ນຳໃຊ້ຕຸກກະຕາເຈ້ຍ ເພື່ອສອນບົດຮຽນຝຶກເວົ້າພາສາລາວ-ຝຶກອົບຮົມທີ່ແຂວງຊຽງຂວາງ

ການຝຶກອົບຮົມໃຫ້ແກ່ຜູ້ໃຫ້ການສະໜັັບສະໜູນຄູແມ່ນເນັ້ນໃສ່ການຄຸ້ມຄອງຫ້ອງຮຽນ ແລະ ວິທີການຊ່ວຍເຫຼືອນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ

ໃນເດືອນມັງກອນນີ້, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ຈະໄດ້ຈັດການຝຶກອົບຮົມໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ (IPS) ຄັ້ງທີ 5 ຫຼາຍກວ່າ 1,120 ຄົນ. ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ສ້າງຕັ້ງຂຶ້ນໃນເດືອນມີນາ 2023 ໃນ 30 ເມືອງເປົ້າໝາຍ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄໍາມ່ວນ ແລະ ສະຫວັນນະເຂດ. ທີມງານດັ່ງກ່າວປະກອບດ້ວຍຄູຊັ້ນປະຖົມສຶກສາ ແລະ ຜູ້ອໍານວຍການໂຮງຮຽນ ທີ່ໄດ້ຮັບການຄັດເລືອກຈາກ ຜູ້ທີ່ມີປະສົບການການສອນຊັ້ນປະຖົມສຶກສາ, ຄວາມຮູ້ລາຍວິຊາ, ທັກສະການສອນ, ຄວາມມຸ່ງໝັ້ນໃນການປັບປຸງຄຸນນະພາບການສອນ ແລະ ແຮງຈູງໃຈທີ່ຈະສະໜັບສະໜູນຄູ. ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ມີຄວາມຫຼາກຫຼາຍ ໃນຈຳນວນຄູໃນເຂດເປົ້າໝາຍຄື: 53% ເປັນເພດຍິງ ໃນນັ້ນ 42% ແມ່ນມາຈາກພື້ນຖານທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ. ເຂົາເຈົ້າໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງແກ່ຄູໃນໂຮງຮຽນຂອງຕົນເອງ ແລະ ໂຮງຮຽນໃກ້ຄຽງ ໂດຍຜ່ານການລົງຕິດຕາມ, ໂທຜ່ານວິດີໂອ ແລະ ສົ່ງຂໍ້ຄວາມທາງກຸ່ມວັອດແອັບ. ເຂົາເຈົ້າໄດ້ນຳໃຊ້ວິທີການພັດທະນາວິຊາຊີບຄູແບບຕໍ່ເນື່ອງຫຼາຍຢ່າງເຊັ່ນ: ການສອນເປັນຄູ່, ການສັງເກດການສອນໃນຫ້ອງຮຽນ, ການຝຶກອົບຮົມແບບເຊິ່ງໜ້າ ໂດຍໃຊ້ໂມດູນຈາກຊຸດອຸປຸກອນຊ່ວຍເຫຼືອຄູ, ແລະ ການເບິ່ງວິດີໂອສຳລັບການພັດທະນາຄູ.

ທ່ານ ຮອງສາດສະດາຈານ ນາງ ວົງເດືອນ ໂອໃສ ວ່າການແທນຫົວໜ້າກົມສ້າງຄູ  ໄດ້ກ່າວວ່າ: “ການຝຶກອົບຮົມຄັ້ງນີ້ ເປັນຄັ້ງທີ 5 ທີ່ອອກແບບມາໃນການຝຶກອົບຮົມໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອປະຕິບັດພາລະບົດບາດຂອງຕົນໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ. ໃນກອງປະຊຸມ, ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ຈະກະກຽມແຜນການສະໜັບສະໜູນຄູໃນພາກຮຽນຕໍ່ໄປ ແລະ ເຂົາເຈົ້າຈະໄດ້ຮັບການຝຶກອົບຮົມກ່ຽວກັບເຕັກນິກເພື່ອສະໜັບສະໜູນຄູ ແລະ ແກ້ໄຂສິ່ງທ້າທາຍທີ່ສໍາຄັນທີ່ຄູພົບພໍ້ເຊັ່ນ: ການສອນວິຊາພາສາລາວ, ການສອນນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົບ ແລະ ການຄຸ້ມຄອງຫ້ອງຮຽນ”.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ “ຜ່ານລະບົບຜູ້ເຮັດວຽກສຶກສານິເທດພາຍໃນ, ກະຊວງສຶກສາທິການ ແລະ ກິລາ ໄດ້ສະໜັບສະໜູນຄູຊັ້ນປະຖົມສຶກສາ 8,000 ຄົນ ໃນເຂດຫ່າງໄກ. ​ໃນ​ສະພາບ​ການ​ໃນ​ປະຈຸ​ບັນທີ່​ການ​ເຂົ້າ​ຮຽນ​​ຫຼຸດ​ລົງ ​ແລະ ການ​ຂາດແຄນ​ຄູ ​ແມ່ນເປັນ​ສິ່ງ​ສຳຄັນ​ທີ່​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ການ​ຮັກສາຈຳນວນ​ຄູ ​ແລະ ຄຸນ​ນະພາ​ບການ​ສອນ. ໂດຍລວມແລ້ວກໍ່ແມ່ນຈະ​ປະ​ກອບ​ສ່ວນຊຸກຍູ້​ໃຫ້​ຜົນ​ການ​ຮຽນ​ຂອງນັກຮຽນ​​ດີຂຶ້ນກ​ວ່າເກົ່າ​. ລັດຖະບານອົດ​ສະ​ຕຣາ​ລີ ເຊື່ອ​ໝັ້ນເປັນ​ຢ່າງ​ຍິ່ງວ່າ ການ​ຮຽນ​ການ​ສອນ​ທີ່​ດີແມ່ນຈະຕ້ອງໄດ້ສ້າງ​ຊັບພະຍາກອນ​ມະ​ນຸດ​ໃຫ້ມີຄຸນນະພາບທີ່ດີຂຶ້ນ ແລະ ​ພວກ​ເຮົາ​ຮູ້ສຶກເປັນ​ກຽດ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ຢ່າງ​ໃກ້​ຊິດ​ເພື່ອບັນລຸ​ເປົ້າ​ໝາຍ​ນີ້”.

ຜູ້ເຮັດວຽກສຶກສານິເທດຜ່ານໃນສ້າງແຜນການຊ່ວຍເຫຼືອຄູດ້ວຍແທັບເລັດ-ຝຶກອົບຮົມທີ່ແຂວງບໍ່ແກ້ວ

ກິດຈະກຳທີ່ເຮັດໄດ້ງ່າຍເພື່ອທົດລອງການສອນບົດຮຽນທີ່ມີອຸປະສັກເມື່ອນັກຮຽນບໍ່ເຂົ້າໃຈພາສາລາວ-ຝຶກອົບຮົມທີ່ແຂວງສະຫວັນນະເຂດ

ການຝຶກອົບຮົມດັ່ງກ່າວ ຈະໄດ້ຈັດຂຶ້ນໃນເດືອນມັງກອນ ໂດຍທີມງານວິຊາການ ຈໍານວນ 165 ທ່ານຈາກ 3 ວິທະຍາໄລຄູຄື: ວິທະຍາໄລຄູຫຼວງນໍ້າທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ. ແຕ່ລະຊຸດຝຶກອົບຮົມໃຊ້ເວລາ 5 ວັນ. ຜູ້ເຮັດວຽກສຶກສານິເທດພາຍໃນ ຈະໃຊ້ແທັບເລັດຂອງເຂົາເຈົ້າເພື່ອສ້າງແຜນການສະໜັບສະໜູນຄູແບບເອເລັກໂຕຣນິກ. ແຜນຈະໄດ້ຖືກບັນທຶກໄວ້ໃນຫ້ອງສະໝຸດເອກະສານອອນລາຍ ທີ່ແຊໄວ້ເພື່ອໃຫ້ບັນດາວິທະຍາໄລຄູ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ສາມາດຕິດຕາມການປະຕິບັດແຜນການສະໜັບສະໜູນຄູເປັນລາຍບຸກຄົນແບບທັນການ. ຈະເນັ້ນໃສ່ໜ້າວຽກສະເພາະກ່ຽວກັບບົດຮຽນຝຶກເວົ້າພາສາລາວສະບັບໃໝ່ ທີ່ໄດ້ນຳໃຊ້ທົ່ວປະເທດໃນສົກຮຽນນີ້. ຜູ້ເຮັດວຽກສຶກສານິເທດພາຍໃນຈະໄດ້ຮຽນຮູ້ເຕັກນິການສອນບົດຮຽນຝຶກເວົ້າພາສາລາວ ຢ່າງລະອຽດເພື່ອໃຫ້ເຂົາເຈົ້າສາມາດໃຫ້ການຊ່ວຍເຫຼືອຄູ ໃຫ້ສາມາດສອນບົດຮຽນຝຶກເວົ້າພາສາລາວໃນຫ້ອງຮຽນໄດ້ຢ່າງມີປະສິດທິພາບ.

ຄູຝຶກທ່ານໜຶ່ງໄດ້ກ່າວວ່າ: “ໃນການຝຶກອົບຮົມມີກິດຈະກຳທີ່ປະຕິບັດຕົວຈິງຫຼາຍຢ່າງ, ພວກເຮົາຈະໃຊ້ພາສາເຜົ່າອື່ນ ທີ່ບໍ່ແມ່ນພາສາລາວ 1 ຊົ່ວໂມງ ເພື່ອອຳນວຍຄວາມສະດວກໃນກິດຈະກຳງ່າຍໆ ເພື່ອຊ່ວຍໃຫ້ຜູ້ເຮັດວຽກສຶກສານິເທດ ເຂົ້າໃຈເຖິງສິ່ງທີ່ນັກຮຽນພົບຫາກພາສາທີ່ໃຊ້ໃນການສອນບໍ່ແມ່ນພາສາທຳອິດຂອງເຂົາເຈົ້າ. ມີຄວາມສຳຄັນຫຼາຍ ທີ່ຜູ້ເຮັດວຽກສຶກສານິເທດ ຈະໄດ້ສຳພັດຕົວຈິງກັບຄວາມທ້າທາຍທີ່ຄູໄດ້ພົບ ແລະ ຈະເຮັດແນວໃດເພື່ອໃຫ້ນັກຮຽນເຂົ້າໃຈຫຼາຍຂຶ້ນ ແລະ ປັບປຸງຄຸນນະພາບການໃຫ້ການຊ່ວຍເຫຼືອ”.

ໃນການຝຶກອົບຮົມ, ຜູ້ເຮັດວຽກສຶກສານິເທດພາຍໃນ ຍັງຈະໄດ້ຮຽນຮູ້ວິທີການນໍາໃຊ້ເຕັກນິກການຄຸ້ມຄອງຫ້ອງຮຽນໃນທາງສ້າງສັນ. ສອງວິດີໂອສຳລັບການພັດທະນາຄູຕອນໃໝ່ກ່ຽວກັບ ບົດຮຽນຝຶກເວົ້າພາສາລາວ ແລະ ການຄຸ້ມຄອງຫ້ອງຮຽນ ໄດ້ຖືກນໍາໃຊ້ເພື່ອສະແດງໃຫ້ເຫັນເຕັກນິກຕົວຈິງ.

ການສະທິດການສອນບົດຮຽນຝຶກເວົ້າພາສາລາວ-ຝຶກອົບຮົມທີ່ແຂວງຊຽງຂວາງ

ຝຶກກິດຈະກຳເລົ່າເລື່ອງ-ຝຶກອົບຮົມທີ່ແຂວງຊຽງຂວາງ

ທ່ານ ຮອງສາສະດາຈານ ນາງ ວົງເດືອນ ໂອໃສ ໄດ້ກ່າວວ່າ: “ໃນສົກຮຽນ 2023-2024, ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ໃຫ້ການສະໜັບສະໜູນຄູ ຈຳນວນ 8,575 ທ່ານ. ຂໍ້ມູນຈາກ ການສັງເກດການສອນໃນຫ້ອງຮຽນ ຈຳນວນ 2,177  ຄັ້ງທີ່ດໍາເນີນໂດຍຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼັງຈາກໜຶ່ງປີຂອງການເລີ່ມຕົ້ນປະຕິບັດລະບົບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ ໄດ້ສະແດງໃຫ້ເຫັນ ການປ່ຽນແປງໃນທາງບວກໃນການປະຕິບັດການສິດສອນ. ການປັບປຸງການສະໜັບສະໜູນການຮຽນຮູ້ ແລະ ການຮ່ວມມືລະຫວ່າງນັກຮຽນດ້ວຍກັນ ແລະ ການສ້າງທັກສະທາງດ້ານຈິດໃຈ – ສັງຄົມຂອງນັກຮຽນ. ຄູສາມາດເຊື່ອມໂຍງເນື້ອໃນຫຼັກສູດເຂົ້າກັບຊີວິດປະຈໍາວັນຂອງນັກຮຽນໄດ້ດີຂຶ້ນ”.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວຕື່ມວ່າ: “ຄູຫຼາຍທ່ານ ໃນ ສປປ ລາວ ເຮັດວຽກຢູ່ໃນສະພາບທີ່ຫຍຸ້ງຍາກ ແລະ ຫ່າງໄກ. ລັດຖະບານອົດ​ສະ​ຕຣາ​ລີ ມຸ່ງ​ໝັ້ນ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຄູ​​ ເພື່ອ​ຕອບ​ສະ​ໜອງ​​ສິ່ງ​ທ້າ​ທາຍ​ທີ່​ເຂົາ​ເຈົ້າ​ພົບພໍ້. ຂໍ້​ມູນ​ທີ່​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ນຳສະເໜີແມ່ນເປັນກຳລັງອັນດີ. ຂ້າພະເຈົ້າຄາດວ່າ ຈະເຫັນການປ່ຽນແປງໃນທາງບວກຫຼາຍຂຶ້ນໃນປີນີ້ດ້ວຍລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ”.

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ແຜນງານ​ໄດ້​ສຸມ​ໃສ່​ການເສີມ​ຂະ​ຫຍາຍ​ຜົນ​ການຮຽນ​ຂອງ​ໄວ​ໜຸ່ມ​ຂອງ​ປະ​ເທດ​, ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່​ດ້ອຍ​ໂອ​ກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.

ທີມງານຜູ້ເຮັດວຽກສຶກສານິເທດພາບໃນເມືອງຕົ້ນເຜິ້ງ ແລະ ຫ້ວຍຊາຍ ທີ່ຮ່ວມຝຶກອົບຮົມທີ່ແຂວງບໍ່ແກ້ວ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *