Teacher Vatsana explaining how she makes simple clock from recycled materials

ຫົວຂໍ້ການປະດິດສື່ການຮຽນ-ການສອນຈາກຊັບພະຍາກອນທີ່ຫາໄດ້ຈາກທ້ອງຖິ່ນ ແມ່ນເປັນຫົວຂໍ້ຂອງຕອນໃໝ່ຂອງສາລະຄະດີຄູຕົວແບບ ທີ່ໄດ້ອອກອາກາດທາງຊ່ອງໂທລະພາບສຶກສາ, ວິທະຍຸສຶກສາ ແລະ ຜ່ານທາງຊ່ອງທາງຢູທູບ

 

ສຳລັບຕອນທີ່ 4 ຂອງສາລະຄະດີຄູຕົວແບບ, ແມ່ນໄດ້ອອກອາກາດ ແລະ ເຜີຍແຜ່ຜ່ານທາງໂທລະພາບ, ວິທະຍຸ ແລະ ໜັງສືພິມ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ເຊິ່ງສະລະຄະດີດັ່ງກ່າວ ໄດ້ບອກເລົ່າເລື່ອງທີ່ເປັນແຮງບັນດານໃຈຂອງຄູສອນຄົນໜຶ່ງໃນໂຮງຮຽນຂອງລັດແຫ່ງໜຶ່ງ ເຊິ່ງເປັນຜູ້ທີ່ດີເດັ່ນໃນການສ້າງສື່ການຮຽນ-ການສອນໂດຍນຳໃຊ້ສິ່ງຂອງທີ່ບໍ່ໄດ້ຊື້ ຫລື ສິ່ງຂອງທີ່ສາມາດນຳກັບມາໃຊ້ຄືນໃໝ່ໄດ້.

ຄູ ວາດສະໜາ ແສງສຸລີສຸກ ແມ່ນເປັນຄົນຊົນເຜົ່າພູໄທ, ລາວເກີດໃນໝູ່ບ້ານເຂດຊົນນະບົດ ແລະ ຍັງເປັນບ້ານທີ່ທຸກຍາກ. ລາວມີຄວາມຝັນຢາກເປັນຄູ ເພື່ອປະກອບສ່ວນໃນການພັດທະນາໝູ່ບ້ານຂອງລາວ ແລະ ສັງຄົມ. ໃນປີ 2015, ລາວໄດ້ຮັບທຶນການສຶກສາຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເພື່ອສຶກສາທີ່ວິທະຍາໄລຄູສະຫວັນນະເຂດ. ໃນທີ່ສຸດ ຄວາມຝັນຂອງລາວກໍ່ໄດ້ກາຍເປັນຄວາມຈິງ, ປະຈຸບັນ ລາວໄດ້ເປັນຄູສອນຫ້ອງ ປ.1 ໃນໝູ່ບ້ານທີ່ຢູ່ເຂດຫ່າງໄກ ໃນເມືອງອາດສະພອນ, ແຂວງສະຫວັນນະເຂດ. ທີມງານ ສຄຂ ໄດ້ຂັດເລືອກເອົາລາວເປັນຄູຕົວແບບ ເພື່ອບອກເລົ່າປະສົບການທີ່ໜ້າປະທັບໃຈຂອງລາວ ທີ່ໄດ້ນຳໃຊ້ຄວາມຄິດສ້າງສັນທີ່ໂດດເດັ່ນ ໃນການຊ່ວຍນັກຮຽນຂອງລາວໄດ້ຮຽນຮູ້ ແລະ ມີສ່ວນຮ່ວມ ໃນກະປະຕິບັດການຮຽນການສອນດ້ວຍການປະຕິບັດກິດຈະກຳຕົວຈິງ ໂດຍນຳໃຊ້ວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ.

ນັບແຕ່ປີ 2019 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ມີການພັດທະນາ ແລະ ປະກາດນຳໃຊ້ຫຼັກສູດຂັ້ນປະຖົມສະບັບປັບປຸງໃໝ່ຂອງແຕ່ລະຂັ້ນຮຽນໃນແຕ່ລະປີ. ຫຼັກສູດການຮຽນ-ການສອນແບບໃໝ່ນີ້ ແມ່ນໄດ້ຖືເອົານັກຮຽນເປັນໃຈກາງ ເຊິ່ງເປັນຫຼັກສູດທີ່ໄດ້ພັດທະນາຂຶ້ນໂດຍ ກະຊວງສຶກສາທິການ ແລະ ການ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ປະຈຸບັນ, ນັກຮຽນແມ່ນໄດ້ມີການຮຽນຮູ້ໂດຍຜ່ານກິດຈະກຳ, ຈາກປະສົບການຕົວຈິງ, ລົງມືປະຕິບັດດ້ວຍຕົນເອງ ແລະ ມີສ່ວນຮ່ວມໃນການນຳໃຊ້ສື່ການຮຽນ-ການສອນ ແລະ ໄດ້ນຳໃຊ້ຄວາມຮູ້ຂອງພວກເຂົາ.

Using seeds for Lao Language lesson

Making sticks from bamboo for maths lesson

ຄູວາດສະໜາໄດ້ກ່າວວ່າ: “ຂ້າພະເຈົ້າມັກຫຼັກສູດໃໝ່ຫລາຍ ແລະ ນັກຮຽນຂອງພວກເຮົາແມ່ນມີຄວາມມ່ວນກວ່າເກົ່າ ແລະ ມີແຮງຈູງໃຈຫລາຍຂຶ້ນ. ຫ້ອງຮຽນຂອງຂ້າພະເຈົ້າແມ່ນມີຫຼາກຫຼາຍກິດຈະກຳ ແລະ ຂ້າພະເຈົ້າ ໄດ້ສ້າງສື່ການຮຽນ-ການສອນຫຼາຍໆຢ່າງ ເພື່ອໃຫ້ນັກຮຽນໄດ້ນຳໃຊ້ໃນຫ້ອງຮຽນ. ຂ້າພະເຈົ້າເຫັນໄດ້ວ່າ ມັນຊ່ວຍໃຫ້ພວກເຂົາສາມາດຈື່ຈຳບົດຮຽນໄດ້ດີກວ່າເກົ່າ ເມື່ອພວກເຂົາປະຕິບັດກິດຈະກຳ ແລະ ນຳໃຊ້ສື່ເຫຼົ່ານັ້ນເຂົ້າຊ່ວຍການຮຽນ”.

ຄູ ວາດສະໜາ ໄດ້ປະດິດສື່ການສອນທີ່ມີຄວາມຫຼາກຫຼາຍຈາກວັດສະດຸທີ່ສາມາດຫາໄດ້ໃນໝູ່ບ້ານຂອງລາວ ເຊັ່ນ: ໄດ້ນຳໃຊ້ຕົ້ນໝາກພ້າວມາສານເປັນໝາກບານ, ການແຕ້ມເປົ້້າໃສ່ແກັດເຈັ້ຍເພື່ອໃຫ້ນັກຮຽນດຶກໃສ່ ເພື່ອເປັນການອອກກຳລັງກາຍ ແລະ ການສ້າງນໍ້າສີຈາກດອກໄມ້ ແລະ ຮາກໄມ້ ເພື່ອໃຊ້ໃນວີຊາແຕ້ມຮູບ.

ຄູ ວາດສະໜາ ໄດ້ກ່າວວ່າ “ເມື່ອເຮົານຳໃຊ້ວັດສະດຸທີ່ຫາໄດ້ຈາກຊຸມຊົນ, ນັກຮຽນຈະສາມາດເຊື່ອມໂຍງເຂົ້າໄປຫາບົດຮຽນ ແລະ ພວກເຂົາຈະເຂົ້າໃຈຫຼາຍຂຶ້ນ”. ສໍາລັບວິຊາຄະນິດສາດ, ຄູ ວາດສະໜາ ໄດ້ນໍາໃຊ້ໄມ້ໄຜ່ມາເຫຼົາເປັນໄມ້ດິ້ວ ຫລື ນໍາໃຊ້ ແກ່ນ ໝາກຂາມ ເພື່ອເອົາມາຊ່ວຍນັບເລກ. ສຳລັບການເລົ່າເລື່ອງ, ນັກຮຽນກໍ່ໄດ້ຊ່ວຍໃນການກະກຽມອຸປະກອນ ເຊັ່ນວ່າ: ການແຕ້ມຮູບ ແລະ ລະບາຍສີບັດຮູບພາບ. ລາວຍັງໄດ້ບອກອີກວ່າ “ເມື່ອຂ້າພະເຈົ້າໄດ້ກະກຽມອຸປະກອນ, ຂ້າພະເຈົ້າຈະຄິດຄືນວ່າ ສິ່ງໃດທີ່ເປັນອຸປະສັກໃນການຮຽນຂອງນັກຮຽນໃນຫົວຂໍ້ຕ່າງໆ, ຈາກນັ້ນ ຂ້າພະເຈົ້າຈະມາສ້າງກິດຈະກຳ ແລະ ສື່ການສອນເພື່ອຊ່ວຍເຫຼືອພວກເຂົາ. ຂ້າພະເຈົ້າແມ່ນໄດ້ໄປຊອກເອົາບັນດາວັດສະດຸຕ່າງໆ ທີ່ມີໃນໝູ່ບ້ານ ເຊິ່ງສ່ວນຫລາຍແມ່ນຈາກທຳມະຊາດ ແລະ ບໍ່ໄດ້ເສຍເງິນຊື້”. 

The students help teacher Vatsana collect recycled cardboard to make learning tools

Ministry team filming a documentary on the importance if locally made teaching and learning resources in Atspahone district

ຄູວາດສະໜາ ຍັງໄດ້ກ່າວໃນຕອນທ້າຍວ່າ: “ຂ້າພະເຈົ້າເອງກໍ່ໄດ້ແນວຄວາມຄິດມາຈາກຄູທ່ານອື່ນທີ່ມີປະສົບການຫລາຍກວ່າຂ້າພະເຈົ້າ ແລະ ກໍ່ຫວັງວ່າຂ້າພະເຈົ້າເອງຈະສາມາດແບ່ງເປັນຄວາມຄິດສ້າງສັນ ແລະ ແຮງບັນດານໃຈ ໃຫ້ແກ່ຄູທ່ານອື່ນໆ. ເປັນຄວາມພູມໃຈໃຫ້ແກ່ຂ້າພະເຈົ້າ ທີ່ໄດ້ເຫັນນັກຮຽນຮຽນຮູ້ດ້ວຍຄວາມມ່ວນຊື່ນ ແລະ ມີຄວາມກ້າວໜ້າດ້ານການຮຽນຍ້ອນສື່ການຮຽນທີ່ຂ້າພະເຈົ້າໄດ້ປະດິດຂຶ້ນມານີ້”.

ຫາກທ່ານໄດ້ເຫັນຮອຍຍິ້ມຂອງນັກຮຽນຫ້ອງ ປ.1 ຂອງຄູວາດສະໜາ ເມື່ອເຂົ້າມາໃນຫ້ອງຮຽນໃນຕອນເຊົ້າ, ທ່ານຈະຮູ້ວ່າພວກເຂົາມ່ວນຫລາຍກັບການຮຽນໃນໜຶ່ງມື້ຂອງພວກເຂົາ. ພວກເຂົາໄດ້ຟັງ, ໄດ້ມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ ໂດຍບໍ່ໄດ້ຈຳແນກຄວາມສາມາດຂອງນັກຮຽນແຕ່ລະຄົນ. ຄວາມມັກ ແລະ ການສ້າງໃຫ້ຫ້ອງຮຽນໄດ້ມີສ່ວນຮ່ວມໂດຍເດັກທຸກຄົນ ແມ່ນເປັນການປ່ຽນແປງອັນສຳຄັນສູ່ການສຶກສາທີ່ມີຄຸນນະພາບ ແລະ ສ້າງອະນາຄົດໃຫ້ແກ່ຄົນຮຸ່ນໃໝ່.

ເລື່ອງລາວຂອງຄູວາດສະໜາແມ່ນສາມາດຮັບຊົມໄດ້ຜ່ານທາງຊ່ອງຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos ແລະ ທາງໂທລະພາບສຶກສາ ທາງດາວທຽມລາວແຊັດ (Lao Sat) ຊ່ອງ 8. ໂຄງການສ້າງສາລະຄະດີຄູຕົວແບບ ແມ່ນໄດ້ຮັບການສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ. ຈຸດປະສົງຂອງສາລະຄະດີ ແມ່ນເພື່ອສື່ສານຜ່ານການສຳພາດບຸກຄົນທີ່ດີເດັ່ນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃນປະຕິບັດຕາມແບບວິທີທີ່ດີທີ່ສຸດໃນການສອນດ້ວຍຫຼັກສູດສະບັບປັບປຸງໃໝ່ ແລະ ເພື່ອແບ່ງປັນແນວຄວາມຄິດທີ່ທັນສະໄໝທີ່ນຳສະເໜີການສອນ ແລະ ສິ່ງທ້າຍທາຍໃນການສອນ.

ທ່ານສາມາເບິ່ງວິດີໂອໄດ້ທີ່ນີ້: ກົດເພື່ອເບິ່ງວິດີໂອ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *