
ແຂກ 100 ກວ່າທ່ານຈາກ ກະຊວງສຶກສາທິການ ແລະ ກິລາ, ເອກອັກຄະລັດຖະທູດອົດສະຕຣາລີ, ສະຫະລັດອາເມລິກາ ແລະ ສະຫະພາບເອີລົບ ໄດ້ຮ່ວມໃນງານສະເຫຼີມສະຫຼອງນີ້
ໃນອະນາຄົດ, ການຮ່ວມມືຈະສືບຕໍ່ສຸມໃສ່ຍົກສູງຄຸນນະພາບການຮຽນ-ການສອນ ແລະ ສົ່ງເສີມການສຶກສາຮຽນຮ່ວມ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ສະເຫຼີມສະຫຼອງ ການຈັດຕັ້ງປະຕິບັດ ແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ. ການຮ່ວມມືເພື່ອການຫັນປ່ຽນນີ້ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ, ໂດຍສະເພາະຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກ.
ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ. ພຸດ ສິມມາລາວົງ,ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ. ນອກຈາກນີ້ ກໍມີຄະນະຮັບຜິດຊອບຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ຕ່າງໜ້າຈາກ ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ຜູ້ອຳນວຍການວິທະຍາໄລຄູ ແລະ ບັນດາຄູ່ຮ່ວມພັດທະນາ ຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ກ່າວເປີດງານ ໂດຍທ່ານໄດ້ກ່າວເຖິງ ພື້ນຖານອັນເລິກເຊິ່ງຂອງການຮ່ວມມືນີ້ວ່າ: “ຂີດໝາຍອັນສຳຄັນນີ້ ແມ່ນສ່ວນໜຶ່ງຂອງເສັ້ນທາງການຮ່ວມມືທີ່ມີມາຍາວນານ—ເກືອບ 30 ປີ ທີ່ລັດຖະບານອົດສະຕຣາລີໄດ້ໃຫ້ການສະໜັບສະໜູນຂະແໜງການສຶກສາຢູ່ ສປປ ລາວ. ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງລັດຖະບານອົດສະຕຣາລີທີ່ວ່າ ພະລັງຂອງການສຶກສາແມ່ນຈະປ່ຽນແປງຊີວິດໄດ້ ແລະ ການຮ່ວມມືຢ່າງໃກ້ສິດກັບກະຊວງສຶກສາທິການ ແລະ ກິລາ ຈະເຮັດໃຫ້ການສຶກສາສາມາດເຂົ້າເຖິງໄດ້, ສົ່ງເສີມການຮຽນຮ່ວມ ແລະ ມີຄຸນນະພາບທີ່ດີຂຶ້ນ ເພື່ອເດັກຍິງ ແລະ ເດັກຊາຍທຸກຄົນ”.
ທ່ານ ຮສ. ປອ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືນີ້ວ່າ: “ການຮ່ວມມືກັບລັດຖະບານອົດສະຕຣາລີ ໄດ້ມີບົດບາດສໍາຄັນໃນການຫັນປ່ຽນການສຶກສາຂັ້ນປະຖົມສຶກສາໃນປະເທດຂອງພວກເຮົາ. ການສຶກສາແມ່ນເປັນພື້ນຖານຂອງສັງຄົມທີ່ເຂັ້ມແຂງ. ລັດຖະບານອົດສະຕຣາລີໄດ້ເປັນຄູ່ຮ່ວມພັດທະນາທີ່ສຳຄັນ ທີ່ໄດ້ຊ່ວຍເຫຼືອຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອສົ່ງເສິມການຮຽນຮ່ວມ ແລະ ມີຄຸນນະພາບຫຼາຍຂຶ້ນ—ເປັນບ່ອນທີ່ເດັກນ້ອຍທຸກຄົນ, ບໍ່ວ່າຈະມາຈາກພຶ້ນຖານຄອບຄົວໃດ, ເພດໃດ ຫຼື ຢູ່ໃສກໍຕາມ, ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ສ້າງອະນາຄົດທີ່ດີກວ່າໃຫ້ກັບຕົນເອງ ແລະ ຊຸມຊົນຂອງເຂົາເຈົ້າ”.

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ ແລະ ເປົ້າໝາຍໃນອະນາຄົດ

ທ່ານເອກອັກຄະລັດຖະທູດອົດສະຕຣາລີກ່າວສະເຫຼີມສະຫຼອງສາຍພົວພັນ ແລະ ການຮ່ວມມືທີ່ກ້າວໜ້າ
ນັບແຕ່ເລີ່ມສ້າງຕັັ້ງແຜນງານໃນປີ 2015, ແຜນງານບີຄວາ ທີ່ສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ມີເປົ້າໝາຍ ເພື່ອປັບປຸງການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ, ໂດຍສະເພາະແມ່ນເພື່ອເດັກນ້ອຍທີ່ຢູ່ເຂດຫ່າງໄກ ແລະ ດ້ອຍໂອກາດ. ໜຶ່ງໃນຜົນສຳເລັດອັນສຳຄັນທີ່ສຸດໃນຮອບ 10 ປີຜ່ານມາ, ແມ່ນການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດຢ່າງຮອບດ້ານ ໂດຍການນຳພາຂອງ ສສກ. ຫຼັກສູດໃໝ່ໄດ້ແນະນຳວິທີການສອນ ແລະ ການຮຽນທີ່ທັນກັບຍຸກສະໄໝ, ເນັ້ນໃສ່ຖືເອົານັກຮຽນເປັນສຳຄັນ.
ໂດຍການສະໜັບສະໜູນຜ່ານແຜນງານບີຄວາ, ປັດຈຸບັນ, ນັກຮຽນໄດ້ຮັບການສົ່ງເສີມໃຫ້ຮຽນດ້ວຍການປະຕິບັດຕົວຈິງ, ຮ່ວມມືກັບເພື່ອນຮ່ວມຫ້ອງ ແລະ ນຳໃຊ້ຄວາມຮູ້ເຂົ້າໃນຊີວິດປະຈຳວັນ.
ສ່ວນຄູກໍກຳລັງປັບຕົວໃຫ້ຊິນເຄີຍກັບວິທີການສອນ ທີ່ເນັ້ນໃຫ້ຫ້ອງຮຽນມີບັນຍາກາດການສົນທະນາ ແລະ ຕໍ່ເນື່ອງຫຼາຍຂຶ້ນ. ໂດຍລວມແລ້ວ, ການປັບປ່ຽນການຮຽນການສອນ ທີ່ໄດ້ອອກແບບມາເພື່ອໃຫ້ເໝາະສົມກັບວັດທະນະທຳ ແລະ ສັງຄົມລາວ, ທີ່ສົ່ງເສີມໃຫ້ມີການຮຽນຮ່ວມ, ການປະກອບສ່ວນ ແລະ ມີຄຸນນະພາບຂອງລະບົບການສຶກສາທີ່ດີຂຶ້ນກວ່າເກົ່າ ເຊິ່ງຈະກະກຽມຄວາມພ້ອມໃຫ້ນັກຮຽນເພື່ອອະນາຄົດ”.
ທ່ານເອກອັກຄະລັດຖະທູດ ເມແກນ ຈອນສ ໄດ້ຍົກໃຫ້ເຫັນເຖິງການປັບປຸງຫຼັກສູດ ແມ່ນເປັນດັ່ງສັນຍາລັກຂອງຄວາມພະຍາຍາມໃນການຮ່ວມມືລະຫວ່າງສອງປະເທດ, ທ່ານໄດ້ກ່າວວ່າ: “ການປັບປຸງຫຼັກສູດແຫ່ງຊາດ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນອັນເລິກເຊິ່ງຂອງລັດຖະບານ ສປປ ລາວ ຕໍ່ລັດຖະບານອົສະຕຣາລີ ປຽບເໝືອນເປັນເພື່ອນທີ່ຮູ້ຈັກກັນມາຫຼາຍປີ. ຄວາມສຳເລັດຂອງພວກເຮົາຜ່ານແຜນງານບິຄວາ ເປັນການຢັ້ງຢືນເຖິງຄວາມເຂັ້ມແຂງຂອງການຮ່ວມມື ແລະ ຄໍາໝັ້ນສັນຍາຮ່ວມກັນຂອງພວກເຮົາ ເພື່ອຮັບປະກັນໃຫ້ການພັດທະນາຊັບພະຍາກອນມະນຸດ ແລະ ເສດຖະກິດມີຄວາມຢືນຢົງ”.

ທ່ານເອກອັກຄະລັດຖະທູດ ແລະ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຢ້ຽມຊົມການວາງສະແດງຜົນສຳເລັດ 10 ປີ

ພາບການວາງສະແດງຜົນງານທີ່ດີເດັ່ນອັນສຳຄັນຂອງແຜນງານບີຄວາ

ພາບຫ້ອງຮຽນທີ່ຮຽນຫຼັກສູດສະບັບປັບປຸງໃໝ່-ການສຶກສາທີ່ສົ່ງເສີມການຮຽນຮ່ວມ ແລະ ການມີສ່ວນຮ່ວມຂອງເດັກທຸກຄົນ

ພາບຫ້ອງຮຽນທີ່ຮຽນຫຼັກສູດສະບັບປັບປຸງໃໝ່-ການສຶກສາທີ່ສົ່ງເສີມການຮຽນຮ່ວມ ແລະ ການມີສ່ວນຮ່ວມຂອງເດັກທຸກຄົນ
ທ່ານລັດຖະມົນຕີ ພຸດ ສິມມາລາວົງ ໄດ້ກ່າວເຖິງໝາກຜົນຂອງການສະໜັບສະໜູນນີ້ວ່າ: “ການສະໜັບສະໜູນ ແລະ ພັດທະນາວິຊາຊີບໃຫ້ແກ່ຄູ ຜ່ານແຜນງານບີຄວາ, ໄດ້ສ້າງຄວາມແຕກຕ່າງຢ່າງແທ້ຈິງ, ພວກເຮົາໄດ້ເຫັນຜູ້ເຮັດວຽກໃນຂະແໜງການສຶກສາ ໄດ້ຮັບການສ້າງຄວາມເຂັ້ມແຂງ ເພື່ອໃຫ້ສາມາດສະໜອງການສຶກສາທີ່ມີຄຸນນະພາບໃນຫ້ອງຮຽນ ແລະ ກໍແມ່ນນັກຮຽນ ແລະ ຄອບຄົວທີ່ໄດ້ຮັບຜົນປະໂຫຍດຈາກການຮ່ວມມືນີ້ ”.
ໃນໄລຍະ 10 ປີ ຜ່ານມາ, ແຜນງານບີຄວາ ກໍ່ຍັງໄດ້ໃຫ້ການສະໜັບສະໜູນລັດຖະບານລາວ ໃຫ້ມີຄວາມກ້າວໜ້າທີ່ໂດດເດັ່ນດ້ານສົ່ງເສີມໃຫ້ການສຶກສາມີການຮຽນຮ່ວມ ແລະ ເຂົ້າເຖິງໄດ້. ວຽກງານທີ່ລິເລີ່ມແມ່ນ ສື່ການຮຽນການສອນວິຊາຝຶກເວົ້າພາສາລາວ ສຳລັບນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກຢູ່ເຮືອນ ທີ່ໄດ້ສະແດງໃຫ້ເຫັນວ່າເປັນສື່ການຮຽນການສອນທີ່ສ້າງຂຶ້ນມາສະເພາະ ແລະ ມີການຝຶກອົບຮົມທີ່ມີປະສິດທິພາບ ສ້າງໄດ້ຄວາມແຕກຕ່າງໃຫ້ແກ່ປະສົບການຮຽນໃນໂຮງຮຽນຂອງນັກຮຽນຊົນເຜົ່າທັງຍິງ ແລະ ຊາຍ. ໃນນາມທີ່ວຽກງານນີ້ເປັນຂີດໝາຍການຮ່ວມມືທີ່ສຳຄັນ, ໃນປີ 2024, ບົດຮຽນຝຶກເວົ້າພາສາລາວໄດ້ຖືກຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
ເມື່ອເບິ່ງໄປໃນອະນາຄົດ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ ເນັ້ນເຖິງສິ່ງທ້າທາຍໃໝ່ທີ່ຂະແຫນງການສຶກສາ, ວິທະຍາສາດ ແລະ ກິລາ ທີ່ພວມປະເຊີນຢູ່, ທ່ານໄດ້ກ່າວວ່າ: “ເມື່ອພວກເຮົາເບິ່ງໄປໃນອະນາຄົດ, ພວກເຮົາຮັບຮູ້ວ່າຮູບແບບຂອງການສຶກສາຈະມີການພັດທະນາຢ່າງຕໍ່ເນື່ອງ ແລະ ພວກເຮົາຈະປະເຊີນກັບສິ່ງທ້າທາຍໃໝ່ໆ. ການຂາດແຄນຄູ ແມ່ນເປັນບັນຫາອັນຮີບດ່ວນ, ການພັດທະນາວິຊາຊີບຄູແບບຕໍ່ເນື່ອງມີຄວາມສຳຄັນ, ການເພີ່ມອັດຕາການເຂົ້າຮຽນ ແລະ ຫຼຸດຜ່ອນອັດຕາການປະລະການຮຽນ ແມ່ນມີຄວາມຈຳເປັນ. ພ້ອມນີ້, ການສະໜັບສະໜູນຢ່າງຕໍ່ເນື່ອງຂອງລັດຖະບານອົດສະຕຣາລີ ແລະ ຄູ່ຮ່ວມພັດທະນາ ແມ່ນເປັນສິ່ງຈຳເປັນທີ່ຈະຊ່ວຍໃຫ້ພວກເຮົາສະໜອງການສຶກສາທີ່ມີຄຸນນະພາບສູງ ແລະ ຮັບປະກັນໃຫ້ເດັກນ້ອຍທຸກຄົນເຂົ້າເຖິງການສຶກສາ ”.
ເຊັ່ນດຽວກັນເພື່ອກ່າວເຖິງສະພາບດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ເມແກນ ຈອນສ ໄດ້ຢືນຢັນຄືນຄຳໝັ້ນສັນຍາຂອງລັດຖະບານອົດສະຕຣາລີ ໃນການສະໜັບສະໜູນ ສປປ ລາວ ທ່ານໄດ້ກ່າວເຖິງບູລິມະສິດນີ້ວ່າ: “ການຂາດແຄນຄູ ແລະ ການຮັກສານັກຮຽນໃຫ້ສືບຕໍ່ການຮຽນ ແມ່ນເປັນບັນຫາຮີບດ່ວນ. ໂດຍການຮ່ວມມືກັນ, ການສືບຕໍ່ລົງທຶນໃສ່ການພັດທະນາຄູ ແລະ ປັບປຸງຄຸນນະພາບການສຶກສາ, ພວກເຮົາສາມາດຊ່ວຍສ້າງລະບົບການສຶກສາທີ່ເຂັ້ມແຂງ ແລະ ແທດເໝາະກັບອະນາຄົດ”.
ການຮ່ວມມືລະຫວ່າງລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ບັນລຸຜົນສຳເລັດອັນຍິ່ງໃຫຍ່, ແຕ່ເສັ້ນທາງການພັດທະນານີ້ກໍ່ຍັງຈະສືບຕໍ່. ຄວາມເຊື່ອໝັ້ນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາຍັງຄົງໜັກແໜ້ນ ແລະ ຮັບປະກັນໃຫ້ເດັກທຸກຄົນມີໂອກາດບັນລຸທ່າແຮງບົ່ມຊ້ອນຂອງຕົນເອງໄດ້ຢ່າງເຕັມສ່ວນ. ການສະເຫຼີມສະຫຼອງແຜນງານບີຄວາ ຄົບຮອບ 10 ປີ ຍັງໄດ້ເປັນການສະເຫຼີມສະຫຼອງຜົນສຳເລັດໃນອະດີດ ແລະ ເປັນການຢືນຢັນອີກຄັ້ງໜຶ່ງເຖິງຄວາມມຸ່ງໝັ້ນຮ່ວມກັນຂອງລັດຖະບານສອງປະເທດ, ເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ສ້າງປະເທດລາວໃຫ້ມີການການສຶກສາທີ່ມີຄຸນນະພາບ.

ພາບຫ້ອງຮຽນທີ່ຮຽນຫຼັກສູດສະບັບປັບປຸງໃໝ່-ການສຶກສາທີ່ສົ່ງເສີມການຮຽນຮ່ວມ ແລະ ການມີສ່ວນຮ່ວມຂອງເດັກທຸກຄົນ

ພາບຫ້ອງຮຽນທີ່ຮຽນຫຼັກສູດສະບັບປັບປຸງໃໝ່-ການສຶກສາທີ່ສົ່ງເສີມການຮຽນຮ່ວມ ແລະ ການມີສ່ວນຮ່ວມຂອງເດັກທຸກຄົນ

ພາບຫ້ອງຮຽນທີ່ຮຽນຫຼັກສູດສະບັບປັບປຸງໃໝ່-ການສຶກສາທີ່ສົ່ງເສີມການຮຽນຮ່ວມ ແລະ ການມີສ່ວນຮ່ວມຂອງເດັກທຸກຄົນ
