Over 160 high-level guests from MoES, National Assembly, MoICT, Media outlets and Development Partners joined the event in person and online

ແຜນໂຄສະນາດັ່ງກ່າວໄດ້ຍົກໃຫ້ເຫັນຄຸນຄ່າຂອງການສຶກສາ ແລະ ບົດບາດສຳຄັນຂອງຄູໃນການສ້າງອະນາຄົດຂອງປະເທດລາວ

ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ນຳສະເໜີ 2 ວິດີໂອທຳອິດຂອງແຜນໂຄສະນາການສຶກສາຄັ້ງທຳອິດ ເພື່ອແນໃສ່ຫັນປ່ຽນທັດສະນະຄະຕິດ້ານສຶກສາໃນທົ່ວປະເທດ. ຜູ້ເຂົ້າຮ່ວມປະກອບມີ ທ່ານ ນາງ ມະນີວັນ ເຍຍເປົ່າເຮີ, ຮອງປະທານກຳມາທິການ, ວັດຖະນະທຳສັງຄົມ, ສະພາແຫ່ງຊາດ,ບັນດາຄະນະກົມຈາກ ສສກ, ຕາງໜ້າຈາກບັນດາພະແນກ ກະຊວງສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ວິທະຍາໄລຄູ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນການ, ໂຮງຮຽນ, ຜູ້ອຳນວຍການສຳນັກຂ່າວ, ນັກຂ່າວ ແລະ ຄູ່ຮ່ວມພັດທະນາ ໄດ້ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ທາງອອນລາຍ.

ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາແຜນໂຄສະນາຄັ້ງນີ້ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເພື່ອແກ້ໄຂສິ່ງທ້າທາຍອັນຮີບດ່ວນ, ລວມທັງການຫຼຸດລົງຂອງການເຂົ້າຮຽນຂອງນັກຮຽນ ແລະ ບັນຫາສຳຄັນຂອງການຊຸກຍູ້ ແລະ ຮັກຈຳນວນສາຄູ ຂອງພວກເຮົາ.”

ທ່ານ ນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ໄດ້ກ່າວຕື່ມວ່າ: “ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ທີ່ໄດ້ໃຫ້ການສະໜັບສະໜູນ ສິ່ງທີ່ເປັນບູລິມະສິດຂອງກະຊວງ, ບໍ່ພຽງແຕ່ໃນການພັດທະນາຫຼັກສູດ ແລະ ປັບປຸງຄຸນນະພາບການສອນເທົ່ານັ້ນ ແຕ່ຍັງເປັນການຫັນປ່ຽນແນວຄວາມຄິດດ້ານການສຶກສາ ໃຫ້ມີຄຸນຄ່າ ແລະຄວາມເຂົ້າໃຈໃນຊຸມຊົນຕ່າງໆ. ບໍ່ວ່າພວກເຮົາຈະສ້າງຄວາມອາດສາມາດໃຫ້ແກ່ຄູ ຫຼື ການສ້າງສະພາບແວດລ້ອມທີ່ດີໃນໂຮງຮຽນ, ເປົ້າໝາຍຂອງພວກເຮົາແມ່ນອັນດຽວກັນຄື: ຮັບປະກັນໃຫ້ເດັກທຸກຄົນໃນລາວ ໄດ້ຮັບໂອກາດເພື່ອສຶກສາຮໍ່າຮຽນດ້ວຍການສຶກສາທີ່ມີຄຸນນະພາບ.”

Dr. Daravone Kittiphanh emphasised the vital role of education to build a nation

Ms Benita Sommerville, Australia’s Deputy Ambassador delivered a powerful speech on the transformative impact of education

ແຜນໂຄສະນານີ້ຈະຊ່ວຍ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ອັນ​ຮີບ​ດ່ວນ​ຂອງ​ການ​ຫຼຸດ​ລົງຂອງອັດຕາການ​ເຂົ້າ​ຮຽນ​ ແລະ​ ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄຸນ​ຄ່າ​ການ​ສຶກ​ສາ​ຂອງ​ພໍ່​ແມ່ຜູ້ປົກຄອງ ແລະ ​ນັກ​ຮຽນ. ໂດຍຜ່ານ 4 ບົດເລື່ອງ ຂອງແຜນໂຄສະນາ ຈະບອກເລື່ອງຈິງ ທີ່ມີຈຸດປະສົງເພື່ອສ້າງແຮງບັນດານໃຈໃຫ້ນັກຮຽນສືບຕໍ່ການສຶກສາຂອງເຂົາເຈົ້າ, ຮັບປະກັນຜົນປະໂຫຍດຂອງພໍ່ແມ່ຕະຫຼອດຊີວິດ ແລະ ສັນລະເສີນການອຸທິດຕົນຂອງຄູ.

ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງແຜນໂຄສະນາສົ່ງເສີມການສຶກສາໃນຄັ້ງນີ້ວ່າ: “ແຜນໂຄສະນາສົ່ງເສີມການສຶກສານີ້ ແມ່ນເປັນຂີດໝາຍສໍາຄັນໃນການຫັນປ່ຽນແນວຄິດກ່ຽວກັບການສຶກສາທີ່ຖືກຮັບຮູ້ ແລະ ຄຸນຄ່າຂອງການສຶກສາໃນ ສປປ ລາວ. ໂດຍການເຊີດຊູ ບົດບາດຄູ ແລະ ຄູເປັນແຮງບັນດານໃຈໃຫ້ແກ່ນັກຮຽນ ແລະ ຜູ້ປົກຄອງ, ແຜນໂຄສະນານີ້ ຍັງຈະເສີມຂະຫຍາຍຄໍາໝັ້ນສັນຍາຮ່ວມກັນຂອງພວກເຮົາໃນການສຶກສາ ທີ່ເປັນພື້ນຖານຂອງການພັດທະນາປະເທດຊາດ.”

ທ່ານ ນາງ ເບັນນິຕາ ຊຳເມີວິວ ກ່າວວ່າ “ແຜນໂຄສະນາການສຶກສານີ້ ແມ່ນຄຳສັນຍາທີ່ສະແດງເຖິງການຮ່ວມມືທີ່ສ້າງສັນ ແລະ ມີຄວາມເປັນວິຊາການສະເພາະ ລະຫວ່າງສອງປະເທດຂອງພວກເຮົາໂດຍຜ່ານແຜນງານບີຄວາ. ໄດ້ນຳເອົາເລື່ອງຈິງ ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອສື່ສານໂດຍກົົງເຖິງ ພໍ່ແມ່ຜູ້ປົກຄອງ, ນັກຮຽນ, ຄູ ແລະ ຊຸມຊົນ, ເພື່ອຊຸກຍູ້ໃຫ້ເຂົາເຈົ້າຖືເອົາການສຶກສາເປັນການລົງທຶນທີ່ສໍາຄັນ.”

Dr. Vongphet Oudomlith, Deputy Director of RIES presented the Eudcation Promotion Campaign

Teacher Khounvilay Khenkittisack, Teacher’s for People shared her passion for teaching

ໃນງານດັ່ງກ່າວ, ສສກ ໄດ້ເປີດສອງວິດີໂອທໍາອິດຂອງແຜນໂຄສະນາ. ຜູ້​ຊົມ​ໄດ້​ໃຫ້ການຕອບຮັບເປັນຢ່າງດີ ​ແລະ ໃຫ້​ຄຳ​ເຫັນ​ໃນທາງບວກ, ສະ​ແດງ​ໃຫ້​ເຫັນ​ເຖິງ​ສຽງ​ສະທ້ອນ​ອັນ​ມີ​ພະລັງ​ຂອງບົດ​ເລື່ອງ. ວິດີໂອທຳອິດ, “ເສັ້ນທາງ 2”, ສະແດງເຖິງອະນາຄົດທີ່ກົງກັນຂ້າມຂອງໄວໜຸ່ມ ໂດຍອີງໃສ່ການເລືອກການສຶກສາຂອງເຂົາເຈົ້າ, ໂດຍເນັ້ນໃສ່ວ່າການສຶກສາເຮັດໃຫ້ໄວໜຸ່ມມີທັກສະທີ່ຈຳເປັນ, ມີການຄົ້ນຄິດແບບວິເຄາະ ແລະ ໂອກາດໃນການສ້າງຊີວິດທີ່ມີດີຄືແນວໃດ. ວິດີໂອທີສອງ, “ຄຸນຄ່າຂອງຄູ”, ສະແດງເຖິງການອຸທິດຕົນຂອງຄູ ແລະ ຜົນກະທົບອັນເລິກເຊິ່ງ ແລະ ຍືນຍົງຂອງວຽກງານຂອງເຂົາເຈົ້າຕໍ່ຄົນຮຸ່ນຕໍ່ໆໄປ. ພ້ອມ​ທັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສິ່ງ​ທ້າ​ທາຍ​ຂອງ​ຄູ ​ແລະ ບົດບາດ​ອັນ​ສຳຄັນ​ຂອງຄູໃນ​ການ​ສ້າງ​ກຳລັງ​ໃຈ​ໃຫ້​ຄົນ​ຮຸ່ນຕໍ່ໄປ ​ແລະ ສ້າງ​ອະນາຄົດ​ຂອງ​ປະ​ເທດ​ຊາດ.

ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮັບຮູ້ຄຸນຄ່າ ແລະ ບົດບາດສຳຄັນຂອງຄູ ທ່ານໄດ້ກ່າວວ່າ: “ໃນໂອກາດວັນຄູແຫ່ງຊາດ ໃກ້ເຂົ້າມາເຖິງນີ້, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ຄູອາຈານ ແລະ ບຸກຄະລາກອນການສຶກສາທີ່ອຸທິດຕົນ ແລະ ມີຄວາມມຸ່ງໝັ້ນໃນການສ້າງອະນາຄົດຂອງ ສປປ ລາວ. ຄູແມ່ນກະດູກສັນຫຼັງຂອງລະບົບການສຶກສາຂອງພວກເຮົາ ແລະ ການປະຕິບັດໜ້າທີ່ສິດສອນຂອງເຂົາເຈົ້າສ້າງຄວາມຫວັງ ແລະ ໂອກາດໃຫ້ແກ່ຄົນຮຸ່ນຫຼັງ.”

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວຕື່ມວ່າ: “ຄູ ແມ່ນຫົວໃຈຂອງການສຶກສາຢ່າງແທ້ຈິງ. ການອຸທິດຕົນ, ຄວາມມັກ, ແລະ ຄວາມຕັ້ງໃຈຂອງເຂົາເຈົ້າສ້າງແຮງບັນດານໃຈໃຫ້ນັກຮຽນໃນແຕ່ລະວັນ, ບໍ່ພຽງແຕ່ສ້າງອະນາຄົດຂອງບຸກຄົນເທົ່ານັ້ນ, ແຕ່ຍັງເປັນອະນາຄົດຂອງປະເທດຊາດ. ດັ່ງນັ້ນ, ລັດຖະບານອົດສະຕຣາລີຍັງຈະສືບຕໍ່ສະໜັບສະໜູນການຮັກສາຄູ ໂດຍຜ່ານການສຸມໃສ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຊ່ວຍໃຫ້ຄູມີສ່ວນຮ່ວມ, ມີຄວາມໝັ້ນໃຈ ແລະ ມີແຮງຈູງໃຈໃນການສອນໂຮງຮຽນຫຼາຍກວ່າເກົ່າ.”

Mr. Sackdavong Sayalad, Deputy Head of Lao ESTV presented the first video, The 2 Paths

Mr. Jetxing Inthavong, Director of Learning Material Development Center presented the second video, Teacher’s Value

Vice Minister of Education and Sports, Deputy Ambassador of Australia and Deputy President of Committee for Culture and Society, National Assembly

ສອງວິດີໂອການທຳອິດຂອງແຜນໂຄສະນາ ຈະຖືກອອກອາກາດທົ່ວປະເທດທາງໂທລະພາບ, ສົ່ງອອກທາງສື່ສັງຄົມອອນລາຍ ແລະ ນຳໃຊ້ເຂົ້າໃນການເຜີຍແຜ່ຕໍ່ຊຸມຊົນເພື່ອໃຫ້ມີໝາກຜົນທີ່ດີທີ່ສຸດ. ໃນປັດຈຸບັນ ສສກ  ກໍາລັງຜະລິດວິດີໂອອີກສອງເລື່ອງເພີ່ມທີ່ຈະສຳເລັດໃນທ້າຍປີ. ເລື່ອງ ຕໍ່ມາແມ່ນເລື່ອງລາວຂອງເດັກຍິງຄົນ ໜຶ່ງ ທີ່ຕັ້ງໃຈທີ່ຈະຮຽນຕໍ່ຊັ້ນ ມັດທະຍົມ, ແລະ ອີກເລື່ອງໜຶ່ງ ຈະສະແດງໃຫ້ເຫັນເຖິງວິທີທີ່ທຸກຄົນໃນຊຸມຊົນທັງໝົດ ສາມາດຮ່ວມກັນມືເພື່ອສະ ໜັບສະໜູນການສຶກສາ.

ທ່ານ ປອ ນາງ ດາລາວອນ ກິດຕະພັນ ໄດ້ກ່າວສະຫຼຸບ ໂດຍການຮຽກຮ້ອງຢ່າງໜັກແໜ້ນຕໍ່ນັກຮຽນ ນັກການສຶກສາ, ສື່ມວນຊົນ, ແລະ ຄູ່ຮ່ວມງານທຸກພາກສ່ວນ ເພື່ອເຜີຍແຜ່ວິດີໂອຢ່າງຈິງຈັງເພື່ອໃຫ້ເຂົ້າເຖິງຜູ້ຊົມທຸກເປົ້າໝາຍທັງໝົດ ແລະ ຊຸກຍູ້ໃຫ້ເດັກນ້ອຍເຂົ້າໂຮງຮຽນ ທ່ານໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ, ຮ່ວມກັບສະຖານທູດອົດສະຕຣາລີ, ຂໍຮຽກຮ້ອງໃຫ້ຜູ້ທີ່ກ່ຽວຂ້ອງທັງໝົດສົ່ງຕໍ່ຂໍ້ຄວາມທີ່ສຳຄັນນີ້ຢ່າງເອົາໃຈໃສ່.”

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວຕື່ມວ່າ: “ໂດຍການຮ່ວມໃຈກັນ, ພວກເຮົາສາມາດສ້າງແຮງບັນດານໃຈຄົນຮຸ່ນໃໝ່ ໃຫ້ເຫັນຄຸນຄ່າຂອງການສຶກສາ ແລະ ສ້າງອະນາຄົດທີ່ສົດໃສຂອງປະເທດລາວ.”