ຜູ້ເຂົ້າຮ່ວມ 100 ກວ່າທ່ານ, ລວມມີຜູ້ຕາງໜ້າຈາກກະຊວງ, ຄູ ແລະ ນັກຮຽນ,ຮ່ວມໃຈກັນສົ່ງເສີມການສຶກສາທີ່ປອດໄພ ແລະ ຮຽນຮ່ວມ

ກະຊວງສຶກສາທິການ ແລະ ກິລາ ໄດ້ເຜີຍແຜ່ ”ເອກະສານແນະນໍາກ່ຽວກັບການປົກປ້ອງເດັກ ແລະ ຮັກສາຄວາມປອດໄພສໍາລັບເດັກ ໃຫ້ແກ່ຄູ ອາຈານ ແລະ ຜູ້ບໍລິຫານການສຶກສາ; ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ ເພື່ອຮັບປະກັນຄວາມປອດໄພ ແລະ ສົ່ງເສີມການສຶກສາຮຽນຮ່ວມ

ວັນ​ທີ 29 ພຶດສະພາ 2025 , ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແຫ່ງ ສປປ ລາວ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກສາກົນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປົກ​ປ້ອງ​ເດັກ​ໃນ​ດ້ານ​ການ​ສຶກສາ. ງານດັ່ງກ່າວໄດ້ຈັດຂຶ້ນທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ.

ພິທີສະເຫຼີມສະຫຼອງວັນເດັກສາກົນຄັ້ງນີ້ ເປັນປະທານໂດຍ ຂອງທ່ານ ສຸພາບ ຄູນວິໄຊ, ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີບັນດາທ່ານຜູ້ຕາງໜ້າຈາກພະແນກການກະຊວງສຶກສາທິການ ແລະ ກີລາ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນປະຖົມ ແລະ ມັດທະຍົມເຂົ້າຮ່ວມ ຈໍານວນ 100 ກວ່າຄົນ. ພິທີດັ່ງກ່າວຈະຈັດຄຽງຄູ່ກັບກິດຈະກໍາເຜີຍແຜ່ເອກະສານ ແລະ ຄໍາຂັວນວັນເດັກສາກົນປີ 2025 ທີ່ວ່າ ” ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ: ສິດເທົ່າທຽມກັນ, ອະນາຄົດທີ່ປອດໄພ. ເຊິ່ງມອບໃຫ້ພະແນກເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນນາມກອງເລຂາ ຂອງຄະນະກໍາມາທິການຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານການຊີ້ນໍາຂອງຄະນະລັດຖະມົນຕີ,

ພິທີດັ່ງກ່າວໄດ້ເລີ່ມຂຶ້ນດ້ວຍການ ອ່ານສານອວຍພອນວັນເດັກສາກົນຂອງທ່ານ ນາຍົກລັດຖະມົນຕີ ໃນຄຳປາໄສ ໄດ້ຍົກໃຫ້ເຫັນເຖິງການພັດທະນາບັນດານິຕິກຳໃນໄລຍະຜ່ານມາ ເຊິ່ງເປັນບາດກ້າວທີ່ສຳຄັນສຳລັບສິດທິເດັກໃນ ສປປ ລາວ ຄື: ການຫ້າມລົງໂທດທາງຮ່າງກາຍຢ່າງຄົບຊຸດ, ໄດ້ຮັບຮອງເອົາໃນວັນທີ 30 ເມສາ 2024. ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ສະບັບປັບປຸງນີ້ ໄດ້ກຳນົດໃຫ້ ສປປ ລາວ ເປັນປະເທດທີ 66 ແລະ ເປັນປະເທດທຳອິດໃນອາຊຽນ ທີ່ຫ້າມການລົງໂທດທຸກຮູບແບບ ລວມທັງ ຢູ່​ເຮືອນ ​ແລະ​ ໂຮງ​ຮຽນ​. ຖະ​ແຫຼງ​ການ​ໄດ້​ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ແຕ່ລະປະ​ເທດ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ, ສົ່ງເສີມ​ສິດ​ທິ​ຂອງ​ເດັກ​ທຸກ​ຄົນ.

ທ່ານ ສຸພາພອນ ຄູນວິໄຊ, ຮອງຫົວໜ້າຫ້ອງ ການກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວປາໄສໂດຍໄດ້ເນັ້ນໜັກກ່ຽວກັບຄວາມສໍາຄັນຂອງການປົກປ້ອງເດັກ

ທ່ານ ສຸພາພອນ ຄູນວິໄຊ, ຮອງຫົວໜ້າຫ້ອງ ການກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວປາໄສໂດຍໄດ້ເນັ້ນໜັກກ່ຽວກັບຄວາມສໍາຄັນຂອງການປົກປ້ອງເດັກ

ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ເຜີຍແຜ່ເອກະສານແນະນໍາການປົກປ້ອງແລະ ຮັກສາຄວາມປອດໄພ ສໍາລັບເດັກໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ເຊິ່ງໄດ້ຈັດພິມໂດຍ ກະຊວງສຶກສາທິການ ແລະ ກິລາ ໃນປີ 2024 ໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກລັດຖະບານປະເທດອົດສະຕຣາລີ. ເອກະສານແນະນຳດັ່ງກ່າວ, ໄດ້ພິມແຈກຢາຍໃນຂອບເຂດທົ່ວປະເທດແລ້ວ ແລະ ເປັນເອກະສານອ້າງອີງໃນການຈັດຕັ້ງປະຕິບັດໃຫ້ຄູອາຈານ ແລະ ຜູ້ບໍລິຫານການສຶກສາ ເພື່ອຮັບປະກັນຄວາມປອດໄພ ແລະ ສະຫວັດດີການຂອງນ້ອງນັກຮຽນ.

ປະທານກອງປະຊຸມໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຄູໃນການສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ. ເອກະສານແນະນຳນີ້ອອກເປັນທາງການໃນເດືອນ ກໍລະກົດ 2024 ແລະ ໄດ້ເຜີຍແຜ່ໃນທົ່ວປະເທດ. ເອກະສານແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ແມ່ນໝາກຜົນຂອງການຮ່ວມມືຂອງ ລັດຖະບານ ສປປ ລາວ ແລະ ລັດຖະບານອົດສະຕຣາລີ,

“ຄູສອນມີບົດບາດສໍາຄັນໃນການປົກປ້ອງເດັກ ໂດຍກົງ, ສະໜັບສະໜູນ ແລະ ສົ່ງຄວາມຮູ້. ການຈັດຕັ້ງປະຕິບັດເອກະສານຄຳແນະນໍາດັ່ງກ່າວ ຈະນໍາໄປສູ່ການປ່ຽນແປງພຶດຕິກໍາໃນທາງບວກ ເປັນການສ້າງສະຖານທີ່ທີ່ປອດໄພສໍາລັບນັກຮຽນທີ່ຈະຮຽນຮູ້ ແລະ ເຕີບໃຫຍ່.”

​ໃນ​ໂອກາດ​ນີ້, ຄະນະ​ຄູ​ຝຶກ 5 ທ່ານ​ຈາກ​ທີມງານຄູຝຶກຂອງກະຊວງສຶກສາທິການ ແລະ ກິລາ ​ໄດ້​ເຜີຍແຜ່ ແລະ ຈັດວາລະຝຶກອົບຮົມໃຫ້​ແກ່​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ​ທີ່​ເຂົ້າ​ຮ່ວມໄດ້ແລກປ່ຽນຄວາມຄິດເຫັນ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ການ​ປະຕິບັດ​ຕົວ​ຈິງ​ຂອງ​ການ​ປົກ​ປ້ອງ​ເດັກ​ໃນ​ບໍລິ​ເວນ​ໂຮງຮຽນ, ​ເຊັ່ນ: ການ​ສື່ສານ​ທີ່​ມີ​ຄວາມ​ເຄົາລົບ​ກັບ​ເດັກນ້ອຍ, ການ​ນຳ​ໃຊ້​ສື່​ເອ​ເລັກ​ໂຕຣນິກຢ່າງ​ມີ​ຄວາມ​ຮັບຜິດຊອບ ແລະ ປອດໄພ, ​ແລະ ການ​ຄຸ້ມ​ຄອງ​ພຶດຕິ​ກຳ​ໃນ​ທາງ​ບວກ. ຜູ້ເຂົ້າຮ່ວມຍັງໄດ້ຄົ້ນຄວ້າບັນດາພຶດຕິກຳທີ່ເໝາະສົມ ແລະ ບໍ່ເໝາະສົມກ່ຽວກັບການປົກປ້ອງເດັກ, ລວມທັງບັນຫາທີ່ກ່ຽວຂ້ອງກັບການຂູດຮີດທາງເພດ, ການລ່ວງລະເມີດ ແລະ ອານາຈານ, ລວມທັງ ການຖ່າຍພາບ ແລະ ການຖ່າຍຮູບເດັກນ້ອຍ, ແລະ ການນໍາໃຊ້ທາດເຫຼົ້າ ແລະ ສິ່ງເສບຕິດ. ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການຮ່ວມມືເປັນຢ່າງດີ ແລະ ໄດ້ຮັບຜົນສໍາເລັດໂດຍການມີສ່ວນຮ່ວມຂອງທຸກພາກສ່ວນ.

ນັກຮຽນໄດ້ຮຽນຮູ້ເທັກໂນໂລຍີການພິມ 3 ມິຕິຫັນປ່ຽນປຼາດສະຕິກທີ່ນຳມາໃຊ້ໃໝ່ເປັນວັດຖຸທີ່ເປັນປະໂຫຍດ, ສະແດງໃຫ້ເຫັນເຖິງນະວັດຕະກໍາ ແລະ ຄວາມຍືນຍົງໃນການປະຕິບັດ

ນັກຮຽນທົດລອງວິທະຍາສາດດ້ວຍການປະຕິບັດຕົວຈິງ ໃນລະຫວ່າງການຢ້ຽມຢາມຄະນະວິສະວະກໍາສາດ, ເຊິ່ງກໍ່ໃຫ້ເກີດແຮງບັນດານໃຈໃນການຮຽນສາຍ STEM

ໃນຕອນບ່າຍ, ນັກຮຽນໄດ້ໄປຢ້ຽມຢາມຄະນະວິສະວະກໍາສາດ, ເຊິ່ງນັກຮຽນຈະໄດ້ຮັບແຮງບັນດານໃຈໃນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ, ຄະນິດສາດ (STEM) ສໍາລັບເດັກຍິງ ແລະ ເດັກຊາຍ. ນີ້ເປັນສິ່ງສໍາຄັນໂດຍສະເພາະສໍາລັບເດັກຍິງ, ແມ່ຍິງໃນຂະແໜງການ STEM ຖືວ່າຍັງມີອັດຕໍ່າກວ່າຊາຍຢູ່ໃນທົ່ວໂລກ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສຸພາພາບ ຄູນວີໄຊ ໄດ້ຮຽກຮ້ອງໃຫ້ ຄູສອນທຸກຄົນຈົ່ງໃຫ້ບຸລິມະສິດການປົກປ້ອງເດັກ ແລະ ໂຄສະນາເຜີຍແຜ່ຢ່າງຈິງຈັງ ເພື່ອຄວາມປອດໄພຂອງນັກຮຽນ “ການປົກປ້ອງເດັກແມ່ນຄວາມຮັບຜິດຊອບຂອງທຸກຄົນ. ພວກເຮົາຫວັງວ່າບັນດາຄຳແນະນຳດ້ານການປົກປ້ອງນີ້ ຈະສືບຕໍ່ຖືກນຳໃຊ້ຢ່າງກວ້າງຂວາງໂດຍຄູສອນ ແລະ ທຸກຄົນທີ່ເຮັດວຽກກັບເດັກເພື່ອສ້າງສະພາບແວດລ້ອມໃນໂຮງຮຽນທີ່ປອດໄພ ແລະ ມີສ່ວນຮ່ວມ. ລະບົບການສຶກສາ.”

ເດັກນ້ອຍໄດ້ສຳພັດປະສົບການໜ້າຕື່ນເຕັ້ນ ໂລກສະເໝືອນຈິງ, ມີຄວາມມ່ວນຊື່ນກັບ ເຕັກໂນໂລຊີທີ່ທັນສະໄໝ