ອ່ານນຳກັນ

ການປະຕິບັດຫຼັກສູດວິຊາພາສາລາວຊັ້ນ ປ. 4 ສະບັບປັບປຸງໃໝ່ ທີ່ພັດທະນາໂດຍກະຊວງສຶກສາທິການ ແລະ ກິລາ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈະໄດ້ເລີ່ມນັບແຕ່ເດືອນກັນຍານີ້ເປັນຕົ້ນໄປ

ການຮູ້ຫນັງສືແມ່ນທັກສະຫນຶ່ງທີ່ສໍາຄັນທີ່ສຸດ ເມື່ອຄຳນຶງເຖິງການເຕີບໂຕຂອງບຸກຄົນ, ວັດທະນະທໍາ ແລະ ການພັດທະນາ. ມັນເປັນພື້ນຖານສໍາລັບການຮຽນຮູ້ທັງຫມົດຢູ່ໃນໂຮງຮຽນ ແລະ ໃນຊີວິດ. ທ່ານສາມາດລອງຈິນຕະນາການເຖິງຊີວິດໃນຍຸກສະໄໝທີ່ປາສະຈາກຄວາມສາມາດພື້ນຖານໃນການອ່ານ ຫຼື ຂຽນໄດ້ບໍ? ​ໃນ​ຂອບ​ເຂດ​ທີ່ກວ້າງ​, ອັດຕາ​ການ​ຮູ້​ໜັງສື​ສູງ​ໄດ້​ປະກອບສ່ວນສົ່ງເສີມການ​ເຕີບ​ໂຕ​ທາງເສດຖະກິດ ​ແລະ ການພັດທະນາຂອງ​ປະ​ເທດ​ຊາດ.

ເນື່ອງໃນ​ໂອກາດວັນ​​ຮູ້​ຫນັງ​ສື​ສາ​ກົນ ວັນທີ 08 ເດືອນ ກັນຍາ, ລັດຖະບານອົດ​ສະ​ຕຣາ​ລີ​ ແລະ​ ກະ​ຊວງ​ສຶກ​ສາ​ທິ​ການ​ ແລະ ​ກິ​ລາ​ໄດ້​ຮັບ​ຮູ້​ເຖິງຄວາມ​ສໍາ​ຄັນ​ຂອງ​ການ​ຮູ້​ຫນັງ​ສື​ໃນ​ທຸກ​ຊຸມ​ຊົນ​ທ້ອງ​ຖິ່ນ. ນັບແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ຮ່ວມມືກັບລັດຖະບານອົດສະຕຣາລີ, ໂດຍຜ່ານແຜນງານບີຄວາ, ສົ່ງເສີມການປັບປຸງຜົນການຮຽນໃຫ້ແກ່ເດັກຍິງ ແລະ ເດັກຊາຍ ໃນເກນອາຍຸເຂົ້າຮຽນຊັ້ນປະຖົມ ໂດຍສະເພາະເດັກທີ່ດ້ອຍໂອກາດ. ພ້ອມ​ກັນ​ນັ້ນ, ພວກ​ເຂົາກໍ່ກຳລັງ​​​ພັດທະນາ​ຫຼັກສູດ​ປະຖົມ​ສະບັບປັບປຸງ​ໃໝ່ ​ແລະ ຝຶກ​ອົບຮົມ​ຄູ​ປະຖົມ​ໃນ​ການ​ສອນ​ແບບ​ປະຕິບັດຕົວຈິງ, ​ໂດຍໄດ້ເນັ້ນໜັກໃສ່ການ​ສ້າງ​ທັກ​ສະ​ການ​ຮູ້​ໜັງສື​ຂອງ​ເດັກ.

ຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ໄດ້ເລີ່ມນຳໃຊ້ຢ່າງຕໍ່ເນືອງເຂົ້າໃນໂຮງຮຽນໃນແຕ່ລະປີນັບແຕ່ປີ 2019 ເປັນຕົ້ນມາ. ວົງຈອນປະຈຳປີຂອງການພັດທະນາຫຼັກສູດ, ການຜະລິດ, ການແຈກຍາຍປຶ້ມແບບຮຽນ ແລະ ການຝຶກອົບຮົມຄູໃນທົ່ວປະເທດແມ່ນໄດ້ຮັບການຮັກສາໄວ້ຢ່າງປະສົບສຳເລັດຜົນ ເຖິງວ່າຈະມີສິ່ງທ້າທາຍຈາກວິກິດການ ໂຄວິດ 19 ກໍ່ຕາມ. ນັກຂຽນຫຼັກສູດ ສສກ ໄດ້ເຮັດວຽກຢ່າງໜັກ ເພື່ອຊອກຫາວິທີໃຫ້ວຽກງານສາມາດດຳເນີນມີຄວາມຄືບໜ້າ ໃນທາມກາງການລັອກດາວ ແລະ ການ​ປະຕິບັດຫຼັກສູດຊັ້ນ ປ. 4 ໃໝ່ ແມ່ນຈະຢູ່ໃນແຜນທີ່ຈະເລີ່ມຕົ້ນເດືອນກັນຍານີ້.

ຊົ່ວໂມງອ່ານເລື່ອງນິທານ

ຮຽນຂຽນ

ມາຮອດປັດຈຸບັນ, ສສກ, ໂດຍໄດ້ຮັບການສະໜັບສະໜູນຈາກປະເທດອົດສະຕຣາລີ, ໄດ້ພັດທະນາ ແລະ ແຈກຢາຍປຶ້ມແບບຮຽນວິຊາພາສາລາວຊັ້ນ ປ. 1, 2, 3 ແລະ 4 ສະບັບປັບປຸງໃໝ່ ໃຫ້ແກ່ນັກຮຽນຈຳນວນ 490.937 ຄົນ (ຍິງ 48%) ແລະ ຄູສອນ ແລະ ຜູ້ອຳນວຍການທີ່ສອນນຳ ຈຳນວນ 27.267 ຄົນ (ຍິງ 51%). ຄູສອນຊັ້ນ ປ. 1 ແລະ 2 ຍັງໄດ້ຮັບຊຸດປຶ້ມອ່ານເສີມ ແລະ ປຶ້ມນິທານ. ພ້ອມດ້ວຍແນວຄວາມຄິດຈຳນວນໜຶ່ງສຳລັບກິດຈະກຳທີ່ໜ້າສົນໃຈເພື່ອປະກອບເຂົ້າໃນນິທານ. ຄູບາງຄົນບໍ່ທັນຄຸ້ນເຄີຍກັບການອ່ານປຶ້ມໃຫ້ເດັກນ້ອຍຢູ່ໃນຫ້ອງຮຽນ ແຕ່ກະຕືລືລົ້ນທີ່ຈະຮຽນຮູ້ການໃຊ້ປຶ້ມນິທານເພື່ອປັບປຸງການປະຕິບັດການສອນຂອງພວກເຂົາ. ປຶ້ມນິທານມີຄວາມສຳຄັນຕໍ່ເດັກນ້ອຍ ແລະ ຄູສອນ. ມັນບໍ່ພຽງແຕ່ເຮັດໃຫ້ເດັກຮູ້ສຶກມ່ວນ, ແຕ່ຍັງກະຕຸ້ນຈິນຕະນາການ ແລະ ການພັດທະນາດ້ານພາສາຂອງພວກເຂົາ, ເພີ່ມຄວາມຮູ້ຂອງພວກເຂົາ, ແລະ ໃຫ້ຄໍາແນະນໍາດ້ານສິນທໍາ. ປຶ້ມນິທານຍັງສາມາດສົ່ງເສີມຄວາມຄິດຂອງເດັກນ້ອຍກ່ຽວກັບວິທີການຈັດການກັບບັນຫາທີ່ພວກເຂົາກໍາລັງປະເຊີນ.

ການຮຽນອ່ານຂອງຂັ້ນ ປ.1 

ຮຽນອ່ານຕົວອັກສອນດ້ວຍບັດຕົວອັກສອນ

ຫຼັກສູດພາສາລາວຊັ້ນ ປ.4 ຈະສືບຕໍ່ສະໜັບສະໜູນນັກຮຽນໃຫ້ພັດທະນາທັກສະພາສາລາວໃນດ້ານການຟັງ, ເວົ້າ, ອ່ານ ແລະ ຂຽນ ໂດຍຜ່ານວິທີການຮຽນແບບປະຕິບັດຕົວຈິງ. ບົດຮຽນໄດ້ຖືກຈັດລຽງຕາມຫົວຂໍ້ທີ່ເປັນແນວທາງດຽວກັນທີ່ກ່ຽວຂ້ອງ ແລະ ການຮຽນຮູ້ແບບມີສ່ວນຮ່ວມຂອງນັກຮຽນ. ຫົວ​ຂໍ້​ໜຶ່ງ​ແມ່ນ​ຈະມີ​ສອງ​ບົດ​ຮຽນ ເພື່ອ​ໃຫ້​ນັກ​ຮຽນ​ມີ​ໂອ​ກາດ​ໃນ​ການ​ລົງ​ເລິກ​ດ້ານຄວາມ​ຄິດ​ຂອງ​ພວກເຂົາ​ ແລະ ​ສ້າງ​ພາ​ສາ​ທີ່​ກ່ຽວ​ຂ້ອງ​ກັບ​ຫົວ​ຂໍ້ນັ້ນ. ຄໍາ​ຖາມ​ຊີ້​ນໍາ​ໃນ​ແຕ່​ລະ​ບົດ​ຮຽນ​ແມ່ນຈະຊ່ວຍເນັ້ນໜັກ​ໃນ​ຫົວ​ຂໍ້​ ແລະ​ ຊຸກ​ຍູ້​ໃຫ້​ນັກ​ຮຽນມີການ​ພັດ​ທະ​ນາ​ ແລະ ​ສະ​ແດງ​ຄວາມ​ຄິດ​ຂອງ​ຕົນ​ເອງ​.

ໂດຍຜ່ານແຜນງານບີຄວາ, ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເພື່ອປັບປຸງການຮູ້ໜັງສື ໄປສູ່ອະນາຄົດທີ່ສົດໃສກວ່າເກົ່າຂອງເດັກຍິງ ແລະ ເດັກຊາຍທຸກຄົນ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *