ຮອງລັດຖະມົນຕິ ສສກ ແລະ ທ່ານຮອງເອກອັກຄະລັດຖະທູດ ອົດສະຕຣາລີໄດ້ໃຫ້ກຽດເປັນປະທານໃຫ້ແກ່ງານ

ວິດີໂອໃໝ່ ເນັ້ນໃສ່ການສະໜັບສະໜູນຂອງພໍ່ແມ່, ຄວາມມຸ້ງຫວັງຂອງນັກຮຽນ ແລະ ການປະກອບສ່ວນຂອງຊຸມຊົນ ເພື່ອຊຸກຍູ້ການເຂົ້າຮຽນຂອງນັກຮຽນ

ໃນວັນຈັນ ທີ 30 ມີນາ 2026, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ເປີດນຳສະເໜີວິດີໂອສົ່ງເສີມການສຶກສາ ສອງເລື່ອງໃໝ່ຢ່າງເປັນທາງການ. ວິດີໂອທັງສອງເລື່ອງນີ້ ແມ່ນຖືວ່າສຳເລັດທັງໝົດລວມ 4 ເລື່ອງ, ທີ່ຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ສ້າງຂຶ້ນເພື່ອປ່ຽນແປງ ຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງການສຶກສາ, ຫຼຸດຜ່ອນການອອກໂຮງຮຽນ ແລະ ຊຸກຍູ້ຄູອາຈານໃຫ້ສືບຕໍ່ການສອນ. ວິດີໂອຍົກໃຫ້ເຫັນວ່າ ການສຶກສາສ້າງໂອກາດໃຫ້ນັກຮຽນ, ເຮັດໃຫ້ພໍ່ແມ່ໝັ້ນໃຈ ແລະ ລະດົມຊຸມຊົນທັງໝົດ ໃຫ້ສະໜັບສະໜູນການຮຽນຂອງເດັກຄືແນວໃດ. ວາລະງານພິທີການນີ້ ໄດ້ຈັດທີ່ນະຄອນຫຼວງວຽງຈັນ ມີແຂກເຂົ້າຮ່ວມຫຼາຍກວ່າ 200 ທ່ານ, ເຊັ່ນ: ຜູ້ຕາງໜ້າຈາກສະພາແຫ່ງຊາດ, ພະແນກສຶກສາທິການ ແລະ ກິລາ ທຸກແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ວິທະຍາໄລຄູ, ມະຫາວິທະຍາໄລ, ສະຖາບັນ, ໂຮງຮຽນ, ສື່ມວນຊົນ, ສະຖານທູດອົດສະຕຣາລີ ແລະ ຄູ່ຮ່ວມພັດທະນາ. ງານດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດອົົດສະຕຣາລີ ປະຈຳລາວ.

ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: “ດ້ວຍການຮ່ວມມືຢ່າງໃກ້ຊິດລະຫວ່າງ ກະຊວງສຶກສາທິການ ແລະ ກິລາ  ແລະ ລັດຖະບານອົດສະຕຣາລີ ໄດ້ສ້າງແຜນໂຄສະນາສົ່ງເສີມການສຶກສານີ້ ເພື່ອແກ້ໄຂບັນຫາຮີບດ່ວນໃນຂະແໜງການສຶກສາ, ລວມເຖິງການຫຼຸດລົງຂອງອັດຕາການເຂົ້າຮຽນຂອງນັກຮຽນ ແລະ ຄວາມຕ້ອງການທີ່ຈະສົ່ງເສີມ ແລະ ຮັກສາ ຄູທີ່ມີທັກສະ ແລະ ປະສົບການ ໃຫ້ສືບຕໍ່ອາຊີບຄູ. ເລື່ອງສັ້ນເຫຼົ່ານີ້ ສະແດງໃຫ້ເຫັນວ່າ ການສຶກສາມີຄວາມສຳຄັນ ແລະ ຮັບຮູ້ເຖິງບົດບາດສຳຄັນຂອງຜູ້ເຮັດວຽກໃນຂະແໜງການສຶກສາ ກໍ່ຄື: ຄູ, ພ້ອມດ້ວຍ ສະມາຊິກຊຸມຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ ໃນການສ້າງອະນາຄົດຂອງປະເທດຊາດ. ຫົວໃຈສຳຄັນຂອງແຜນໂຄສະນາ ແມ່ນຂໍ້ຄວາມສຳຄັນໜຶ່ງ ທີ່ພວກເຮົາຕ້ອງການໃຫ້ຜູ້ຊົມຈົດຈຳວ່າ: ການສຶກສາ ບໍ່ແມ່ນພຽງແຕ່ ການໄດ້ວຽກເຮັດງານທຳເທົ່ານັ້ນ, ແຕ່ການສຶກສາຍັງຊ່ວຍ ໃຫ້ໄດ້ຮັບທັກສະ, ຮູ້ຈັກຄົ້ນຄິດແບບວິເຄາະ ແລະ ການມີອິດສະລະພາບໃນການສ້າງອະນາຄົດຂອງຕົນເອງ”.

ທ່ານ ນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບູລິມະສິດຂອງຕົນ, ນັບແຕ່ການພັດທະນາຫຼັກສູດ ແລະ ການພັດທະນາວິຊາຊີບຄູ ໄປຈົນເຖິງ ການປ່ຽນແປງທັດສະນະຄະຕິ ຂອງປະຊາຊົນກ່ຽວກັບການຮຽນ. ແຜນໂຄສະນາຄັ້ງນີ້ ຖືກອອກແບບມາ ເພື່ອກະຕຸ້ນການປ່ຽນແປງຜ່ານເລື່ອງສັ້ນ ທີ່ມີແຮງບັນດານໃຈ ເຂົ້າເຖິງຄວາມຮູ້ສຶກ ແລະ ຈິດໃຈຂອງຫຼາຍຄົນຢ່າງກວ້າງຂວາງ. ເປົ້າໝາຍຂອງພວກເຮົາ ແມ່ນເພື່ອປ່ຽນແປງ ວິທີທີ່ຜູ້ຄົນຄິດ ຕໍ່ກັບການສຶກສາ: ເພື່ອສະແດງໃຫ້ນັກຮຽນ ແລະ ພໍ່ແມ່ເຫັນວ່າ ການສຶກສາເພີ່ມໂອກາດ, ສ້າງທັກສະທີ່ສຳຄັນ ແລະ ຊ່ວຍໃຫ້ຄົນຜູ້ໜຶ່ງສ້າງອະນາຄົດຂອງຕົນເອງ.”

ເຖິງແມ່ນວ່າເລື່ອງລາວໃນວິດີໂອຕ່າງໆ ເປັນເລື່ອງທີ່ແຕ່ງຂຶ້ນມາ, ແຕ່ໄດ້ຮັບແຮງບັນດານໃຈ ຈາກປະສົບການຕົວຈິງ ເພື່ອສະແດງເຖິງເລື່ອງລາວທີ່ໜ້າສົນໃຈ ສະທ້ອນຄວາມຮູ້ສຶກ, ເນັ້ນໃຫ້ເຫັນເຖິງສິ່ງທ້າທາຍທີ່ມັກຈະພົບ ແລະ ສົ່ງຂໍ້ຄວາມທີ່ຊັດເຈນໃຫ້ຜູ້ຊົມເຂົ້າໃຈ ແລະ ເຊີນຊວນປະຕິບັດ. ວິດີໂອເລື່ອງສັ້ນນີ້ ໄດ້ຮັບກຽດຢ່າງສູງທີ່ ທ່ານ ພັນຄຳ ວິພາວັນ, ອະດີດນາຍົກລັດຖະມົນຕີ, ຮອງປະທານປະເທດ ແລະ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ໄດ້ໃຫ້ກຽດກ່າວມີຄຳເຫັນທີ່ມີພະລັງກ່ຽວກັບຄວາມສຳຄັນຂອງການສຶກສາ ໃນເລື່ອງ: “ຄຸນຄ່າຂອງຄູ”, ເຊິ່ງໄດ້ອອກອາກາດໃນເດືອນຕຸລາ ປີຜ່ານມາ. ນອກຈາກນີ້, ກໍ່ຍັງມີບຸກຄົນສາທາລະນະທີ່ມີຊື່ສຽງ ກໍ່ຄື: ນາງ ປ່າເຢັ້ງຊາ ລໍ່, ນາງສາວຊົນເຜົ່າມົ້ງຄົນທຳອິດ ທີ່ເປັນຕົວແທນຂອງປະເທດລາວ ໃນການປະກວດນາງງາມຈັກກະວານ ແລະ ເປັນຜູ້ສະໜັບສະໜຸນການສຶກສາທີ່ມີຊື່ສຽງ, ໄດ້ໃຫ້ສຽງບັນລະຍາຍເລື່ອງໃນສາມວິດີໂອ ແລະ ຊ່ວຍເຮັດໃຫ້ເລື່ອງມີສີສັນຫຼາຍຂຶ້ນ.

ນັກຮຽນໄວໜຸ່ມທີ່ເປັນຄົນຫູໜວກ, ມີຄວາມຝັນຢາກເປັນນັກວິສະວະກອນ, ໄດ້ບອກເລົ່າກ່ຽວກັບການສຶກສາ ໄດ້ປ່ຽນແປງຊີວິດຂອງລາວຄືແນວໃດ

ວິດີໂອໃໝ່ສອງເລື່ອງ ທີ່ນຳສະເໜີໃນງານແມ່ນ: ເລື່ອງ “ຄວາມຝັນ” ແລະ “ໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ການສຶກສາ”. ເລື່ອງ “ຄວາມຝັນ” ເປັນເລື່ອງລາວທີ່ເຕັມໄປດ້ວຍຄວາມສະເທືອນອາລົມ ຂອງເດັກຍິງຜູ້ໜຶ່ງ ທີ່ມີຄວາມມຸ້ງໝັ້ນໃນການຮຽນ, ລາວມາຈາກຄອບຄົວຊົນເຜົ່າ. ລາວຂຽນຈົດໝາຍຈາກໃຈ ເຖິງພໍ່ແມ່ທີ່ທຸກຍາກ ເພື່ອຂໍການສະໜັບສະໜູນ ໃຫ້ລາວໄດ້ສືບຕໍ່ການຮຽນ ແລະ ເຮັດຕາມຄວາມຝັນຂອງຕົນ. ໃນເລື່ອງແມ່ນມີພາບ ທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໂດຍການຊຸກຍູ້ໃຫ້ເດັກຍິງສືບຕໍ່ອາຊີບໃນສາຍວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ (STEM). ສ່ວນ ເລື່ອງ :”ໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ການສຶກສາ” ບອກເລົ່າເລື່ອງລາວຂອງໝູ່ບ້ານແຫ່ງໜຶ່ງ ທີ່ສາມັກຄີກັນ ເພື່ອສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງຫຼາຍຂຶ້ນ ແລະ ນຳພາເດັກນ້ອຍກັບຄືນມາໂຮງຮຽນ, ໂດຍເນັ້ນ ໃຫ້ເຫັນພະລັງຂອງຄວາມສາມັກຄີ. ໃນເລື່ອງມີເລື່ອງລາວທີ່ສົ່ງເສີມການຮຽນຮ່ວມຂອງເດັກພິການ ທີ່ເຂົ້າໂຮງຮຽນ ແລະ 20 ປີຕໍ່ມາ ໄດ້ກາຍເປັນຄູ. ເລື່ອງຍັງໄດ້ສະແດງໃຫ້ເຫັນ ບົດຮຽນທີ່ກ່ຽວຂ້ອງກັບກັບ ການປ່ຽນແປງຂອງດິນຟ້າອາກາດ ໂດຍມີສາກທີ່ນັກຮຽນ ເຮັດການທົດລອງຜົນກະທົບຂອງນ້ຳຖ້ວມ. ວິດີໂອໃໝ່ສອງເລື່ອງນີ້ ເປັນວິດີໂອ ເພື່ອສິ່ງເສີມຂໍ້ຄວາມໃຫ້ຄົບຖ້ວນ ຮ່ວມກັບວິດີໂອທີ່ອອກຜ່ານມາ ເລື່ອງ:”ເສັ້ນທາງສອງເສັ້ນທາງ” ແລະ ເລື່ອງ: “ຄຸນຄ່າຂອງຄູ,” ເຊິ່ງສະແດງໃຫ້ເຫັນ ການສົນທະນາລະຫວ່າງພໍ່ ແລະ ລູກຊາຍ ທີ່ສົນທະນາກັນວ່າ ການສືບຕໍ່ຮຽນ ຄຸ້ມຄ່າຫຼືບໍ, ສັນລະເສີນ ແລະ ສົ່ງເສີມຄູ ທີ່ໄດ້ປະກອບສ່ວນ ເພື່ອໝາກຜົນໃນໄລຍະຍາວ ຂອງວຽກງານເຂົາເຈົ້າ. ວິດີໂອທັງໝົດສະແດງໃຫ້ເຫັນ ອະນາຄົດຂອງໄວໜຸ່ມ ໂດຍອີງໃສ່ທາງເລືອກດ້ານການສຶກສາຂອງເຂົາເຈົ້າ ແລະ ເນັ້ນໜັກເຖິງ ວິທີທີ່ການສຶກສາ ຊ່ວຍສ້າງທັກສະທີ່ຈຳເປັນ, ຄວາມສາມາດໃນຄົ້ນຄິດແບບວິເຄາະ ແລະ ໂອກາດຕ່າງໆໃນການສ້າງຊີວິດທີ່ດີ.

ເລື່ອງຄວາມຝັນ ແມ່ນໄດ້ສົ່ງເສີມເພດຍິງໃນການເຮັດວຽກໃນສາຍຮຽນ STEM ແລະ ການກະສິກຳແບບຢືນຢົງ

ເລື່ອງຄວາມຝັນ ແມ່ນເລື່ອງລາວຂອງເດັກຍິງ ທີ່ຂໍຮ້ອງໃຫ້ພໍ່ແມ່ ສົ່ງເສີມການສຶກສາຂອງລາວ

ເລື່ອງໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ການສຶກສາ ແມ່ນເລື່ອງລາວຂອງຊຸມຊົນ ທີ່ຮ່ວມແຮງຮ່ວມໃຈກັນ ເພື່ອຊຸກຍູ້ໃຫ້ເດັກນ້ອຍທຸກຄົນໄດ້ຮັບການສຶກສາ

ເລື່ອງໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ການສຶກສາ ແມ່ນສົ່ງເສີມການສຶກສາຮຽນຮ່ວມ

ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: “ບັນດາເລື່ອງນັ້ນ ແມ່ນເປັນເລື່ອງທີ່ສົມມຸດຂຶ້ນ ແຕ່ໄດ້ຮັບແຮງບັນດານໃຈຈາກປະສົບການຕົວຈິງ. ດັ່ງນັ້ນ, ຄອບຄົວຈຶ່ງສາມາດເຫັນຕົວເອງໃນຕົວລະຄອນທີ່ເປັນຕົວແທນໃນເລື່ອງ ແລະ ໄດ້ຮັບເຊີນໃຫ້ສະແດງໃນວິດີໂອດັ່ງກ່າວ. ພວກເຮົາຫວັງວ່າ ບັນດາວິດີໂອຈະສາມາດຖ່າຍທອດຂໍ້ຄວາມຈາກຈໍໄປສູ່ ການຕັດສິນໃຈຕົວຈິງ, ທາງເລືອກທີ່ເຮັດໃຫ້ເດັກນ້ອຍໄດ້ຮຽນ, ສ້າງການສະໜັບສະໜູນໃນທ້ອງຖິ່ນເພື່ອພັດທະນາໂຮງຮຽນ, ແລະ ສົ່ງເສີມການຮັກສາຄູໃຫ້ສຶບຕໍ່ປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ”.

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ໃຫ້ຄວາມເຫັນວ່າ: “ຂ້າພະເຈົ້າ ມີຄວາມຍິນດີ ແລະ ເຫັນດີຕໍ່ການສ້າງວິດີໂອ ທີ່ມີຫົວຂໍ້ສົ່ງເສີມການຮຽນຮ່ວມ ແລະ ຮູບແບບວິດີໂອ ທີ່ມີຄວາມມຸ່ງຫວັງຕໍ່ອະນາຄົດທີ່ດີ. ເລື່ອງລາວໄດ້ສະແດງໃຫ້ເຫັນເຖິງ ເດັກຍິງທີ່ກຳລັງສຶກສາສາຍຮຽນ STEM, ເດັກພິການທີ່ໄດ້ມີສ່ວນຮ່ວມໃນການຮຽນຢ່າງເຕັມສ່ວນໃນຊີວິດການຮຽນ, ໄວໜຸ່ມທີ່ຮຽນຮູ້ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນກະທົບຂອງມັນ, ແລະ ຊຸມຊົນທັງໝົດ ທີ່ມາຮ່ວມແຮງຮ່ວມໃຈກັນ ເພື່ອປັບປຸງການຮຽນສຳລັບທຸກຄົນ. ສິ່ງເຫຼົ່ານີ້ ແມ່ນຂໍ້ຄວາມທີ່ເນັ້ນໜັກການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ພວກເຮົາມີຄວາມພູມໃຈ ທີ່ໄດ້ເຫັນໝາກຜົນດັ່ງກ່າວ ຜ່ານເລື່ອງລາວທີ່ຮັບຊົມໃນມື້ນີ້.”

ຫຼັງຈາກການເປີດໃຫ້ຮັບຊົມວິດີໂອຮອບທຳອິດແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບອກເລົ່າປະສົບການ ເລື່ອງຈິງຈາກຜູ້ທີ່ໄດ້ມີຊີວິດທີ່ດີ ຍ້ອນເຂົາເຈົ້າເຊື່ອໝັ້ນໃນການສຶກສາ. ມີການມອບໃບຍ້ອງຍໍ ເພື່ອສະແດງຄວາມຂອບໃຈ ແກ່ບຸກຄົນ ແລະ ອົງການຈັດຕັ້ງ ທີ່ໄດ້ປະກອບສ່ວນ ໃນແຕ່ລະຂັ້ນຕອນການຜະລິດວິດີໂອ.

ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ, “ຜົນສຳເລັດແຜນໂຄສະນານີ້ ເປັນຂີດໝາຍສຳຄັນຂອງຄວາມພະຍາຍາມລະດັບແຫ່ງຊາດ ໃນການສົ່ງເສີມການຮຽນ ແລະ ສ້າງໂອກາດໃຫ້ແກ່ເດັກທຸກຄົນ. ຂ້າພະເຈົ້າ, ຂໍຮຽກຮ້ອງໃຫ້ຄູ່  ຮ່ວມງານ, ສື່ມວນຊົນ, ພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ຄູອາຈານ, ຄະນະພັດທະນາການສຶກສາຂັ້ນບ້ານ ຈົ່ງຊ່ວຍກັນເຜີຍແຜ່ ວິດີໂອດັ່ງກ່າວໃນໂອກາດຕ່າງໆຢ່າງພ້ອມໃຈກັນ ເພື່ອໃຫ້ການໄດ້ຮັບຊົມ ນຳໄປສູ່ການສົນທະນາໃນຂັ້ນທ້ອງຖິ່ນ, ເພື່ອຊ່ວຍການເພີ່ມອັດຕາການເຂົ້າໂຮງຮຽນ ແລະ ຄວາມເປັນເຈົ້າການຂອງຊຸມຊົນເພື່ອຊ່ວຍກັນສົ່ງເສີມການສຶກສາ. ວິດີໂອເລື່ອງສັ້ນນີ້ ຍັງເປັນເຄື່ອງມືສຳລັບຄູອາຈານ, ພໍ່ແມ່ ແລະ ຊຸມຊົນ ເພື່ອເລີ່ມຕົ້ນການສົນທະນາກ່ຽວກັບຄວາມສຳຄັນຂອງການສຶກສາໃນຫ້ອງຮຽນ, ຢູ່ບ້ານ ແລະ ຢູ່ເຮືອນ”.

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວສະຫຼຸບວ່າ: “ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ທີ່ໄດ້ສະໜັບສະໜູນການພັດທະນາ ແລະ ການຜະລິດວິດີໂອທີ່ສ້າງສັນ ແລະ ສະແດງອອກໃຫ້ເຫັນເຖິງຄວາມເປັນທ້ອງຖິ່ນ. ບັນດາວິດີໂອແມ່ນຈະສື່ສານໂດຍກົງກັບໄປຫາພໍ່ແມ່, ນັກຮຽນ ແລະ ຄູອາຈານ ດ້ວຍຄວາມຈິງໃຈ ແລະ ເຕັມໄປດ້ວຍຄວາມຫວັງ. ພວກເຮົາຫວັງວ່າ ຈະໄດ້ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມງານທຸກພາກສ່ວນ ເພື່ອຮັບປະກັນວ່າ ວິດີໂອທັງໝົດນີ້ ຈະໄດ້ຖືກຮັບຊົມຢ່າງກວ້າງຂວາງ ແລະ ເປັນແຮງບັນດານໃຈ ໃຫ້ມີການປະກອບສ່ວນ ສົ່ງເສີມການສຶກສາໃນຂັ້ນຊຸມຊົນ.”

ແຂກກວ່າ 200 ທ່ານໄດ້ເຂົ້າຮ່ວມງານ ນຳສະເໜີ 2 ວິດີໂອໃໝ່ຮອບທຳອິດ ຂອງແຜນໂຄສະນາສົ່ງເສີມການສຶກສາ