ທີມງານ E-learning ຖ່າຍທຳວິດີໂອຕອນໃໝ່

ດ້ວຍວິດີໂອການຝຶກອົບຮົມໃໝ່ນີ້, ຄູສາມາດຮຽນຮູ້ 5 ເຕັກນິກພື້ນຖານໃນການຊ່ວຍເຫຼືອນັກຮຽນຊົນເຜົ່າ

ສປປ ລາວ ເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ມີ 4 ກຸ່ມຊົນເຜົ່າຫຼັກ ລວມມີຫຼາຍກວ່າ 50 ພາສາ. ພາສາແມ່ປະມານ 40% ຂອງປະຊາຊົນໃນ ສປປ ລາວ ແມ່ນພາສາອື່ນທີ່ບໍ່ແມ່ນພາສາລາວ ແລະ ຄູປະຖົມສາມາດປະສົບກັບສິ່ງທ້າທາຍໃນການສອນເດັກທີ່ບໍ່ໄດ້ສອນພາສາລາວ. ໃນຕົວຈິງ, ຖ້ານັກຮຽນບໍ່ມີຄວາມສາມາດໃນການເວົ້າພາສາລາວ ທີ່ເປັນພາສາທາງການຂອງການສອນ, ມັນຈະກີດຂວາງຄວາມສາມາດຂອງເຂົາເຈົ້າໃນການເຂົ້າໃຈຂອງຄູ ແລະ ເນື້ອໃນຂອງບົດຮຽນ ແລະ ບໍ່ສາມາດມີສ່ວນຮ່ວມຢ່າງເຕັມສ່ວນໃນການຮຽນຮູ້.

ເພື່ອຊ່ວຍເຫຼືອຄູໃນການສິດສອນຂອງຕົນ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນໃນຫ້ອງຮຽນໄດ້ມີໂອກາດປະກອບສ່ວນຢ່າງສະເໝີພາບ, ທີມງານ ສື່ເອເລັກໂຕຼນິກ ແລະ ການສຶກສາທາງໄກ ຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈິ່ງໄດ້ຜະລິດວິດີໂອການພັດທະນາຄູໃໝ່ໃນຫົວຂໍ້ນີ້. ວິດີໂອໄດ້ຖືກຜະລິດໂດຍການສະຫນັບສະຫນູນຂອງລັດຖະບານອົດສະຕາລີໂດຍຜ່ານແຜນງານ ບີຄວາ ເຊິ່ງໄດ້ຖ່າຍທຳຢູ່ໃນຫ້ອງຮຽນແຫ່ງໜຶ່ງຂອງ ສປປ ລາວ ເພື່ອສະແດງຕົວຢ່າງຕົວຈິງຂອງເຕັກນິກນີ້. ວິດີໂອຍັງຖືກແປເປັນພາສາມືເພື່ອໃຫ້ສາມາດເຂົ້າເຖິງໄດ້ຫຼາຍຂຶ້ນສຳລັບທຸກຄົນ.

ວິດີໂອການຝຶກອົບຮົມໃຫມ່ນີ້ ແມ່ນສໍາລັບຄູ ແລະ ຄູຝຶກ, ຈະມີ 5 ເຕັກນິກພື້ນຖານສໍາລັບການຊ່ວຍເຫຼືອນັກຮຽນຊົນເຜົ່າຢ່າງລະອຽດ. ເຕັກນິກແມ່ນງ່າຍ ແລະ ສາມາດນຳໃຊ້ໄດ້ງ່າຍໃນຫ້ອງຮຽນ ໂດຍຄູສອນທີ່ບໍ່ສາມາດເວົ້າພາສາຫຼັກຂອງນັກຮຽນ. ຈຸດປະສົງຂອງເຕັກນິກເຫຼົ່ານີ້ ແມ່ນເພື່ອຮັບປະກັນວ່າເດັກທຸກຄົນສາມາດມີສ່ວນຮ່ວມຫຼາຍຂຶ້ນ ເຊິ່ງມີຄວາມສຳຄັນຕໍ່ການຮຽນຮູ້ຂອງພວກເຂົາ.

ໃຫ້ການຊ່ວຍເຫຼືອນັກຮຽນດ້ວຍພາສາລາວ

ອະນຸຍາດໃຫ້ນັກຮຽນນຳໃຊ້ພາສາແມ່ເພື່ອຊ່ວຍເຫຼືອກັນແລະກັນ

ເຕັກນິກທໍາອິດທີ່ສະແດງໃຫ້ເຫັນໃນວິດີໂອ ແມ່ນວິທີການປັບພາສາໃນຫ້ອງຮຽນໂດຍການເວົ້າຊ້າລົງ, ການນໍາໃຊ້ຄໍາສັບທີ່ງ່າຍດາຍ, ໃຊ້ປະໂຫຍກສັ້ນ ແລະ ສໍາຄັນທີ່ສຸດ ແມ່ນການນໍາໃຊ້ພາສາກາຍ ເຊິ່ງກວມເອົາປະມານ 70% ຂອງການສື່ສານ ແມ່ນການສື່ສານທີ່ບໍ່ໃຊ້ຄໍາເວົ້າ.

ເຕັກນິກທີສອງ ແມ່ນການຖາມຄໍາຖາມປິດແບບງ່າຍໆ ເພື່ອກວດເບິ່ງຄວາມເຂົ້າໃຈ ຍ້ອນວ່ານັກຮຽນມັກຈະບໍ່ມັກເວົ້າຖ້າພວກເຂົາບໍ່ເຂົ້າໃຈ ແລະ ຈະຢຸດການມີສ່ວນຮ່ວມໃນກິດຈະກຳ.

ຄໍາແນະນໍາອີກຢ່າງຫນຶ່ງແມ່ນອະນຸຍາດໃຫ້ນັກຮຽນໃຊ້ພາສາຂອງຕົນ ໃນເວລາຮຽນບາງບົດຮຽນ, ເຊັ່ນ: ອະທິບາຍຄວາມຫມາຍຂອງຄໍາສັບກັບນັກຮຽນຄົນອື່ນ ຫຼື ສົນທະນາກັນເພື່ອທຳຄວາມເຂົ້າໃຈໃນຄໍາອະທິບາຍຂອງຄູ. ການຄົ້ນຄວ້າຊີ້ໃຫ້ເຫັນວ່າ ການມີພື້ນຖານພາສາແມ່ ທີ່ເຂັ້ມແຂງເຮັດໃຫ້ຄວາມເຂົ້າໃຈຕໍ່ຫຼັກສູດຫຼາຍຂຶ້ນ, ເຊັ່ນດຽວກັນ ມີກໍ່ຊ່ວຍເຮັດໃຫ້ນັກຮຽນມີແຮງບັນດານໃຈຕໍ່ກັບການມາໂຮງຮຽນ.

ການສ້າງລະບົບ ເພື່ອນຊ່ວຍເພືອນ ລະຫວ່າງນັກຮຽນທີ່ບໍ່ໝັ້ນໃຈໃນພາສາລາວ ກັບນັກຮຽນເກັ່ງພາສາລາວ ເປັນອີກວິທີໜຶ່ງທີ່ຄູສາມາດຊ່ວຍນັກຮຽນໄດ້. ວິດີໂອຍັງໃຫ້ບາງຄໍາແນະນໍາກ່ຽວກັບວິທີການຊ່ວຍເຫຼືອລະຫວ່າງເພື່ອນຮ່ວມຫ້ອງນຳກັນ.

ເຕັກນິກສຸດທ້າຍແມ່ນການສ້າງກິດຈະກໍາຊ່ວຍເຫຼືອເພີ່ມຕື່ມໃນເວລາພັກທ່ຽງ ຫຼື ໃນຕອນທ້າຍຂອງມື້ ເພື່ອຊ່ວຍເຫຼືອນັກຮຽນທີ່ຍັງບໍ່ສາມາດເວົ້າພາສາລາວໄດ້ດີ. ກິດຈະກໍາເພີ່ມຕື່ມເຫຼົ່ານີ້ ຈະຕ້ອງມ່ວນ ແລະ ມີການປະກອບສ່ວນຈາກນັກຮຽນ, ແລະ ຜູ້ປົກຄອງສາມາດຖືກເຊີນເຂົ້າຮ່ວມນຳ. ຄູ່ມືຄູສອນພາສາລາວສະບັບໃໝ່ໄດ້ແນະນຳ ເກມ ແລະ ກິດຈະກຳ ກ່ຽວກັບການຮຽນຮູ້ ໜັງສື ທີ່ແຕກຕ່າງກັນຫຼາຍບົດ ທີ່ຄູສາມາດເລືອກໄດ້ ເມື່ອຄົ້ນຄິດຫາກິດຈະກຳເສີມ.

ວິດີໂອດັ່ງກ່າວໄດ້ເຜີຍແຜ່ອອກອາກາດຜ່ານທາງໂທລະພາບ LAO ESTV – ໂທລະພາບສຶກສາ ແລະ ກິລາ ທາງຊ່ອງ 8 ດາວທຽມລາວແຊັດ, ທາງຊ່ອງ ຄັງປັນຍາລາວ ແລະ ທາງຊ່ອງ ຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos.

ດ້ວຍຍອດວິວຫຼາຍກວ່າ 1,9 ລ້ານວິວ ທາງຊ່ອງ ຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos ໄດ້ສັ້າງຂຶ້ນແຕ່ປີ 2019 ໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານປະເທດອົດສະຕຣາລີ, ຜ່ານແຜນງານ ບິຄວາ, ແມ່ນໄດ້ກາຍເປັນຊ່ອງທາງທີ່ປະສົບຜົນສຳເລັດໃນການເຜີຍແຜ່. ຊ່ອງດັ່ງກ່າວປະກອບມີວິດີໂອການຝຶກອົບຮົມ ແລະ ອຸປະກອນສຽງສໍາລັບຄູປະຖົມ, ຄູຝຶກ, ແລະ ຄູນິເທດ. ວິດີໂອໄດ້ປະກອບມີ ຫຼາຍໆວິຊາ ແລະ ເຕັກນິກຕ່າງໆ ທີ່ກ່ຽວຂ້ອງກັບຫຼັກສູດສະບັບປັບປຸງໃຫມ່ ແລະ ວິທີການສອນການແບບໃໝ່ທີ່ເນັ້ນໃສ່ການປະຕິບັດຕົວຈິງ. ຄູໄດ້ນໍາໃຊ້ເຕັກນິກເຫຼົ່ານັ້ນ ເພື່ອກະກຽມບົດຮຽນ, ປັບປຸງວິທີການສິດສອນຂອງພວກເຂົາ, ແລະ ຮຽນຮູ້ ຫຼື ທົບທວນເຕັກນິກສະເພາະຕ່າງໆ. ຄູຍັງໄດ້ນຳໃຊ້ເພງຟາຍສຽງ, ເພງ, ແລະ ນິທານພາສາອັງກິດ ເພື່ອເປີດໃຫ້ນັກຮຽນຟັງໃນຫ້ອງຮຽນ.

ທ່ານສາມາດເບິ່ງວິດີໂອໄດ້ທີ່ລິ້ງນີ້: https://www.youtube.com/watch?v=dyXXqeCUCRE&t=5s

ໃຫ້ຜູ້ປົກຄອງມີຮ່ວມມ່ວນຊື່ນກັບກິດຈະກຳພິເສດ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *