Participants discuss the respiratory system of animals in an easily understandable manner
ຫຼັກສູດວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມສະບັບປັບປຸງໃໝ່ໄດ້ເໜັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດຕົວຈິງຜ່ານການທົດລອງ ທີ່ຈະຊ່ວຍໃຫ້ນັກຮຽນສາມາດໝູນໃຊ້ວິທະຍາສາດເຂົ້າໃນຊີວິດປະຈໍາວັນ ແລະ ໃນແວດລ້ອມຊຸມຊົນຂອງເຂົາເຈົ້າ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານບີຄວາ,ໄດ້ຈັດຕັ້ງກອງປະຊຸມສຳມະນາເປັນເວລາ 2 ອາທິດໃນຕົ້ນເດືອນສິງຫານີ້ ໃຫ້ແກ່ນັກຂຽນຫຼັກສູດວິທະຍາສາດ ແລະ ສິ່ງແວດລ້ອມຊັ້ນ ປ.5. ຜູ້ຊ່ຽວຊານດ້ານວິຊາການຫຼັກສູດວິທະຍາສາດຈາກປະເທດອົດສະຕຣາລີໄດ້ໃຫ້ການຊ່ວຍເຫຼືອເພື່ອສ້າງຂີດຄວາມສາມາດແກ່ນັກຂຽນຫຼັກສູດ.
ກອງປະຊຸມດັ່ງກ່າວແມ່ນນໍາໂດຍ ທ່ານ ນາງ ເພັດສະໝອນ ສີບຸນເຮືອງ, ຮອງຫົວໜ້າສູນພັດທະນາຫຼັກສູດ ຂອງ ສສກ, ແລະ ມີບັນດາຜູ້ຕາງໜ້າຈາກຂະແໜງວິທະຍາສາດ, ພາຍໃຕ້ການຊີ້ນຳຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ).
ໃນອາທິດທຳອິດຂອງກອງປະຊຸມ, ນັກຂຽນຫຼັກສູດໄດ້ທວນຄືນ ພ້ອມທັງປຶກສາຫາລືກ່ຽວກັບຫົວຂໍ້ ແລະ ແນວຄວາມຄິດຫຼັກໆ ທີ່ຈະສ້າງໃນປຶ້ມແບບຮຽນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນ ປ.5 ແລະ ຄູ່ມືຄູສະບັບໃໝ່. ນັກສຳມະນາກອນໄດ້ສຳຫຼວດ ແລະ ຮ່ວມກັນວາງແຜນການທົດລອງທີ່ເໝາະສົມສຳລັບນັກຮຽນໃນຊັ້ນປະຖົມໃນ ສປປ ລາວ ແລະ ການນຳໃຊ້ອຸປະກອນພື້ນຖານທີ່ມີຢູ່ທຸກບ່ອນ. ທີ່ຈິງແລ້ວ, ການສອນແບບໃໝ່ໂດຍຖືເອົານັກຮຽນເປັນສູນກາງແມ່ນເພື່ອເໜັ້ນໜັກໃສ່ການໄດ້ມີປະສົບການ ແລະ ປະຕິບັດວິທະຍາສາດຫຼາຍກ່ວາການຮຽນຮູ້ເນື້ອໃນບົດຮຽນ ທັງນີ້ເພື່ອຜົນປະໂຫຍດຂອງນັກຮຽນເອງ. ນັກຮຽນຈະໄດ້ຮຽນຮູ້ໂດຍການສຳຫຼວດສະພາບແວດລ້ອມທ້ອງຖິ່ນຂອງພວກເຂົາ, ປະກົດການທຳມະຊາດ ແລະ ສິ່ງທີ່ສ້າງຂຶ້ນໂດຍມະນຸດ ທີ່ສົ່ງຜົນກະທົບຕໍ່ຊີວິດຂອງພວກເຂົາ ແລະ ແນວຄວາມຄິດວິທະຍາສາດທີ່ຕິດພັນກັບສິ່ງເຫຼົ່ານັ້ນ.
“ວິທະຍາສາດ ແລະ ສິ່ງແວດລ້ອມ ເປັນວິຊາທີ່ມີປະໂຫຍດ; ມັນປະກອບມີບົດຮຽນທີ່ສໍາຄັນຈໍານວນຫຼາຍທີ່ສາມາດນໍາໃຊ້ໂດຍນັກຮຽນໃນຊີວິດປະຈໍາວັນຂອງພວກເຂົາ. ຕົວຢ່າງ, ບົດຮຽນທີ່ນັກຮຽນສາມາດນໍາມາປະຕິບັດຢູ່ເຮືອນໄດ້ງ່າຍໆແມ່ນການຂະຫຍາຍພັນພືດ; ພວກເຂົາຈະໄດ້ຮຽນຮູ້ວິທີການປູກຜັກໂດຍບໍ່ໃຊ້ແກ່ນ. ໃນກອງປະຊຸມ, ພວກເຮົາໄດ້ຮຽນຮູ້ຈາກຜູ້ຊ່ຽວຊານວິທະຍາສາດຫຼາຍເຕັກນິກໃຫມ່ທີ່ຫນ້າສົນໃຈ. ຕົວຢ່າງ, ພວກເຮົາໄດ້ທົດລອງເອົາຫົວກະລົດດ້ານເທິງໃສ່ໃນຖາດນ້ໍາ ແລ້ວປະໄວ້ 3 ມື້, ຫຼັງຈາກນັ້ນສັງເກດເຫັນການງອກໃຫມ່ຈໍານວນຫຼາຍ. ຫົວທີ່ປະກົດຂຶ້ນ ແຕ່ລະຫົວມັນຈະກາຍເປັນຫົວກະລົດໃໝ່. ນີ້ແມ່ນວິທີການແຜ່ຂະຫຍາຍພັນພືດທີ່ງ່າຍ ທີ່ນັກຮຽນສາມາດທົດລອງຢູ່ເຮືອນໄດ້.” ຄຳເຫັນຂອງ ທ່ານ ອາຈານ ບານໃຈ ມາລາວົງ, ຮັກສາການຫົວໜ້າຮອງຂະແໜງວິທະຍາສາດ.
“ພວກເຮົາໄດ້ຮຽນຮູ້ວ່າ ມັນສໍາຄັນທີ່ຈະຊອກຫາວິທີເພື່ອຈະອະທິບາຍເນື້ອໃນບົດຮຽນທີ່ຍາກ ເຊັ່ນ: ຫົວຂໍ້ພະລັງງານ ໃນທາງທີ່ງ່າຍ, ເພື່ອໃຫ້ນັກຮຽນສາມາດເຂົ້າໃຈແນວຄວາມຄິດໄດ້ງ່າຍຂຶ້ນ”, ກ່າວໂດຍ ອາຈານ ຄຳດີ ສິດທິສັກ, ພະນັກງານຂະແໜງວິທະຍາສາດ. ທ່ານ ອາຈານ ທາ ສອນເພັດ, ຮັກສາການຮອງຫົວໜ້າຂະແໜງວິທະຍາສາດກ່າວຕື່ມວ່າ: “ພວກເຮົາຍັງໄດ້ຮຽນຮູ້ວິທີສ້າງການມີສ່ວນຮ່ວມຂອງນັກຮຽນໃນຫົວຂໍ້ຕ່າງໆ ແລະ ເຮັດໃຫ້ພວກເຂົາເອົາໃຈໃສ່ຕິດຕາມຕະຫຼອດໄລຍະຂອງບົດຮຽນ”.
Representatives from Science Section of RIES practice an experiment on electricity
Two experiments – Propagation without seeds (left) – Making electrical circuits with a kit included in the new teacher guides (right)
ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມຍັງເປັນສ່ວນປະກອບຫຼັກໃນຫຼັກສູດຊັ້ນປະຖົມໃໝ່. ນັກຂຽນໄດ້ປຶກສາຫາລືກ່ຽວກັບການລວມເອົາແນວຄວາມຄິດ “ແມ່ຍິງໃນວິທະຍາສາດ” ໃສ່ໃນປື້ມແບບຮຽນ ແລະ ວິທີການວາງແຜນກິດຈະກໍາ ທັງນີ້ເພື່ອໃຫ້ນັກຮຽນທຸກຄົນບໍ່ວ່າຈະມີຄວາມສາມາດ ແລະ ພື້ນຖານ ທີ່ແຕກຕ່າງກັນ ກໍ່ສາມາດເຂົ້າເຖິງຫຼັກສູດໄດ້.
ນອກຈາກນີ້, ຫຼັກສູດຍັງຈະລວມເອົາດ້ານຕ່າງໆທີ່ຄວນເອົາໃຈໃສ່ ເຊັ່ນ: ຄວາມປອດໄພ, ການສ້າງບົດຮຽນທີ່ຈະຊ່ວຍໃຫ້ນັກຮຽນຮູ້ເຖິງອັນຕະລາຍຂອງໄຟຟ້າ, ນ້ໍາ, ຫຼື ອາຫານທີ່ປົນເປື້ອນ. ການປະຕິບັດທີ່ດີເພື່ອສຸຂະອະນາໄມ ເຊັ່ນ: ການລ້າງມືດ້ວຍສະບູ ຫຼື ດື່ມນໍ້າຈາກຂວດທີ່ມີສະຫຼາກຜະລິດຕະພັນ ຫຼື ນຳ້ທີ່ຕົ້ມສຸກ ຫຼື ຖືກກັ່ນຕອງແລ້ວ.
ໃນອາທິດທີ 2 ຂອງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ນຳເອົາບົດຮຽນທີ່ໄດ້ຮຽນຮູ້ມາຂອງຕົນໄປໝູນໃຊ້ເຂົ້າໃນການພັດທະນາບົດຮຽນຫຼາຍບົດ ສຳລັບປຶ້ມແບບຮຽນຊັ້ນ ປ.5 ແລະ ຄູ່ມືຄູໃໝ່. ການຂຽນບົດດັ່ງກ່າວແມ່ນຈະດຳເນີນໄປຢ່າງຕໍ່ເນື່ອງຈົນຮອດເດືອນກຸມພາ 2023. ຫຼັກສູດວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນ ປ.5 ໃໝ່ ຈະຖືກຈັດຕັ້ງປະຕິບັດໃນໂຮງຮຽນຂອບເຂດທົ່ວປະເທດ ເລີ່ມແຕ່ເດືອນກັນຍາ 2023. ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຍັງຈະໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໃນການຈັດພິມ ແລະ ແຈກຍາຍປຶ້ມແບບຮຽນໃໝ່ ພ້ອມທັງການຝຶກອົບຮົມຄູໃນຂອບເຂດທົ່ວປະເທດ.