ໃນເດືອນກັນຍາ 2019 ທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາຂອງ ສປປ ລາວ, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການທົດລອງຝຶກເວົ້າພາສາລາວສຳລັບນັກຮຽນ ຂັ້ນ ປ.1 ຜູ້ທີ່ເລີ່ມເຂົ້າຮຽນໃໝ່ ແຕ່ບໍ່ຮູ້ພາສາລາວ ຫຼື ເຂົ້າໃຈພາສາລາວພຽງເລັກໜ້ອຍ
ນັກຮຽນຈະໄດ້ຮຽນຝຶກເວົ້າພາສາລາວເພີ່ມໜຶ່ງຊົ່ວໂມງຕໍ່ມື້ເພື່ອສົ່ງເສີມ ແລະ ນຳໃຊ້ເນື້ອໃນບົດຮຽນຈາກວິຊາພາສາລາວພາກປົກກະຕິ ຊຶ່ງຮຽນ 2 ຊົ່ວໂມງຕໍ່ມື້. ໂຮງຮຽນປະຖົມເປົ້າໝາຍ 40 ແຫ່ງແມ່ນຢູ່ແຂວງຜົ້ງສາລີ, ບໍລິຄຳໄຊ, ຄຳມ່ວນ ແລະ ສາລະວັນ, ໃນຂະນະທີ່ໂຮງຮຽນອີກ 40 ແຫ່ງ ເຊິ່ງມີເງື່ອນໄຂ ແລະ ສະພາບທີ່ຄ້າຍຄືກັນ ແມ່ນເປັນໂຮງຮຽນສົມທຽບ.
ໃນລະຫວ່າງວັນທີ 27 ຕຸລາ ຫາ 16 ພະຈິກ 2019, ທີມງານປະເມີນຈຳນວນ 16 ທ່ານ ຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ເດີນທາງໄປບັນດາເມືອງເປົ້າໝາຍເພື່ອດໍາເນີນການປະເມີນ ຫຼື ເອີ້ນວ່າ “ການປະເມີນພາສາລາວສຳລັບນັກຮຽນຊັ້ນປະຖົມສຶກສາຕອນຕົ້ນ ” (EGLA) ແກ່ນັກຮຽນຂັ້ນ ປ.1 ຢູ່ຕາມບັນດາໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົມທຽບໃນ 4 ແຂວງເປົ້າໝາຍ. ການປະເມີນເບື້ອງຕົ້ນນີ້ແມ່ນເພື່ອໃຫ້ເຂົ້າໃຈເຖິງລະດັບຄວາມຮູ້ຄວາມສາມາດກ່ຽວກັບການນໍາໃຊ້ພາສາລາວຂອງເດັກນ້ອຍໃນໄລຍະເລີ່ມຕົ້ນທົດລອງໂຄງການຝຶກເວົ້າພາສາລາວ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການນີ້ຕໍ່ໄປ ຖ້າຫາກວ່າໂຄງການຝຶກເວົ້າພາສາລາວນີ້ມີປະສິດຕິພາບ. ຜູ້ປະເມີນສ່ວນຫຼາຍແມ່ນມາຈາກທີມຂຽນຫຼັກສູດວິຊາພາສາລາວຊື່ງມີ ຜູ້ອຳນວຍການໂຮງຮຽນທົ່ງກາງ ແລະ ຄູສອນຈາກວິທະຍາໄລຄູດົງຄຳຊ້າງ ແລະ ທີມງານຂຽນຫຼັກສູດທີ່ມາຈາກ ວິຊາຄຸນສົມບັດສຶກສາ, ສັງຄົມສຶກສາ ແລະ ສູນພາສາຕ່າງປະເທດ ທີ່ສັງກັດຢູ່ໃນ ສວສ. ນອກຈາກນີ້, ທີມງານຜູ້ປະເມີນຍັງໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ທີມງານຕິດຕາມ ແລະ ປະເມີນຜົນຂອງແຜນງານບີຄວາ ໃນການວາງແຜນລົງຢ້ຽມຢາມໂຮງຮຽນ.
ທ່ານ ນາງ ພອນສິຣິ ອຸໄທວັນ, ຫົວໜ້າທີມຂຽນຫຼັກສູດວິຊາພາສາລາວຈາກ ສວສ, ຜູ້ທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການພັດທະນາໂຄງການຝຶກເວົ້າພາສາລາວ ແລະ ຍັງເປັນຫົວໜ້າທີມຜູ້ປະເມີນຢູ່ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ. ທ່ານໄດ້ກ່າວວ່າ “ຄວາມທ້າທາຍທີ່ສຸດຄືອຸປະສັກທາງດ້ານພາສາໃນການສື່ສານກັບນັກຮຽນ. ມັນຫຍຸ້ງຍາກຫຼາຍສຳລັບທີມງານຜູ້ປະເມີນໃນການສື່ສານ ແລະ ອະທິບາຍຄໍາແນະນໍາຢູ່ໃນແບບທົດສອບໃຫ້ເດັກນ້ອຍຟັງ. ລະດັບຄວາມເຂົ້າໃຈພາສາລາວຂອງເຂົາເຈົ້າຢູ່ໃນເຂດຊຸມຊົນຫ່າງໄກສອກຫຼີກນີ້ ແມ່ນຍັງຕ່ຳຫຼາຍ, ນັກຮຽນເຫຼົ່ານັ້ນ ຫາກໍ່ເລີ່ມເຂົ້າໂຮງຮຽນ ແລະ ເຂົ້າໃຈພຽງແຕ່ພາສາຊົນເຜົ່າຂອງຕົນເອງ. ສະນັ້ນແລ້ວ, ໂຄງການຝຶກເວົ້າພາສາລາວຈຶ່ງມີຄວາມສຳຄັນ. ຖ້າຫາກເດັກນ້ອຍເຫຼົ່ານັ້ນບໍ່ສາມາດສື່ສານເປັນພາສາລາວໄດ້ແລ້ວພວກເຂົາຈະປະຕິບັດຕາມຄູສອນໄດ້ແນວໃດ? ພວກເຂົາຈະຮຽນໄດ້ແນວໃດ? ເຂົາເຈົ້າຈະມີບັນຫາໃນການຮຽນ ລວມເຖິງການຮຽນວິຊາຄະນິດສາດ ຖ້າເຂົາເຈົ້າບໍ່ເຂົ້າໃຈການອະທິບາຍຂອງຄູ”. ນັກຮຽນ ຂັ້ນ ປ.5 ໄດ້ຊ່ວຍທີມງານຜູ້ປະເມີນໂດຍການຊ່ວຍແປຄຳຖາມ ແລະ ຄໍາແນະນໍາຢູ່ໃນແບບທົດສອບເປັນພາສາຊົນເຜົ່າໃຫ້ນັກຮຽນຂັ້ນ ປ.1 ຟັງ. ການຊ່ວຍເຫຼືອຈາກນັກຮຽນຂັ້ນ ປ.5 ຊ່ວຍຫຼຸດຄວາມກົດດັນສຳລັບເດັກນ້ອຍໃນລະຫວ່າງການປະເມີນ ແລະ ເພື່ອຮັບປະກັນວ່າເຂົາເຈົ້າສາມາດເຮັດແບບທົດສອບໄດ້ຢ່າງເຕັມສ່ວນ.
ທີມງານຜູ້ປະເມີນຍັງພົບເຫັນເຖິງຄວາມທ້າທາຍດ້ວຍຕົນເອງກ່ຽວກັບການສອນຢູ່ໂຮງຮຽນໃນເຂດຫ່າງໄກສອກຫຼີກ ຊຶ່ງສ່ວນຫຼາຍແມ່ນເດີນທາງດ້ວຍລົດຈັກໃນສະພາບຫົນທາງທີ່ມີຂີ້ຕົມ ແລະ ຂີ່ເຮືອ/ບັກ ຂ້າມນ້ຳ ແລະ ການເດີນທາງທີ່ຕ້ອງໄດ້ອີງໃສ່ສະພາບດິນຟ້າອາກາດ. ໂຮງຮຽນບາງແຫ່ງທີ່ຢູ່ຫ່າງໄກແມ່ນບໍ່ສາມາດເດີນທາງໄປ ແລະ ກັບ ພາຍໃນໜຶ່ງມື້, ນາຍບ້ານຈຶ່ງໄດ້ແນະນໍາໃຫ້ທີມງານນອນຄ້າງຄືນ.
ການປະເມີນ EGLA ແມ່ນໄດ້ນໍາໃຊ້ເເທັບເບລັດເພື່ອບັນທຶກຂໍ້ມູນ ຊຶ່ງເປັນການນໍາໃຊ້ເທັກໂນໂລຢີແບບໃໝ່ສຳລັບ ສວສ ໃນການເກັບກຳຂໍ້ມູນຢ່າງມີປະສິດທິພາບ ແລະ ຫຼຸດຈຳນວນເອກະສານ ແລະ ອຸປະກອນການຂຽນທີ່ທີມງານຈະຕ້ອງໄດ້ເອົາເດີນທາງໄປນຳ.
ຜົນການປະເມີນ EGLA ຂອງນັກຮຽນທັງໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົມທຽບ ແມ່ນຈະໄດ້ນໍາໄປປຽບທຽບຜົນການປະເມີນ EGLA ຄັ້ງທີສອງ ໃນເດືອນເມສາ 2020. ຜົນການປະເມີນຈະເປັນຫຼັກຖານທີ່ສໍາຄັນທີ່ຈະຊີ້ໃຫ້ເຫັນວ່າ ການທີ່ມີການສອນເວົ້າພາສາລາວເພີ່ມຢູ່ໃນບັນດາໂຮງຮຽນເປົ້າໝາຍ ມັນໄດ້ເຮັດໃຫ້ນັກຮຽນຮຽນພາສາລາວໄດ້ດີຂຶ້ນຫຼືບໍ່. ຖ້າຜົນຂອງການທົດລອງອອກມາໃນທາງທີ່ເປັນບວກ, ທາງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈະສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດຫຼັກການນີ້ຢູ່ຫຼາຍພື້ນທີ່ເພີ່ມຂຶ້ນ ເພື່ອສືບຕໍ່ປັບປຸງຜົນການຮຽນພາສາລາວ ໂດຍຜ່ານການຮຽນການສອນປຶ້ມແບບຮຽນ ແລະ ຄູ່ມືຄູທີ່ມີຄຸນນະພາບ ແລະ ການຮຽນໃນຮູບແບບໃໝ່.