Mr. Soukanxai Phongsavanh along with Trainers from MoES opened the training

ນັກສຶກສາຕໍ່ເນື່ອງພາກພັກແລ້ງກວ່າ 700 ຄົນ ໄດ້ຮັບການຝຶກອົບຮົມດ້ານການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກໃນເດືອນກໍລະກົດ ແລະ ສິງຫາ ນີ້

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ກຳລັງຈັດການຝຶກອົບຮົມຫົວຂໍ້ໃໝ່ກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ໃນ 3 ວິທະຍາໄລຄູ (ວຄ). ກິດຈະກຳນີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການຮັບປະກັນຄວາມປອດໄພ ແລະ ສະຫວັດດີພາບຂອງນັກຮຽນທຸກຄົນໃນລະບົບການສຶກສາ. 

ການຝຶກອົບຮົມຮອບໃໝ່ນີ້, ໄດ້ຈັດຂຶ້ນໃນເດືອນກໍລະກົດ ແລະ ສິງຫາ 2025, ເປົ້າໝາຍແມ່ນແນໃສ່ຝຶກອົບຮົມໃຫ້ແກ່ນັກສຶກສາຕໍ່ເນື່ອງພາກພັກແລ້ງຈຳນວນ 737 ຄົນ ທີ່ກຳລັງຮຽນໃນວິທະຍາໄລຄູຄັງໄຂ, ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ. ນັກຮຽນທີ່ມາຮ່ວມນີ້ແມ່ນຄູສອນຊັ້ນປະຖົມສຶກສາທີ່ເຂົ້າຮ່ວມຫຼັກສູດເພື່ອຍົກລະດັບວິຊາຊີບຂອງເຂົາເຈົ້າ. ເຂົາເຈົ້າຈະໄດ້ນຳເອົາຄວາມຮູ້ ແລະ ທັກສະໃໝ່ໆ ໄປໃຊ້ໃນໂຮງຮຽນຂອງຕົນ. 

ບົນພື້ນຖານຄວາມສຳເລັດຈາກການສ້າງເອກະສານ ແລະ ເນັ້ນໜັກໃຫ້ເຫັນເຖິງຂໍ້ຄວາມໃນເອກະສານ “ຄູ່ມືການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກສຳລັບຄູ”, ທີ່ໄດ້ຮັບການພັດທະນາໂດຍ ພະແນກຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ, ຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ເອກະສານແນະນຳນີ້ໄດ້ຖືກແຈກຢາຍຢ່າງກວ້າງຂວາງ ແລະ ຍັງເປັນເຄື່ອງມືສຳຄັນໃນການຊ່ວຍຄູສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ.

ທ່ານ ນາງ ວົງເດືອນ ໂອໃສ, ຫົວໜ້າກົມສ້າງຄູ ໄດ້ໃຫ້ຄຳເຫັນວ່າ: “ຄູມີບົດບາດສຳຄັນໃນການປົກປ້ອງເດັກ ໂດຍການເປັນຜູ້ນຳ, ໃຫ້ການສະໜັບສະໜູນ ແລະ ເຂົ້າໃຈພາລະບົດບາດຂອງຕົນ. ສະພາບແວດລ້ອມການຮຽນຮູ້ທີ່ພວກເຂົາສ້າງຂຶ້ນ ມີຜົນກະທົບໂດຍກົງຕໍ່ຄວາມປອດໄພ ແລະ ສະຫວັດດີພາບຂອງນັກຮຽນ. ເມື່ອເດັກຮູ້ສຶກປອດໄພ, ພວກເຂົາຈະມີໂອກາດສຳເລັດຫຼາຍຂຶ້ນໃນການຮຽນ.” 

ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເນັ້ນ ໜັກກ່ຽວກັບການຮ່ວມມືຢ່າງຕໍ່ເນື່ອງວ່າ: “ເມື່ອເຮັດວຽກກັບເດັກນ້ອຍ, ພວກເຮົາມີພາລະບົດບາດຮ່ວມກັນໃນການປົກປ້ອງສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າ. ພວກເຮົາພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ເພື່ອສະໜັບສະໜູນການພັດທະນາ ‘ເອກະສານແນະນຳ ການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກສຳລັບ’ ຢ່າງເປັນທາງການ, ພ້ອມທັງຝຶກອົບຮົມຄູໃນຫົວຂໍ້ສຳຄັນນີ້.” 

More than 300 Teacher Students and 16 trainers fro, TTC and MoES particpated in this Child Protection Training

Group discussion for participants to discuss on the challenges of child protection

ການຝຶກອົບຮົມໃນປີ 2025 ນີ້ ໄດ້ຮັບການນຳພາໂດຍທີມຄູຝຶກ 17 ທ່ານ ຈາກທີມສະເພາະກິດດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ຂອງ 3 ວິທະຍາໄລຄູ. ນອກຈາກການຍົກສູງຄວາມຮັບຮູ້ໃຫ້ແກ່ນັກຮຽນຕໍ່ເນື່ອງພາກພັກແລ້ງ, ການຝຶກອົບຮົມນີ້ຍັງເປັນໂອກາດອັນດີໃນການທົດລອງໃຊ້ “ຄູ່ມືຝຶກອົບຮົມການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກ”  ແລະ ສ້າງທັກສະການຝືກອົບຮົມຂອງທີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. 

ທ່ານ ນາງ ວົງເດືອນ ໂອໃສ ໄດ້ກ່າວຍ້ຳອີກວ່າ: “ການຝຶກອົບຮົມນີ້ຊ່ວຍໃຫ້ຄູເຂົ້າໃຈຢ່າງຊັດເຈນກ່ຽວກັບບົດບາດຂອງຕົນໃນການຮັບປະກັນຄວາມປອດໄພ ແລະ ໃຫ້ຂໍ້ມູນຈຳເປັນກ່ຽວກັບວິທີລາຍງານຂໍ້ກັງວົນ ແລະ ເຂົ້າເຖິງການຂໍຄວາມຊ່ວຍເຫຼືອ. ນອກຈາກນີ້, ຍັງເປັນໂອກາດທີ່ດີໃນການທົດລອງໃຊ້ຄູ່ມືຄູຝຶກ. ພວກເຮົາຈະນຳເອົາຄຳເຫັນທີ່ໄດ້ຮັບມາປັບປຸງເອກະສານຕາມຄວາມຈຳເປັນກ່ອນຈະຂະຫຍາຍການຝຶກອົບຮົມໃຫ້ກວ້າງຂວາງຕື່ມ.”

Gallery Walk – Sharing ideas on Child Protection and Safeguarding

Gallery Walk – Exploring our understanding of Child Protection and Safeguarding

ກອງປະຊຸມສຳມະນາແບບມີສ່ວນຮ່ວມ 2 ວັນ ທີ່ຈັດຂຶ້ນໂດຍແຕ່ລະວິທະຍາໄລຄູ ໄດ້ນຳໃຊ້ເກມ, ການສະແດງບົດບາດສົມມຸດ, ກໍລະນີສຶກສາ ແລະ ການສົນທະນາກຸ່ມ ເພື່ອສ້າງຄວາມຕື່ນເຕັ້ນໃຫ້ແກ່ຜູ້ເຂົ້າຮ່ວມ. ຜູ້ເຂົ້າຮ່ວມໄດ້ຄົ້ນຫາແນວຄວາມຄິດຫຼັກກ່ຽວກັບການປົກປ້ອງເດັກ ເຊັ່ນ: ການສື່ສານຢ່າງເຄົາລົບ, ການປະຕິບັດທີ່ປອດໄພ ແລະ ການຮຽນຮ່ວມຫ້ອງຮຽນ, ການໃຊ້ສື່ອີເລັກໂທຣນິກຢ່າງມີຄວາມຮັບຜິດຊອບ ແລະ ການຈຳແນກ ແລະ ປ້ອງກັນການລ່ວງລະເມີດ, ການຂູດຮີດ, ແລະ ການລົບກວນ. ຫົວຂໍ້ທີ່ລະອຽດອ່ອນ ເຊັ່ນ: ການໃຊ້ເຫຼົ້າ ແລະ ສານເສບຕິດ, ການຖ່າຍວິດີໂອ ແລະ ຮູບພາບເດັກ ແລະ ຄວາມຮັບຮູ້ກ່ຽວກັບທີ່ສົ່ງເສີມການຮຽນຮ່ວມ ໄດ້ຖືກນຳສະເໜີໃນລັກສະນະທີ່ເຄົາລົບວັດທະນະທຳ. 

ໃນຂະນະທີ່ຂະແໜງການສຶກສາຂອງ ສປປ ລາວ ຍັງຄົງພັດທະນາຢ່າງຕໍ່ເນື່ອງ, ຄວາມມຸ່ງໝັ້ນໃນການປົກປ້ອງ ແລະ ສະໜັບສະໜູນເດັກ ຍັງເປັນສິ່ງສຳຄັນທີ່ທຸກພາກສ່ວນຕ້ອງຮ່ວມມືກັນ. ການຝຶກອົບຮົມຄັ້ງລ່າສຸດນີ້ ໄດ້ເນັ້ນໜັກຄວາມສຳຄັນຂອງການສອນໃຫ້ເດັກຮູ້ຈັກຄວາມປອດໄພໃນທຸກຫ້ອງຮຽນ ແລະ ຮັບປະກັນວ່າຄູທຸກຄົນ, ບໍ່ວ່າຈະເປັນຄູໃໝ່ ຫຼື ມີປະສົບການ, ຈະມີຄວາມພ້ອມໃນການສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ເຄົາລົບກັນ. 

ທ່ານ ນາງ ວາເນັດຊາ ເຮັກກາທີ ກ່າວສະຫຼຸບໃນຕອນທ້າຍວ່າ: “ການປົກປ້ອງເດັກແມ່ນພັນທະຂອງທຸກຄົນ. ພວກເຮົາຫວັງວ່າ ‘ເອກະສານແນະນຳການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ’ ຈະຍັງເປັນແຫຼ່ງຂໍ້ມູນສຳຄັນສຳລັບຄູ ແລະ ນັກສຶກສາທຸກຄົນທີ່ເຮັດວຽກກັບເດັກ, ເພື່ອຊ່ວຍສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ສ້າງພື້ນທີ່ສຳລັບເດັກທຸກຄົນ. ການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ແຜນງານບີຄວາ ຂອງພວກເຮົາຈະສືບຕໍ່ສຸມໃສ່ການຮັບປະກັນວ່າຫຼັກການເຫຼົ່ານີ້ຈະຖືກບູລະນະໃສ່ໃນລະບົບການສຶກສາ.”

Brainstorming challenges children face in the community