ພະນັກງານວິຊາການແຜນງານບີຄວາໃຫ້ການຊ່ວຍເຫຼືອຜູ້ເຮັດວຽກສຶກສານິເທດພາຍໃນຈາກເມືອງສອງຄອນແຂວງສະຫວັນນະເຂດດ້ວຍເຄື່ອງມືຕິດຕາມແບບດິຈິຕອນ

ການພັດທະນາວິຊາຊີບຄູຄູແບບຕໍ່ເນື່ອງແມ່ນກຸນແຈສຳຄັນໃນການສ້າງຄວາມເຂັ້ມແຂງດ້ານຄຸນນະພາບການສິດສອນ ແລະ ປັບປຸງຜົນການຮຽນຂອງນັກຮຽນ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດກອງປະຊຸມວຽກງານສ້າງຂີດຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ໃນ 3 ວິທະຍາໄລຄູເປົ້າໝາຍ. ໃນເດືອນ ມິຖຸນາ 2024 ປະກອບມີ ວິທະຍາໄລຄູຫຼວງນ້ຳທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ. ກອງປະຊຸມດັ່ງກ່າວໄດ້ວາງເປົ້າໝາຍເລັ່ງໃສ່ ຝຶກອົບຮົມໃຫ້ແກ່ພະນັກງານວິຊາການຂອງວິທະຍາໄລຄູ ທີ່ຮັບຜິດຊອບດ້ານ ICT ເພື່ອໃຫ້ການຊ່ວຍເຫຼືອແກ່ ຜູ້ເຮັດວຽກສຶກສານິເທດພາຍໃນ ເຊິ່ງມີຈຳນວນເຖິງ 1,044 ຄົນ ທີ່ຈະໃຫ້ການຊ່ວຍເຫຼືອຄູຢູ່ໃນ 30 ເມືອງເປົ້າໝາຍ ຂອງ 7 ແຂວງ (ຫຼວງນ້ຳທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ). ຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ພະນັກງານວິຊາການຂອງວິທະຍາໄລຄູ ທີ່ຮັບຜິດຊອບການພັດທະນາວິຊາຊີບຂອງຄູ ໄດ້ຮັບແທັບເລັດ ແລະ ດາຕ້າອິນເຕີເນັດລາຍເດືອນເພື່ອອໍານວຍຄວາມສະດວກໃນການພັດທະນາທັກສະດ້ານ ICT.

ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ຍັງມີສິ່ງທ້າທາຍຫຼາຍຢ່າງກ່ຽວກັບການເຂົ້າເຖິງ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຢູ່ ສປປ ລາວ, ຕົວຢ່າງແມ່ນການເຂົ້າເຖິງຄອມພິວເຕີ ແລະ ອິນເຕີເນັດ ແລະ ຄວາມຮູ້ດ້ານ ICT ຍັງຢູ່ໃນລະດັບຕ່ຳ. ການສະໜັບສະໜູນຈາກລັດຖະບານອົດສະຕຣາລີແມ່ນເປັນແນວທາງທີ່ດີ ໂດຍແຜນງານບີຄວາ, ເຊິ່ງຈະສະໜັບສະໜູນທີມງານດ້ານວິຊາການຂອງວິທະຍາໄລຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດພາຍໃນຂອງພວກເຮົາດ້ວຍການສະໜອງແທັບເລັດ ແລະ ການຝຶກອົບຮົມສໍາລັບພະນັກງານເພື່ອພັດທະນາທັກສະດ້ານວິຊາການຂອງພວກເຂົາເຈົ້າໃນການນໍາໃຊ້ ສື່ການຮຽນການສອນແບບດິຈິຕອນ.

ທ່ານ ເກດ ພັນລັກ ຍັງໄດ້ກ່າວຕື່ມວ່າ “ແຜນງານບີຄວາ ໄດ້ຮ່ວມມືກັບຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ເພື່ອສ້າງເຄືອຄ່າຍຊ່ວຍເຫຼືອຜູ້ເຮັດວຽກສຶກສານິເທດພາຍໃນ ຢູ່ໃນເມືອງເປົ້າໝາຍ ແລະ ສະໜອງຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ຄູສອນ. ດັ່ງນັ້ນ, 98% ຂອງຜູ້ເຮັດວຽກສຶກສານິເທດພາຍໃນ ປັດຈຸບັນສາມາດເຂົ້າເຖິງອິນເຕີເນັດ ໂດຍຜ່ານການນຳໃຊ້ແທັບເລັດ ແລະ ພວກເຂົາເຈົ້າ ກຳລັງໃຊ້ສື່ການຮຽນການສອນຜ່ານແທັບແລັດ ເພື່ອຊ່ວຍເຫຼືອຄູປະຖົມຈຳນວນ 8,000 ຄົນໃນເມືອງທີ່ຢູ່ຫ່າງໄກ.”

ທີມງານຜູ້ປະສານງານຫຼັກວິທະຍາໄລຄູ ແຂວງຫຼວງນໍ້າທາສາທິດການໃຫ້ການຊ່ວຍເຫຼືອທາງໄກແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອແກ້ໄຂບັນຫາປະຈໍາວັນຂອງເຂົາເຈົ້າ

ການໂທຫາຜູ້ເຮັດວຽກສຶກສານິເທດພາຍໃນຈາກທາງໄກທີ່ຢູ່ຂັ້ນເມືອງ

ນອກຈາກການຂາດແຄນດ້ານອຸປະກອນແລ້ວ, ສິ່ງທ້າທາຍອີກຢ່າງໜຶ່ງກໍແມ່ນທັກສະດ້ານ ICT ທີ່ເຫັນວ່າຍັງຕ້ອງໄດ້ຮັບການບຳລຸງໃຫ້ມີຄວາມຮູ້. ເພື່ອແກ້ໄຂບັນຫາດັ່ງກ່າວ ແລະ ຮັບປະກັນວ່າໃຫ້ມີກົນໄກທີ່ຍືນຍົງສໍາລັບຜູ້ເຮັດວຽກດ້ານ ICT ໃຫ້ໄດ້ຮັບການເຂົ້າເຖິງການຊ່ວຍເຫຼືອ, ລັດຖະບານອົດສະຕຣາລີໄດ້ໃຫ້ການສະໜັບສະໜູນ ທັງ 3 ວິທະຍາໄລຄູເປົ້າໝາຍຄື: ຫຼວງນໍ້າທາ, ຄັງໄຂ ແລະ ສະຫວັນນະເຂດ ແລະ ໄດ້ສ້າງຕັ້ງທີມຊ່ຽວຊານດ້ານ ICT ຂຶ້ນໃນຕົ້ນປີ 2024. ທີມງານນີ້ລວມມີສະມາຊິກທັງໝົດ 30 ທ່ານ, ເຄິ່ງໜຶ່ງແມ່ນ ເພດຍິງ. ທີມງານໄດ້ຮັບການຝຶກອົບຮົມເພື່ອສະໜອງການຊ່ວຍເຫຼືອດ້ານ ICT ແບບທາງໄກ ແກ່ ວິຊາການຂອງພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ທີ່ຮັບຜິດຊອບສໍາລັບການພັດທະນາວິຊາຊີບຄູ ລວມທັງ ຜູ້ເຮັດວຽກສຶກສານິເທດພາຍໃນ 1.044 ຄົນ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ແມ່ນກຸນແຈສຳຄັນໃນການສ້າງຄວາມເຂັ້ມແຂງດ້ານຄຸນນະພາບການສອນ ແລະ ປັບປຸງຜົນການຮຽນຂອງນັກຮຽນ. ການເຊື່ອມໂຍງຄວາມຮູ້ດ້ານ ICT ເຂົ້າໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຈະຊ່ວຍໃຫ້ພາກສ່ວນກ່ຽວຂ້ອງ ຫຼາຍພາກສ່ວນໃນຫ້ອງການຕ່າງໆ ແລະ ແຕ່ລະພາກຂອງແຂວງໃນປະເທດ ສາມາດເຮັດວຽກຮ່ວມກັນໄດ້ ເຖິງວ່າຄູຈະຢູ່ເຂດຫ່າງໄກ ແລະ ຕ້ອງໄດ້ອອກເຮັດວຽກນອກພື້ນທີ່ກໍຕາມ ກໍຈະສາມາດມີໂອກາດເຂົ້າເຖິງການພັດທະນາວິຊາຊີບຄູແບບຕໍ່ເນື່ອງໄດ້ຢ່າງເທົ່າທຽມກັນ”.

ການເສີມສ້າງຄວາມສາມາດທີ່ກ່ຽວຂ້ອງກັບດ້ານ ICT ທີ່ສະໜອງໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແມ່ນມີຫຼາກຫຼາຍດ້ານ. ທີມງານໄດ້ຮັບການຝຶກອົບຮົມໃນການຄຸ້ມຄອງຂໍ້ມູນຂ່າວສານໂດຍໃຊ້ພື້ນທີ່ເຮັດວຽກອອນລາຍຮ່ວມກັນ, ເຮັດໃຫ້ພະນັກງານຫຼາຍພາກສ່ວນສາມາດເຮັດວຽກຮ່ວມກັນໄດ້ແບບອອນລາຍ. ເຄື່ອງມືດິຈິຕອນໄດ້ຖືກພັດທະນາເພື່ອຕິດຕາມກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ມີການເກັບກໍາ ແລະ ແບ່ງປັນຂໍ້ມູນໃຫ້ກັນໄດ້ແບບອອນລາຍ. ເຄື່ອງມືກອງປະຊຸມອອນລາຍໄດ້ຖືກນໍາໃຊ້ເພື່ອໃຫ້ການສະໜັບສະໜູນຈາກທາງໄກ ແລະ ການປ້ອນຂໍ້ມູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ແທັບເລັດແມ່ນໄດ້ຖືກນຳໃຊ້ເພື່ອຂະຫຍາຍການເຂົ້າເຖິງແພຼັດຟອມ ຄັງປັນຍາລາວ ທີ່ເປັນຖານຂໍ້ມູນທີ່ມີ ສື່ການຮຽນການສອນຫຼັກສູດຊັ້ນປະຖົມສຶກສາ, ການຮຽນຮູ້, ເອກະສານການຝຶກອົບຮົມ ແລະ ວິດີໂອສຳລັບການພັດທະນາຄູທີ່ມີຢູ່ທາງຊ່ອງ YouTube.

ທີມງານຜູ້ະປະສານງານຫຼັກວິທະຍາໄລຄູແຂວງສະຫວັນນະເຂດນຳໃຊ້ວິດີໂອສຳລັບການຄູໃນຊ່ອງ YouTube ເພື່ອອະທິບາຍເຕັກນິກການສອນ

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວໃນຕອນທ້າຍຕື່ມວ່າ: “ຄູຫຼາຍທ່ານໃນ ສປປ ລາວ ຍັງເຮັດວຽກຢູ່ໃນສະພາບທີ່ຫຍຸ້ງຍາກ ແລະ ຫ່າງໄກ. ການລວມເອົາວິທີການໃໝ່ໆເຂົ້າໃນການສອນໂດຍອີງໃສ່ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງ ແມ່ນມີຄວາມທ້າທາຍ ແລະ ຈະຕ້ອງໃຊ້ເວລາເພື່ອປັບຕົວ. ລັດຖະບານອົດສະຕຣາລີ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນຄູໃຫ້ສາມາດປັບຕົວເຂົ້າກັບການປ່ຽນແປງນີ້. ແທັບເລັດ ແລະ ການຝຶກອົບຮົມດ້ານ ICT ຈະເຮັດໃຫ້ຜູ້ເຮັດວຽກສົ່ງເສີມການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເຂົ້າເຖິງແຫຼ່ງຊັບພະຍາກອນສື່ການຮຽນການສອນໄດ້ງ່າຍຂຶ້ນ ເພື່ອແບ່ງປັນຄວາມຮູ້ກັບຄູສອນດ້ວຍກັນ ລວມທັງການແບ່ງປັນຄວາມຮູ້ດ້ານເຕັກນິກຕ່າງໆ ເພື່ອໄກ້ໄຂສິ່ງທ້າທາຍທີ່ຄູອາດຈະປະເຊີນ”.

ແຜນງານບີຄວາ ເປັນແຜນງານທີ່ນຳພາໂດຍລັດຖະບານລາວໂດຍສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ແຜນງານໄດ້ສຸມໃສ່ເສີມຂະຫຍາຍຜົນການຮຽນຂອງຊາວໜຸ່ມຂອງປະເທດ, ໂດຍສະເພາະແມ່ນຜູ້ທີ່ຕ້ອງການການຊ່ວຍເຫຼືອ ແລະ ຜູ້ດ້ອຍໂອກາດ. ແຜນງານບີຄວາ ແມ່ນເນັ້ນໜັກໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມໃນທຸກໆກິດຈະກໍາ.