ທີມງານຂະແໜງວິທະຍຸ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ພ້ອມດ້ວຍ ນັກຮຽນ ແລະ ອາສາສະໝັກ ທີ່ໄດ້ຮ່ວມອັດສຽງບົດຮຽນຂັ້ນ ປ.1
ຟາຍສຽງໃໝ່ຂອງບົດຮຽນ ຈະຊ່ວຍຄູໃນການສອນພາສາລາວໃຫ້ນັກຮຽນຊົນເຜົ່າຂັ້ນ ປ.1 ທີ່ຍັງບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ
ໂດຍຮັບຮູ້ເຖິງສິ່ງທ້າທາຍສະເພາະຂອງເດັກນ້ອຍ ທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ສ້າງຝາຍສຽງໃໝ່ 49 ບົດເລື່ອງ ເພື່ອຊ່ວຍການຮຽນການສອນວິຊາພາສາລາວໃນຫ້ອງຮຽນຂັ້ນ ປ.1 ທົ່ວປະເທດ. ຟາຍສຽງຍັງຈະມີເປັນພາບວິດີໂອປະກອບເພື່ອເຜີຍແພ່ຢ່າງກວ້າງຂວາງໃນຫຼາຍຊ່ອງທາງ ທັງປະເພດຟາຍສຽງ ແລະ ຟາຍວິດີໂອທີ່ມີພາບປະກອບ, ໂດຍສະເພາະແມ່ນຈະອອກທາງຊ່ອງຢູທູບ.
ຂໍ້ລິເລີ່ມການສ້າງຟາຍສຽງນີ້, ແມ່ນເປັນສ່ວນໜຶ່ງຂອງການຂະຫຍາຍການສອນບົດຮຽນຝຶກເວົ້າພາສາລາວ ໃຫ້ກວ້າງຂວາງຂຶ້ນໃນທົ່ວປະເທດ ເລີ່ມແຕ່ເດືອນກັນຍາ 2024, ຈຸດປະສົງເພື່ອຊ່ວຍໃຫ້ນັກຮຽນຂັ້ນ ປ.1 ທີ່ເວົ້າພາສາເຜົ່າຢູ່ເຮືອນ ໄດ້ພັດທະນາທັກສະການເວົ້າພາສາລາວ ທີ່ຈຳເປັນເພື່ອໃຫ້ເຂົ້າໃຈການຮຽນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ແລະ ພັດທະນາການຮຽນຂອງຕົນ.
ທ່ານ ອຸທິດ ທິບມະນີ, ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ກ່າວວ່າ: “ການສອນຫຼັກສູດໃໝ່ແມ່ນຍັງເປັນສິ່ງທ້າທາຍຢູ່. ໃນເດືອນກັນຍາ 2024, ພວກເຮົາໄດ້ເລີ່ມຕົ້ນການສອນບົດຮຽນຝຶກເວົ້າພາສາລາວໃນທົ່ວປະເທດ. ຄູໄດ້ຮັບປຶ້ມຄູ່ມືຄູໃໝ່, ປື້ມແບບຮຽນ, ບັດຮູບພາບ, ບັດເລື່ອງ, ແລະ ບັດເກມບິງໂກ້ ເພື່ອຊ່ວຍການຮຽນບົດຮຽນຝຶກເວົ້າພາສາລາວ ໂດຍຫຼາກຫຼາຍກິດຈະກຳ. ເນື່ອງຈາກວ່າຈຸດສຳຄັນຂອງວິທີການສອນບົດຮຽນຝຶກເວົ້າພາສາລາວແມ່ນກ່ຽວກັບ ການຟັງ ແລະ ການເວົ້າພາສາລາວ, ຟາຍສຽງເຫຼົ່ານີ້ແມ່ນເໝາະສົມໃນການໃຊ້ເສີມເວລາສອນ ແລະ ຜະລິດອອກນຳໃຊ້ທັນກັບສົກຮຽນໃໝ່.”
ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ເປົ້າໝາຍຮ່ວມກັນຂອງພວກເຮົາແມ່ນ ເພື່ອເດັກນ້ອຍທຸກຄົນ ບໍ່ວ່າເຂົາເຈົ້າຈະມາຈາກພື້ນຖານເວົ້າພາສາໃດ, ກໍ່ມີໂອກາດທີ່ຈະປະສົບຜົນສໍາເລັດ,”. “ບົດຮຽນຝຶກເວົ້າພາສາລາວ ແມ່ນຈະປ່ຽນປະສົບການການຮຽນຂອງເດັກນ້ອຍຫຼາຍພັນຄົນຢູ່ໃນຕົວເມືອງ, ຊົນນະບົດ, ເຂດຫ່າງໄກ, ແລະ ເຂດທີ່ດ້ອຍໂອກາດ. ລັດຖະບານອົດສະຕຣາລີພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໃນການສົ່ງເສີມການສຶກສາຮຽນຮ່ວມ ໂດຍຜ່ານການສ້າງສື່ການຮຽນການສອນໃໝ່ນີ້.”
ນັກຮຽນ ແລະ ອາສາສະໝັກຜູ້ໃຫຍ່ ໄດ້ອ່ານສຽງບົດເລື່ອງ ຊ່ວຍບົດເລື່ອງໃນປຶ້ມບົດຮຽນຝຶກເວົ້າພາສາລາວ ແລະ ວິຊາພາສາລາວ ປ.1 ໃຫ້ມີຄວາມສົມຈິງ
ນັກຮຽນຜູ້ໜຸ່ມນ້ອຍ ມີຄວາມຫ້າວຫັນ ແລະ ອ່ານໄດ້ດີ ໃນລະຫວ່າງການອັດສຽງ
ຜະລິດໂດຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ຮ່ວມກັບທີມງານຂຽນຫຼັກສູດຂອງ ສວສ ໂດຍໄດ້ຮັບການສະໜັບສະ ໜູນຈາກແຜນງານບີຄວາ, ຟາຍສຽງທັງໝົດ 49 ບົດເລື່ອງນີ້ ມີສຽງຂອງນັກຮຽນຜູ້ໜຸ່ມນ້ອຍ ແລະ ສຽງຜູ້ໃຫຍ່ທີ່ເປັນອາສາສະໝັກ ທີ່ໄດ້ອ່ານເລື່ອງລາວຈາກປຶ້ມແບບຮຽນບົດຮຽນຝຶກເວົ້າພາສາລາວ ແລະ ວິຊາພາສາລາວ ມາສ້າງເປັນຟາຍສຽງບົດເລື່ອງ ທີ່ມີຄວາມໜ້າຕື່ນເຕັ້ນ, ເປັນມືອາຊີບ ແລະ ມີແນວຄິດສ້າງສັນ.
ບັນດາບົດເລື່ອງແມ່ນໄດ້ຖືກຂັດເລືອກຢ່າງເອົາໃຈໃສ່ໂດຍ ສວສ ແລະ ຄັດມາຈາກບົດຮຽນວິຊາພາສາລາວ (19 ບົດເລື່ອງ) ແລະ ຈາກປຶ້ມແບບຮຽນຝຶກເວົ້າພາສາລາວ (30 ບົດເລື່ອງ). ບົດເລື່ອງແມ່ນໄດ້ສະທ້ອນເຖິງການສົນທະນາໃນແຕ່ລະວັນຂອງນັກຮຽນຫ້ອງ ປ.1, ເຊັ່ນ: ການລົມກັບຄອບຄົວ, ການບອກສິ່ງທີ່ຕ້ອງການ ແລະ ການປະກອບສ່ວນໃນຫ້ອງຮຽນ ທີ່ໄດ້ຊ່ວຍໃຫ້ເຂົາເຈົ້າສາມາດເຊື່ອມໂຍງ ແລະ ຮຽນຮູ້ຄຳເວົ້າທີ່ສຳຄັນໃນຊີວິດຈິງ.
ຂະແໜງວິທະຍຸຂອງ ສຄຂ ໄດ້ຊ່ວຍສ້າງໃຫ້ຟາຍສຽງໃຫ້ມີຄວາມສົມຈິງ ດ້ວຍການເພີ່ມສຽງປະກອບ ເຊັ່ນ: ສຽງສັດຮ້ອງ, ສຽງຜິວປາກ, ສຽງຮ້ອງໄຫ້ ແລະ ສຽງຕົບມືຊົມເຊີຍ ເພື່ອໃຫ້ຟາຍສຽງບົດເລື່ອງມີຊີວິດຊີວາ ແລະ ເປັນການເພີ່ມປະສົບການຟັງໃຫ້ແກ່ເດັກ.
ສື່ການຮຽນການສອນທີ່ເປັນຟາຍສຽງນີ້ ແມ່ນໄດ້ອອກແບບມາເພື່ອນຳໃຊ້ໄດ້ງ່າຍ: ສາມາດເປີດໄດ້ໂດຍຄູໃນລະຫວ່າງການສອນ ຫຼື ຟັງໄດ້ເອງໂດຍນັກຮຽນຢູ່ເຮືອນ. ຈະຊ່ວຍໃຫ້ເດັກໄດ້ຟັງເລື່ອງທີ່ສຽງປະກອບທີ່ມີຄວາມຫຼາກຫຼາຍ ແລະ ເລື່ອງລາວທີ່ຕໍ່ເນື່ອງ ເພື່ອຊ່ວຍໃຫ້ນັກຮຽນຜູ້ໜຸ່ມນ້ອຍໄດ້ຝຶກຊ້ອມການຟັງທີ່ດີ, ຊ່ວຍໃຫ້ຮຽນຮູ້ຄຳສັບໃໝ່ ແລະ ຈັງຫວະການເວົ້າ.
“ການໃຊ້ຟາຍສຽງຈະຊ່ວຍໃຫ້ຄູສາມາດເປີດສຽງຕົວຢ່າງຕົວຈິງ ໃຫ້ນັກຮຽນຟັງໄດ້,” ທ່ານ ນາງ ປາພາວະດີ ເອກກະນາດ, ຫົວໜ້າຂະແໜງວິທະຍຸ, ສຄຂ ໄດ້ອະທິບາຍວ່າ. “ບັນດາຟາຍສຽງສາມາດເຮັດໃຫ້ນັກຮຽນໄດ້ຮູ້ເຖິງສຽງທີ່ຫຼາກຫຼາຍ ແລະ ເຮັດໃຫ້ບົດຮຽນມີຄວາມຫ້າວຫັນ ແລະ ມ່ວນຊື່ນຫຼາຍຂຶ້ນ.”
ຊ່ຽວຊານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ສູນຄົ້ນຄວ້າພາສາລາວສຳລັບນັກຮຽນຊົນເຜົ່າ ໄດ້ອາສາເປັນຜູ້ບັນຍາຍສຽງໃນບົດເລື່ອງ
ຂະແໜງວິທະຍຸ ໄດ້ນຳພາການອັດສຽງ ແລະ ຕັດຕໍ່ສຽງບົດເລື່ອງໃນບົດຮຽນຂັ້ນ ປ.1
ນອກຈາກຟາຍສຽງນີ້, ສວສ ຍັງໄດ້ຜະລິດວິດີໂອສຳລັບການພັດທະນາຄູ ຕອນທີ່ 25, ເປັນສື່ການສອນທີ່ຖືກອອກແບບມາ ເພື່ອສ້າງຄວາມເຂັ້ມແຂງດ້ານການສອນບົດຮຽນຝຶກເວົ້າພາສາລາວ. ວິດີໂອໄດ້ສະແດງໃຫ້ເຫັນຫ້ອງຮຽນທີ່ປະຕິບັດຕົວຈິງ ແລະ ຈະມີພາກສະທ້ອນຄືນທີ່ເຕື່ອນໃຫ້ຄູໄດ້ຄິດ ແລະ ປັບປຸງການສອນຄັ້ງຕໍ່ໄປຂອງຕົນ. ນີ້ແມ່ນເພື່ອສົ່ງເສີມການເຂົ້າເຖິງວິດີໂອ ແລະ ວິດີໂອຍັງໄດ້ແປພາສາມື.
ທ່ານ ອຸທິດ ທິບມະນີ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສື່ການຮຽນການສອນທີ່ຫຼາກຫຼາຍນີ້ວ່າ: “ຄູສອນຊັ້ນປະຖົມ ແລະ ຜູ້ເຮັດວຽກສຶກສານິເທດ ທີ່ໃຫ້ການຊ່ວຍເຫຼືອຄູ ໄດ້ໃຊ້ວິດີໂອ ແລະ ຟາຍສຽງເພື່ອການກະກຽມບົດສອນ ແລະ ການຮຽນຮູ້ດ້ວຍຕົນເອງ. ເຂົາເຈົ້າຍັງສາມາດເປີດຟາຍສຽງໄດ້ໂດຍກົງໃນຫ້ອງຮຽນ. ເຄື່ອງມືເຫຼົ່ານີ້ ຊ່ວຍໃຫ້ເຂົາເຈົ້າປັບຕົວ ແລະ ປັບປຸງການສອນຂອງຕົນ, ເພື່ອໃຫ້ນັກຮຽນທຸກຄົນເຂົ້າໃຈ ແລະ ຮຽນຮູ້ໄດ້ດີ.”
ນອກຈາກສື່ການຮຽນການສອນຝຶກເວົ້າພາສາລາວແລ້ວ, ສວສ ຍັງໄດ້ພັດທະນາຟາຍສຽງຫຼາຍແບບຈຳນວນ 400 ກວ່າຟາຍ, ເພື່ອຊ່ວຍໃນການສອນວິຊາຕ່າງໆຂອງຊັ້ນປະຖົມ. ເນື້ອໃນແມ່ນປະກອບມີສຳລັບອາທິດຝຶກອົບຮົມກ່ອນໄຂສົກຮຽນ, ວິຊາພາສາລາວ ແລະ ວິຊາສີລະປະດົນຕີ ຂັ້ນ ປ.1, ວິຊາສີລະປະດົນຕີ ແລະ ວິຊາພະລະສຶກສາ ຂັ້ນ ປ.2, ວິຊາພາສາອັງກິດ ຂັ້ນ ປ.3, ຟາຍສຽງພາສາລາວ ແລະ ພາສາອັງກິດ ຂັ້ນ ປ.4 ແລະ ປ.5.
ເພື່ອຮັບປະກັນວ່າ ຄູໃນທົ່ວປະເທດສາມາດເຂົ້າເຖິງສື່ການຮຽນການສອນທີ່ສຳຄັນນີ້ໄດ້ງ່າຍ, ສື່ດັ່ງກ່າວໄດ້ເອົາລົງໃນຫຼາຍແພຣດຟອມ ເຊັ່ນ: ຊ່ອງ YouTube “ວິດີໂອສຳລັບການພັດທະນາຄູ Teacher Development Videos”, ໂທລະພາບສຶກສາ ແລະ ກິລາ ທາງຊ່ອງ ດາວທຽມລາວແຊັດ ຊ່ອງ 8, ແພຣດຟອມການຮຽນຮູ້ດິຈິຕອນ ຄັງປັນຍາລາວ, ເຟດບຸກ ແລະ ເວັບໄຊຂອງ ສສກ ແລະ ແທັບເລັດທີ່ແຈກຢາຍໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ພາຍນອກ ທັງໃນລະດັບໂຮງຮຽນ ແລະ ຂັ້ນເມືອງ.
ຊ່ອງ YouTube ທີ່ເປັນຊ່ອງທາງຫຼັກທີ່ເກັບສື່ການຮຽນການສອນນີ້ມີຜູ້ເຂົ້າຊົມຫຼາຍກວ່າ 5.5 ລ້ານວິວ, ເຊິ່ງສະແດງເຖິງຄວາມມັກຂອງຄູທີ່ເຂົ້າມາເບິ່ງບັນດາສື່ການຮຽນການສອນທີ່ມີຄຸນນະພາບສູງ ແລະ ນຳໃຊ້ໄດ້ໃນຕົວຈິງ.
“ລະດັບການເຂົ້າຊົມນີ້ພິສູດໃຫ້ເຫັນວ່າ ຄູອາຈານຂອງພວກເຮົາເຫັນຄຸນຄ່າຂອງສື່ການຮຽນການສອນ ແລະ ພວກເຮົາມຸ່ງໝັ້ນທີ່ຈະສືບຕໍ່ຜະລິດວິດີໂອ ແລະ ຟາຍສຽງໃໝ່ໆ,” ທ່ານ ອຸທິດ ທິບມະນີ ໄດ້ກ່າວຕື່ມ.
ທ່ານນາງ ວາເນັດຊາ ເຮັກກາທີ ໄດ້ກ່າວສະຫຼຸບວ່າ: “ຟາຍສຽງວິຊາພາສາລາວນີ້ ເປັນອີກບາດກ້າວໜຶ່ງໃນຄວາມມຸ່ງໝັ້ນຮ່ວມກັນຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຕໍ່ການສຶກສາທີ່ມີຄຸນນະພາບ ແລະ ສົ່ງເສີມການສຶກສາຮຽນຮ່ວມ ສຳລັບເດັກນ້ອຍທຸກຄົນໃນ ສປປ ລາວ. ໂດຍການສະໜອງສື່ການຮຽນການສອນທີ່ເປັນປະໂຫຍດໃຫ້ແກ່ຄູ ແລະ ການຊ່ວຍໃຫ້ນັກຮຽນ ມີສຶ່ການຮຽນທີ່ໜ້າສົນໃຈ ແລະ ສາມາດເຂົ້າເຖິງໄດ້, ການຮ່ວມມືດັ່ງກ່າວຍັງສືບຕໍ່ສົ່ງເສີມຄວາມສະເໝີພາບໃນການຮຽນ.”
ວິດີໂອ ແລະ ສື່ການຮຽນການສອນຟາຍສຽງໃໝ່ໆ ຈະອອກເປັນປະຈຳ—ທ່ານສາມາດເຂົ້າເບິ່ງຊ່ອງໄດ້ທີ່ YouTube “ວິດີໂອສຳລັບການພັດທະນາຄູ Teacher Development Videos” ຫຼື ທ່ານສາມາດກົດເປັນສະມາຊິກ ເພື່ອຕິດຕາມຂໍ້ມູນອັບເດດໃໝ່ ທັງນີ້ເພື່ອຮັບປະກັນວ່າຈະບໍ່ມີ ຄູ ຫຼື ນັກຮຽນ ຈະບໍ່ໄດ້ຮັບການເອົາໃຈໃສ່.


English