ການຈັບຄູ່ບົດບາດ ແລະ ໜ້າຮັບຜິດຊອບຂອງ ວຄ, ສກມ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ

ອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄລຍະທີ 2 ຈະໃຫ້ການສະໜັບສະໜູນກະຊວງສຶກສາ ແລະກິລາ ຕື່ມອີກ ໃນວຽກງານການພັດທະນາ ແລະ ຝຶກອົບຮົມວິຊາຊີບຄູ

ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໂດຍຜ່ານ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ), ໄດ້ເລີ່ມໃຫ້ຄຳໝັ້ນສັນຍາໃນການພັດທະນາຄວາມອາດສາມາດດ້ານວຽກງານການພັດທະນາວິຊາຊີບຢ່າງຄູແບບຕໍ່ເນື່ອງ (CPD) ໃນ ສປປ ລາວ. ເປົ້າໝາຍແມ່ນເພື່ອປັບປຸງການຮຽນ-ການສອນໃນບັນດາໂຮງຮຽນຂັ້ນປະຖົມສຶກສາ.

ການສຳມະນາຄັ້ງທຳອິດ ແມ່ນໄດ້ຈັດຂຶ້ນທີ່ວິທະຍາໄລຄູແຂວງສະຫວັນນະເຂດເຊິ່ງໄດ້ດຳເນີນເປັນເວລາ 9 ວັນ ແລະ ມີຜູ້ເຂົ້າຮ່ວມເຖິງ 70 ກວ່າຄົນ ໃນກາງເດືອນມັງກອນທີ່ຜ່ານມາ. ການສໍາມະນາຄັ້ງທີ່ 2 ແມ່ນໄດ້ຈັດຂຶ້ນອາທິດທີ່ຜ່ານມາ ທີ່ວິທະຍາໄລຄຄູຫຼວງນຳ້ທາ ແລະ ການສຳມະນາຄັ້ງທີ່ 3 ແມ່ນໄດ້ຈັດຂຶ້ນໃນລະຫວ່າງອາທິດນີ້ທີ່ວິທະຍາໄລຄູຄັງໄຂ, ແຂວງຊຽງຂວາງ.

ຈຸດປະສົງຫຼັກຂອງການຝຶກອົບຮົມແມ່ນເພື່ອຄູຈາກວິທະຍາໄລຄູກ່ຽວກັບວິທີການໃຫ້ການຊ່ວຍເຫຼືອພະນັກງານນະເທດພາຍໃນ. ພະນັກງານນິເທດພາຍໃນແມ່ນຕໍາແຫນ່ງໃຫມ່ ແລະ ຈະປະຈຳຢູ່ໃນໂຮງຮຽນ. ຄູສອນຈາກວິທະຍາໄລຄູ ຈະຮັບຜິດຊອບການຝຶກອົບຮົມ ແລະ ສະຫນັບສະຫນູນພະນັກງານພະນັກງານນິເທດພາຍໃນ. ຈາກນັ້ນ, ພະນັກງານນິເທດພາຍໃນຈະມີໜ້າທີ່ສົ່ງເສີມວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ຄູສອນໃນໂຮງຮຽນເຂດຮັບຜິດຊອບຂອງຕົນ ແລະ ໃກ້ຄຽງ.

ຜູ້ເຂົ້າຮ່ວມໃນງານສຳມະນາການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຄັງໄຂ

ຜູ້ເຂົ້າຮ່ວມໃນງານສຳມະນາການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຫຼວງນ້ຳທາ

ຫົວຂໍ້ສໍາລັບການຝຶກອົບຮົມຄັ້ງນີ້ປະກອບມີ: ການເສີມຂະຫຍາຍຄວາມສາມາດດ້ານວິຊາການຂອງຄູໃນວິທະຍາໄລຄູ; ຮັບຟັງຜົນການເກັບກຳຂໍ້ມູນທາງດ້ານຄຸນນະພາບກ່ຽວກັບແນວຄວາມຄິດຂອງຜູ້ມີສ່ວນຮ່ວມໃນຂັ້ນທ້ອງຖິ່ນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ; ການວາງແຜນ, ວາງງົບປະມານ, ການຝຶກອົບຮົມ ແລະ ການປະເມີນຜົນໃນອະນາຄົດ ໃຫ້ແກ່ພະນັກງານຂອງຂະແໜງສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ.

ໃນວາລະສຳມະນາທີ່ແຂວງສະຫວັນນະເຂດ, ທ່ານ ນາງ ວົງເດືອນ ໄອໂສ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ພວກເຮົາຄາດຫວັງວ່າ ບັນດາບົດຮຽນທີ່ພວກເຮົາໄດ້ຮຽນຮູ້ຮ່ວມກັນຈະຊ່ວຍເປັນຂໍ້ຄວາມທີ່ສໍາຄັນຕໍ່ບັນດາແຂວງອື່ນໆ ແລະ ວິທະຍາໄລຄູແຫ່ງອື່ນໃນລາວ ເພື່ອເລີ່ມຕົ້ນການສ້າງຄວາມເຂັ້ມແຂງດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສໍາລັບຄູສອນຂັ້ນນປະຖົມ.”

ເພື່ອສ້າງຄວາມເຂັ້ມແຂງດ້ານຄວາມອາດສາມາດໃຫ້ແກ່ຄູທີ່ວິທະຍາໄລຄູ ສະນັ້ນ ຕ້ອງມີຝຶກອົບຮົບຮົມທັກສະທີ່ຈຳເປັນໃຫ້ແກ່ ພະນັກງານນິເທດພາຍໃນ. ກອງປະຊຸມແບບດຽວກັນນີ້ ກໍ່ຍັງຈະໄດ້ຈັດຂຶ້ນຕື່ມຈັດອີກໃນເດືອນພຶດສະພາ. ຄູຝຶກຈາກວິທະຍາໄລຄູຈະໄດ້ຮຽນຮູ້ ແລະ ຝຶກຊ້ອມທັກສະທີ່ຈະໄດ້ນຳໃຊ້ໃນການຝຶກທັກສະໃຫ້ແກ່ພະນັກງານນິເທດພາຍໃນ. ຈາກນັ້ນ, ພະນັກງານນິເທດພາຍໃນ ຈະໄດ້ເຂົ້າຮ່ວມການຝຶກອົບຮົມໃນໄລຍະພັກພາກຮຽນກ່ອນທີ່ຈະໄດ້ຝຶກອົບຮົມໃຫ້ແກ່ບັນດາຄູໃນຂົງເຂດຂອງຕົນ ເພື່ອໃຫ້ປະກອບສ່ວນໃນກິດຈະກຳຕ່າງໆເພື່ອຝຶກຝົນວິຊາຄູຂອງຕົນ. ຈຸດສຸມອັນສຳຄັນໃນວຽກງານນີ້ ແມ່ນເພື່ອຊ່ວຍເຫຼືອບັນດາໃຫ້ພັດທະນາດ້ານຄຸນນພາບການສອນເພື່ອເພີ່ມອັດຕາການຮູ້ໜັງສື ແລະ ການຄິດໄລ່ເລກເປັນຂອງນັກຮຽນໃຫ້ໄດ້ຫລາຍຂຶ້ນ.

ທ່ານຜູ້ອຳນວຍການຂອງທັງ 3 ວິທະຍາໄລຄູ ໄດ້ຊຸກຍູ້ໃຫ້ບັນດານັກສຳມະນາກອນເຂົ້າຮ່ວມຢ່າງຕັ້ງ ໜ້າໃນການຝຶກອົບຮົມຄັ້ງນີ້ ແລະ ພະຍາຍາມແລກປ່ຽນຄວາມຮູ້ກັບບັນດາຊ່ຽວຊານວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອກະກຽມໃຫ້ແກ່ການຊ່ວຍເຫຼືອການສອນພາຍໃນໂຮງຮຽນໃນທ້ອງຖິ່ນຂອງຕົນ. ການຝຶກອົບຮົມໄລຍະຫນຶ່ງອາທິດນີ້ ແມ່ນມີຄວາມສໍາຄັນຕໍ່ກັບອາຈານຂອງວິທະຍາໄລຄູທຸກທ່ານ ເພາະຈະໄດ້ຮຽນຮູ້ທັກສະທີ່ພວກເຂົາຈະສາມາດນໍາໃຊ້ໄດ້ໃນເວລາທີ່ໃຫ້ການຊ່ວຍເຫຼືອແກ່ຄູໃນຊຸມຊົນທ້ອງຖິ່ນ. ຜົນໄດ້ຮັບທີ່ຫນ້າປະທັບໃຈ ແມ່ນຈະເຮັດໃຫ້ບັນດາຄູສອນໃນໂຮງຮຽນມີຄວາມຮູ້ສຶກຫມັ້ນໃຈກັບການສອນຂອງຫຼັກສູດໃຫມ່ ແລະ ສືບຕໍ່ປັບປຸງທັກສະຂອງພວກເຂົາຕະຫຼອດສົກຮຽນ.

ອີງຕາມຜົນການເກັບກຳຂໍ້ມູນທາງດ້ານຄຸນນະພາບກ່ຽວກັບແນວຄວາມຄິດຂອງຜູ້ມີສ່ວນຮ່ວມຂັ້ນທ້ອງຖິ່ນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຊີ້ໃຫ້ເຫັນວ່າ ຄູຢາກໃຫ້ສົ່ງເສີມດ້ານຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ໂດຍສະເພາະໃນຂົງເຂດເມືອງເປົ້າໝາຍຂອງແຜນງານບີຄວາໄລຍະທີ່ 2. ແຜນງານບີຄວາ ແລະ ກະຊວງສຶກສາທີ່ການ ແລະ ກິລາ ໄດ້ພົບວ່າ ເຫດຜົນທີ່ຄູຢາກມີສ່ວນຮ່ວມໃນວຽກງານການພັດທນາວິຊາຊີບແບບຕໍ່ເນື່ອງແມ່ນມີຄື: ເພື່ອປັບປຸງຄຸນນະພາບການສອນ ແລະ ຜົນການຮຽນຂອງເດັກທີ່ດີຂຶ້ນ; ເພື່ອເຂົ້າໃຈວີທີການຮຽນຮູ້ຂອງນັກຮຽນ ແລະ ພັດທະນາຄວາມຮູ້ຂອງພວກເຂົາໃນລາຍວິຊາ; ຕ້ອງການໃຫ້ສະໜັບສະໜູນຄວາມຮູ້ວຽກງານສົ່ງເສີມບົດບາດຍິງຊາຍ ແລະ ການສຶກສາຮຽນຮ່ວມເພື່ອປະກອບເຂົ້າໃນການສອນຂອງພວກເຂົາ, ການໄດ້ຮັບຄໍາແນະນໍາແບບບຸກຄົນ ຫຼື ການສອນຮ່ວມກັນ ແລະ ການເຮັດກິດຈະກໍາຢູ່ໃນກຸ່ມໂຮງຮຽນເພື່ອໃຫ້ຄູູສາມາດແລກປ່ຽນບົດຮຽນລະຫວ່າງກັນ.

ຜູ້ເຂົ້າຮ່ວມໃນງານສຳມະນາການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນສະຫວັນນະເຂດ

ອາຈານຈາກວິທະຍາໄລຄູນຳສະເໜີຄວາມຄາດຫວັງຂອງພວກເຂົາໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *