ມີຜູ້ເຂົ້າຮ່ວມ 80 ກວ່າທ່ານຈາກ ສກຂ, ວຄ ໃນແຂວງເປົ້າໝາຍ ແລະ ບັນດາກົມຈາກ ສສກ ໄດ້ເຂົ້າຮ່ວມກອງປະຊຸມປະຈຳ 6 ເດືອນຄັ້ງນີ້

Ministry of Education and Australia strengthen school based teacher support through joint planning and evidence led learning

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມມືກັບລັດຖະບານອົດສະຕຣາລີ ໂດຍຜ່ານ ແຜນງານບີຄວາ ໄດ້ເປັນປະທານຈັດ “ກອງປະຊຸມປະຈຳ 6 ເດືອນ ຮ່ວມກັບ ວິທະຍາໄລຄູ (ວຄ),​ ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ) ” ທີ່ນະຄອນຫຼວງວຽງຈັນ ໃນວັນທີ 31 ມີນາ ແລະ 1 ເມສາ 2026. ມີຜູ້ແທນເຂົ້າຮ່ວມ 86 ທ່ານ ຈາກຫຼາຍພາກສ່ວນເຊັ່ນ: ກົມສ້າງຄູ, ກົມສາມັນສຶກສາ, ກົມແຜນການ, ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ສະຖານທູດອົດສະຕຣາລີ, ຄູ່ຮ່ວມພັດທະນາ, ສກຂ, ວຄ ແລະ ທີມງານ ແຜນງານບີຄວາ. ກອງປະຊຸມຍົກໃຫ້ເຫັນ ກ່ຽວກັບລະບົບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໃນຂັ້ນໂຮງຮຽນ, ໂດຍຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ຈາກການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ແລະ ການກະກຽມແຜນການລະອຽດສຳລັບສອງປີເຄິ່ງໃນຕໍ່ໜ້າ ເມື່ອແຜນງານບີຄວາຂະຫຍາຍເວລາໄລຍະທີ 2.

ທ່ານ ເພັດມະນີ ສີລັດມີນາ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວໃນລະຫວ່າງການເປີດກອງປະຊຸມວ່າ: “ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ພວກເຮົາໄດ້ສ້າງຕັ້ງລະບົບ CPD ໃນໂຮງຮຽນ ທີ່ສອດຄ່ອງກັບຄວາມຕ້ອງການຂອງຄູ, ມີລະບົບທີ່ດີ, ມີຄວາມຍືດຫຍຸ່ນ ແລະ ມີການມີສ່ວນຮ່ວມໃນທຸກລະດັບ. ທີມງານຜູ່ເຮັດວຽກສຶກສານິເທດພາຍໃນ ທີມທຳອິດ ໄດ້ຖືກຄັດເລືອກໃນເດືອນ ມີນາ ປີ 2023 ເພື່ອໃຫ້ຄູໄດ້ຮັບການຊ່ວຍເຫຼືອຢ່າງເປັນປະຈຳ ໂດຍເນັ້ນໂຮງຮຽນໃນ 30 ເມືອງເປົ້າໝາຍໃນ 7 ແຂວງ. ພາຍໃຕ້ການນຳພາຂອງ ກົມສ້າງຄູ, ບັນດາ ວຄ ໄດ້ອຳນວຍຄວາມສະດວກໃນການສ້າງຂີດຄວາມສາມາດ, ໃນຂະນະທີ່ ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ)  ໄດ້ນຳພາການປະເມີນຄວາມຕ້ອງການ ແລະ ການຕິດຕາມກວດກາ. ກອງປະຊຸມຄັ້ງນີ້, ໄດ້ເຊີນຄູ່ຮ່ວມງານທັງໝົດເຂົ້າຮ່ວມ ເພື່ອທົບທວນຄືນເຖິງຄວາມຄືບໜ້າ, ແບ່ງປັນບົດຮຽນຈາກພາກຮຽນທີ 1 ຂອງປີຮຽນ 2025-2026, ແລະ ຕົກລົງເປັນເອກະພາບກັນກ່ຽວກັບຂັ້ນຕອນ ການປະຕິບັດຕົວຈິງ ເພື່ອຂະຫຍາຍ ແລະ ເສີມສ້າງການຈັດຕັ້ງປະຕິບັດໃນໄລຍະສອງປີເຄິ່ງໃນຕໍ່ໜ້າ.”

ທ່ານ ນາງ ເຮເບັກກ້າ ແມັກຮິວ, ຫົວໜ້າທີມ ແຜນງານບີຄວາ ຕາງໜ້າໃຫ້ແກ່ສະຖານທູດອົດສະຕຣາລີ ໄດ້ໃຫ້ສຳພາດກ່ຽວກັບກອງປະຊຸມ ໂດຍໄດ້ຢືນຢັນເຖິງວິທີການຮ່ວມມື ໂດຍທ່ານໄດ້ກ່າວວ່າ: “ໃນຂະນະທີ່ປະເຊີນກັບສະພາບການຂາດແຄນຄູ ແລະ ການຫຼຸດລົງຂອງເຂົ້າຮຽນໃນບາງຂົງເຂດ, ການສະໜັບສະໜູນດ້ານວິຊາຊີບຢ່າງຕໍ່ເນື່ອງ ແມ່ນກຸນແຈສຳຄັນ ໃນການຍົກລະດັບທັກສະຂອງຄູ ແລະ ປັບປຸງການຮຽນຂອງນັກຮຽນ. ຜ່ານລະບົບ CPD, ກະຊວງ ແລະ ຄູ່ຮ່ວມງານ ກຳລັງສະໜັບສະໜູນຄູຫຼາຍພັນຄົນ ໃນເຂດທີ່ດ້ອຍໂອກາດ ໂດຍການເຂົ້າເຖິງຄຳແນະນຳໄດ້ຢ່າງເປັນປະຈຳ, ການລົງຕິດຕາມໂຮງຮຽນ, ການຮ່ວມໂມງສອນ, ຮັບຟັງການຖອດຖອນບົດຮຽນ ແລະ ການຊີ້ນຳຕິດຕາມ. ຮູບແບບດັ່ງກ່າວ ເນັ້ນໜັກເຖິງການມີສ່ວນຮ່ວມຂອງຂັ້ນທ້ອງຖິ່ນເຊັ່ນ: ການຮ່ວມຝຶກອົບຮົມ ແລະ ຊັບພະຍາກອນໃນການຮຽນການສອນຕ່າງໆ ໄດ້ຖືກປັບປຸງໃຫ້ກົງກັບສິ່ງທ້າທາຍທີ່ຄູປະເຊີນ ຢູ່ໃນຫ້ອງຮຽນຂອງເຂົາເຈົ້າ, ລວມທັງແທດເໝາະກັບ ສະຖານທີ່ມີຄວາມຫຼາກຫຼາຍດ້ານພາສາ ແລະ ບ່ອນທີ່ມີນັກຮຽນ ທີ່ມີຄວາມຕ້ອງການທີ່ຫຼາກຫຼາຍ. ລັດຖະບານອົດສະຕຣາລີ ເຫັນຄຸນຄ່າເຖິງການຮ່ວມມືຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ເພື່ອປັບປຸງໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນໄດ້.”

ທ່ານ ເພັດມະນີ ສີລັດມີນາ, ຮອງຫົວໜ້າກົມສ້າງຄູ ໄດ້ເປັນປະທານກ່າວເປີດງານກອງປະຊຸມ

ຜູ້ເຮັດວຽກສຶກສານິເທດພາຍໃນທຸກຄົນໄດ້ຮັບແທັບເລັດ ແລະ ການຝຶກອົບຮົມດ້ານ ICT ເພື່ອຕິດຕາມ ແລະ ຊ່ວຍເຫຼືອຄູ

ການນຳສະເໜີ ແລະ ບົດລາຍງານໃນກອງປະຊຸມ ໄດ້ສະແດງໃຫ້ເຫັນ ຜົນໄດ້ຮັບທີ່ຊັດເຈນ ແລະ ການປະຕິບັດຕົວຈິງຄື: ຄູໄດ້ລາຍງານວ່າ ມີຄວາມໝັ້ນໃຈຫຼາຍຂຶ້ນ, ການສັງເກດການສອນໃນຫ້ອງຮຽນ ໄດ້ຊີ້ບອກເຖິງ ຄູໄດ້ປັບປຸງດ້ານການສອນ ແລະ ໂຮງຮຽນກຳລັງເຫັນໄດ້ວ່າ ນັກຮຽນໄດ້ມີສ່ວນຮ່ວມຫຼາຍຂຶ້ນ ພ້ອມທັງ ມີການຮຽນຮູ້ດ້ານສັງຄົມ-ຄວາມຮູ້ສຶກ ທີ່ເຂັ້ມແຂງຂຶ້ນ ຫຼັງຈາກປະຕິບັດກິດຈະກຳ CPD ເປັນປະຈຳ. ລະບົບ CPD ໃໝ່ຂອງ ສສກ ໄດ້ຊ່ວຍສົ່ງເສີມການຮຽນຮູ້ຂອງຄູ ໃຫ້ເປັນມືອາຊີບຄື: ໃນພາກຮຽນທຳອິດຂອງປີ 2025-2026, ໃນ 30 ເມືອງເປົ້າໝາຍຂອງແຜນງານບີຄວາ, ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ອຳນວຍຄວາມສະດວກໃຫ້ແກ່ກິດຈະກຳ CPD ຈຳນວນ 33,609 ຄັ້ງ ແລະ ໄດ້ສະໜັບສະໜູນຄູສອນຊັ້ນປະຖົມ ຈຳນວນ 6,930 ຄົນ (56% ເປັນເພດຍິງ); ຜູ້ເຮັດວຽກສຶກສານິເທດພາຍໃນ ຍັງໄດ້ຮັບການລົງຕິດຕາມສະໜັບສະໜູນ 9,728 ຄັ້ງຈາກ ວຄ ແລະ ສກມ, ແລະ ມີການສັງເກດການສອນໃນຫ້ອງຮຽນເກືອບ 1,699 ຄັ້ງ ທີ່ໄດ້ດຳເນີນຮ່ວມກັນໂດຍ ຜູ້ເຮັດວຽກສຶກສານິເທດພາຍໃນ, ວຄ ແລະ ສກມ. ສິ່ງສຳຄັນແມ່ນ, ຄູ່ຮ່ວມພັດທະນາຫຼາຍອົງກອນ ກຳລັງໃຫ້ການສະໜັບສະໜູນວິທີການ CPD, ເຊິ່ງເປັນສິ່ງຊີ້ບອກວ່າ ໄດ້ສົ່ງເສີມໃຫ້ການຂະຫຍາຍລະບົບນີ້ ໄປໃນທົ່ວປະເທດ ໂດຍບໍ່ໄດ້ອີງໃສ່ທຶນຂອງລັດຖະບານອົດສະຕຣາລີຢ່າງດຽວ.

ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ກ່ຽວກັບບູລິມະສິດໃນການຂະຫຍາຍໄລຍະທີ 2, ລວມທັງສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະ ການຮຽນຮູ້ ພ້ອມທັງເອົາໃຈໃສ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ. ແຜນວຽກປະຈຳປີຂອງ ສກຂ ແລະ ວຄ ສຳລັບປີ 2026–2027 ແມ່ນໄດ້ຮັບການຮັບຮອງ ແລະ ແຜນການລະອຽດສຳລັບເດືອນເມສາ ຫາ ເດືອນກັນຍາ 2026 ກໍ່ໄດ້ຮັບການອະນຸມັດຂັ້ນສຸດທ້າຍ.

ທ່ານ ເພັດມະນີ ສີລັດມີນາ ຍັງໄດ້ກ່າວວ່າ: “ການມີລະບົບ CPD ທີ່ປະຕິບັດເປັນປະຈຳໃນໂຮງຮຽນ ໄດ້ຊ່ວຍໃຫ້ຄູເຊື່ອມໂຍງບົດຮຽນກັບຊີວິດຈີງຂອງນັກຮຽນ ແລະ ປັບປຸງການສອນໃນຫ້ອງຮຽນຂອງຕົນ ໃນໄລຍະພາກຮຽນທີ່ຜ່ານມາ. ຂະໜາດຂອງກິດຈະກຳ ແລະ ຈຳນວນຄູ່ຮ່ວມງານທີ່ເພີ່ມຂຶ້ນ ໄດ້ຊ່ວຍການພັດທະນາ ແລະ ຂະຫຍາຍລະບົບ CPD ເຊິ່ງໄດ້ສະແດງໃຫ້ເຫັນວ່າພວກເຮົາສາມາດຂະຫຍາຍຈາກເມືອງເປົ້າໝາຍ ໄປສູ່ການຈັດຕັ້ງປະຕິບັດທີ່ຂວາງຂື້ນໂດຍສະເພາະໃນທຸກຊຸມຊົນທີ່ມີຄວາມຫຼາກຫຼາຍ.”

ທ່ານ ນາງ ເຮເບັກກ້າ ແມັກຮິ ໄດ້ກ່າວຕື່ມວ່າ: “ຂໍ້ມູນໄດ້ສະແດງໃຫ້ເຫັນເຖິງ ການປັບປຸງຢ່າງຕໍ່ເນື່ອງດ້ານການສອນໃນຫ້ອງຮຽນ ແລະ ການມີສ່ວນຮ່ວມຂອງນັກຮຽນ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ທີ່ໄດ້ຄຽງຂ້າງກະຊວງ ໃນຂະນະທີ່ກຳລັງຂະຫຍາຍລະບົບ CPD ທີ່ມີຄວາມຍືດຫຍຸ່ນ, ເຂົ້າເຖິງຄູທີ່ຢູ່ເຂດຫ່າງໄກ ແລະ ສົ່ງເສີມການຮຽນສຳລັບເດັກໃນທົ່ວ ສປປ ລາວ.”

ຂັ້ນຕອນຕໍ່ໄປ ແມ່ນການປະຕິບັດຕົວຈິງ ແລະ ເນັ້ນໃສ່ການການປະຕິບັດຢ່າງຕໍ່ເນື່ອງ. ບັນດາ ວຄ ແລະ ສກຂ ເປົ້າໝາຍ ຈະນຳໃຊ້ແຜນວຽກທີ່ໄດ້ຮັບການຮັບຮອງ ເພື່ອສືບຕໍ່ວາງແຜນ ແລະ ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດ CPD ໃນໂຮງຮຽນໃນເຂດບໍລິການຂອງຕົນ. ກະຊວງສຶກສາທິການ ແລະ ຄູ່ຮ່ວມງານພັດທະນາ ຈະສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອຂະຫຍາຍລະບົບ CPD ໃນທົ່ວປະເທດ ແລະ ຈັດສັນແຫຼ່ງຊັບພະຍາກອນໃຫ້ສອດຄ່ອງ ເພື່ອບໍ່ໃຫ້ຄວາມຊໍ້າຊ້ອນ. ມີການລະບຸໄດ້ການປະຕິບັດ ເຊັ່ນ: ການສ້າງຄວາມເຂັ້ມແຂງ ດ້ານການເກັບກຳຂໍ້ມູນ CPD, ການອອກເອກະສານ ເພື່ອການສອນ ແລະ ສື່ການຮຽນການສອນ ເຊັ່ນ: ຊຸດອຸປະກອນຊ່ວຍເຫຼືອຄູ ແລະ ວິດີໂອສຳລັບການພັດທະນາຄູ, ພ້ອມທັງ ເຊື່ອມໂຍງທຸກກິດຈະກຳຂອງໄລຍະທີ່ 2 ຈາກ ການຄົ້ນຄວ້າ ແລະ ການຖອດຖອນບົດຮຽນ ເຂົ້າໃນແຜນວຽກຂອງ ສກຂ-ວຄ.

ທ່ານ ເພັດມະນີ ສີລັດມີນາ ໄດ້ສະຫຼຸບໃນຕອນທ້າຍວ່າ: “ກອງປະຊຸມຄັ້ງນີ້ ສະແດງໃຫ້ເຫັນເຖິງ ການຮ່ວມມືທີ່ເຂັ້ມແຂງລະຫວ່າງລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ເພື່ອປັບປຸງຄຸນນະພາບການສອນ. ລັດຖະບານອົດສະຕຣາລີ ໄດ້ນຳເອົາການສະໜັບສະໜູນດ້ານວິຊາການ, ງົບປະມານ ແລະ ປະສົບການຕົວຈິງມາປະກອບສ່ວນ, ໃນຂະນະທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ ນຳພາ ແລະ ຊ່ວຍຮັບປະກັນວ່າ ລະບົບດັ່ງກ່າວເໝາະສົມ ກັບຫ້ອງຮຽນໃນທຸກຊຸມຊົນຂອງ ສປປ ລາວ. ໂດຍການຮ່ວມມືກັນ ພວກເຮົາກຳລັງກ້າວຂ້າມ ຈາກການປະຕິບັດໃນເມືອງເປົ້າໝາຍ ໄປສູ່ການຈັດຕັ້ງປະຕິບັດທີ່ກວ້າງຂຶ້ນ, ສະໜັບສະໜູນຄູ ທີ່ກຳລັງປະຕິບັດໜ້າທີ່ ແລະ ປັບປຸງການຮຽນສຳລັບເດັກນ້ອຍທຸກຄົນໃນທົ່ວປະເທດລາວ.”

ຕາມຂໍ້ມູນໄດ້ຊີ້ໃຫ້ເຫັນເຖິງ ເລີ່ມມີການປັບປຸງທີ່ດີຂຶ້ນເທື່ອລະກ້າວດ້ານ ການມີສ່ວນຮ່ວມຂອງນັກຮຽນ ຢູ່ໃນບັນດາເມືອງເປົ້າໝາຍ ຍ້ອນມີລະບົບ CPD ໃນຂັ້ນໂຮງຮຽນ

ສກມ ແລະ ວິຊາການ ວຄ ໄດ້ລົງຕິດຕາມ ຜູ້ເຮັດວຽກສຶກສານິເທດພາຍໃນເປັນປະຈຳ ເພື່ອໃຫ້ຄຳແນະນຳ ແລະ ຮັບປະກັນວ່າ ຄູໄດ້ຮັບການຊ່ວຍເຫຼືອໃນສິ່ງທີ່ເຂົາເຈົ້າຕ້ອງການ