ໃນ​ເດືອນ​ກັນ​ຍາ 2019 ທີ່ຜ່ານມາ, ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາຂອງ ສ​ປ​ປ ລາວ, ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ ໂດຍ​ຜ​່ານ​ແຜນ​ງານບ​ີ​ຄວາ ໄດ້​ເລີ່ມຈັດຕັ້ງປະຕິບັດ​ໂຄງ​ການ​ທົດ​ລອງ​​ຝຶກ​ເວົ້າ​ພາ​ສາ​ລາວ​ສຳ​ລັບ​ນັກ​ຮຽນ ຂັ້ນ ປ.1 ຜູ້​ທີ່​ເລີ່ມ​ເຂົ້າ​ຮຽນໃໝ່ ​ແຕ່ບໍ່​ຮູ້ພາສາລາວ ຫຼື ເຂົ້າ​ໃຈ​ພາ​ສາ​ລາວພຽງເລັກໜ້ອຍ

ນັກ​ຮຽນ​​ຈະໄດ້ຮຽນ​ຝຶກ​ເວົ້າ​ພາ​ສາ​ລາວ​ເພີ່ມ​ໜຶ່ງ​ຊົ່ວ​ໂມງ​ຕໍ່​ມື້​ເພື່ອ​ສົ່ງ​ເສີມ ແລະ ນຳ​ໃຊ້​ເນື້ອ​ໃນ​ບົດ​ຮຽນ​ຈາກວິ​ຊາ​ພາ​ສາ​ລາວ​ພາກ​ປົກ​ກະ​ຕິ ຊຶ່ງ​ຮຽນ 2 ຊົ່ວ​ໂມງ​ຕໍ່​ມື້. ​ໂຮງ​ຮຽນ​ປະ​ຖົມເປົ້າໝາຍ 40 ແຫ່ງ​ແມ່ນຢູ​່​ແຂວງ​ຜົ້ງ​ສາ​ລີ, ບໍ​ລິ​ຄຳ​ໄຊ, ຄຳ​ມ່ວນ ແລະ ສາ​ລະ​ວັນ, ໃນ​ຂະ​ນະ​ທີ່​ໂຮງ​ຮຽນ​​ອີກ 40 ແຫ່ງ ເຊິ່ງມີ​ເງື່ອນ​ໄຂ ແລະ ສະພາບທີ່​ຄ້າຍ​ຄື​ກັນ ແມ່ນ​ເປັນ​ໂຮງຮຽນ​ສົມ​ທຽບ.

ໃນ​ລະ​ຫວ່າງວັນ​ທີ 27 ຕຸ​ລາ ຫາ 16 ພະ​ຈິກ 2019, ທີມ​ງານ​ປະ​ເມີນ​ຈຳ​ນວນ​ 16 ທ່ານ ຈາກ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດການ​ສຶກ​ສາ (ສວ​ສ) ໄດ້​ເດີນ​ທາງ​ໄປ​ບັນ​ດາ​ເມືອງ​ເປົ້າ​ໝາຍ​ເພື່ອ​ດໍາເນີນການປະເມີນ ຫຼື ເອີ້ນວ່າ “ການ​ປະ​ເມີນ​ພາ​ສາ​ລາວ​ສຳ​ລັບ​ນັກ​ຮຽນ​ຊັ້ນ​ປະ​ຖົມ​ສຶກ​ສາ​ຕອນ​ຕົ້ນ ” (EGLA) ແກ່​ນັກ​ຮຽນ​ຂັ້ນ ປ.1 ຢູ່ຕາມບັນດາໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົ​ມທຽບໃນ 4 ແຂວງ​ເປົ້າ​ໝາຍ. ການ​ປະ​ເມີນ​ເບື້ອງ​ຕົ້ນ​ນີ້ແມ່ນເພື່ອໃຫ້​ເຂົ້າ​ໃຈ​ເຖິງລະ​ດັບ​ຄວາມຮູ້ຄວາມສາມາດກ່ຽວກັບການນໍາໃຊ້ພາສາລາວ​ຂອງ​ເດັກ​ນ້ອຍໃນ​ໄລຍະເລີ່ມ​ຕົ້ນທົດລອງໂຄງການ​ຝຶກ​ເວົ້າ​ພາ​ສາ​ລາວ ແລະ ​ຈະສືບຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດໂຄງການນີ້ຕໍ່ໄປ​ ຖ້າ​ຫາກວ່າ​ໂຄງ​ການ​ຝຶກ​ເວົ້າ​ພາ​ສາ​ລາວນີ້​ມີ​ປະ​ສິດ​ຕິ​ພາບ. ຜູ້​ປະ​ເມີນ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກທີມ​ຂຽນ​ຫຼັກ​ສູດ​ວິ​ຊາ​ພາ​ສາ​ລາວຊື່ງ​ມີ ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ທົ່ງ​ກາງ ແລະ ຄູ​ສອນ​ຈາກວິ​ທະ​ຍາ​ໄລ​ຄູ​ດົງ​ຄຳ​ຊ້າງ ແລະ ທີມ​ງານ​ຂຽນ​ຫຼັກ​ສູດ​ທີ່​ມາ​ຈາກ ວິ​ຊາ​ຄຸນ​ສົມ​ບັດ​ສຶກ​ສາ, ສັງ​ຄົມສຶກສາ ແລະ ສູນພາສາຕ່າງປະເທດ ທີ່ສັງກັດຢູ່ໃນ ສວສ. ນອກຈາກນີ້, ທີມງານຜູ້ປະເມີນ​ຍັງ​ໄດ້​ຮັບການຊ່ວຍເຫຼືອ ແລະ ​ສະ​ໜັບ​ສະ​ໜູນ​ຈາກ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ​ແຂວງ, ຫ້ອງ​ການ​ສຶກ​ສາ​ທິ​ການ ແລະ ກິ​ລາ​ເມືອງ ແລະ ທີມ​ງານ​ຕິດ​ຕາມ ແລະ ປະ​ເມີນ​ຜົນ​ຂອງ​ແຜນ​ງານ​ບີ​ຄວາ​ ໃນການວາງ​ແຜນ​ລົງ​ຢ້ຽມ​ຢາມ​ໂຮງ​ຮຽນ.

ທ່ານ ນາງ ພອນ​ສິ​​ຣິ ອຸ​ໄທວັນ, ຫົວ​ໜ້າ​ທີມຂຽນ​ຫຼັກ​ສູດ​ວິ​ຊາ​ພາ​ສາ​ລາວ​ຈາກ ສວ​ສ, ຜູ້ທີ່​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ​ໂຄງ​ການ​ຝຶກ​ເວົ້າ​ພາ​ສາ​ລາວ ແລະ ຍັງ​ເປັນ​ຫົວໜ້າທີມຜູ້ປະເມີນ​ຢູ່​ແຂວງ​ຄຳ​ມ່ວນ ແລະ ແຂວງ​ບໍ​ລິ​ຄຳ​ໄຊ. ທ່ານ​ໄດ້​ກ່າວ​ວ່າ “ຄວາມ​ທ້າ​ທາຍ​ທີ່​ສຸດ​ຄື​ອຸ​ປະ​ສັກ​ທາງ​ດ້ານ​ພາ​ສາ​ໃນການສື່ສານກັບ​ນັກ​ຮຽນ. ມັນ​ຫຍຸ​້ງ​ຍາກ​ຫຼາຍ​ສຳ​ລັບ​ທີມ​ງານຜູ້​ປະ​ເມີນ​ໃນ​ການ​ສື່​ສານ​ ແລະ ອະ​ທິ​ບາຍ​ຄໍາແນະນໍາຢູ່ໃນແບບທົດສອບ​ໃຫ້​ເດັກ​ນ້ອຍຟັງ. ລະດັບຄວາມ​ເຂົ້າ​ໃຈ​ພາ​ສາ​ລາວ​ຂອງ​ເຂົາ​ເຈົ້າຢູ່ໃນ​ເຂດ​ຊຸ​ມ​ຊົນ​ຫ່າງ​ໄກ​ສອກ​ຫຼີກນີ້ ແມ່ນຍັງ​ຕ່ຳຫຼາຍ​, ນັກ​ຮຽນ​ເຫຼົ່າ​ນັ້ນ ​ຫາກໍ່​ເລີ່ມ​ເຂົ້າ​ໂຮງ​ຮຽນ ​ແລະ ເຂົ້າໃຈ​ພຽງ​ແຕ່​ພາ​ສາ​ຊົນ​ເຜົ່າ​ຂອງ​ຕົນເອງ. ສະ​ນັ້ນແລ້ວ, ໂຄງ​ການ​ຝຶກ​ເວົ້າ​ພາ​ສາ​ລາວ​ຈຶ່ງ​ມີ​ຄວາມ​ສຳ​ຄັນ. ຖ້າ​ຫາກ​ເດັກ​ນ້ອຍ​ເຫຼົ່າ​ນັ້ນ​ບໍ່​ສາ​ມາ​ດ​ສື່​ສານ​ເປັນ​ພາ​ສາ​ລາວ​ໄດ້ແລ້ວ​ພວກ​ເຂົາຈະປະຕິບັດ​ຕາມ​ຄູ​ສອນ​ໄດ້​ແນວ​ໃດ? ພວກ​ເຂົາ​ຈະ​ຮຽນໄດ້​ແນວ​ໃດ? ເຂົາ​ເຈົ້າຈະ​ມີ​ບັນ​ຫາໃນ​ການ​ຮຽນ ລວມ​ເຖິງການ​ຮຽນວິ​ຊາ​ຄະ​ນິດ​ສາດ ຖ້າ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ການ​ອະ​ທິ​ບາຍ​ຂອງ​ຄູ”. ນັກ​ຮຽນ ຂັ້ນ ປ.5 ໄດ້​ຊ່ວຍ​ທີມ​ງານ​ຜູ້ປະ​ເມີນ​ໂດຍ​ການ​ຊ່ວຍ​ແປ​ຄຳ​ຖາມ​ ແລະ ຄໍາແນະນໍາຢູ່ໃນແບບທົດສອບເປັນພາສາຊົນເຜົ່າ​ໃຫ້​ນັກ​ຮຽນ​ຂັ້ນ ປ.1 ຟັງ. ການ​ຊ່ວຍ​ເຫຼືອ​ຈາກ​ນັກ​ຮຽນ​ຂັ້ນ ປ.5 ຊ່ວຍ​ຫຼຸດ​ຄວາມ​ກົດ​ດັນ​ສຳ​ລັບ​ເດັກ​ນ້ອຍໃນ​ລະ​ຫວ່າງ​ການ​ປະເມີນ ແລະ ເພື່ອ​ຮັບ​ປະ​ກັນ​ວ່າ​ເຂົາ​ເຈົ້າ​ສາ​ມາ​ດ​ເຮັດ​ແບບທົດສອບໄດ້​ຢ່າງ​ເຕັມ​ສ່ວນ.

ທີມ​ງານຜູ້ປະເມີນ​ຍັງ​ພົບ​ເຫັນເຖິງຄວາມ​ທ້າ​ທາຍດ້ວຍຕົນເອງກ່ຽວກັບ​ການ​​ສອນ​ຢູ່​ໂຮງ​ຮຽນ​ໃນ​ເຂດ​ຫ່າງ​ໄກ​ສອກ​ຫຼີກ ຊຶ່ງສ່ວນຫຼາຍແມ່ນ​ເດີນ​ທາງ​ດ້ວຍລົດ​ຈັກ​ໃນສະພາບ​ຫົນ​ທາງ​ທີ່​ມີ​ຂີ້​ຕົມ ແລະ ຂີ່​ເຮືອ/ບັກ ​ຂ້າມ​ນ້ຳ ແລະ ການ​ເດີນ​ທາງທີ່ຕ້ອງ​ໄດ້​ອີງ​ໃສ່​ສະ​ພາບ​ດິນ​ຟ້າ​ອາ​ກາດ. ໂຮງ​ຮຽນ​ບາງ​ແຫ່ງ​ທີ່​ຢູ່​ຫ່າງ​ໄກແມ່ນ​ບໍ່​ສາ​ມາດ​ເດີນທາງໄປ ແລະ ກັບ ​ພາຍ​ໃນ​ໜຶ່ງ​ມື້, ນາຍ​ບ້ານ​ຈຶ່ງໄດ້ແນະນໍາ​ໃຫ້ທີມ​ງານ​​ນອນ​ຄ້າງ​ຄືນ.

ການ​ປະເມີນ EGLA ແມ່ນໄດ້ນໍາໃຊ້ເເທັບ​ເບລັດເພື່ອບັນທຶກຂໍ້ມູນ ຊຶ່ງເປັນການນໍາໃຊ້ເທັກ​ໂນ​ໂລ​ຢີ​ແບບ​ໃໝ່​ສຳ​ລັບ ສວ​ສ ໃນ​ການ​ເກັບ​ກຳ​ຂໍ້​ມູນ​ຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ ຫຼຸດ​ຈຳ​ນວນ​ເອ​ກະ​ສານ ແລະ ອຸປະກອນການ​ຂຽນ​ທີ່​ທີມ​ງານ​ຈະ​ຕ້ອງໄດ້ເອົາ​ເດີນ​ທາ​ງ​ໄປ​ນຳ.

ຜົນການປະເມີນ EGLA ຂອງ​ນັກຮຽນທັງໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົມທຽບ ແມ່ນຈະໄດ້ນໍາໄປປຽບທຽບຜົນການປະເມີນ EGLA ຄັ້ງທີສອງ ໃນເດືອນເມສາ 2020. ຜົນການປະເມີນຈະເປັນຫຼັກຖານທີ່ສໍາຄັນທີ່ຈະຊີ້ໃຫ້ເຫັນວ່າ ການທີ່ມີການສອນເວົ້າພາສາລາວເພີ່ມຢູ່ໃນບັນດາໂຮງຮຽນເປົ້າໝາຍ ມັນໄດ້ເຮັດໃຫ້ນັກຮຽນຮຽນພາສາລາວໄດ້ດີຂຶ້ນຫຼືບໍ່. ຖ້າຜົນຂອງການທົດລອງອອກມາໃນທາງທີ່ເປັນບວກ, ທາງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈະສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດຫຼັກການນີ້ຢູ່ຫຼາຍພື້ນທີ່ເພີ່ມຂຶ້ນ ເພື່ອສືບຕໍ່ປັບປຸງຜົນການຮຽນພາສາລາວ ໂດຍຜ່ານການຮຽນການສອນປຶ້ມແບບຮຽນ ແລະ ຄູ່ມືຄູທີ່ມີຄຸນນະພາບ ແລະ ການຮຽນໃນຮູບແບບໃໝ່.