
ສຳພາດນັກຮຽນເພື່ອເກັບຂໍ້ມູນດ້ານຄຸນນະພາບ
ການເກັບກຳຂໍ້ມູນດ້ານຄຸນນະພາບຮອບທີສອງສໍາລັບການສຶກສາຄົ້ນຄວ້າການຮຽນແບບມີສ່ວນຮ່ວມ ຈະເລີ່ມຕົ້ນໃນເດືອນກຸມພານີ້ໃນ 30 ເມືອງ
ໃນລະຫວ່າງວັນທີ 10 ກຸມພາ – 7 ມີນາ 2025, ທີມງານຄົ້ນຄວ້າເກັບກຳຂໍ້ມູນ 32 ທ່ານ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູ 3 ແຫ່ງ (ຫຼວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ) ຈະເດີນທາງໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອເກັບກຳຂໍ້ມູນການຮຽນການສອນປີທີ 2 ຂອງໄລຍະເວລາການຄົ້ນຄວ້າທັງໝົດ 3 ປີ.
ການສຶກສາຄົ້ນຄວ້າໄດ້ເລີ່ມຂຶ້ນໃນປີ 2024 ເຊິ່ງນຳພາໂດຍກົມສ້າງຄູ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ). ຈຸດປະສົງເພື່ອກໍານົດການປະຕິບັດການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ. ການສຶກສາຈະຄົ້ນຫາຄວາມຜູກພັນຂອງນັກຮຽນ, ການມີສ່ວນຮ່ວມ, ແລະ ປັດໃຈທີ່ສົ່ງຜົນຕໍ່ຜົນການຮຽນຂອງນັກຮຽນ.
ທ່ານ ຮອງສາສະດາຈານ ນາງ ວົງເດືອນ ໂອໃສ, ວ່າການແທນຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກົມສ້າງຄູໄດ້ແນະນຳການອອກແບບການສຶກສາແບບມີສ່ວນຮ່ວມ ແລະ ໃຫ້ທິດຊີ້ນໍາບັນດາເມືອງ ແລະ ວິທະຍາໄລຄູ ກ່ຽວກັບການຄັດເລືອກໂຮງຮຽນ, ວິທີສະໜັບສະໜູນທີມງານເກັບກຳຂໍ້ມູນໃນເວລາລົງພາກສະໜາມ ແລະ ວິທີການອຳນວຍຄວາມສະດວກໃນການສະທ້ອນຄືນ ແລະ ປຶກສາຫາລືກ່ຽວກັບຄວາມເຂົ້າໃຈເບື້ອງຕົ້ນຈາກຂໍ້ມູນ”.
ການສຶກສາຄົ້ນຄວ້າໄດ້ກວມເອົາ 30 ເມືອງເປົ້າໝາຍໃນ 7 ແຂວງຄື: ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ. ໃນແຕ່ລະເມືອງ ຈະມີໂຮງຮຽນ 4 ແຫ່ງໄດ້ຖືກຄັດເລືອກໂດຍອີງໃສ່ປັດໃຈດ້ານຄວາມຫຼາກຫຼາຍ. ໃນນັ້ນລວມມີນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກຢູ່ເຮືອນ, ນັກຮຽນພິການ ແລະ ນັກຮຽນທີ່ເຂົ້າຮຽນບໍ່ສະໝໍ່າສະເໝີ. ເງື່ອນໄຂເພີ່ມຕື່ມທີ່ນຳມາຄົ້ນຄ້ວາແມ່ນເພດຂອງຜູ້ອໍານວຍການ ແລະ ຄູ, ພ້ອມທັງປັດໃຈດ້ານທີ່ຕັ້ງພູມສັນຖານ, ການຈັດການສອນຫ້ອງຄວບ ແລະ ຖ້າວ່າໂຮງຮຽນກໍາລັງປະຕິບັດການສົ່ງເສີມການສອນບົດຮຽນຝຶກເວົ້າພາສາລາວ.
ການສຶກສາຄົ້ນຄວ້າຈະລວມມີການເກັບກໍາຂໍ້ມູນດ້ານຄຸນນະພາບ ແລະ ດ້ານປະລິມານໃນໄລຍະສາມປີ. ໃນເດືອນກຸມພາ ແລະ ເດືອນມີນາ ໃນແຕ່ລະປີ, ການຄົ້ນຄວ້າກໍລະນີສຶກສາດ້ານຄຸນນະພາບຈະດໍາເນີນຜ່ານການສໍາພາດນັກຮຽນ, ຜູ້ປົກຄອງ ແລະ ຄູ ໃນ 21 ໂຮງຮຽນເປົ້າໝາຍ. ໃນເດືອນເມສາຂອງແຕ່ລະປີ, ການທົດສອບລະດັບພາສາລາວຈະດຳເນີນຢູ່ໃນ 120 ໂຮງຮຽນ ແຕ່ ຂັ້ນປ.1 ຫາ ປ.2 ແລະ ປ.3. ແຕ່ລະພາກຮຽນ, ຂໍ້ມູນການຕິດຕາມຈະເກັບກຳຈາກຄູ ແລະ ຜູ້ທີ່ໃຫ້ການຊ່ວຍເຫຼືອເຂົາເຈົ້າ ຜ່ານຊ່ອງທາງ ການສັງເກດການສອນໃນຫ້ອງຮຽນ.

ທີມງານເກັບກຳຂໍ້ມູນບອກເລົ່າເລື່ອງລາວຄູຜູ້ເປັນແຮງບັນດານໃຈ

ທີມງານເກັບຂໍ້ມູນກຳລັງເດີນທາງໄປໂຮງຮຽນທີ່ຢູ່ເຂດຫ່າງໄກ
ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມຸ່ງໝັ້ນທີ່ຈະສົ່ງເສີມການຮຽນແບບມີສ່ວນຮ່ວມ. ພວກເຮົາເຊື່ອວ່ານັກຮຽນທຸກຄົນຄວນເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງເຂົາເຈົ້າໄດ້ຢ່າງມີປະສິດທິພາບ ໃນສະພາບແວດລ້ອມທີ່ເອື້ອອຳນວຍ, ຍອມຮັບ, ເຄົາລົບ ແລະ ສະໜັບສະໜູນເຂົາເຈົ້າ. ໃນສະພາບປະລະການຮຽນຂອງນັກຮຽນໃນປະຈຸບັນ, ມັນເປັນສິ່ງສຳຄັນທີ່ຈະກຳນົດທິດທາງການປະຕິບັດການສອນທີ່ຕອບສະໜອງຄວາມຕ້ອງການຂອງນັກຮຽນໄດ້ດີທີ່ສຸດ ແລະ ເສີມຂະຫຍາຍຄວາມຮູ້ສຶກຜູກພັນຂອງເຂົາເຈົ້າຢູ່ໂຮງຮຽນ”.
ການສຶກສາຄົ້ນຄວ້າການຮຽນການສອນແບບມີສ່ວນຮ່ວມ ແມ່ນນຳໃຊ້ວິທີການສະເພາະຄື ‘ຄວາມຮູ້ສຶກຜູກພັນ’ ໂດຍເນັ້ນໃສ່ປັດໃຈທາງດ້ານສັງຄົມ, ຈິດໃຈ ແລະ ສິ່ງແວດລ້ອມ ທີ່ມີອິດທິພົນຕໍ່ການຮຽນຂອງນັກຮຽນ. ການສຶກສາຄົ້ນຄວ້າຈະຕິດຕາມການປ່ຽນແປງຂອງຄະແນນການທົດສອບລະດັບພາສາລາວຂອງນັກຮຽນ ເພື່ອຊອກຫາວ່າການປັບປຸງປັດໃຈເຫຼົ່ານີ້ເຮັດໃຫ້ຜົນການຮຽນຂອງນັກຮຽນດີຂຶ້ນຫຼືບໍ່? ຄູສາມາດມີອິດທິພົນຫຼາຍຕໍ່ຊີວິດຂອງນັກຮຽນບໍ່?
ໃນລະຫວ່າງການຝຶກອົບຮົມການເກັບກຳຂໍ້ມູນໃນຕົ້ນເດືອນກຸມພາ, ວິຊາການຈາກ ສສກ ໄດ້ບອກເລົ່າກ່ຽວກັບປະສົບການສ່ວນຕົວຂອງເຂົາເຈົ້າເລື່ອງຄູຜູ້ທີ່ໄດ້ເຮັດໃຫ້ເຂົາເຈົ້າປະທັບໃຈມາແຕ່ຍັງນ້ອຍຕອນເປັນນັກຮຽນ. ເລື່ອງລາວຂອງຄູຜູ້ທີ່ຕ້ອນຮັບນັກຮຽນດ້ວຍຮອຍຍິ້ມ, ເວົ້າແລ້ວນັກຮຽນຢາກຕັ້ງໃຈຟັງ ຫຼື ຄຳເວົ້າທີ່ຊຸກຍູ້ໃຫ້ນັກຮຽນເຮັດຕາມຄວາມຝັນ. ວິຊາການຈາກ ສສກ ຫຼາຍທ່ານໄດ້ບອກເລົ່າເລື່ອງລາວຂອງຄູທີ່ເປັນແຮງບັນດານໃຈໃຫ້ເຂົາເຈົ້າເຮັດວຽກໃນຂະ ແໜງການສຶກສາ. ຄູທີ່ສ້າງແຮງບັນດານໃຈເຫຼົ່ານີ້ໄດ້ສ້າງຄວາມຮູ້ສຶກຜູກພັນ– ເປັນບ່ອນປ້ອງກັນໃຫ້ນັກຮຽນຮູ້ສຶກປອດໄພ, ມີຄວາມສາມັກຄີກັນໃນກຸ່ມ ແລະ ຮັບຮູ້ເຖິງຄວາມສໍາຄັນຂອງການປະກອບສ່ວນທີ່ເປັນເອກະລັກຂອງນັກຮຽນແຕ່ລະຄົນ.

ສຳພາດນັກຮຽນເພື່ອເກັບຂໍ້ມູນດ້ານຄຸນນະພາບ

ສຳພາດນັກຮຽນເພື່ອເກັບຂໍ້ມູນດ້ານຄຸນນະພາບ
ທ່ານ ນາງ ວົງເດືອນ ໄດ້ກ່າວຕື່ມວ່າ: “ການສຶກສາຄົ້ນຄວ້ານີ້ຈະຊ່ວຍໃຫ້ພວກເຮົາປັບປຸງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງພວກເຮົາ. ພວກເຮົາຈະກໍານົດການປະຕິບັດການສິດສອນທີ່ປະສົບຜົນສໍາເລັດທີ່ນໍາໄປສູ່ການຮຽນແບບມີສ່ວນຮ່ວມຂອງນັກຮຽນຢູ່ໃນໂຮງຮຽນກຸ່ມຕົວຢ່າງ. ພວກເຮົາຈະເບິ່ງວິທີການພັດທະນາວິຊາຊີບຄູແບບຕໍ່ເນື່ອງທີ່ໄດ້ນໍາໃຊ້. ວິທີການທີ່ດີເຫຼົ່ານັ້ນຈະໄດ້ແນະນຳໃຫ້ຄູ ແລະ ຊຸມຊົນໂຮງຮຽນຂອງພວກເຂົາເຈົ້າເພື່ອສະໜັບສະໜູນຄູຕື່ມອີກເພື່ອແກ້ໄຂຄວາມຕ້ອງການຂອງນັກຮຽນ”.
ທ່ານ ນາງ ວາເນັດຊ້າ ໄດ້ກ່າວປິດທ້າຍວ່າ: “ຂ້າພະເຈົ້າຫວັງວ່າຈະໄດ້ຮັບຊາບຜົນຂອງການສຶກສາຄົ້ນຄວ້ານີ້ ແລະ ຈະສືບຕໍ່ການຮ່ວມມືຂອງພວກເຮົາກັບກະຊວງສຶກສາທິການ ແລະ ກິິລາ ເພື່ອກໍານົດ ແລະ ສົ່ງເສີມວິທີການສອນທີ່ຊຸກຍູ້ໃຫ້ມີສະພາບແວດລ້ອມການຮຽນທີ່ສົ່ງເສີມການຮຽນແບບມີສ່ວນຮ່ວມຂອງນັກຮຽນທີ່ມີຄວາມຫຼາກຫຼາຍ”.
