“ຖ້າຄູບໍ່ມີຄວາມຮູ້ພື້ນຖານ ກ່ຽວກັບລາຍວິຊາທີ່​ຕົນ​ສອນ​ຢ່າງ​ເລີກ​ເຊິ່ງ, ມີ​ທັກ​ສະ​ການ​ສອນ​ທີ່​ດີ ແລະ ເຕັກ​ນິກ​ການ​ສອນ​ທີ່​ເໝາະ​ສົມ, ພວກ​ເຮົາ​ກໍ່​ຈະ​ບໍ່​ສາ​ມາດ​ບັນ​ລຸ​ຜົນ​ການ​ຮຽນ​ຂອງ​ນັກ​ຮຽນ​ຕາມ​ເປົ້າ​ໝາຍ​ໄດ້” ກ່າວ​ໂດຍ ທ່ານ ເກດ ພັນ​ລັກ, ຫົວ​ໜ້າ​ກົມ​ສ້າງ​ຄູ (ສ​ຄ). ພ້ອມດຽວ​ກັນ​ນັ້ນ, ການວິໄຈ​ຈາກ​ທົ່ວ​ໂລກຢຶນຢັນ ແລະ ​ຊີ້​ໃຫ້ເຫັນ​ແລ້ວ​ວ່າ ຄຸນ​ນະ​ພາບ​ຂອງ​ຄູ​ສອນ​ແມ່ນ​ມີ​ຜົນກະທົບ​ໂດຍ​ກົງ​ຕໍ່​ຜົນ​ສຳເລັດທາງດ້ານການ​ຮຽນ​ຮູ້​ຂອງ​ນັກ​ຮຽນ.

ໃນ​ເດື​ອນ​ກັນ​ຍາ 2019 ກໍໄດ້ເລີ້ມຈັດຕັ້ງການຮຽນການສອນ ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາ​ສະ​ບັບ​ປັບ​ປຸງ​ໃໝ່ ໃນຊັ້ນປະຖົມສຶກສາປີທີ.1 ໃນຂອບເຂດທົ່ວ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ປັບ​ປຸງ​ຜົນສຳເລັດທາງດ້ານ​ການ​ຮຽນ​ຂອງ​ເດັກ​ນ້ອຍ​ລາວ, ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໄດ້​ເລີ່ມ​ດຳ​ເນີນ​​ການ​ປັບ​ປຸງ​ຄຸນ​ນະ​ພາບ ແລະ ຄວາມສອດຄ່ອງຂອງຫຼັກ​ສູດ​​ສ້າງ​ຄູໂດຍ​ຜ່ານ​ການ​ຝຶກ​ອົບ​ຮົມຄູ​ຮຸ້ນ​ຕໍ່​ໄປ​. ນັບ​ແຕ່​ປີ 2017, ກົມສ້າງຄູ ແລະ ສູນ​ພັດ​ທະ​ນາ​ຄູ (ສ​ພ​ຄ), ໂດຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ, ໂດຍ​ຜ່ານ​ແຜນ​ງານບີ​ຄວາ, ໄດ້​ປັບ​ປຸງ​ຫຼັກ​ສູດ​ສ້າງ​ຄູ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່. ໃນ​ເດືອນ​ກັນ​ຍາ 2019, ນັກ​ສຶກ​ສາ​ຄູລະ​ບົບ 12+2 ຢູ່ ວິ​ທະ​ຍາ​ໄລ​ຄູ​ທຸກ​ແຫ່ງ ໄດ້​ເລີ່ມ​ຈັດການຮຽນການສອນ​​ຫຼັກ​ສູດສ້າງຄູປະຖົມສຶກ​ສ​າ ປີ​ທີ 1 ສະ​ບັບ​ປັບ​ປຸງ​ໃໝ່ເປັນປີ​ທຳ​ອິດ ທີ່​ເນັ້ນ​ໃສ່ຫຼັກ​ການ​​ຂອງການ​ຮຽນການ​ສອນ​ທີ່​ເນັ້ນ​ການ​ປະ​ຕິ​ບັດ​ຕົວ​ຈິງ.

ຫຼັກ​ສູດ​​ສ້າງ​ຄູປະຖົມສຶກ​ສາ​ປະ​ກອບ​ມີ 9 ລາຍ​ວິ​ຊາຂອງຫຼັກສູດ​ຊັ້ນປະຖົມສຶກສາ ແລະ 8 ວິຊາທີ່​ກ່ຽວ​ຂ້ອງ​ກັບ​ວິຊາ​ຊີບ​ຄູ, ລວມ​ທັງ​​ປະ​ສົບ​ການ​ໃນ​ໂຮງ​ຮຽນ​ ແລະ ການລົງ​ຝຶກຫັດວິຊາຊີບ. ລາຍ​ວິ​ຊາ​ທີ່​ໄດ້​ມີ​ການ​ຈັດ​ກຸ່ມຄືນ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາ​ສະ​ບັບ​ປັບ​ປຸງໃໝ່ ເຊັ່ນ​ວ່າ: “ວິ​ຊາ​ເຄ​ມີ​ສາດ”, “” ວິ​ຊາ​ຊີ​ວະ​ສາດ“ ແລະ ວິ​ຊາ​ຟີ​ຊິກ​ສາດ” ໄດ້ຮວບ​ຮວມ​ເຂົ້າເປັນ​ “ວິ​ຊາວິ​ທະ​ຍາ​ສາດ ແລະ ສິ່ງ​ແວດ​ລ້ອມ”. ​ນອກ​ຈາກ​ນີ້ ຍັງ​ມີວິ​ຊາ​ອື່ນ​ທີ່ໄດ້​ເພີ້ມ​ເຂົ້າ​ໃນ​ຫຼັກ​ສູດ​ເຊັ່ນ​ວ່າ “ພາບລວມຂອງຫຼັກ​ສູດຊັ້ນ​ປະ​ຖົມ​ສຶກ​ສາ​” ແລະ “​ພາ​ສາ​ລາວ​ສຳ​ລັບ​ເດັກ​ນ້ອຍ​ຊົນ​ເຜົ່າ” ແລະ ວິ​ຊາ​ທີ່​ເນັ້ນ​ໜັກ​ພິ​ເສດ​ແມ່ນ “ການ​ສຶກ​ສາ​ຮຽນຮ່ວມ”. ​ໃນ​ປັດ​ຈຸ​ບັນການ​ປ່ຽນ​ແປງ​ຫຼັກແມ່ນລາຍ​ວິ​ຊາໃນ​ໂຮງ​ຮຽນ​ຊັ້ນ​ປະ​ຖົມ ທີ່ໄດ້​ສອນໃນຮູບແບບບຸລະນາການ. ແຕ່​ລະ​ວິ​ຊາ​ປະ​ກອບ​ມີ​ຂໍ້​ມູນ​ກ່ຽວ​ກັບ​ວິ​ຊາ​ນັ້ນໆ, ຂໍ້​ມູນ​ກ່ຽວ​ກັບ​ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາສະ​ບັບ​ປັບ​ປຸງ​ໃໝ່ ແລະ ເປົ້າ​ໝາຍ​ຫຼັກ​ສູດ​ສຳ​ລັບ​ວິ​ຊາ​ນີ້ ແລະ ຂໍ້​ມູນ​​ກ່ຽວ​ກັບວິ​ທີ​ທີ່​ເດັກ​ນ້ອຍຈະ​ຮຽນ​ຮູ້. ຈຸດ​ສຸມ​ທີ່ເນັ້ນໜັກໃສ່ແມ່ນ​ກ່ຽວ​ກັບເນື້ອໃນຄວາມຮູ້​ກ່ຽວ​ກັບ​ວິ​ຊາ​ຄູ ແລະ ວິ​ທີ​ການ​ສອນ ບໍ່​ພຽງ​ແຕ່​ກ່ຽວ​ກັບ “ສິ່ງ​ທີ່​ຈະ​ສອນ” ເທົ່າ​ນັ້ນແຕ່​ຍັງແມ່ນ “ວິ​ທີ​ການ​ສອນ​ນຳ​ອີກ”.

​ສະ​ນັ້ນ ຕໍ່​ກັບ​ການ​ປັບ​ປຸງຫຼັກ​ສູດ​​ທີ່ກວມ​ເອົາ​ທັງ​ເນື້ອ​ໃນລາຍ​ວິ​ຊາ​ຮຽນ ແລະ ວິຊາຄູ, ແລະ ວິທີການ​ສອນ, ວິ​ທີ​ການ​ປະ​ເມີນ​ຜົນ​ການ​ຮຽນ​ຂອງ​ນັກ​ສຶກ​ສາ​ຄູ​ ຕ້ອງ​ໄດ້​ປັບ​ປຸງ​ເຊັ່ນດຽວ​ກັນ. ​ເປົ້າ​ໝາຍຂອງຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່ແມ່ນ​ເພື່ອ​ເພີ້ມ​ຜົນ​ສຳ​ເລັດ​ທາງ​ດ້ານ​ການ​ຮຽນ​ຮູ້ ແລະ ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ນັກ​ສຶກ​ສາ​ຄູ​ໃຫ້​ກາຍ​ມາ​ເປັນ​ຄູ​​ສອນຊັ້ນ​ປະ​ຖົມ​ສຶກ​ສາ​ທີ່​ເຂັ້ມ​ແຂງ​ໃນ​ອະ​ນາ​ຄົດ. ດັ່ງ​ນັ້ນ, ໃນອາ​ທິດ​ນີ້ ຈຶ່ງ​ໄດ້​ມີ​ການ​ຈັດ​ “ກອງ​ປະ​ຊຸມ​ພັດ​ທະ​ນາ​ຫຼັກ​ສູດ​​ສ້າງ​ຄູ – ​ປະ​ເມີນ​ຜົນ” ໂດ​ຍ​ການ​ເປັນ​ປະ​ທານຂອງ ທ່ານ ຄຳ​ໃບ​ ຄຳ​ສີ, ຮອງຫົວໜ້າກົມສ້າງຄູ ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມທັງໝົດ​ປະ​ມານ 75 ທ່ານ ຈາກ​ທີມ​ງານ​ນັກຂຽນ​ຫຼັກ​ສູດສ້າງ​ຄູ​ປະຖົມສຶກສາເຊິ່ງມາກົມສ້າງຄູ, ສູນພັດທະນາຄູ, 8 ວິ​ທະ​ຍາ​ໄລ​ຄູ, ແລະ ຈາກ ຄະ​ນະ​ສຶກ​ສາ​ສາດ ເພື່ອ​ສ້າງທັກ​ສະ ແລະ ຄວາມ​ເຂົ້າ​ໃຈ​ທີ່​ຈຳ​ເປັນ​ໃນ​ການ​ອອກ​ແບບ​ການ​ປະ​ເມີນ​​ສະ​ຫຼຸບ​ຜົນ​ການ​ຮຽນ​ທີ່​ຈຳ​ເປັນ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຜົນ​ສຳ​ເລັດ​ທາງ​ດ້ານ​ການ​ຮຽນ​ຮູ້ ແລະ ມາດ​ຕະ​ຖານ​ການ​ສອນ. ໂດຍຜ່ານຫຼາຍໆວາລະສົນທະນາກັນໃນກອງປະຊຸມຊຶ່ງນຳພາໂດຍທີມງານຂອງ ແຜນ​ງານ​ບີ​ຄວາ, ສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ ແລະ ທັກສະ ສຳລັບຫຼາຍປະເພດທີ່ແຕກຕ່າງກັນຂອງການປະເມີນເພື່ອສະຫຼຸບຜົນການຮຽນໃຫ້ແກ່ຜູ້​ເຂົ້າ​ຮ່ວມ​, ນັບທັງ​ການ​ສອບ​ເສັງ, ການ​ຂຽນ​ບົດ​ຄວາມ, ການ​ນຳ​ສະ​ເໜີ ແລະ ສະສົມຜົນງານ. ຈາກນັ້ນ, ທີມ​ນັກຂຽນ​ຫຼັກ​ສູດ​ແຕ່​ລະ​ວິ​ຊາ​ຈະ​ເຮັດ​ວຽກ​ເພື່ອ​ກຳ​ນົດ​ປະ​ເພດ​ການປະເມີນເພື່ອສະຫຼຸບຜົນການຮຽນທີ່​ກ່ຽວ​ຂ້ອງ​ຫຼາຍທີ່​ສຸດສຳ​ລັບ​ເນື້ອ​ໃນ ແລະ ຈະ​ສ້າງ​ການ​ປະ​ເມີນ​ທີ່​ເໝາະ​ສົມ​ທີ່​ສາ​ມາດ​ວັດ​ແທກ​ຜົນສຳເລັດທາງດ້ານ​ການ​ຮຽນ​ຮູ້​ທີ່​ດີສຸດ​ສຳ​ລັບລາຍ​ວິ​ຊາ​​ຂອງ​ເຂົາ​ເຈົ້າ.

ໃນ​ຕອນ​ທ້າຍກອງ​ປະ​ຊຸມ, ຮ່າງການ​ປະ​ເມີນ​ແຕ່​ລະ​ວິ​ຊາ​​ຂອງ​ພາກ​ຮຽນ​ທີ  1 – ປີ​ທີ 1 ຈະ​ສຳ​ເລັດ ​ສຳ​ລັບ​ນັກ​ສຶກສາຄູ ປີ​ທີ 1ໃນ​ວິ​ທະ​ຍາ​ໄລ​ຄູ ທັງ 8 ແຫ່ງ ເພື່ອ​ມາ​ເຂົ້າຮ່ວມການ​ສອບ​ເສັງ​ໃນ​ເດືອນ​ມັງ​ກອນ 2020.

https://www.facebook.com/IMCLaos/videos/521077745286710/