ພວກ​ເຮົາ​ຈະ​ສົ່ງ​ເສີມ ແລະ ທົດ​ລອງກິ​ດ​ຈະ​ກຳ​ໃໝ່ ແລະ ນະ​ວັດ​ຕະ​ກຳ​ໃໝ່​ເພື່ອ​ປັບ​ປຸງ​ການ​ມີ​ສ່ວ​ນ​ຮ່ວມ ແລະ ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ຊັ້ນ​ປະ​ຖົມ​ສຶກ​ສາ​ແນວ​ໃດ? ພວກ​ເຮົາ​ຈະເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຂັ້ນແຂວງ, ຂັ້ນເມືອງ, ​ຂັ້ນໂຮງ​ຮຽນ ແລະ ຊຸມ​ຊົນ​ໃຫ້​ມີ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງບໍ​ລິ​ຫານ, ປະ​ສານ​ງານ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​​ການ​ສຶກ​ສາ​​ຮູບ​ແບບໃໝ່​ເຫຼົ່າ​ນີ້​ແນວ​ໃດ?

ນີ້​ແມ່ນ​ຍຸດ​ທະ​ສາດ​ພາຍ​ໃຕ້​ກອງ​ທຶນ​ນະ​ວັດ​ຕະ​ກຳ​ໃໝ່​ດ້ານ​ການ​ສຶກ​ສາ​ຂອງ​ແຜນ​ງານ​ບີ​ຄວາ BEQUAL Education Innovation Fund (BEIF) ທີ່​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ປີ 2016 ໂດຍ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ (ສ​ສກ) ໂດຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບາ​ນ​ອົດ​ສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ. ກອງ​ທຶນ​ນີ້​ສ້າງ​ຂຶ້ນ​ມາ​ເພື່ອ​​ຊຸກ​ຍູ້​ແນວ​ຄວາມ​ຄິດ​ໃໝ່ໆ ແລະ ກິດ​ຈະ​ກຳ​ທີ່​ເປັນ​ນະ​ວັດ​ຕະ​ກຳ​​ໃໝ່​ທີ່​ສາ​ມາດສົ່ງ​ຜົນ​ທາງ​ດ້ານ​ບວກ​ທັງ​ດ້ານ​ຄຸນ​ນະ​ພາບ ແລະ ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ຊັ້ນ​ປະ​ຖົມ​ສຶກ​ສາ​ສຳ​ລັບ​ເດັກ​ນ້ອຍ​ທີ່​ຢູ່​ໃນ​ຊຸມ​ຊົນ​ຫ່າງ​ໄກ​ສອກ​ຫຼີກ ໂດຍ​ສະ​ເພາະ​ແມ່ນ​ເດັກ​ນ້ອຍ​ຍິງ, ນັກ​ຮຽນ​ຊົນ​ເຜົ່າ ແລະ ເດັກ​ນ້ອຍ​ພິ​ການເຫຼົ່າ​ນີ້​ເປັນ​ຕ​ົ້ນ.

ພາຍ​ຫຼັງ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ສົ່ງ​ບົດ​ສະ​ເໜີ​ໂຄງ​ການແນວ​ຄວາມ​ຄິດ​ໃໝ່ໆ​ເຂົ້າ​ມາ, 15 ໂຄງ​ການ​ແມ່ນ​ນຳ​ພາ​ໂດຍ​ພາກ​ລັດ, ອົງ​ການ​ທີ່​ບໍ່ຂຶ້ນ​ກັບ​ລັດ​ຖະ​ບານ (NGOs) ແລະ ພາກ​ເອ​ກະ​ຊົນ ​ໄດ້ຊະ​ນະ​ການ​ຄັດ​ເລືອກ ແລະ ໄດ້​ທຶນ​ຊ່ວຍ​ເຫຼືອ​ລ້າ​ເພື່ອ​ເຮັດ​ການ​ທົດ​ລອງ​ແນວ​ຄວາມ​ຄິດ​ທີ່​ໄດ້​ສ​ະ​ເໜີ​ມາ ແລະ ພ້ອມ​ຕິດ​ຕາມ​ຖ້າ​ຫາກວ່າ​ໂຄງ​ການ​ທີ່​ສະເໜີ​ມາ​ຈັດ​ຕັ້ງ​ປະ​ຕິ​ບັດ​ສຳ​ເລັດ ແລະ ເໝາະ​ສົມທີ່​ຈະ​ປັບ​ ແລະ ຂະ​ຫຍາຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ຫຼາຍ​ຂຶ້ນ. ຈຳ​ນວນ​ຂອງ​ທຶນ​ແມ່ນ​ເລີ່ມ​ຈາກ 185,000,000 ກີບ ຈົນ​ເຖິງ 924,725,000 ກີບ (30,000 – 158,000 ໂດ​ລາ​ອົດ​ສະ​ຕ​ຣາ​ລີ) ແລະ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ໄລ​ຍະ 14 ຫາ 34 ເດືອນ.

ມື້​ນີ້ ໄດ້​ມີ​ກອງ​ປ​ະ​ຊຸມຖອ​ດ​ຖອນບົດ​ຮຽນ​ກອງ​ທຶນ​ນະ​ວັດ​ຕະ​ກຳ​ໃໝ່​ດ້ານ​ການ​ສຶກ​ສາ​ຂອງ​ແຜນ​ງານ​ບີ​ຄວາ ໂດຍ​ການ​ເປັນ​ປະ​ທານຂອງ ທ່ານ ນາງ ຄຳ​ປະ​ເສີດ ກິ​ຕິ​ນະ​ວົງ, ຮອງ​ຫົວ​ໜ້າ​ກົມ​ແຜນ​ການ, ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແລະ ເປັນ​ປະ​ທານ​ຮ່ວມ​ໂດຍ ທ່ານ ນາງ ເຄ​ທີ ສະ​ມິດ, ເລ​ຂາ​ເອກ, ສະ​ຖານ​ທູດ​ອົດ​ສະ​ຕ​ຣາ​ລີ ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ປະ​ມານ 70 ທ່ານ ຈາກ​ຜູ້​ຊະ​ນະ​ໂຄງ​ການ, ລວມ​ທັງ​ບັນ​ດາ​ກົມ​ທີ່​ກ່ຽວ​ຂ້ອງ​ໃນ​ ສ​ສກ, ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ, ວິ​ທະ​ຍາ​ໄລ​ຄູ, ຫ້ອງ​ການ​ສຶກ​ສາ​ທິ​ການ ແລະ ກິ​ລາ​ເມືອງ, ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ ຄູ່​ຮ່ວມ​ງານ​ໃນ​ຂະ​ແໜງ​ການ​ສຶກ​ສາ​ອື່ນໆ.

ພາຍ​ໃນ​ກອງ​ປະ​ຊຸມ ຍັງ​ໄດ້​ຈັດ​ໃຫ້​ມີ​ກາ​ນ​ປຶກ​ສາ​ຫາ​ລື​ກັນ​ຂອງ​ຄະ​ນະ​ກຳ​ມະ​ການ​ໃນ 4 ຫົວ​ຂໍ້​ເຊັ່ນ​ວ່າ  ຫົວ​ຂໍ້​ເລື່ອງວິ​ທີ​ການ​ສອນ, ການ​ສອນ​ຫ້ອງ​ຄວບ, ການ​ບໍ​ລິ​ຫານ​ຄຸ້ມ​ຄອງ​ໂຮງ​ຮຽນ ແລະ ການ​ເຂົ້າ​ເຖິງ ແລະ ການ​ມີ​ສ່ວນ​ຮ່ວມດ້ານ​ການ​ສຶກ​ສາ. ຈຸດ​ປະ​ສົງ​ຂອງກອງ​ປ​ະ​ຊຸມ​ນີ້​ແມ່ນ​ເພື່ອ​ຮັບ​ຟັງ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ກ່ຽວ​ກັບ​ສິ່ງ​ທີ່​ເຮັດ​ໄດ້​ດີ ແລະ ບັນ​ຫາ​ຄົງ​ຄ້າງ, ບັນ​ຫາ​ໃດ​ທີ່​ໄດ້​ຮັບ​ການ​ແກ້​ໄຂ, ນະ​ວັດ​ຕະ​ກຳ​ໄດ້​ຖືກ​ນຳ​ມາ​ໃຊ້​ແນວ​ໃດ ແລະ ແຮງ​ຈູງ​ໃຈ​ໃນ​ການ​ປ່ຽນ​ແປງ.

ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍັງໄດ້​ຮ​ັບ​ເຊີນ​ເພື່ອ​ຢ້ຽມ​ຊົມ​ການ​ວາງ​ສະ​ແດງ 15 ໂຄງ​ການທີ່​ນຳ​ສະ​ເໜີ​ນະ​ວັດ​ຕະ​ກຳ​ໃໝ່​ທີ່​ຫຼາກ​ຫຼາຍ​ເຊັ່ນ​ວ່າ: ​ການ​ເຊື່ອມ​ໂຍງ​ຫຼັກ​ສູດ​ວິ​ຊາ​ເລກ​ກັບ​ວຽກ​ງານ​ກະ​ສິ​ກຳ, ການ​ພັດ​ທະ​ນາ​​ເຕັກ​ນິກການ​ຮຽນ​ທີ່​ເນັ້ນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ສຳ​ລັບ​ວິ​ຊາ​ພາ​ສາ​ລາວ, ການ​ສ້າງ​ສື່​ການ​ຮຽນ ແລະ ການ​ສອນທີ່​ໜ້າ​ສົນ​ໃຈ​ໂດຍ​ວັດ​ຖຸ​ທີ່​ມີ​ໃນ​ທ້ອງ​ຖິ່ນ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວິ​ທີ​ການ​ສອນ​ແບບ​ໃໝ່​ສຳ​ລັບ​ຫ້ອງ​ຄວບ, ການ​ນຳ​ໃຊ້​ການ​ສຶກ​ສາ​ການ​ສອນ “Lesson study” ແລະ ການ​ຮຽນ​ແບບ​ເພື່ອນ​ຊ່ວຍ​ເພື່ອ​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ອາ​ຊີບ, ການ​ແນະ​ນຳ​ຄູ​ກ່ຽວ​ກັບ​ວິ​ທີ​ການ​ປະ​ຕິ​ບັດ​ການ​ສຶກ​ສາຮຽນ​ຮ່ວມ​ແບບ​ໃໝ່ ແລະ ການ​ນຳ​ໃຊ້​ການ​ຮຽນ​ຜ່ານ​ກະ​ຕູນ​ບັນ​ເທິງ​ສຶກ​ສາ​ເພື່ອ​ເພີ້ມ​ການ​ໄປ​ໂຮງ​ຮຽນ ແລະ ອື່ນໆ.

ນອກ​ນັ້ນ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ມີ​ໂອ​ກາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ, ຜົນ​ໄດ້​ຮັບ, ຄວາມ​ຍື​ນຍົງ ແລະ ປະ​ສິດ​ຕິ​ພາບ​ດ້ານ​ງົບ​ປະ​ມານຂອງ​ແຕ່​ລະ​ໂຄງ​ການ ເພື່ອ​ຮຽນ​ຮູ້​ຈາກ​ການ​ທົດ​ລອງ ແລະ ການ​ວາງ​ສະ​ແດງ​ກ່ຽວ​ກັບ​ນະ​ວັດ​ຕະ​ກຳ​ໃໝ່​ໂຕ​ໃດ​ທີ່ມີ​ສ່ວນ​ຕໍ່​ຜົນ​ການ​ຮຽນ​ຮູ້​ທີ່​ດີ​ຂຶ້ນ ແລະ ສາມ​າດປະ​ຕິ​ບັດ​ຊ້ຳ​ໄດ້. ບາງ​ໂຄງ​ການ​ທົດ​ລອງ​ແມ່ນ​ໄດ້ຂະ​ຫຍາຍ​ອອກ​ໄປ​ແລ້ວ ຄື​ກັນ​ກັບ​ໂຄງ​ການການ​ຮຽນ​ຜ່ານ​ກະ​ຕູນ​ບັນ​ເທິງ​ສຶກ​ສາ ເຊິ່ງ​ໄດ້​ນຳ​ໃຊ້​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕ​ັ້ງ​ປະ​ຕິ​ບັດ​ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາ ຂັ້ນ ປ.1 ສະ​ບັບ​ປັບ​ປຸງ​ໃໝ່ ທີ່​ມີ​ຊື່​ວ່າ “ລາຍ​ການ​ຮຽນ​ຮູ້​ຮ່ວມ​ກັນ” ທີ່​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຕັ້ງ​ແຕ່​ເດືອນ​ສິງ​ຫາ 2019.

ຫວັງ​ຢ່າງ​ຍິ່ງວ່າ, ຜູ້​ເຂົ້າ​ຮ່ວມຈະ​ໄດ້​ແຮງ​ບັນ​ດານ​ໃຈ​ຈາກກອງ​ປ​ະ​ຊຸມ​ມື້​ນີ້ ຈາກ​ນະ​ວັດ​ຕະ​ກຳ​ໃໝ່ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ທີ່​ສຸດ ແລະ ຄວາມ​ສຳ​ເລັດ​ຂະ​ໜ​າດ​ນ້ອຍ ເຊິ່ງ​ສາ​ມາດ​ຂະ​ຫຍາຍ ແລະ ສົ່ງ​ຜົນ​ດ້ານບວກ​ໃຫ້​ກັບ​ໂຮງ​ຮຽນ ແລະ ເດັກ​ນ້ອຍ​ໃຫ້​ຫຼາຍ​ຂຶ້ນ.

https://www.facebook.com/IMCLaos/videos/444356562913801/