ທ່ານ ຮສ.ປອ ອານຸລົມ ວິໄລພອນ ພ້ອມດ້ວຍທີມງານຖ່າຍທຳ ແລະ ອຳນາດການປົກຄອງທ້ອງຖີ່ນທີ່ເຂົ້າຮ່ວມ
ເຊີນທ່ານຮັບຊົມຕອນໃໝ່ຂອງສາລະຄະດີຄູຕົວແບບ, ວິດີໂອທີ່ໄດ້ຮັບການຜະລິດຢ່າງພູມໃຈຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສວສ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ
ຫຼາຍກວ່າໜຶ່ງສ່ວນສາມຂອງຄູໃນ ສປປ ລາວ ສອນຫ້ອງຄວບ ທີ່ມີນັກຮຽນສອງຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງຮຽນດຽວ ຊຶ່ງອາດເປັນສິ່ງທ້າທາຍ ແລະ ຮຽກຮ້ອງໃຫ້ຄູປັບບົດຮຽນຂອງເຂົາເຈົ້າ ພ້ອມທັງຕ້ອງແບ່ງຄວາມເອົາໃຈໃສຕໍ່ທຸກຂັ້ນຮຽນໃນຫ້ອງຮຽນໃຫ້ທົ່ວເຖິງ. ໃນຂະນະທີ່ຕ້ອງຮັບປະກັນໃຫ້ນັກຮຽນທຸກຄົນມີສ່ວນຮ່ວມໃນຂະບວນການຮຽນຮູ້ ແລະ ສາມາດບັນລຸຜົນການຮຽນຕາມເປົ້າໝາຍ, ຫ້ອງຄວບ ຍັງສາມາດເປັນສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມຮູ້ ແລະ ສົ່ງເສີມການຮຽນຮູ້ ເນື່ອງຈາກມີນັກຮຽນທີ່ມີອາຍຸ ແລະ ຂັ້ນຮຽນຕ່າງກັນ ທີ່ຈະສາມາດແບ່ງປັນປະສົບການການຮຽນຮູ້ ໂດຍອີງໃສ່ຄວາມຮູ້ ແລະ ປະສົບການຂອງເດັກແຕ່ລະຄົນ.
ສຳລັບຕອນໃໝ່ຂອງສາລະຄະດີຄູຕົວແບບນີ້, ທີມງານໂທລະພາບ, ວິທະຍຸ ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ), ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ເດີນທາງໄປບ້ານແຫ່ງໜຶ່ງທີ່ຢູ່ເຂດຫ່າງໄກໃນເມືອງສິງແຂວງຫຼວງນ້ຳທາ ເພື່ອພົບຄູສອນຫ້ອງຄວບ ຜູ້ທີ່ອຸທິດຕົນເພື່ອການສອນ ແລະ ມີຄວາມຮູ້ຄວາມສາມາດ ນັ້ນກໍຄື ທ່ານ ນາງ ສີວອນ ເຊຍຊົວລີ. ຄູ ສີວອນ ສອນຫ້ອງຮຽນຫຼາຍຂັ້ນຮຽນ ແລະ ມີນັກຮຽນເວົ້າຫຼາຍພາສາເຜົ່າ. ໃນສາລະຄະດີຕອນນີ້, ຄູໄດ້ອະທິບາຍເຖິງຄວາມກະຕືລືລົ້ນໃນການສອນ ແລະ ຍຸດທະສາດຂອງລາວເພື່ອຮັບປະກັນໃຫ້ນັກຮຽນສາມາດມີສ່ວນຮ່ວມໄດ້ຢ່າງເຕັມສ່ວນໃນທຸກກິດຈະກຳການຮຽນ.
ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສວສ ໄດ້ຮ່ວມຕິດຕາມການຖ່າຍທຳ, ທ່ານ ໄດ້ກ່າວວ່າ: “ຂ້າພະເຈົ້າປະທັບໃຈຫຼາຍ ເມື່ອເຫັນການສອນຂອງຄູ ສີວອນ ເຊຍຊົວລີ. ເລື່່ອງລາວຂອງລາວໄດ້ເປັນແຮງບັນດານໃຈ ແລະ ສະແດງໃຫ້ເຫັນເຖິງວິທີທີ່ຄູມີຄວາມຕັ້ງໃຈ ເພື່ອສາມາດສ້າງຄວາມແຕກຕ່າງໃນການຮຽນຮູ້ຂອງນັກຮຽນຜູ້ໜຸ່ມນ້ອຍໄດ້ຢ່າງແທ້ຈິງ. ການສອນຫ້ອງຄວບ ແມ່ນມີຕົວຈິງໃນຫຼາຍໆໂຮງຮຽນໃນລາວ. ສິ່ງສຳຄັນຫຼາຍທີ່ສຸດ ຄູສອນຄວນຮູ້ວິທີການກະກຽມ ແລະ ຈັດການຮຽນການສອນທີ່ມີຫຼາຍກວ່າໜຶ່ງຂັ້ນຮຽນ ເພື່ອໃຫ້ນັກຮຽນມີສ່ວນຮ່ວມ ແລະ ຮຽນຢູ່ສະເໝີ”.
ຄູ ສີວອນ ເປັນຄູສອນມາໄດ້ສິບແປດປີ ແລະ ເປັນຄູສອນຫ້ອງຄວບມາໄດ້ເຄິ່ງໜຶ່ງຂອງປີການສອນຂອງລາວ. ໃນສາລະຄະດີຕອນນີ້ ລາວໄດ້ບອກເລົ່າປະສົບການ ແລະ ໃຫ້ຄໍາແນະນໍາສໍາລັບການສອນຫ້ອງຄວບ. ຄໍາແນະນໍາທໍາອິດແມ່ນການວາງແຜນການສອນ, ລາວໄດ້ກະກຽມແຕ່ລະບົດຮຽນຢ່າງລະອຽດສໍາລັບທັງສອງຂັ້ນຮຽນ ແລະ ບັນທຶກລົງໃນແຜນການສອນຂອງລາວວ່າ ລາວຈະດັດປັບກິດຈະກໍາຂອງຫ້ອງຮຽນສໍາລັບແຕ່ລະຂັ້ນຮຽນຄືແນວໃດ. ລາວໄດ້ອະທິບາຍວ່າ ສິ່ງດັ່ງກ່າວຄືຈຸດສຳຄັນທີ່ເຮັດໃຫ້ນັກຮຽນເຮັດກິດຈະກຳຢູ່ຕະຫຼອດເວລາ. ລາວກ່າວຕື່ມອີກວ່າ: “ຂ້າພະເຈົ້າໄດ້ກະກຽມກິດຈະກໍາເລີ່ມຕົ້ນ ແລະ ກິດຈະກຳລໍຖ້າສະເພາະ ເພື່ອບໍ່ໃຫ້ນັກຮຽນຈາກຂັ້ນຮຽນໜຶ່ງລໍຖ້າ ແລະ ເບື່ອໜ່າຍ ຫຼື ລົບກວນໃນຂະນະທີ່ຂ້າພະເຈົ້າກຳລັງສອນອີກຂັ້ນຮຽນໜຶ່ງ. ເພື່ອບັນລຸຈຸດປະສົງດັ່ງກ່າວ, ຂ້າພະເຈົ້າໄດ້ອ່ານປຶ້ມຄູ່ມືຄູຢ່າງລະອຽດສໍາລັບທັງສອງຂັ້ນຮຽນ ແລະ ດັດແປງກິດຈະກໍາໃຫ້ເໝາະສົມກັບກຸ່ມຫ້ອງຮຽນຂອງຂ້າພະເຈົ້າ”.
ຄູ ສີວອນ ເຊຍຊົວລີ ກໍາລັງໃຫ້ສໍາພາດຕໍ່ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ
ຄູ ສີວອນ ອະທິບາຍ ບົດຮຽນວິທະຍາສາດໃຫ້ນັກຮຽນຫ້ອງ ປ.2
ຄູ ສີວອນ ຍັງໃຫ້ຄຳແນະນຳກ່ຽວກັບການຄຸ້ມຄອງຫ້ອງຮຽນ, ການປະຕິບັດ ເຊັ່ນ: ການຕົກລົງກັບນັກຮຽນເພື່ອກຳນົດກົດລະບຽບຂອງຫ້ອງຮຽນໃນຕົ້ນສົກຮຽນ, ການຈັບຄູ່ນັກຮຽນທີ່ຮຽນອ່ອນກັບນັກຮຽນທີ່ຮຽນເກັ່ງ, ການຈັດໂຕະນັກຮຽນໃຫ້ເໝາະສົມກັບການເຮັດວຽກເປັນກຸ່ມ ຫຼື ກິດຈະກໍາການເຮັດວຽກເປັນຄູ່ ແລະ ການສ້າງສື່ການຮຽນການສອນສະເພາະຂອງແຕ່ລະຂັ້ນຮຽນ ແມ່ນວິທີການທີ່ລາວໄດ້ແນະນໍາໃນເວລາສອນຫ້ອງຄວບ.
ທ່ານ ຮສ.ປອ ອານຸລົມ ວິໄລພອນ ໃຫ້ຄວາມເຫັນວ່າ: “ຢູ່ບັນດາບ້ານຫ່າງໄກ, ຄູສາມາດສ້າງສື່ການຮຽນການສອນທີ່ຫຼາກຫຼາຍ ດ້ວຍຊັບພະຍາກອນທີ່ຫາໄດ້ໃນທ້ອງຖິ່ນ ມັນຊ່ວຍໃຫ້ນັກຮຽນສາມາດຄິດກ່ຽວກັບບົດຮຽນໄດ້ດີຂຶ້ນ ແລະ ມີສ່ວນຮ່ວມຫຼາຍຂຶ້ນ. ໃນບົດຮຽນວິຊາວິທະຍາສາດ, ຄູ ສີວອນ ໄດ້ໃຊ້ຜັກ ແລະ ພືດຕາມທ້ອງຖິ່ນ ແລະ ໄມ້ຂະໜາດທີ່ຫາໄດ້ງ່າຍທີ່ຄອບຄົວຂອງລາວໄດ້ຊ່ວຍເຮັດ ເພື່ອປະກອບການສອນ. ວິທີການເຮັດແມ່ນບໍ່ຊັບຊ້ອນ ແລະ ງ່າຍທີ່ຈະເຮັດ. ຂ້າພະເຈົ້າຫວັງວ່າຄູທ່ານອື່ນໆຈະສະແດງຄວາມຄິດສ້າງສັນເຊັ່ນດຽວກັນ ເພື່ອໝາກຜົນການຮຽນຮູ້ຂອງນັກຮຽນ”.
ຄູ ສີວອນ ເປັນຄົນຊົນເຜົ່າມົ້ງ ແລະ ນັກຮຽນຂອງລາວແມ່ນປະກອບມີ ຊົນເຜົ່າອາຄາ ແລະ ໄທເໜືອ. ສະພາບແວດລ້ອມໃນຫ້ອງຮຽນມີນັກຮຽນທີ່ເວົ້າຫຼາຍພາສາເຜົ່າ ຊຶ່ງອາດເປັນສິ່ງທ້າທາຍ. ຄູ ສີວອນ ໄດ້ອະທິບາຍວ່າ: “ຢູ່ເຮືອນ, ນັກຮຽນຂອງຂ້າພະເຈົ້າ ເວົ້າພາສາຊົນເຜົ່າ, ບາງຄັ້ງນັກຮຽນບໍ່ເຂົ້າໃຈບົດຮຽນ ເພາະວ່າການສອນທັງໝົດເປັນພາສາກາງ (ລາວລຸ່ມ). ເນື່ອງຈາກວ່າຂ້າພະເຈົ້າເອງ ກໍ່ບໍ່ສາມາດເວົ້າພາສາຊົນເຜົ່າຂອງນັກຮຽນໄດ້, ຂ້າພະເຈົ້າໃຊ້ພາສາກາຍ ແລະ ຮູບພາບ ເພື່ອຊ່ວຍອະທິບາຍບົດຮຽນ. ບາງຄັ້ງຂ້າພະເຈົ້າຂໍໃຫ້ນັກຮຽນຊົນເຜົ່າຊ່ວຍແປບາງຄຳສັບຂອງບົດຮຽນທີ່ນັກຮຽນບໍ່ເຂົ້າໃຈ”.
ນັກຮຽນ ປ.3 ກຳລັງມ່ວນຊື່ນກັບວິຊາວິທະຍາສາດ ໂດຍນໍາໃຊ້ໄມ້ຂະໜາດຕ່າງໆ ທີ່ຄອບຄົວຄູ ສີວອນ ຊ່ວຍສ້າງໃຫ້
ຫ້ອງຄວບ ແລະ ຫ້ອງທີ່ນັກຮຽນເວົ້າຫຼາຍພາສາເຜົ່າ
ຄູ ສີວອນ ມີຄວາມມ່ວນຊື່ນກັບການສອນຫ້ອງຄວບ ເຖິງວ່າຈະທ້າທາຍໃນການສອນກໍ່ຕາມ. ລາວໄດ້ບອກວ່າ: “ຂ້າພະເຈົ້າມັກການສອນຫ້ອງຄວບ. ຫ້ອງຮຽນແມ່ນປະຕິບັດກິດຈະກຳຢູ່ຕະຫຼອດເວລາ, ມີກິດຈະກໍາຫຼາຍຢ່າງ ແລະ ອາດມ່ວນກວ່າ ຫ້ອງຮຽນຂັ້ນຮຽນດຽວ. ແມ່ນແທ້ວ່າ ການສອນແບບຫ້ອງຄວບແມ່ນບໍ່ງ່າຍ, ແຕ່ຄູທຸກຄົນຄວນມີຄວາມອົດທົນ, ພະຍາຍາມຮຽນຮູ້ ແລະ ປັບປຸງການສິດສອນຂອງຕົນ ເພື່ອໃຫ້ນັກຮຽນມີຄວາມມ່ວນໃນການຮຽນ. ເມື່ອຂ້າພະເຈົ້າພົບຄວາມຫຍຸ້ງຍາກໃນການສອນ, ຂ້າພະເຈົ້າຈະເປີດເບິ່ງປຶ້ມຄູ່ມືຄູ, ເບິ່ງວິດີໂອສຳລັບການພັດທະນາຄູ ຫຼື ສອບຖາມຄູສອນທ່ານອື່ນໃນໂຮງຮຽນ ຫຼື ຜູ້ເຮັດວຽກສຶກສານິເທດ”. ຄູ ສີວອນ ມີຄວາມຕັ້ງໃຈທີ່ສຸດຕໍ່ໜ້າທີ່ຂອງຕົນ ແລະ ນັກຮຽນຂອງລາວ. ລາວໄດ້ກ່າວຕື່ມວ່າ:”ຖ້າຂ້າພະເຈົ້າສອນບໍ່ໄດ້ດີ, ນັກຮຽນຂອງຂ້າພະເຈົ້າຈະຮູ້ສຶກເບື່ອ ຫຼື ຈະບໍ່ເຮັດກິດຈະກຳຢູ່ໃນຫ້ອງຮຽນ, ນີ້ໝາຍຄວາມວ່າ ຂ້າພະເຈົ້າຕ້ອງໄດ້ຊອກຫາວິທີທີ່ຈະປັບປຸງການສອນຂອງຕົນ”.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວສະຫຼຸບວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາສາທິການ ແລະ ກິລາ ໃນການສ້າງສາລະຄະດີ ຄູຕົວແບບ ເພື່ອບອກເລົ່າເລື່ອງລາວຂອງຄູທີ່ມີຄວາມກະຕືລືລົ້ນ ແລະ ອຸທິດຕົນເພື່ອວຽກງານ. ຈຸດປະສົງຂອງວິດີໂອເຫຼົ່ານີ້ ແມ່ນເພື່ອສົ່ງເສີມ ແລະ ບອກຕໍ່ການປະຕິບັດທີ່ດີທີ່ສຸດ ແລະ ເນັ້ນໃຫ້ເຫັນວິທີການສ້າງສັນແບບໃໝ່ ເພື່ອແກ້ໄຂສິ່ງທ້າທາຍໃນການຮຽນການສອນ. ຂ້າພະເຈົ້າຫວັງວ່າແຕ່ລະຕອນຂອງສາລະຄະດີຈະເປັນແຮງບັນດານໃຈໃຫ້ຄູທົດລອງການປະຕິບັດທີ່ດີດ້ວຍຕົນເອງ. “ມັນຈະສ້າງຄວາມແຕກຕ່າງອັນຍິງໃຫຍ່ແກ່ນັກຮຽນຂອງເຂົາເຈົ້າທີ່ເປັນອະນາຄົດຂອງຊາດ”.
ເລື່ອງລາວຂອງຄູ ສີວອນ ສາມາດຕິດຕາມໄດ້ທາງຊ່ອງໂທລະພາບການສຶກສາ ແລະ ກິລາ, ທາງໂທລະພາບລາວສະຕາຣ໌ ຊ່ອງ 8, ຄັງປັນຍາລາວ ແລະ ທາງຊ່ອງຢູທູບ ວິດີໂອສຳລັບການພັດທະນາຄູ Teachers Development Videos. ສາລະຄະດີຄູຕົວແບບ ແມ່ນນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ໂດຍຜ່ານແຜນງານບີຄວາ. ແຜນງານໄດ້ສຸມໃສ່ການເສີມຂະຫຍາຍຜົນການຮຽນຂອງໄວໜຸ່ມໃນປະເທດລາວ ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.
ທີມງານຜະລິດວິດີໂອຈາກກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ ແລະ ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ
ກົດຮັບຊົມໄດ້ທີ່ລີ້ງນີ້: https://youtu.be/pfgIeUOzjzA?si=jiZsS4znHV5z2JyE