ແຜນງານບີຄວາ ເຮັດວຽກຢ່າງໃກ້ຊິດກັບ ກະຊວງສຶກສາທິການ ແລະ ກິລາ, ໂດຍຜ່ານບັນດາກົມ ແລະ ພະແນກການຕ່າງໆ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ແລະ ລວມທຸກຄົນໃນສັງຄົມ (GEDSI) ເຂົ້າໃນການສຶກສາລະດັບປະຖົມ. ແຜນງານບີຄວາ ຖືກອອກແບບມາ ເພື່ອຮັບປະກັນວ່າເດັກທີ່ທີ່ຢູ່ໃນກຸ່ມບອບບາງ ໄດ້ຮັບການເຂົ້າເຖີງການສະໜັບສະໜູນ ແລະ ການເອົາໃຈໃສ່ເຊິ່ງສະທ້ອນຢູ່ໃນທຸກວຽກງານກິດຈະກໍາຂອງແຜນງານ.
ແຜນງານບີຄວາ ໄດ້ຄໍານຶງວ່າ ການເຂົ້າຮຽນ, ການມີສ່ວນຮ່ວມ ແລະ ຜົນການຮຽນທີ່ດີຂອງເດັກ ແມ່ນຂຶ້ນກັບຫຼາຍປັດໄຈ ເຊັ່ນການຊຸກຍູ້ຈາກຊຸມຊົນ ແລະ ຄອບຄົວ, ສັກກະຍາພາບ ແລະ ຄວາມມຸ່ງໝັ້ນຂອງຜູ້ທີ່ມີໜ້າທີ່ຮັບຜິດຊອບ ແລະ ບົດບາດທີ່ເອື້ອອຳນວຍໃນດ້ານນະໂຍບາຍ, ລະບົບ ແລະ ການນຳພາ ໂດຍຜ່ານການເຊື່ອມສານ ແລະ ເຈາະຈົງ. ຍຸດທະສາດຂອງແຜນງານບີຄວາໃນວຽກງານ GEDSI ແມ່ນເສີມສ້າງຄວາມມຸ່ງໝັ້ນຂອງແຜນງານຕໍ່ການສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍການຮຽນຮູ້ແບບມີສ່ວນຮ່ວມ, ມີຄວາມເທົ່າທຽມ ແລະ ມີສະພາບແວດລ້ອມທີ່ປອດໄພ.
ວຽກງານ GEDSI ໄດ້ຖືກເຊື່ອມສານເຂົ້າໃນລະບົບການສຶກສາ ເຊິ່ງກວມມີຫຼັກສູດ, ການສອນຂອງຄູ, ການນຳພາ, ການວາງແຜນ, ການຈັດສັນຊັບພະຍາກອນ ແລະ ນະໂຍບາຍ. ການປະຕິບັດວຽກແບບຈຸດສຸມ ແມ່ນຕອບສະໜອງຕໍ່ກັບຄວາມຕ້ອງການການຊ່ວຍເຫຼືອພິເສດສຳລັບເດັກທີ່ມີຄວາມສ່ຽງສູງທີ່ອາດຈະຖືກກີດກັນຈາກການເຂົ້າເຖິງໂອກາດໃນການມີສ່ວນຮ່ວມ ແລະ ການຮຽນຮູ້. ສຳລັບການຂະຫຍາຍໄລຍະທີ 2 ແຜນງານບີຄວາໄດ້ສຸ່ມໃສ່ກຸ່ມເດັກທີ່ໄດ້ຮັບຜົນກະທົບຈາກບັນດາຄ່ານິຍົມທີ່ເປັນອັນຕະລາຍ, ເດັກທີ່ບໍ່ໄດ້ໃຊ້ພາສາລາວມາແຕ່ກຳເນີດ ແລະ ເດັກທີ່ມີຄວາມພິການ. ແຜນງານບີຄວາ ຮັບຮູ້ວ່າສະພາບການທີ່ດ້ອຍໂອກາດແມ່ນມາພ້ອມກັບຄວາມທຸກຍາກ, ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກ.
ການຄົ້ນຄວ້າ ແລະ ການຮຽນຮູ້ຂອງ ແຜນງານບີຄວາ ສະໜັບສະໜູນຍຸດທະສາດ GEDSI ໂດຍການສ້າງຫຼັກຖານປະຈັກຕາກ່ຽວກັບອຸປະສັກທີ່ເດັກໄດ້ພົບພໍ້ ແລະ ທົດສອບວິທີແກ້ໄຂທີ່ສາມາດປະຕິບັດໄດ້ຈິງ ເພື່ອປັບປຸງການມີສ່ວນຮ່ວມຂອງທຸກຄົນ, ການເຂົ້າຮ່ວມ ແລະ ການຮຽນຮູ້. ການຄົ້ນຄວ້າສຸ່ມໃສ່ການຮູ້ໜັງສື ແລະ ການພັດທະນາພາສາ, ການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ, ພ້ອມທັງວິທີທີ່ບັນທັດຖານທາງສັງຄົມ, ບັນທັດຖານທາງເພດ ແລະ ບັນທັດຖານທາງວັດທະນະທຳ ທີ່ມີອິດທິພົນຕໍ່ແນວທາງປະຕິບັດໃນໂຮງຮຽນ ແລະ ຜົນການຮຽນຂອງນັກຮຽນ. ເຊິ່ງບອກໄດ້ວ່າສິ່ງໃດໄດ້ຜົນດີໃນຫ້ອງຮຽນໃນ ສປປ ລາວ ເຊັ່ນ: ການນຳໃຊ້ຫຼັກສູດພາສາລາວ ແລະ ບົດຮຽນຝຶກພາສາລາວເວົ້າ, ວິທີທີ່ຄູສະໜັບສະໜູນເດັກທີ່ບໍ່ເວົ້າພາສາລາວຢູ່ເຮືອນ ແລະ ວິທີການສະໜັບສະໜູນເດັກທີ່ມີຄວາມພິການໃຫ້ດີຂຶ້ນ. ການຄົ້ນຄວ້າຍັງຊ່ວຍໃຫ້ແຜນງານບີຄວາ ເສີມສ້າງຄວາມສະເໝີພາບຍິງຊາຍ, ການປົກປ້ອງ ແລະ ການຮັກສາຄວາມປອດໄພ ສຳລັບເດັກ ໂດຍການສ້າງສິ່ງປະຈັກຕາຮ່ວມກັບຄູ່ຮ່ວມງານຈາກກະຊວງສຶກສາທິການ ແລະ ກິລາ, ຄູ, ນັກຮຽນ ແລະ ຊຸມຊົນ. ດັ່ງນັ້ນ, ແຜນງານຈຶ່ງສາມາດປັບປຸງການດຳເນີນງານ GEDSI ທັງແບບເຊື່ອມສານ ແລະ ແບບເຈາະຈົງ ໂດຍອີງຕາມວິທີການທີ່ມີປະສິດຜົນສູງສຸດໃນການປະຕິບັດ.
ວິດີໂອ GEDSI ທີ່ພົ້ນເດັ່ນ


English