ (ToT) ສຳລັບຜູ້ເຮັດວຽກສຶກສານິເທດພາຍໃນ (IPS) ຄັ້ງທີ 7 ໃນວັນທີ 25-29 ພຶດສະພາ 2026 ທີ່ສະໂມສອນ ວິທະຍາໄລຄູຫຼວງນໍ້າທາ. ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດປະມານ 60 ທ່ານ ທີ່ມາຈາກວິທະຍາໄລຄູຫລວງນ້ຳທາ ແລະ ວິທະຍາໄລຄູຫຼວງພະບາງ, ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ຫຼວງນ້ຳທາ, ຜົ້ງສາລີ, ບໍ່ແກ້ວ ແລະ ກົມສາມັນສຶກສາ.
ໃນພິທີເປີດ ທ່ານ ນາງ ນວນຈັນ ທິບພະວົງ, ຜູ້ອຳນວຍການ ວິທະຍາໄລຄູຫຼວງນໍ້າທາ ໄດ້ກ່າວວ່າ: “ຄູແມ່ນຫົວໃຈຂອງລະບົບການສຶກສາ ແລະ ເປັນຜູ້ສ້າງຄົນຮຸ່ນຕໍ່ໄປ. ສະນັ້ນ, ການສະໜອງງົບປະມານໃຫ້ແກ່ການສ້າງທັກສະຂອງຄູ ແມ່ນການລົງທຶນໃຫ້ອະນາຄົດຂອງ ສປປ ລາວ. ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແມ່ນສິ່ງຈຳເປັນ ເພື່ອປັບປຸງຄຸນນະພາບການສອນ ແລະ ການສະໜັບສະໜູນຄູ ໃຫ້ປະຕິບັດໜ້າທີ່ໃຫ້ດີທີ່ສຸດ. ຜ່ານລະບົບການສະໜັບສະໜູນຜ່ານຜູ້ເຮັດວຽກສຶກສານິເທດພາຍໃນ, ໂດຍ ສສກ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີນີ້, ແມ່ນສິ່ງທີ່ສຳຄັນເພື່ອຮັບປະກັນວ່າ ຄູຈະໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການທີ່ເປັນປະໂຫຍດໃຫ້ແກ່ການສອນຢ່າງເປັນປົກກະຕິ ເພື່ອຕອບສະໜອງຄວາມຕ້ອງການຕົວຈິງໃນຫ້ອງຮຽນທົ່ວປະເທດ.”
ລະບົບຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ຖືກນຳສະເໜີໃນປີ 2023 ເພື່ອໃຫ້ການສະໜັບສະໜູນຄູຊັ້ນປະຖົມໃນໂຮງຮຽນ, ໂດຍສະເພາະໃນເຂດຫ່າງໄກ ແລະ ດ້ອຍໂອກາດ. ລະບົບດັ່ງກ່າວ ສ້າງຕັ້ງຂຶ້ນໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໄດ້ຮວບຮວມຄູທີ່ມີປະສົບການ ແລະ ຜູ້ອຳນວຍການໂຮງຮຽນ ເຮັດວຽກຮ່ວມກັນ ເພື່ອປະຕິບັດໜ້າທີ່ ເປັນຜູ້ໃຫ້ຄຳປຶກສາ ແລະ ແນະນຳ. ການຊ່ວຍເຫຼືອຄູໃນໂຮງຮຽນດຽວກັນແມ່ນຜ່ານ ການສັງເກດການສອນ, ການສອນເປັນຄູ່, ການສະທ້ອນຄືນ ແລະ ການຕິດຕາມການປະຕິບັດຂໍ້ແນະນຳ. ໃນເບື້ອງຕົ້ນໄດ້ ລະບົບດັ່ງກ່າວໄດ້ປະຕິບັດໃນ 30 ເມືອງເປົ້າໝາຍ ໃນ 7 ແຂວງທີ່ໄດ້ຮັບການສະໜັບສະ ໜູນຈາກ ແຜນງານບີຄວາຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ. ລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງ ສສກ ກຳລັງໄດ້ຮັບການຜັນຂະຫຍາຍໃຫ້ກ້ວາງຂຶ້ນ ໂດຍກະຊວງສຶກສາທິການ ແລະ ກິລາ ຮ່ວມກັບບັນດາຄູ່ຮ່ວມພັດທະນາ.
Ms. Nuanchan Thipphavong, Director of Luang Namtha TTC chaired the training
60 participants from Luang Namtha and Luang Prabang TTCs, PESS of Luang Namtha, Phongsaly and Bokeo joined the 5 days training of trainers
ໃນການໃຫ້ສຳພາດກ່ຽວກັບກອງປະຊຸມນີ້, ທ່ານ ໄມໂຄ ຄາຣີ, ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ອະທິບາຍເຖິງ ລະບົບການສະໜັບສະໜູນທີ່ເຂັ້ມແຂງຊ່ວຍໃຫ້ຄູມີແຮງຈູງໃຈ ແລະ ປັບປຸງຜົນການຮຽນຂອງນັກຮຽນໄດ້ແນວໃດ. ທ່ານໄດ້ກ່າວວ່າ: “ຄູທີ່ດີບໍ່ໄດ້ປະຕິບັດໜ້າທີ່ຄົນດຽວ, ຄູຈະປະຕິບັດໜ້າທີ່ໄດ້ດີຂຶ້ນ ເມື່ອມີເພື່ອນຮ່ວມງານຢູ່ໃກ້ທີ່ ສາມາດປຶກສາ, ຮຽນຮູ້ນຳ, ແລະ ເຊື່ອໝັ້ນໃນການຂໍຄວາມຊ່ວຍເຫຼືອໄດ້. ການສະໜັບສະໜູນໃນຂັ້ນໂຮງຮຽນ ແມ່ນນຳໃຊ້ໄດ້ຈິງ ເພາະວ່າການຊ່ວຍເຫຼືອແມ່ນຢູ່ໃນຂັ້ນໂຮງຮຽນ ແລະ ອີງໃສ່ປະສົບການຕົວຈິງ. ລະບົບນີ້ຊ່ວຍໃຫ້ຄູແກ້ໄຂບັນຫາ, ປັບປຸງການສອນ ແລະ ມີຄວາມໝັ້ນໃຈ ເຖິງວ່າສະພາບແວດລ້ອມມີຄວາມທ້າທາຍ.”
ໃນປີທີ່ຜ່ານມາ, ການຝຶກອົບຮົມຄູຝຶກໃນຊຸດແມ່ນຈະຂຶ້ນຢູ່ທີ່ວິທະຍາໄລຄູ (ວຄ) 3 ແຂວງຄື: ຫຼວງນໍ້າທາ, ຊຽງຂວາງ ແລະ ສະຫວັນນະເຂດ. ທີມງານວິຊາການຈາກວິທະຍາໄລຄູທີ່ຈະເຮັດໜ້າທີ່ໃນການເປັນຄູຝຶກປະມານ 153 ທ່ານ ຈະເຂົ້າຮ່ວມກອງປະຊຸມ 5 ວັນ. ຫຼັງຈາກສຳເລັດການຝຶກອົບຮົມ, ທີມງານວິຊາການດັ່ງກ່າວຈະເຮັດໜ້າທີ່ເປັນຄູຝຶກເພື່ອໄປຈັດຝຶກອົບຮົມຕໍ່ໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ໃນ 30 ເມືອງເປົ້າໝາຍ ຂອງແຜນງານບີຄວາ ໃນ ເດືອນ ສິງຫາ 2026. ທັງນີ້, ຈຳນວນຜູ້ເຮັດວຽກສຶກສານິເທດພາຍໃນ ຈະຖືກທົບທວນ ແລະ ປັບປຸງ ໃນແຕ່ລະປີເພື່ອທົດແທນຜູ້ທີ່ອອກບຳນານ, ພັກເພື່ອເກີດລູກ ຫຼື ລາອອກ ເພື່ອຮັບປະກັນວ່າທຸກໆເມືອງເປົ້າໝາຍຈະມີຜູ້ເຮັດວຽກສຶກສານິເທດພາຍໃນທີ່ພ້ອມໃຫ້ການສະໜັບສະໜູນທາງດ້ານການສອນຢ່າງພຽງພໍກັບຄວາມຕ້ອງການ. ເຊິ່ງການທົບທວນໃນສົກຮຽນນີ້ແມ່ນໄດ້ເກີດຂຶ້ນໃນເດືອນ ເມສາ 2026, ໃນປັດຈຸບັນມີຜູ້ເຮັດວຽກສຶກສານິເທດພາຍໃນ ທັງໝົດຈຳນວນ 1.124 ຄົນ, ໃນນັ້ນ 53% ເປັນເພດຍິງ ແລະ 45% ເປັນຄົນຊົນເຜົ່າ. ຄູສອນທີ່ມີປະສົບການ ແລະ ຜູ້ອຳນວຍການໂຮງຮຽນ ທີ່ໄດ້ຮັບການຄັດເລືອກເປັນເຮັດວຽກສຶກສານິເທດພາຍໃນໃໝ່ ຈະໄດ້ຮັບການຝຶກອົບຮົມຂັ້ນເມືອງ ໃນເດືອນ ກໍລະກົດ ແລະ ສິງຫາ 2026 ເພື່ອກຽມຄວາມພ້ອມໃນການລົງຊຸກຍູ້ຊ່ວຍເຫຼືອຄູໃນເຂດບໍລິການຂອງຕົນເອງ ໃນສົກຮຽນປີ ຮຽນ 2026-2027.
ການຝຶກອົບຮົມຄູຝຶກ ເນັ້ນການຝຶກອົບຮົມທັກສະຕົວຈິງໃນການການຊ່ວຍເຫຼືອ ຄູ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ວິທີການດັດປັບບົດຮຽນ ສຳລັບຫ້ອງຄວບ, ສົ່ງເສີມການສອນທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການຊ່ວຍເຫຼືອນັກຮຽນທີ່ມີຄວາມພິການ ແລະ ນຳໃຊ້ເຄື່ອງມືປະເມີນຕົນເອງສຳລັບຄູ ເພື່ອນຳພາການພັດທະນາທັກສະຂອງຄູ.
Trainers analyse the Lao Language lesson and related video to see how the teacher adapts it for multigrade teaching
TTC key trainer leads the session on Multi-grade teaching techniques
ທ່ານ ນາງ ນວນຈັນ ທິບພະວົງ ໄດ້ກ່າວເຖິງກອງປະຊຸມນີ້ ໄດ້ຖືກອອກແບບມາເພື່ອໃຫ້ຜູ້ເຂົ້າຮ່ວມມີສ່ວນຮ່ວມ ແລະ ຫົວຂໍ້ແມ່ນຂ້ອງກັບຕົວຈິງໃນຫ້ອງຮຽນ, ທ່ານໄດ້ກ່າວວ່າ: “ຜູ້ເຂົ້າຮ່ວມຈະໄດ້ຄົ້ນຄິດກ່ຽວກັບກໍລະນີສຶກສາຕົວຈິງ, ສ້າງແຜນການສອນຂອງຫ້ອງຄວບ ແລະ ຝຶກຊ້ອມເຄື່ອງມືທີ່ຄູສາມາດນຳໃຊ້ໄດ້. ວາລະຂອງກອງປະຊຸມດັ່ງກ່າວ ແມ່ນການປະກອບສ່ວນຈາກຜູ້ເຂົ້າຮ່ວມ ແລະ ປະຕິບັດຕົວຈິງ, ດັ່ງນັ້ນ, ຜູ້ເຮັດວຽກສຶກສານິເທດພາຍໃນ ຈະສາມາດນຳເອົາແນວຄວາມຄິດເຫຼົ່ານີ້ ກັບຄືນໄປຍັງເມືອງຂອງຕົນເອງເພື່ອປະຕິບັດ.”
ໃນປີນີ້, ກອງປະຊຸມຍັງປະກອບມີກິດຈະກຳກ່ຽວກັບສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ບັນທັດຖານທາງສັງຄົມ, ຊ່ວຍໃຫ້ ຜູ້ເຮັດວຽກສຶກສານິເທດພາຍໃນ ສະທ້ອນຄືນເຖິງວິທີທີ່ທັດສະນະຄະຕິ ແລະ ຄວາມເຊື່ອສາມາດສົ່ງຜົນກະທົບຕໍ່ການເຂົ້າຮ່ວມ ແລະ ການຮຽນຮູ້. ໃນວາລະກອງປະຊຸມທີ່ກ່ຽວກັບ ການສົ່ງເສີມການສຶກສາຮຽນຮ່ວມທີ່ລວມເອົາຄວາມພິການ, ຜູ້ເຂົ້າຮ່ວມຈະຄົ້ນຫາວິທີການເພື່ອກຳນົດຄວາມຕ້ອງການການຮຽນຮູ້ທີ່ດີຂຶ້ນ ແລະ ສະໜັບສະໜູນເດັກ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າຮ່ວມກິດຈະກຳໃນຫ້ອງຮຽນໄດ້ຢ່າງເຕັມສ່ວນ.
ທ່ານ ໄມໂຄ ຄາຣີ ໄດ້ກ່າວສະຫຼຸບວ່າ: “ເມື່ອຄູຮູ້ສຶກວ່າໄດ້ຮັບການສະໜັບສະໜູນ, ຮັບຮູ້ຄຸນຄ່າ ແລະ ມີອຸປະກອນພຽງພໍທີ່ຈະຮັບມືກັບສິ່ງທ້າທາຍໃນຫ້ອງຮຽນຕົວຈິງ, ຄູຈະສາມາດຊ່ວຍເດັກທຸກຄົນໃຫ້ຮຽນຮູ້ ແລະ ປະສົບຜົນສຳເລັດໄດ້ດີຂຶ້ນ. ການສະໜັບສະໜູນການສອນທີ່ເຂັ້ມແຂງ ບໍ່ພຽງແຕ່ດີສຳລັບໂຮງຮຽນເທົ່ານັ້ນ, ແຕ່ຍັງສົ່ງເສີມການພັດທະນາໄລຍະຍາວຂອງປະເທດອີກດ້ວຍ. ໂດຍການສົ່ງເສີມການສຶກສາຂັ້ນພື້ນຖານ, ພວກເຮົາກຳລັງຊ່ວຍສ້າງພື້ນຖານໃຫ້ແກ່ຊັບພະຍາກອນມະນຸດໃນອະນາຄົດຂອງ ສ.ປ.ປ. ລາວ. ເມື່ອຄູໄດ້ຮັບການສະໜັບສະໜູນ, ນັກຮຽນຈະຮຽນຮູ້ໄດ້ດີຂຶ້ນ ແລະ ຈະສ້າງພື້ນຖານທີ່ເຂັ້ມແຂງແກ່ການເຕີບໃຫຍ່ທາງເສດຖະກິດ.”
IPS supports a teacher with lesson planning


English