ຮູບພາບທີມງານຜູ້ເຮັດວຽກສຶກສານິເທດພາຍໃນ, ແຂວງຫຼວງນໍ້າທາ

ຜູ້ເຮັດວຽກສຶກສານິເທດພາຍໃນຫຼາຍກວ່າ 1000 ຄົນ ໄດ້ເຂົ້າຮ່ວມການຝຶກອົບຮົມພິເສດ ເພື່ອກະກຽມໃຫ້ການສະໜັບສະໜູນ ແລະ ຄຳແນະນຳ ແກ່ຄູສອນຊັ້ນປະຖົມສຶກສາ ໃນເວລາເປີດສົກຮຽນໃໝ່ໃນເດືອນກັນຍາ

ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ), ໄດ້ເປີດຊຸດຝຶກອົບຮົມໃນຫົວຂໍ້ “ຝຶກອົບຮົມວຽກສຶກສານິເທດພາຍໃນ” ເພື່ອໃຫ້ການສະໜັບສະໜູນຄູ ແລະ ຜູ້ອໍານວຍການໂຮງຮຽນໃນເດືອນ ສິງຫາ ນີ້. ກອງປະຊຸມດັ່ງກ່າວແມ່ນເປັນສ່ວນໜຶ່ງຂອງ ສສກ ໃນການລິເລີ່ມຜັນຂະຫຍາຍວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ກວ້າງອອກໄປສູ່ທ້ອງຖິ່ນ ເພື່ອແບ່ງຂັ້ນຄຸ້ມຄອງໃນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ຜູ້ເຂົ້າຮ່ວມກອງປະຊຸມມີໜ້າທີ່ໃຫ້ການສະໜັບສະໜູນການສອນ/ການສຶກສານິເທດພາຍໃນ ໃຫ້ແກ່ຄູໃນ 7 ແຂວງເປົ້າໝາຍ (ບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຄຳມ່ວນ).

ໃນໄລຍະເດືອນສິງຫານີ້, ພະນັກງານວິຊາການ 158 ທ່ານ ຈາກວິທະຍາໄລຄູ (ວຄ) ຫຼວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ໄດ້ດຳເນີນການຝຶກອົບຮົມໃຫ້ແກ່ຜູ້ເຮັດວຽກສຶກສານິເທດ ຈຳນວນ 1,121 ຄົນ. ທີມຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ມີນາ ປີ 2023. ພວກເຂົາເຈົ້າໃຫ້ການຊ່ວຍເຫຼືອດ້ານການສອນແກ່ຄູໃນໂຮງຮຽນຂອງຕົນເອງ ແລະ ໂຮງຮຽນໃກ້ຄຽງໃນລະຫວ່າງສົກຮຽນ. ພວກເຂົາເຈົ້າຊ່ວຍເຫຼືອຄູ ໂດຍການລົງຕິດຕາມຢ່າງເປັນປົກກະຕິ, ການໂທຫາທາງວິດີໂອ, ແລະ ສົ່ງຂໍ້ຄວາມຜ່ານກຸ່ມວັອດແອັບ. ພວກເຂົາເຈົ້າຍັງຊ່ວຍອໍານວຍຄວາມສະດວກໃນການຈັດຫຼາຍໆກິດຈະກໍາຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ລວມທັງການສັງເກດການສອນໃນຫ້ອງຮຽນ, ການສອນເປັນຄູ່ ແລະ ໃຫ້ແນະນຳໃນການເບິ່ງວິດີໂອສຳລັບການພັດທະນາຄູ.

ທ່ານ ເກດ ​ພັນ​ລັກ, ຫົວໜ້າ​ກົມ​ສ້າງ​ຄູ ໄດ້ກ່າວ​ວ່າ: “ຄູ​​ມີ​ບົດບາດ​ສຳຄັນ​ໃນ​ການ​ຮຽນທີ່ປະສົບຜົນສຳເລັດ​ ​ແລະ ອະນາຄົດ​ຂອງ​ໄວ​ໜຸ່ມ. ຊຶ່ງເຂົາເຈົ້າເປັນຜູ້ນໍາເອົາຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ມານຳໃຊ້ໃນຫ້ອງຮຽນຕົວຈິງ. ​ເຖິງຢ່າງໃດກໍ່ຕາມ, ​ຄູຍັງ​ຕ້ອງການ​ການ​ສະ        ໜັບສະໜູນ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ປັບຕົວໃຫ້ຄຸ້ນເຄີຍກັບການ​ຮຽນການສອນ​ຫຼັກສູດ​ຊັ້ນປະຖົມສຶກສາສະບັບ​ປັບປຸງ​ຢ່າງ​ຄົບ​ຖ້ວນ. ດ້ວຍເຫດນີ້, ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ, ພວກເຮົາຈຶ່ງໄດ້ເນັ້ນໜັກໃສ່ການພັດທະນາວິຊາຊີບຄູໃນໄລຍະທີ 2 ຂອງແຜນງານບີຄວາ ແລະ ໄດ້ສ້າງລະບົບການສະໜັບສະໜູນຄູຕະຫຼອດສົກຮຽນ.”

ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້ , ​ເລ​ຂາ​ເອກ, ສະ​ຖານ​ທູດ​ອົດ​ສະ​ຕຣາ​ລີ ໄດ້ກ່າວວ່າ: “ຄຳໝັ້ນສັນຍາຂອງລັດຖະບານອົດສະຕຣາລີ ເພື່ອໃຫ້ການຊ່ວຍເຫຼືອຂະແໜງການສຶກສາໃນ ສປປ ລາວ ລວມມີ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ດ້ວຍວິທີການການສອນ ແລະ ສື່ການຮຽນການສອນແບບໃໝ່ຜ່ານຫຼັກສູດສະບັບປັບປຸງ. ຄູແມ່ນໃຈກາງຂອງການຮຽນຮູ້ຂອງນັກຮຽນ. ເປົ້າໝາຍຂອງພວກເຮົາແມ່ນເພື່ອສ້າງຄວາມໝັ້ນໃຈ ແລະ ທັກສະຂອງຄູໂດຍການຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງການຊ່ວຍເຫຼືອທີ່ມີຄຸນນະພາບສູງ ແລະ ການພັດທະນາວິຊາຊີບຢ່າງເປັນປົກກະຕິ.”

ຜູ້ເຮັດວຽກສຶກສານິເທດພາຍໃນສະທ້ອນຄືນວິທີຈະຊ່ວຍເຫູືອຄູໃນການວາງແຜນບົດສອນ

ກຽມຄວາມພ້ອມ, ປະຕິບັດກິດຈະກຳສະແດງບົດບາດສົມມຸດດ້ານການສອນເປັນຄູ່

ການຝຶກອົບຮົມຄັ້ງ​ນີ້​ ເປັນ​ຄັ້ງ​ທີ 4 ​ຂອງການຝຶກອົບຮົມແບບຕໍ່ເນື່ອງ, ເຊິ່ງໄດ້ຮັບການອອກແບບມາເພື່ອຜູ້ເຮັດວຽກສຶກສານິເທດພາຍໃນ. ຈຸດສໍາຄັນຂອງການຝຶກອົບຮົມແມ່ນການນໍາໃຊ້ຄູ່ມືຄູເພື່ອປັບບົດຮຽນສໍາລັບຫ້ອງຄວບ ແລະ ຄໍາແນະນໍາສຳລັບ ກິດຈະກໍາພິເສດສໍາລັບນັກຮຽນທີ່ເຮັດກິດຈະກຳແລ້ວໄວ.

ການຝຶກອົບຮົມ​ຍັງໄດ້ແນະນໍາຜູ້ເຂົ້າຮ່ວມ ໃຫ້ຮູ້ຈັກເຖິງ ການສອນເປັນຄູ່- ເຊິ່ງເປັນກິດຈະກຳໜຶ່ງຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ຄູ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ ໃຫ້ມີການຊຸກຍູ້ຊ່ວຍເຫຼືອຢູ່ເລື້ອຍໆ. ໃນລະຫວ່າງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຄົ້ນຄິດເຖິງຜົນປະໂຫຍດຂອງການສອນເປັນຄູ່ ແລະ ວິທີການເຮັດວຽກກັບຄູກ່ຽວກັບການສອນຮ່ວມເປັນຄູ່. ພວກເຂົາເຈົ້າເບິ່ງວິດີໂອສຳລັບການພັດທະນາຄູທີ່ຜະລິດໃນເດືອນມິຖຸນາ ທີ່ຜ່ານມາ ເພື່ອເບິ່ງຕົວຢ່າງການສອນຕົວຈິງໃນຫ້ອງຮຽນ.

ຄູຝຶກທ່ານໜຶ່ງທີ່ເຂົ້າຮ່ວມໄດ້ກ່າວວ່າ “ຜູ້ເຂົ້າຮ່ວມມີຄວາມມ່ວນຊື່ນໃນການສ້າງ ກະດານເລື່ອງ (storyboard) ເພື່ອສະແດງໃຫ້ເຫັນວ່າ ເວລາທີ່ຜູ້ເຮັດວຽກສຶກສານິເທດພາຍໃນໃຫ້ການ ສະໜັບສະໜູນຄູໂດຍຜ່ານການສອນເປັນຄູ່. ພວກເຂົາເຈົ້າເຮັດວຽກເປັນກຸ່ມເພື່ອຈິນຕະນາການ ເລື່ອງລາວທີ່ເປັນການເຮັດວຽກຂອງຕົນເອງ ແລະ ເຫັນວ່າເປັນກິດຈະກຳດີທິ່ໄດ້ເຫັນຄວາມກະຕືລືລົ້ນ ແລະ ຫຼາກຫຼາຍແນວຄວາມຄິດຂອງທຸກຄົນ. ພວກເຂົາເຈົ້າຍັງໄດ້ຝຶກຊ້ອມການສະແດງບົດບາດສົມມຸດເປັນຄູສອນ ຫຼື ນັກຮຽນ. ກິດຈະກຳນີ້ ແມ່ນເຮັດໃຫ້ພວກເຮົາທຸກຄົນມີຄວາມຫ້າວຫັນໃນການຝຶກອົບຮົມ!”

ທ່ານ ເກດ ພັນລັກ ໄດ້ກ່າວວ່າ: “ສຳລັບສົກຮຽນ 2024-2025 ນີ້, ຜູ້ເຮັດວຽກສຶກສານິເທດພາຍໃນ ຈະໃຫ້ການສະໜັບສະໜຸນຄູແຕ່ລະເຂດທີ່ພວກເຂົາເຈົ້າຮັບຜິດຊອບ ແລະ ຈະຈັດການຝຶກອົບຮົບດ້ານການສອນເປັນຄູ່ 1 ຄັ້ງຕໍ່ພາກຮຽນ. ວິທະຍາໄລຄູ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ຈະສະໜັບສະໜູນ ຜູ້ເຮັດວຽກສຶກສານິເທດພາຍໃນ ໃນການເຮັດໜ້າທີ່ຂອງເຂົາເຈົ້າໂດຍສຸມໃສ່ໂຮງຮຽນທີ່ຍັງປະຕິບັດບໍ່ທັນໄດ້ດີ.”

ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວວ່າ: “ໂດຍຜ່ານລະບົບຜູ້ເຮັດວຽກສຶກສານິເທດພາຍໃນ, ກະຊວງສຶກສາທິການ ແລະ ກິລາຮ່ວມກັບ ລັດຖານບານອົດສະຕຣາລີ ໄດ້ສະໜັບສະໜູນນຄູສອນຊັ້ນປະຖົມສຶກສາຫຼາຍກວ່າ 8,000 ຄົນໃນເຂດຫ່າງໄກ, ສົ່ງເສີມການຮ່ວມມື, ດ້ານນະວັດຕະກໍາທັນສະໄໝ, ແລະ ການປັບປຸງການການສອນໃນຫ້ອງຮຽນ. ຄູຢູ່ໃນເຂດຫ່າງໄກຫຼາຍແຫ່ງ ໃນປັດຈຸບັນ ສາມາດເຂົ້າເຖິງການຊ່ວຍເຫຼືອດ້ານການພັດທະນາວິຊາຊີບຢ່າງເທົ່າທຽມກັນ, ຍ້ອນວິທີການອັນເປັນພື້ນຖານອັນໃໝ່ນີ້.”

ຜູ້ເຮັດວຽກສຶກສານິເທດພາຍໃນທຸກຄົນແມ່ນໄດ້ຮັບແທັບເລັດ ແລະ ໄດ້ຝຶກດ້ານ ICT ເພື່ອຕິດຕາມ ແລະ ຊ່ວຍເຫຼືອຄູ

ການຝຶກອົບຮົມການນຳໃຊ້ຄູ່ມືຄູສະບັບປັບປຸງ

ຜູ້ເຂົ້າຮ່ວມສ້າງກະດານເລື່ອງເພື່ອສະແດງໃຫ້ເຫັນວ່າ ຈະປະຕິບັດການສອນເປັນຄູ່ແບບໃດ

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ແຜນງານ​ໄດ້​ສຸມ​ໃສ່​ການເສີມ​ຂະ​ຫຍາຍ​ຜົນ​ການຮຽນ​ຂອງ​ຊາວ​ໜຸ່ມ​ຂອງ​ປະ​ເທດ​, ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່​ດ້ອຍ​ໂອ​ກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *