ທ່ານຮອງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເອກອັກຄະລັດຖະທູດອົດສະຕຣາລີ ພ້ອມດ້ວຍແຂກຜູ້ຕາງໜ້າຈາກບັນດາກົມຂອງ ສສກ

Australia’s support to primary education through the BEQUAL program will amount to AUD 28 million over four years (2022-2026)

ໃນວັນທີ 16 ພະຈິກ 2022 ທີ່ຜ່ານມາ, ພະນະທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ປະກາດເປີດໄລຍະທີສອງຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ຢ່າງເປັນທາງການ. ພິທີໄດ້ຮັບກຽດເຂົ້າຮ່ວມ ໂດຍພະນະທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ.

ພ້ອມດ້ວຍແຂກຜູ້ຕາງໜ້າຈາກບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກວິທະຍາໄລຄູເປົ້າໝາຍຂອງແຜນງານບີຄວາ 3 ແຫ່ງ, ພະແນກສຶກສາທິການ ແລະ ກິລາແຂວງ ຈາກ 7 ແຂວງ ເປົ້າໝາຍ ແລະ ບັນດາຄູ່ຮ່ວມພັດທະນາ ກໍ່ໄດ້ເຂົ້າຮ່ວມໃນພິທີຄັ້ງນີ້.

ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ “ລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ມີອຸດົມການອັນດຽວກັນກໍ່ຄືການຮັບປະກັນວ່າເດັກນ້ອຍທຸກຄົນ ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ, ໄດ້ຮັບການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ. ນັບແຕ່ປີ 2015 ເປັນຕົ້ນມາ, ລັດຖະບານອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ໄລຍະທີ 1, ໄດ້ມີການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ພ້ອມທັງມີການອອກແບບ ແລະ ຈັດຕັ້ງປະຕິບັດວຽກງານການຝຶກອົບຮົມຄູ ແລະ ກິດຈະກຳຕ່າງໆສຳລັບການພັດທະນາວິຊາຊີບຄູ. ໃນນາມກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ມາຮ່ວມພິທີເປີດແຜນງານບີຄວາ ໄລຍະທີ 2 ຢ່າງເປັນທາງການ ຮ່ວມກັບພະນະທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ”.

ທ່ານ ປອ ນາງສີສຸກ ວົງວິຈິດ ຮອງລັດຖະມົນຕີ ສສກ ຕີຄ້ອງເພື່ອເປີດແຜນງານບີຄວາໄລຍະທີ 2

ງານວາງສະແດງສື່ອຸປະກອນການຮຽນ-ການສອນສຳລັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່

ພະນະທ່ານ ໂພລ ແຄລີ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງສຶກສາທິການ ແລະ ກິລາ, ໂດຍສະເພາະບັນດາຄູປະຖົມທີ່ໄດ້ເຮັດວຽກຢ່າງຕັ້ງໜ້າຮ່ວມກັບແຜນງານບີຄວາ ແລະ ໄດ້ກ່າວວ່າ “ໄລຍະທີ 1 ຂອງແຜນງານ ໄດ້ສະໜັບສະໜູນການປັບປຸງຫຼັກສູດຊັ້ນປະຖົມສຶກສາທີ່ຖືເອົານັກຮຽນເປັນໃຈກາງ, ພ້ອມທັງການພັດທະນາສື່ການຮຽນການສອນທີ່ຕິດພັນກັບຫຼັກສູດໃໝ່ ແລະ ການຝຶກອົບຮົມຄູທົ່ວປະເທດໃນການນຳໃຊ້ຫຼັກສູດໃໝ່, ໂດຍມີການເນັ້ນໃຫ້ນັກຮຽນມີສ່ວນຮ່ວມຜ່ານການເຮັດກິດຈະກຳ, ທົດລອງຕົວຈິງ ແລະ ນຳໃຊ້ຄວາມຮູ້ເຂົ້າໃນຊີວິດຈິງ. ຜົນງານທີ່ຍາດມາໄດ້ແມ່ນຍິ່ງໃຫຍ່ ແລະ ເປັນຕົວຢ່າງທີ່ດີທີ່ສະແດງໃຫ້ເຫັນເຖິງການຮ່ວມມືໃນທົ່ວທຸກຂັ້ນຂອງລັດຖະບານ.”

ແຜນງານບີຄວາ ໄລຍະທີ 2 ຈະສືບຕໍ່ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ໂດຍໃຫ້ສຳເລັດການພັດທະນາ ແລະ ຈັດຕັ້ງປະຕິບັດ ຫຼັກສູດຂັ້ນ ປ.5 ໃນສົກຮຽນ 2023-2024. ນອກນັ້ນ, ແຜນງານຍັງຈະສືບຕໍ່ພັດທະນາໂຄງການຝຶກເວົ້າພາສາລາວເພື່ອສະໜັບສະໜູນນັກຮຽນຊົນເຜົ່າຢູ່ໃນໂຮງຮຽນປະຖົມທີ່ຢູ່ເຂດຫ່າງໄກສອກຫຼີກ. ແຜນງານບີຄວາ ໄລຍະທີ 2 ຈະຄ່ອຍໆຫັນປ່ຽນຈຸດສຸມໄປສູ່ການສະໜັບສະໜູນການພັດທະນາວິຊາຊີບ ແລະ ການຝຶກອົບຮົມຄູ. ນອກນັ້ນ, ໄລຍະທີ 2 ຍັງຈະສຸມໃສ່ການຮັບປະກັນໃຫ້ມີວິທີການທີ່ສົ່ງເສີມການສຶກສາຮຽນຮ່ວມໂດຍສະເພາະແມ່ນບົດບາດຍິງ-ຊາຍ ແລະ ການຮຽນຮູ້ຂອງນັກຮຽນພິການ.

ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ “ຄຸນນະພາບການສອນ ແມ່ນສ່ວນທີ່ສຳຄັນທີ່ສຸດອັນໜຶ່ງສຳລັບການປັບປຸງຜົນການຮຽນຂອງເດັກທຸກຄົນໃນ ສປປ ລາວ. ຂ້າພະເຈົ້າ ຢາກຊຸກຍູ້ໃຫ້ຄູທຸກທ່ານ ມີສ່ວນຮ່ວມໃນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຕະຫຼອດໄລຍະສົກຮຽນ ເພື່ອສ້າງຄວາມໝັ້ນໃຈ ແລະ ເຕັກນິກການສອນ ເພື່ອນຳໃຊ້ໃນການປະຕິບັດຫຼັກສູດໃໝ່ໃຫ້ມີປະສິດທິພາບ. ຄູທຸກທ່ານແມ່ນຕ້ອງການການຊ່ວຍເຫຼືອຢ່າງຕໍ່ເນື່ອງ ຈາກຜູ້ອຳນວຍການໂຮງຮຽນ ແລະ ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິທະຍາໄລຄູ ຕະຫຼອດໄລຍະສົກຮຽນເພື່ອໃຫ້ສາມາດນຳໃຊ້ຫຼັກສູດໃໝ່ ແລະ ແກ້ໄຂບັນດາສິ່ງທ້າທາຍຕ່າງໆໃນການສອນ.”

ພາຍຫຼັງພິທີຕີຄ້ອງປະກາດການເປີດແຜນງານບີຄວາ ໄລຍະທີ 2 ຢ່າງເປັນທາງການ, ທ່ານ ປອ ນາງ ສີສຸກ ວົງວິຈິດ ພ້ອມດ້ວຍແຂກທີ່ເຂົ້າຮ່ວມງານ ໄດ້ຢ້ຽມຊົມການວາງສະແດງລາຍການຕ່າງໆ ທີ່ໄດ້ກະກຽມໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມສ້າງຄູ ເພື່ອວາງສະແດງຜົນງານໃຫ້ເຫັນບັນດາສື່ການຮຽນການສອນ ແລະ ອຸປະກອນສຳລັບຄູຕ່າງໆທີ່ໄດ້ຖືກພັດທະນາຂຶ້ນ ເພື່ອສະໜັບສະໜູນການນຳໃຊ້ຫຼັກສູດໃໝ່ໃນໄລຍະທີ 1 ຂອງແຜນງານບີຄວາ.

ຈາກນັ້ນ, ຄະນະຜູ້ແທນກໍ່ເຂົ້າຮ່ວມຢ້ຽມຊົມການສອນຂອງຫ້ອງຮຽນ ຂັ້ນ ປ.1 ຫາ ປ.4 ທີ່ມີການສອນວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ ເຊິ່ງໄດ້ນຳໃຊ້ວິທີການສອນແບບໃໝ່, ບັນດານ້ອງນັກຮຽນໄດ້ມີສ່ວນຮ່ວມໃນການຮຽນແບບປະຕິບັດຕົວຈິງໃນຫ້ອງຮຽນ, ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໄດ້ນຳໃຊ້ອຸປະກອນການຮຽນ ແລະ ຮຽນຮູ້ຈາກການທົດລອງ.

ພະນະທ່ານ ໂພລ ແຄລີ ໄດ້ກ່າວຕອນທ້າຍວ່າ “ການສຶກສາປ່ຽນຊີວິດຄົນໄດ້. ການສຶກສາປະກອບສ່ວນເຮັດໃຫ້ຊຸມຊົນເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງກວ່າເກົ່າ. ນັ້ນແມ່ນເຫດຜົນທີ່ພວກເຮົາມີຄວາມມຸ່ງໝັ້ນໃນການສົ່ງເສີມການສຶກສາຊັ້ນປະຖົມທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍລາວທຸກຄົນ, ບໍ່ວ່າເຂົາເຈົ້າຈະມີພື້ນຖານແບບໃດ ແລະ ບໍ່ວ່າເຂົາເຈົ້າຈະເປັນເພດໃດກໍຕາມ.”

ພະນະທ່ານ ໂພສ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີຮ່ວມສັງເກດການສອນວິຊາພາສາອັງກິດຂັ້ນ ປ.4

ຮຽນຮູ້ການທົດລອງໂດຍນຳໃຊ້ວິທີການສອນແບບໃໝ່ໃນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນ ປ.3

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *