Opening of the Spoken Lao Pilot Skeholders Forum
ຫຼັກສູດການຝຶກເວົ້າພາສາລາວໄດ້ເຮັດການທົດລອງມາເປັນເວລາ 2 ປີແລ້ວໃນ 80 ໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ແລະ ໃນປັດຈຸບັນ, ຫຼັກສູດດັ່ງກ່າວພວມໄດ້ຮັບການປັບປຸງ ເພື່ອກຽມພ້ອມຜັນຂະຫຍາຍນຳໃຊ້ໃນແຂວງອື່ນໆຕື່ມອີກ
ສປປ ລາວ ເປັນປະເທດທີ່ອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ເຊິ່ງປະກອບມີ 4 ກຸ່ມຊົນເຜົ່າຫຼັກ ແລະ ນໍາໃຊ້ຫຼາຍກວ່າ 50 ພາສາ. ພາສາແມ່ຂອງປະຊາກອນລາວເກືອບ 40% ແມ່ນພາສາອື່ນທີ່ບໍ່ແມ່ນພາສາລາວ. ນັກຮຽນສ່ວນໃຫຍ່ທີ່ມາຈາກເຂດຫ່າງໄກສອກຫຼີກ ແລະ ເຂດທີ່ດ້ອຍໂອກາດມີແນວໂນ້ມທີ່ຈະເລີ່ມເຂົ້າຮຽນ ຂັ້ນ ປ.1 ໂດຍທີ່ບໍ່ຮູ້ພາສາລາວມາກ່ອນ, ເຊິ່ງມັນເປັນພາສາທີ່ນໍາໃຊ້ໃນການຮຽນການສອນຢູ່ໃນໂຮງຮຽນ. ຖ້ານັກຮຽນບໍ່ຄຸ້ນເຄີຍກັບພາສາທີ່ໃຊ້ການສອນນັ້ນ, ມັນເປັນສິ່ງທ້າທາຍທີ່ສຸດສໍາລັບພວກເຂົາທີ່ຈະເຂົ້າໃຈຄູ ອາຈານ, ເຂົ້າຮ່ວມໃນກິດຈະກໍາ ແລະ ບັນລຸຜົນການຮຽນຮູ້ທີ່ຄາດໄວ້ໄດ້.
ໃນປີ 2019 ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ, ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ລິເລີ່ມໂຄງການທົດລອງການຝຶກເວົ້າພາສາລາວ ເພື່ອທົດສອບວິທີການໃໝ່ໃນການສະໜັບສະໜູນນັກຮຽນທີ່ເວົ້າພາສາລາວບໍ່ຄ່ອຍໄດ້.
ໃນວັນທີ 26 ພຶດສະພາ ທ່ານ ດຣ. ອານຸລົມ ວິໄລພອນ, ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໄດ້ເປີດກອງປະຊຸມເວທີປາໄສຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງເປັນເວລາ 2 ວັນ ກ່ຽວກັບໂຄງການທົດລອງການຝຶກເວົ້າພາສາລາວ. ໃນກອງປະຊຸມນີ້ມີຜູ້ເຂົ້າຮ່ວມປະມານ 150 ຄົນມາຈາກບັນດາພາກສ່ວນຕ່າງໆ ເຊັ່ນ: ຂັ້ນສູນກາງຂອງກະຊວງສຶກສາທິການ ແລະ ກິລາ (ສວສ, ກົມສ້າງຄູ, ກົມສາມັນ), ສະຖານທູດອົດສະຕຣາລີ, ຂັ້ນທ້ອງຖິ່ນ (ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາ ແລະ ກິລາເມືອງ, ວິທະຍາໄລຄູ) ພ້ອມກັບບັນດາຄູສອນ ແລະ ຜູ້ອໍານວຍການໂຮງຮຽນທີ່ເຂົ້າຮ່ວມໃນການທົດລອງ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດຈາກບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານພ້ອມ. ເພື່ອຮັບປະກັນການປ້ອງກັນຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ນັ້ນ, ຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມຜ່ານທາງສອງຮູບແບບທາງໄກ ແລະ ແບບເຊິ່ງໜ້າ.
Students being assessed in one of the Spoken Lao Pilot participating schools
Spoken Lao program materials
ທ່ານ ປອ. ອານຸລົມ ວິໄລພອນ, ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: “ໃນກອງປະຊຸມນີ້, ພວກເຮົາຈະໄດ້ແລກປ່ຽນ ແລະ ປຶກສາຫາລືກັນກ່ຽວກັບຜົນໄດ້ຮັບຈາກການປະເມີນໂຄງການທົດລອງການຝຶກເວົ້າພາສາລາວ, ບັນຫາຕ່າງໆໃນພາກຈັດຕັ້ງປະຕິບັດ ແລະ ທິດທາງໃນຕໍ່ໜ້າ. ຫຼັງຈາກກອງປະຊຸມຄັ້ງນີ້, ທາງ ສວສ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ຈະສືບຕໍ່ປັບປຸງໂຄງການ, ປັບປຸງຊັບພະຍາກອນຕ່າງໆ ແລະ ປັບປຸງການຝຶກອົບຮົມ ໂດຍອີງໃສ່ຄໍາຕິຊົມ ແລະ ຄໍາເຫັນຂອງບັນດາທ່ານທັງໝົດ. ມັນເປັນສິ່ງສໍາຄັນທີ່ເດັກນ້ອຍທຸກຄົນຕ້ອງມີໂອກາດເທົ່າທຽມກັນໃນການຮຽນຮູ້; ອັນນີ້ໝາຍຄວາມວ່າ ພວກເຮົາຈະຕ້ອງໄດ້ໃຫ້ການຊ່ວຍເຫຼືອການຮຽນຮູ້ພາສາລາວໃຫ້ພຽງພໍສໍາລັບນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາທີໜຶ່ງ ໃນໄລຍະປີທຳອິດຂອງການຮຽນເຂົາເຈົ້າ”.
ໂຄງການທົດລອງການຝຶກເວົ້າພາສາລາວໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນ 10 ໂຮງຮຽນເປົ້າໝາຍ ແລະ 10 ໂຮງຮຽນສົມທຽບໃນແຕ່ລະແຂວງຈາກ 4 ແຂວງດັ່ງນີ້: ແຂວງຜົ້ງສາລີ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສາລະວັນ. ນັກຮຽນ ຂັ້ນ ປ.1 ທີ່ເວົ້າພາສາລາວເປັນພາສາທີສອງຈະໄດ້ຮັບການສອນເພີ່ມປະມານ 1 ຊົ່ວໂມງໃນແຕ່ລະມື້ ເພື່ອພັດທະນາທັກສະໃນການເວົ້າພາສາລາວຂອງພວກເຂົາ. ການປັບປຸງທັກສະການປາກເວົ້າເປັນການສ້າງພື້ນຖານພາສາທີ່ເຂັ້ມແຂງ ເພາະມັນຊ່ວຍພັດທະນາທັກສະການອ່ານ ແລະ ການຂຽນຂອງນັກຮຽນໄປພ້ອມ. ຄູສອນທີ່ເຂົ້າຮ່ວມ ແລະ ຄູນິເທດໄດ້ຮັບປຶ້ມແບບຮຽນສະເພາະ ແລະ ຄູ່ມືຄູທີ່ພັດທະນາໂດຍ ສວສ ເຊິ່ງໄດ້ຮັບການສະໜັບສະໜູນຈາກແຜນງານບີຄວາ, ພ້ອມທັງການຝຶກອົບຮົມວິທີການສອນການຝຶກເວົ້າພາສາລາວ. ການທົດລອງການຝຶກເວົ້າພາສາລາວນີ້ໄດ້ສິ້ນສຸດລົງໃນເດືອນມິຖຸນາ ປີ 2021 ແລະ ໄດ້ຮັບການປະເມີນຜ່ານການທົດສອບລະດັບພື້ນຖານ ແລະ ການທົດສອບພາຍຫຼັງການທົດລອງສໍາເລັດໃນໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົມທຽບທັງຫມົດ. ນອກນີ້, ກໍຍັງມີການສໍາຫຼວດກັບຄູ ແລະ ຜູ້ອໍານວຍການທີ່ເຂົ້າຮ່ວມນໍາອີກ. ຜົນຂອງການປະເມີນໄດ້ສະແດງເຫັນວ່າ ການທົດລອງການຝຶກເວົ້າພາສາລາວແມ່ນມີປະສິດທິພາບສູງເປັນພິເສດຢູ່ແຂວງຜົ້ງສາລີ. ກໍລະນີສຶກສາ ວ່າດ້ວຍການສໍາພາດ ແລະ ສົນທະນາກຸ່ມຂອງຜູ້ອໍານວຍການໂຮງຮຽນ, ຄູ ແລະ ພໍ່ແມ່/ຜູ້ເບິ່ງແຍງເດັກໄດ້ຈັດຂຶ້ນຢູ່ແຂວງຜົ້ງສາລີ ໃນເດືອນກຸມພາ ປີ 2022 ເພື່ອໃຫ້ເຂົ້າໃຈເຫດຜົນ ແລະ ທີ່ມາຂອງຜົນສໍາເລັດນີ້ໃຫ້ດີຂຶ້ນ. ນອກຈາກນັ້ນ, ຍັງໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຄູສອນຢູ່ແຂວງສາລະວັນໃນເດືອນເມສາ ເພື່ອເກັບກຳຂໍ້ຄິດເຫັນ ແລະ ມຸມມອງຕໍ່ກັບສື່ການຮຽນ-ການສອນ ແລະ ສະເໜີບົດສະຫຼຸບຕີລາຄາຄືນ.
ທ່ານ ນາງ ພອນສິຣິ ອຸໄທວັນ, ຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສຳລັບຊົນເຜົ່າ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ສະເໜີຜົນຂອງການສຶກສາປະເມີນໃນກອງປະຊຸມວ່າ: “ຈາກການທົດລອງສອນທີ່ຜ່ານມາ, ພວກເຮົາເຂົ້າໃຈຍິ່ງຂຶ້ນກ່ຽວກັບປະລິມານ ແລະ ລະດັບຂອງເນື້ອໃນບົດຮຽນທີ່ເໝາະສົມກັບນັກຮຽນ ຂັ້ນ ປ.1 ຜູ້ທີ່ບໍ່ເວົ້າພາສາລາວມາແຕ່ກໍາເນີດ. ພວກເຮົາຈະໄດ້ປັບເນື້ອໃນ ແລະ ລະດັບຂອງການທົດລອງການຝຶກເວົ້າພາສາລາວ ເພື່ອຕອບຮັບກັບຜົນຂອງການສຶກສາປະເມີນທີ່ໄດ້ຮັບ”.
ທ່ານ ນາງ ພອນສິຣິ ຍັງກ່າວຕື່ມວ່າ: “ຄູ ແລະ ນັກຮຽນມີຄວາມກະຕືລືລົ້ນທີ່ຈະນໍາໃຊ້ສື່ ອຸປະກອນການຮຽນການສອນວິຊາພາສາລາວໃຫ້ຫຼາຍຂຶ້ນ ເຊັ່ນ: ບັດຄຳສັບ, ໂປສເຕີ, ເກມ ແລະ ເພງ. ພວກເຮົາກຳລັງວາງແຜນພັດທະນາບັນດາສື່ ອຸປະກອນເພີ່ມເຕີມເຫຼົ່ານີ້ ເພື່ອຮັບປະກັນວ່າເດັກນ້ອຍຈະໄດ້ຮັບຄວາມມ່ວນຊື່ນ ແລະ ສາມາດເຂົ້າເຖິງແຫຼ່ງຊັບພະຍາກອນການຮຽນວິຊາພາສາລາວໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.”
“ການສອນຫຼັກສູດໃໝ່ແມ່ນມີຄວາມທ້າທາຍສະເໝີສຳລັບຄູ ໂດຍສະເພາະໃນປີທຳອິດ ແລະ ສິ່ງທ້າທາຍນັ້ນກໍໄດ້ເພີ່ມຂຶ້ນຢ່າງໃຫຍ່ຫຼວງກັບການລະບາດຂອງເຊື້ອພະຍາດໂຄວິດ 19 ເພາະມັນເຮັດໃຫ້ພວກເຮົາສະໜອງການສະໜັບສະໜູນ ແລະ ການຕິດຕາມໄດ້ຢ່າງຈຳກັດ. ຄູສອນບາງຄົນຍັງຫາກໍ່ເລີ່ມພັດທະນາຄວາມເຊື່ອໝັ້ນຕົນເອງໃນການສອນການຝຶກເວົ້າພາສາລາວ. ແຕ່ເຖິງຢ່າງໃດກໍຕາມ, ການຝຶກອົບຮົມ ແລະ ການສະໜັບສະໜູນແມ່ນຈະມີຢ່າງຕໍ່ເນື່ອງ ແລະ ຂະຫຍາຍຂຶ້ນເຊິ່ງຈະມີທັງການຈັດກອງປະຊຸມແບບເຊິ່ງໜ້າ ແລະ ແບບອອນລາຍ. ນອກນີ້, ພວກເຮົາຍັງກໍາລັງປັບປຸງຄູ່ມືຄູ ເພື່ອຮັບປະກັນຄວາມຊັດເຈນ ແລະ ເປັນມິດກັບຄູຜູ້ທີ່ນຳໃຊ້ ໂດຍອີງໃສ່ຄໍາຄິດເຫັນຂອງຄູທີ່ຜ່ານມາ. ພວກເຮົາຍັງຈະສ້າງຄູ່ມືແນະນໍາໃຫ້ແກ່ບັນດາຜູ້ບໍລິຫານການສຶກສາ ແລະ ລວມໄປເຖິງການສື່ສານ ເພື່ອສ້າງການຮັບຮູ້ຂອງຊຸມຊົນກ່ຽວກັບໂຄງການນີ້ໃຫ້ຫຼາຍຂຶ້ນ.”
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາຈະຄົ້ນຄວ້າຫາໂອກາດເພີ່ມເຕີມ ເພື່ອສະໜອງການຮຽນຮູ້ໃຫ້ແກ່ຄູທຸກຄົນ ໃນການສອນນັກຮຽນທີ່ບໍ່ໄດ້ເວົ້າພາສາລາວເປັນພາສາທຳອິດ, ເຊິ່ງອາດຈະປະກອບມີວິດີໂອ, ໂມດູນການຮຽນຮູ້, ແລະ ຊັບພະຍາກອນອື່ນໆ. ກົມສ້າງຄູຍັງຈະສືບຕໍ່ຄົ້ນຄວ້າການຮຽນຮູ້ຢ່າງຕໍ່ເນື່ອງໃຫ້ແກ່ຄູ ເພື່ອຕອບສະໜອງກັບສິ່ງທ້າທາຍຕ່າງໆໃນການຮຽນຮູ້ຂອງນັກຮຽນປະຖົມຜ່ານລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສະບັບປັບປຸງໃໝ່.