ຜູ້ເຂົ້າຮ່ວມປະຊຸມປະຈຳໄຕມາດທີ 2 ກ່ຽວກັບການຊ່ວຍເຫຼືອການພັດທະນາວິຊາຊີບຄູແບບຕໍ່ເນື່ອງ
ວິທະຍາໄລຄູເປົ້າໝາຍ 3 ແຫ່ງ ແລະ 7 ແຂວງເປົ້າໝາຍ ໄດ້ແລກປ່ຽນບົດຮຽນ ແລະ ປຶກສາຫາລືວຽກງານໃນຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງດ້ານການພັດທະນາຂີດຄວາມສາມາດດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ
ໃນວັນທີ 30 ສິງຫາ 2023 ທີ່ຜ່ານມາ, ກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ (ສສກ), ໄດ້ຈັດກອງປະຊຸມປະຈຳໄຕມາດທີ 2 ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ຂຶ້ນທີ່ ວິທະຍາໄລຄູຄັງໄຂ, ແຂວງຊຽງຂວາງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 79 ທ່ານ ທີ່ມາຈາກ: ກົມສ້າງຄູ, ກົມສາມັນສຶກສາ, ວິທະຍາໄລຄູເປົ້າໝາຍ 3 ແຫ່ງ ຂອງແຜນງານບີຄວາ (ຄັງໄຂ, ຫຼວງນ້ຳທາ ແລະ ສະຫວັນນະເຂດ) ແລະ 7 ແຂວງເປົ້າໝາຍໃນເຂດບໍລິການ (ຊຽງຂວາງ, ຫົວພັນ, ຫຼວງນ້ຳທາ, ຜົ້ງສາລີ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຄຳມ່ວນ) ແລະ ຜູ້ເຂົ້າຮ່ວມຈາກ ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ຈາກ 30 ເມືອງ ທີ່ນອນໃນເມືອງເປົ້າໝາຍຂອງແຜນງານບີຄວາ. ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລື ກ່ຽວກັບການປະຕິບັດໜ້າວຽກການພັດທະນາວິຊາຊີບຄູແບບຕໍ່ເນື່ອງຢ່າງຫ້າວຫັນ ແລະ ວາງແຜນປະຕິບັດການໃນອະນາຄົດ.
ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນການປັບປຸງການເຂົ້າເຖິງ ຄຸນນະພາບຂອງການພັດທະນາວິຊາຊີບຄູໃນ ສປປ ລາວ ແລະ ມີຄວາມຍິນດີທີ່ໄດ້ຮ່ວມມືກັບລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ເພື່ອບັນລຸເປົ້າໝາຍດັ່ງກ່າວ. ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເປັນວິທີທີ່ສໍາຄັນເພື່ອສະຫນັບສະຫນູນການປັບປຸງການຮຽນ-ການສອນໃນຫ້ອງຮຽນຊັ້ນປະຖົມ. ສິ່ງສຳຄັນແມ່ນຕ້ອງຮັບປະກັນຄຸນນະພາບຂອງບັນດາກິດຈະກຳການພັດທະນາວິຊາຊີບຄູເພື່ອຮັບປະກັນວ່າຄູສອນຈະໄດ້ຮັບການສະຫນັບສະຫນູນທີ່ດີ.”
ກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໂດຍແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄລຍະທີ 2 ກໍາລັງເຮັດວຽກຮ່ວມກັນ ເພື່ອພັດທະນາຂີດຄວາມສາມາດໃຫ້ແກ່ວິທະຍາໄລຄູ 3 ແຫ່ງ ເພື່ອພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ຈຸດປະສົງແມ່ນເພື່ອກະຈາຍຄວາມຮັບຜິດຊອບໃນການສົ່ງເສີມວຽກງານ CPD ລົງສູ່ເຂດທ້ອງຖິ່ນ ໂດຍການ ສ້າງລະບົບ, ດຳເນີນການປະຕິບັດ ແລະ ສ້າງໃຫ້ເປັນວັດທະນະທຳຂອງສະຖານບັນຂອງຕົນ ໂດຍສະເພາະຢູ່ໃນຂັ້ນໂຮງຮຽນ. ພ້ອມດຽວກັນຍັງໄດ້ມີການແບ່ງຂັ້ນການພັດທະນາວິຊາຊີບຄູໂດຍການສ້າງຕັ້ງ, ປະຕິບັດ, ແລະ ການຈັດຕັ້ງລະບົບຂອງ CPD ໃນໂຮງຮຽນ ນໍາພາໂດຍ ບັນດາວິທະຍາໄລຄູ ໃນແຕ່ລະແຂວງຮ່ວມກັບ ສກມ. ວິທະຍາໄລຄູ ຈະນໍາພາການປະຕິບັດຍຸດທະສາດຂອງວຽກງານ CPD ໃນຂັ້ນໂຮງຮຽນ ແລະ ໃນຂອບເຂດການໃຫ້ບໍລິການຂອງພວກເຂົາ ໂດຍເນັ້ນຫນັກໃສ່ການສ້າງຄວາມອາດສາມາດໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ. ສກມ ຈະຮັບຜິດຊອບດ້ານການປະເມີນຄວາມຕ້ອງການ, ການຄຸ້ມຄອງ, ແລະ ການຮັບປະກັນຄຸນນະພາບຂອງການຮຽນຮູ້ຂອງຄູ ແລະ ການພັດທະນາດ້ານວິຊາຊີບ.
ກອງປະຊຸມຍັງໄດ້ແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ, ການສະທ້ອນຄືນດ້ານວຽກງານຂອງວິທະຍາໄລຄູ ແລະ ພະແນກສຶກສາທິການ ແລະ ກິລາ (ສກຂ) ຮ່ວມກັບບັນດາຄູ່ຮ່ວມງານ ເຊັ່ນ: ກົມສ້າງຄູ ເພື່ອຮ່ວມກັນໃນການວາງແຜນ, ຈັດຕັ້ງປະຕິບັດ ແລະ ການລົງຕິດຕາມປະເມີນຜົນທີ່ໂຮງຮຽນ ແລະ ຂອບເຂດເມືອງໃນເຂດບໍລິການຂອງເຂົາເຈົ້າ. ກົນໄກການໃຫ້ບໍລິການຂອງພວກເຂົາ ແມ່ນເພື່ອຊ່ວຍກົມສ້າງຄູ ແລະ ບັນດາແຂວງທີ່ບໍ່ແມ່ນແຂວງເປົ້າໝາຍຂອງແຜນງານບີຄວາ ໃຫ້ສາມາດໄດ້ຮັບຂໍ້ມູນຂ່າວສານ ແລະ ຄຳແນະນຳ ໃນການຍົກລະດັບດ້ານການປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນບັດດາແຂວງອື່ນໆ ທີ່ບໍ່ແມ່ນແຂວງເປົ້າໝາຍຂອງແຜນງານ.
ທ່ານ ເກດ ພັນລັກ ຍັງໄດ້ກ່າວອີກວ່າ: “ເພື່ອຊຸກຍູ້ວຽກງານດັ່ງກ່າວ ບັນດາພາກສ່ວນກ່ຽວຂ້ອງຈາກ ກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລຄູ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ຕ້ອງເຮັດວຽກຮ່ວມກັນ ແລະ ແນວຄວາມຄິດສ້າງສັນເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດລະບົບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ປະສົບຜົນສຳເລັດ. ພວກເຮົາຕ້ອງມີຄວາມຍືດຫຍຸ່ນ ແລະ ເຮັດວຽກຮ່ວມກັນເພື່ອໃຫ້ປະສົບຄວາມສໍາເລັດ.”
ຜູ້ເຂົ້າຮ່ວມແບ່ງປັນຄວາມຄິດສຳລັບກິດຈະກຳໃນປີໜ້າ
ຜູ້ເຂົ້າຮ່ວມສຳຫຼວດເບິ່ງແຜນວຽກສຳລັບປີໜ້າ
ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ແລະ ສຶກສາຂໍ້ມູນ ທີ່ສໍາຄັນຂອງວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ແຕກຕ່າງກັນຈາກແຕ່ລ ວິທະຍາໄລຄູ ທີ່ປະຕິບັດໃນສົກຮຽນ 2022-2023. ພ້ອມດຽວກັນນີ້ ຍັງສັງເກດເຫັນວ່າ ພາຍຫຼັງການຈັດຕັ້ງປະຕິບັດກິດຈະກໍາໃນປີ 2022-23 ພາກສ່ວນທີ່ມີສ່ວນຮ່ວມ ທີ່ສໍາຄັນຂອງ ວຄ, ສກຂ, ສກມ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບບົດບາດຂອງເຂົາເຈົ້າຢູ່ໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຕາມຂໍ້ຕົກລົງເລກທີ 3342 ຂອງກະຊວງສຶກສາທິການ ແລະ ກິລາ.
ຫຼັງຈາກນັ້ນ, ວິທະຍາໄລຄູ ແຕ່ລະແຫ່ງໄດ້ຕົກລົງກ່ຽວກັບແຜນການເຮັດວຽກຂອງພວກເຂົາ, ໂດຍການຮ່ວມມືກັບ ສກຂ ຂອງແຂວງ ສໍາລັບປີ 2023-2024. ໄດ້ຕົກລົງເປັນເອກະພາບກັນວ່າ ມີຄວາມຈຳເປັນຕ້ອງສ້າງແຜນວຽກຈາກຂໍ້ມູນຜົນສຳເລັດຂອງປີຜ່ານມາ ແລະ ສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ໃຫ້ຮູ້ທັກສະພື້ນຖານ ແລະ ຄວາມຮູ້ອັນສຳຄັນເພື່ອໃຫ້ພວກເຂົາສາມາດປະຕິບັດພາລະບົດບາດການໃຫ້ການຊ່ວຍເຫຼືອຄູໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.
ໃນຕອນທ້າຍ, ແຜນງານບີຄວາ ໄດ້ນໍາສະເໜີກ່ຽວກັບຫ້ອງສະໝຸດອອນລາຍຂອງວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ສ້າງຂຶ້ນໃໝ່. ຫ້ອງສະໝຸດອອນລາຍນີ້ ໄດ້ຖືກສ້າງຕັ້ງຂຶ້ນໃນ google drive ເພື່ອເຮັດໃຫ້ ວຄ, ສກຂ ແລະ ສກມ ສາມາດປະສານງານກັນໄດ້ຢ່າງທັນການ ດ້ານການວາງແຜນ ແລະ ການປະຕິບັດກິດຈະກໍາ CPD. ເອກະສານຢູ່ໃນ drive ຍັງຈະສາມາດເຂົ້າເຖິງ ບັນດາ ວຄ ທີ່ບໍ່ນອນໃນແຂວງເປົ້າຫມາຍ ເພື່ອເປັນການຂະຫຍາຍກິດຈະກໍາ CPD ໃນເຂດບໍລິການຂອງພວກເຂົາ. ຫ້ອງສະໝຸດ CPD ອອນລາຍຈະສາມາດເຂົ້າເຖິງໄດ້ຈາກອຸປະກອນຕ່າງໆ, ລວມທັງຈາກແທັບເລັດທີ່ສະໜອງໃຫ້ໂດຍ ແຜນງານບີຄວາ ແກ່ບັນດາ 30 ສກມ ແລະ 1,043 ຜູ້ເຮັດວຽກສຶກສານິເທດພາຍໃນ.