
ທີມງານເຂົ້າຮ່ວມການຂຽນບົດເລື່ອງວິດີໂອສົ່ງເສີມການສຶກສາ
ກອງປະຊຸມຂຽນບົດເລື່ອງວິດີໂອໄດ້ໄຂຂຶ້ນ ເພື່ອເປັນບາດກ້າວເລີ່ມຕົ້ນອັນສຳຄັນທີ່ສົ່ງຂໍ້ຄວາມອັນມີພະລັງໃຫ້ແກ່ນັກຮຽນ ແລະ ຄອບຄົວ: ການສຶກສາສ້າງອະນາຄົດ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດກອງປະຊຸມຂຽນບົດເລື່ອງວີດີໂອ ໃນວັນທີ 23-26 ເດືອນ ມີຖຸນາ 2025 ເພື່ອສ້າງຂະບວນສົ່ງຂໍ້ຄວາມ ທີ່ຈະສົ່ງເສີມຄຸນຄ່າຂອງການສຶກສາ ແລະ ສະໜັບສະໜູນການສືບຕໍ່ຮຽນຂອງນັກຮຽນ. ໂດຍພາຍໃຕ້ການຊີ້ນຳຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ຂະບວນການດັ່ງກ່າວ ຂຶ້ນແຜນສ້າງວິດີໂອ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການຄຸນນະພາບ ແລະ ຂະຫຍາຍໂອກາດສຳລັບການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).
ກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງ ທ່ານ ອຸທິດ ທິບມະນີ, ຮອງຜູ້ອຳນວຍການ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ. ກອງປະຊຸມເປັນບາດກ້າວທໍາອິດໃນການແກ້ໄຂອັດຕາການອອກໂຮງຮຽນຂອງນັກຮຽນ ທີ່ກ່ຽວຂ້ອງກັບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ຄວາມເຊື່ອທີ່ເພີ່ມຂຶ້ນວ່າການສຶກສາບໍ່ໄດ້ນໍາໄປສູ່ວຽກເຮັດງານທຳທີ່ດີ.
ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: “ການສຶກສາບໍ່ພຽງແຕ່ເປັນຜົນສໍາເລັດຂອງບຸກຄົນ, ແຕ່ຍັງເປັນການລົງທຶນຂອງປະເທດ. ພວກເຮົາຕ້ອງບອກເຖິງຊຸມຊົນຂອງພວກເຮົາວ່າ ການຮຽນຊ່ວຍເປີດປະຕູ, ສ້າງຄວາມສາມາດກຸ້ມຕົນເອງ ແລະ ຊ່ວຍໃຫ້ໄວໜຸ່ມເຕີບໂຕເປັນຜູ້ໃຫຍ່ທີ່ດີ. ໂດຍການສະໜັບສະໜູນຢ່າງໜັກເນັ້ນ ຈາກລັດຖະບານອົດສະຕຣາລີ, ພວກເຮົາຈະສ້າງວິດີໂອທີ່ສົ່ງຂໍ້ຄວາມສຳຄັນໂດຍກົງກັບ ເຖິງຜູ້ປົກຄອງ ແລະ ນັກຮຽນ. ພວກເຮົາຈະປັບຄວາມຄິດຂອງຄອບຄົວໃນການຄິດກ່ຽວກັບອະນາຄົດຂອງລູກຄືແບບໃດ. ທັງນີ້ກໍ່ເພື່ອຊ່ວຍໃຫ້ການສຶກສາຖືເປັນບູລິມະສິດອີກຄັ້ງ”.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ຊົມເຊີຍຕໍ່ການຮ່ວມມືດັ່ງກ່າວວ່າ: “ກອງປະຊຸມຄັ້ງນີ້ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຮ່ວມກັນ ເພື່ອແກ້ໄຂບັນຫາອັນຮີບດ່ວນທີ່ສຸດໃນຂະແໜງການສຶກສາປະຈຸບັນ ກໍ່ຄື: ການປະລະການຮຽນຂອງນັກຮຽນ, ເດັກນ້ອຍໃນລາວຫຼາຍຄົນ ໄດ້ອອກໂຮງຮຽນໄວເກີນໄປ ແລະ ເມື່ອເຂົາເຈົ້າອອກໂຮງຮຽນ, ໄດ້ຈຳກັດອະນາຄົດຂອງເຂົາເຈົ້າ, ດ້ານໂອກາດຂອງຕົນເອງ ແລະ ການພັດທະນາປະເທດຊາດ. ຜ່ານວິດີໂອສັ້ນ, ທີ່ມີຄຸນຄ່າ, ພວກເຮົາຫວັງວ່າຈະໄດ້ສົ່ງຂໍ້ຄວາມໂດຍກົງເຖິງຜູ້ປົກຄອງ, ນັກຮຽນ, ຜູ້ເຮັດວຽກໃນຂະແໜງການສຶກສາ, ຄູ ແລະ ຊຸມຊົນ. ຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າເຫັນວ່າການສຶກສາເປັນການລົງທຶນທີ່ມີຄ່າໃນອະນາຄົດ”.

ທ່ານ ອຸທິດ ທິບມະນີ ແລະ ທ່ານ ນາງ ວາເນັດຊາ ເຮັກກາທີ ກ່າວເປີດກອງປະຊຸມຂຽນບົດເລື່ອງ

ນັກຂຽນບົດເລື່ອງສົນທະນາກ່ຽວກັບເລື່ອງລາວຊີວິດຈິງທີ່ແຕກຕ່າງກັນ
ກອງປະຊຸມຂຽນບົດເລື່ອງຄັ້ງນີ້ ມີຜູ້ຕາງໜ້າຈາກ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ເຊິ່ງເປັນທີມງານມີປະສົບການໃນການສ້າງຜະລິດວີດີໂອ ຂອງກະຊວງສຶກສາທິການ ແລະ ກິລາ. ນອກຈາກນີ້, ຍັງມີຜູ້ເຂົ້າຮ່ວມຕາງໜ້າຈາກກົມສ້າງຄູ ແລະ ກົມສາມັນສຶກສາ. ກອງປະຊຸມແມ່ນນຳພາໂດຍຜູ້ຊ່ຽວຊານວຽກງານສື່ສານຂອງແຜນງານບີຄວາ ທີ່ໄດ້ໃຫ້ຄໍາແນະນໍາດ້ານວິຊາການກ່ຽວກັບການຂຽນບົດເລື່ອງ ແລະ ວິທີການເລົ່າເລື່ອງລາວ.
ແຜນໂຄສະນາດັ່ງກ່າວຈະປະກອບມີວິດີໂອສັ້ນຫຼາຍອັນ ທີ່ເວົ້າເຖິງບັນຫາການອອກໂຮງຮຽນຂອງນັກຮຽນທີ່ເພີ່ມຂຶ້ນໃນ ສປປ ລາວ. ວິດີໂອມີຈຸດປະສົງເພື່ອປ່ຽນຄວາມເຂົ້າໃຈລະຫວ່າງນັກຮຽນ, ພໍ່ແມ່ ແລະ ຊຸມຊົນ ໂດຍສະແດງໃຫ້ເຫັນວ່າ ການສຶກສານັ້ນ, ເຖິງແມ່ນວ່າຍັງບໍ່ທັນເປັນເສັ້ນທາງໄປສູ່ການເຮັດວຽກໄດ້ໃນຕອນນີ້ເທື່ອ, ແຕ່ໄດ້ໃຫ້ທັກສະຄວາມສາມາດ ແລະ ໂອກາດທີ່ໄວໜຸ່ມຕ້ອງການເພື່ອສ້າງອະນາຄົດຂອງຕົນເອງ.
ທ່ານ ອຸທິດ ທິບມະນີ ໄດ້ອະທິບາຍວ່າ: “ໂດຍສະແດງໃຫ້ເຫັນວ່າການສຶກສາເສີມສ້າງທັກສະທີ່ຈໍາເປັນ ແລະ ເພີ່ມໂອກາດ, ແຜນໂຄສະນາຈະຊ່ວຍເປັນແຮງບັນດານໃຈໃຫ້ແກ່ນັກຮຽນສືບຕໍ່ການຮຽນ ແລະ ຊຸກຍູ້ໃຫ້ຜູ້ປົກຄອງ ສະໜັບສະໜູນການສຶກສາຂອງລູກຫຼານຂອງເຂົາເຈົ້າ, ປູທາງໄປສູ່ອະນາຄົດທີ່ເຂັ້ມແຂງຂອງປະເທດລາວ. ການສຶກສາແມ່ນເປັນຄວາມຮັບຜິດຊອບຮ່ວມກັນທຸກຄົນ. ແຜນໂຄສະນານີ້ແມ່ນເປັນອີກທາງເລືອກໜຶ່ງທີ່ພວກເຮົາຈະສາມາດເຂົ້າເຖິງຂັ້ນຄອບຄົວ ແລະ ຫົວໃຈຂອງຜູ້ປົກຄອງ ທີ່ຈະໄດ້ຮັບການຢໍ້າຄືນວ່າ ການສືບຕໍ່ການຮຽນຂອງນັກຮຽນມີຄວາມສຳຄັນຄືແນວໃດ. ເພາະການສຶກສາແມ່ນເປັນເສັ້ນທາງສູ່ຄວາມສາມາດກຸ້ມຕົນເອງ ແລະ ເຂົ້າເຖິງໂອກາດ. ໃນໂລກທີ່ມີການປ່ຽນແປງຢ່າງໄວ, ການໄດ້ຮັບການສຶກສາແມ່ນເປັນການກະກຽມຄວາມພ້ອມສຳລັບອະນາຄົດ”.

ແຜນວາດເສັ້ນທາງຊີວິດຂອງນັກຮຽນທີ່ອອກຈາກໂຮງຮຽນ ແລະ ນັກຮຽນທີ່ຮຽນຕໍ່

ຈຸດປະສົງຂອງແຜນໂຄສະນາເພື່ອສ້າງແຮງຈູງໃຈໃຫ້ນັກຮຽນ ແລະ ຜູ້ປົກຄອງເຫັນຄວາມສຳຄັນຂອງການສຶກສາວ່າ ເປັນການລົງທຶນ
ໃນໄລຍະການປະຊຸມຂຽນບົດເລື່ອງເປັນເວລາ 4 ວັນ, ທີມງານຜະລິດວິດີໂອຂອງກະຊວງຈະປັບປຸງບົດເລື່ອງຂອງວິດີໂອ ແລະ ແຕ້ມຮູບແຜ່ນພາບເລົ່າເລື່ອງລາວ. ວິດີໂອທີ່ຕົກລົງເປັນເອກະພາບກັນຈະສະທ້ອນເຖິງຄວາມເປັນຈິງຂອງຄອບຄົວໃນລາວ, ໂດຍໃຊ້ຕົວຢ່າງທີ່ສະແດງອອກໃຫ້ເຫັນເຖິງວັດທະນະທໍາ. ການຜະລິດວິດີໂອຈະຖືກນໍາພາໂດຍທີມງານ ສວສ ການຮ່ວມກັບ ກົມສ້າງຄູ ແລະ ກົມສາມັນສຶກສາ, ໂດຍມີເປົ້າຫມາຍທີ່ຈະອອກອາກາດກ່ອນການເລີ່ມໄຂສົກຮຽນໃໝ່ 2025-2026 ໃນເດືອນກັນຍານີ້.
ແຜນໂຄສະນາດັ່ງກ່າວຈະໄດ້ອອກອາກາດທາງໂທລະພາບແຫ່ງຊາດ, ທາງສື່ສັງຄົມ ແລະ ຍັງສາມາດນຳໃຊ້ໃນໂຄສະນາປະຊາສຳພັນໃນຊຸມຊົນໂດຍສະມາຊິກສະພາແຫ່ງຊາດ. ວິດີໂອຍັງຈະຖືກເຜີຍແຜ່ໃຫ້ຄູ, ຜູ້ເຮັດວຽກສຶກສານິເທດ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາ ເພື່ອສະໜັບສະໜູນການໂຄສະນາສົ່ງເສີມການໃນທ້ອງຖິ່ນຂອງໂຮງຮຽນ ແລະ ໝູ່ບ້ານ.
“ນີ້ບໍ່ແມ່ນພຽງແຕ່ການແຜນໂຄສະນາຜ່ານສື່, ແຕ່ເປັນຂໍ້ຄວາມສຳຄັນລະດັບຊາດຂອງຄວາມຫວັງ ແລະ ຄວາມມຸ້ງໝັ້ນໃນການສຶກສາ, ໂດຍການລົງທຶນໃນການສຶກສາ, ພວກເຮົາລົງທຶນໃນອານາຄົດຂອງເດັກນ້ອຍທຸກຄົນ, ອານາຄົດຂອງທຸກຄອບຄົວ ແລະ ອານາຄົດຂອງປະເທດ” ກ່າວໂດຍ ທ່ານ ອຸທິດ ທິບມະນີ. ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວປິດທ້າຍກອງປະຊຸມດ້ວຍການຮຽກຮ້ອງວ່າ: “ອະນາຄົດຂອງການສຶກສາລາວຄວນໄດ້ຮັບການບອກເລົ່າເລື່ອງລາວທີ່ມີພະລັງ ແລະ ເຮົາມາເລີ່ມຕົ້ນນຳກັນໃນມື້ນີ້”.
