Teacher Phawady.Head of Radio Section and Ms. Khanchana.Deputy Head are recording their radio programs with the new sound recording system

The new sound recording system will enable the Ministry to enhance the quality of their radio program as well as their audio teaching and learning resources production

ໃນເດືອນມິຖຸນາ 2022 ທີ່ຜ່ານມາ, ຂະແໜງວິທະຍຸຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ພາຍ ໃຕ້ການຊີ້ນໍາຂອງສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ (ສວສ) ຂອງ ກະຊວງສຶກສາທິການ ແລະ ກິລາ ໄດ້ຕິດຕັ້ງລະບົບບັນທຶກສຽງໃຫມ່ຢູ່ໃນຫ້ອງສະຕູດິໂອ ເຊິ່ງສະຫນອງໃຫ້ໂດຍ ລັດຖະບານອົດສະຕຣາລີໂດຍ ຜ່ານ ແຜນງານບີຄວາ. ນັກວິຊາການດ້ານສຽງ ແລະ ໂຄສົກລາຍການວິທະຍຸຂອງຂະແໜງວິທະຍຸຂອງສູນໂຄສະນາຂ່າວ ສານການສຶກສາ ແລະ ກິລາໄດ້ເຂົ້າຮ່ວມການຝືກຊ້ອມນຳໃຊ້ລະບົບທີ່ທັນສະໄຫມໃຫມ່ນີ້. ປະຈຸບັນ, ຂະແໜງວິທະຍຸ ແມ່ນໄດ້ມີສິ່ງອໍານວຍຄວາມສະດວກ ເຊິ່ງເປັນອຸປະກອນທີ່ມີຄຸນນະພາບເພື່ອສະຫນັບສະຫນູນວຽກງານຂອງພວກ ເຂົາໃຫ້ພັດທະນາຂຶ້ນໄປອີກລະດັບໜຶ່ງ.

“ດຽວນີ້, ທີມງານຂອງພວກເຮົາສາມາດນໍາໃຊ້ອຸປະກອນບັນທຶກສຽງ ທີ່ທັນສະໄໝ ແລະ ເປັນມືອາຊີບ ເພື່ອເຮັດໃຫ້ສຽງດຶງດູດໃຈຜູ້ຟັງຫຼາຍຂຶ້ນ. ພາກສ່ວນອື່ນໆຂອງ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ທີ່ຈະມາໃຊ້ສະຕູດິໂອຂອງພວກເຮົາ ກໍ່ຈະດີໃຈກັບການປັບປຸງໃນຄັ້ງນີ້ ເພາະວ່າການຜະລິດຂອງພວກເຮົາ ຈະມີຄຸນນະພາບສຽງທີ່ດີກວ່າ,” ອາຈານພາວະດີ, ຫົວໜ້າຂະແໜງວິທະຍຸ, ແລະ ໂຄສົກລາຍການວິທະຍຸການສຶກສາ ໄດ້ກ່າວ. ສະຕູດິໂອຂອງ IMC ໄດ້ຖືກສ້າງຕັ້ງຂຶ້ນປະມານ 40 ກວ່າປີແລ້ວ. ຜ່ານມາສະຕູດິໂອນີ້ ໄດ້ຜະລິດລາຍ ການວິທະຍຸສຶກສາໃໝ່ ອອກອາກາດສູ່ສັງຄົມໄດ້ຮັບຟັງ ເປັນກະບອກສຽງ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາໃນການເຜີຍແຜ່ໂຄສະນາວຽກງານຂ່າວສານການສຶກສາຕ່າງໆ ແລະ ຍັງສາມາດຜະລິດຄຼິບສຽງທີ່ຫຼາກຫຼາຍ ເພື່ອສະໜັບສະໜູນການພັດທະນາການສຶກສາຂອງລາວ ເຊັ່ນ: ຄຼິບສຽງ ການນໍາໃຊ້ການຮຽນ ການສອນຫຼັກສູດ ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ, ເພງການສຶກສາ ແລະ ລາຍງານຂ່າວອື່ນໆກ່ຽວ ກັບວຽກງານການສຶກສາ.

The representatives from the Radio Section of IMC who joined the sound recording system set up

The technician and Radio Announcer are tutored on the usage of the new sound recording system

ການປັບປຸງເຄື່ອງສຽງສະຕູດີໂອຄັ້ງ ນີ້ແມ່ນໄດ້ຮັບການສະໜັບສະໜູນຈາກ ລັດຖະບານປະເທດອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ຂະແໜງວິທະຍຸໄດ້ພັດທະນາ ແລະ ອອກອາກາດຂ່າວກ່ຽວກັບ ຄວາມຄືບໜ້າ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມໃໝ່ ແລະ ການຝຶກອົບຮົມຄູ. ທີມງານໄດ້ຜະລິດໂຄສະນາ ທາງວິທະຍຸເພື່ອປະກາດການເລີ່ມຕົ້ນນຳໃຊ້ຫຼັກສູດໃໝ່ ແລະ ສົ່ງເສີມການຮັກສາ ປຶ້ມແບບຮຽນ. ຂະແໜງວິທະຍຸຂອງ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາຍັງໄດ້ມີສ່ວນຮ່ວມໃນໂຄງການໃໝ່ຄູຕົວແບບ ແລະ ບໍ່ດົນມານີ້ໄດ້ສໍາພາດຜູ້ສຳເລັດການຮຽນຮູ້ຈາກ ການຮຽນຮູ້ດ້ວຍການປະຕິບັດຕົວຈິງ, ການສຶກ ສາຮຽນຮ່ວມ ແລະ ການຊ່ວຍເຫຼືອຄູ. ສະຕູດິໂອບັນທືກສຽງຍັງຖືກນໍາໃຊ້ໂດຍຄູ່ຮ່ວມງານຂອງ ສວສ ອື່ນໆ ເພື່ອບັນທຶກຄຼິບສຽງທີ່ ຄູສາມາດນໍາໃຊ້ໂດຍກົງໃນຫ້ອງຮຽນຂອງພວກເຂົາສໍາລັບບົດຮຽນວິຊາພາສາລາວ, ວິຊາພາສາອັງກິດ, ວິຊາດົນຕີ ແລະ ວິຊາພາລະສຶກສາ.

ທຸກທ່ານສາມາດຕິດຕາມລາຍການວິທະຍຸຂອງກະຊວງສຶກສາທິການ ແລະ ກິລາ ໄດ້ ເຊິ່ງອອກອາກາດທຸກເສົາ-ອາທິດ ເວລາ 14:30-15:00 ໂມງ ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ FM 103,7 MHz ແລະ AM 567 MHz ເວລາ 9:30-10:00 ໂມງ ຂອງທຸກໆວັນຈັນ. ວັນພຸດ, ແລະວັນສຸກ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *