ທີມງານຖ່າຍພາບ ເພື່ອປະກອບໃນຊຸດອຸປະກອນຊ່ວຍເຫຼືອຄູ
ທີມງານ ສສກ ໄດ້ດຳເນີນການຖ່າຍພາບເພື່ອເປັບຮູບພາບປະກອບໃນຊຸດອຸປະກອນຊ່ວຍເຫຼືອຄູ ຫົວຂໍ້ ທີ່ 14: “ການຊ່ວຍເຫຼືອນັກຮຽນທີ່ມີຄວາມພິການໃນຫ້ອງຮຽນ”
ໃນອາທິດທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ສຳເລັດການຖ່າຍຮູບພາບ ເພື່ອສະແດງໃຫ້ເຫັນວິທີການປະຕິບັດໃນຊຸດສະໜັບສະໜູນຄູ ຫົວຂໍ້ທີ່ 14 ຫົວຂໍ້ໃໝ່ທີ່ມີຊື່ວ່າ: “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”. ໂດຍມີຜູ້ຕາງໜ້າຈາກກົມສ້າງຄູ, ສູນສົ່ງເສີມການສຶກສາຮຽນຮ່ວມ, ພະແນກສຶກສາທິການ ແລະ ກິລາ ແຂວງແຂວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງແກ້ວອຸດົມ ໄດ້ເຂົ້າຮ່ວມການຖ່າຍພາບປະກອບ. ການຖ່າຍພາບແມ່ນສະໜັບສະໜູນດ້ານວິຊາການໂດຍທີມງານສື່ສານຂອງແຜນງານບີຄວາ.
ທ່ານ ຮສ ນາງ ວົງເດືອນ ໂອໃສ, ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ແຫຼ່ງຂໍ້ມູນຮຽນຮູ້ໃໝ່ສຳລັບຄູນີ້ ແມ່ນສ່ວນໜຶ່ງຂອງຫຼາຍຫົວຂໍ້ໃນຊຸດອຸປະກອນຊ່ວຍເຫຼືອຄູ ທີ່ພັດທະນາຂຶ້ນເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດ ກ່ຽວກັບສິ່ງທ້າທາຍທີ່ຍາກທີ່ສຸດ ທີ່ເຂົາເຈົ້າໄດ້ປະເຊີນ ເວລາສອນຢູ່ໃນຫ້ອງຮຽນ. ໄດ້ສອດຄ່ອງກັບບຸລິມະສິດຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປີ 2026–2030 ເພື່ອສະໜັບສະໜູນຄູດ້ວຍວິທີການທີ່ສາມາດປະຕິບັດໄດ້ງ່າຍ ເພື່ອຊ່ວຍນັກຮຽນທີ່ມີຄວາມຕ້ອງການໃນການຮຽນຮູ້ທີ່ຫຼາກຫຼາຍ. ພວກເຮົາຫວັງວ່າ ຊຸດອຸປະກອນຊ່ວຍເຫຼືອຄູຫົວຂໍ້ໃໝ່ນີ້ ຈະຊ່ວຍຄູໃຫ້ສົ່ງເສີມການຮຽນຮ່ວມ ແລະ ເອົາໃຈໃສຕໍ່ຄວາມຕ້ອງການຂອງນັກຮຽນທຸກຄົນໄດ້ຫຼາຍຂຶ້ນ. ກະຊວງສຶກສາທິການ ແລະ ກິລາ ຮັບຮູ້ສິດທິຂອງເດັກທຸກຄົນໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ຄູຈຳເປັນຕ້ອງມີທັກສະ ທີ່ສາມາດສະໜັບສະໜູນນັກຮຽນທີ່ມີຄວາມສາມາດແຕກຕ່າງກັນ ໃຫ້ພັດທະນາຕົນເອງໄດ້.”
ຊຸດອຸປະກອນຊ່ວຍເຫຼືອຄູ ແມ່ນເປັນເຄື່ອງມືການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູ, ຜູ້ອຳນວຍການ ແລະ ຜູ້ເຮັດວຽກສຶກສານິເທດ. ແຕ່ລະຫົວຂໍ້ ແມ່ນຈະຍົກໃຫ້ເຫັນທັກສະການສອນໃດໜຶ່ງສະເພາະ ແລະ ໃຫ້ຄຳແນະນຳວິທີປະຕິບັດ ທີ່ໃຊ້ໄດ້ຈິງ ເພື່ອແກ້ໄຂບັນຫາທົ່ວໄປໃນການສອນໃນຫ້ອງຮຽນ. ຜູ້ໃຊ້ສາມາດເລືອກຫົວຂໍ້ທີ່ກ່ຽວຂ້ອງກັບຈຸດປະສົງ ແລະ ຄວາມຕ້ອງການຮຽນຮູ້ຂອງຕົນຫຼາຍທີ່ສຸດ, ຕົວຢ່າງ: ນັກຮຽນຜູ້ທີ່ເວົ້າພາສາລາວບໍ່ທັນໄດ້ດີ, ການຄຸ້ມຄອງພຶດຕິກຳໃນຫ້ອງຮຽນ, ຫຼື ການສອນຫ້ອງຄວບ.
ຊຸດອຸປະກອນຊ່ວຍເຫຼືອຄູ ຫົວຂໍ້ທີ່ 14 ໄດ້ພັດທະນາໂດຍທີມງານພັດທະນາແຫຼ່ງຂໍ້ມູນຮຽນຮູ້ ປະຈຳທີ່ວິທະຍາໄລຄູ ສະຫວັນນະເຂດ ໂດຍການຊີ້ນຳຈາກກົມສ້າງຄູ ແລະ ການປະກອບຂໍ້ມູນດ້ານວິຊາການຈາກອົງການຈັດຕັ້ງເພື່ອຄົນພິການ (OPDs), ອົງການສາກົນ (INGOs), ແລະ ອົງການຈັດຕັ້ງສັງຄົມລາວ (CSOs).
ການທົດລອງວິທະຍາສາດທີ່ໄດ້ດັດປັບເພື່ອຮັບປະກັນວ່າທຸກຄົນສາມາດມີສ່ວນຮ່ວມ
ນັກຮຽນທີ່ມີຄວາມບົກຜ່ອງທາງດ້ານສາຍຕາຮຽນຄະນິດສາດດ້ວຍລູກຄິດທີ່ຜະລິດໄດ້ງ່າຍຢູ່ໃນທ້ອງຖິ່ນ
ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ເດັກທີ່ມີຄວາມພິການປະເຊີນກັບອຸປະສັກອັນໃຫຍ່ຫຼວງໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃນລາວ, ລວມທັງຄວາມເຂົ້າໃຈຜິດ ແລະ ທັດສະນະຄະຕິທີ່ຈຳແນກຍ້ອນຄວາມພິການ ແລະ ຄວາມສາມາດຂອງຄົນພິການ. ລັດຖະບານອົດສະຕຣາລີໄດ້ໃຫ້ການສະໜັບສະໜູນເພື່ອໃຫ້ເຫັນໄດ້ວ່າ ຄູຫຼາຍຄົນໄດ້ສະແດງອອກເຖິງຄວາມມຸ້ງໝັ້ນອັນໜັກແໜ້ນ ເພື່ອຮຽນຮູ້ວີທີ່ການສອນທີ່ມີປະສິດທິພາບ ເພື່ອແກ້ໄຂສິ່ງທ້າທາຍຕ່າງໆໃນການສອນ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ແລະ ເຊັ່ນດຽວກັນກັບ ອົງການຄົນພິການ ແລະ ພາກສ່ວນອື່ນໆ ເພື່ອຊ່ວຍສ້າງແຫຼ່ງຂໍ້ມູນຮຽນຮູ້ໃຫ້ຄູ, ວິທີການຈັດຕັ້ງປະຕິບັດ ທີ່ສອດຄ່ອງກັບຄວາມຕ້ອງການຂອງນັກຮຽນທຸກຄົນ”.
ທ່ານ ນາງ ວົງເດືອນ ໄດ້ອະທິບາຍວ່າ: “ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແມ່ນສິ່ງຈຳເປັນສຳລັບຄູເພື່ອຕອບສະໜອງຄວາມຕ້ອງການຂອງນັກຮຽນທຸກຄົນ. ຊຸດອຸປະກອນຊ່ວຍເຫຼືອຄູນີ້ ໄດ້ແນະນຳວິທີການປະຕິບັດເປັນແຕ່ລະຂັ້ນຕອນ ໃຫ້ແກ່ຄູເພື່ອລວມເອົາເດັກທີ່ມີຄວາມບົກຜ່ອງໃນການໄດ້ຍິນ, ດ້ານສາຍຕາ, ການເຄື່ອນໄຫວ ແລະ ການຮຽນຮູ້ ເຂົ້າໃນການປະຕິບັດກິດຈະກຳໃນຫ້ອງຮຽນແຕ່ລະວັນ. ຄູທຸກຄົນຈະສາມາດນຳໃຊ້ວິທີການເຫຼົ່ານີ້ໄດ້, ເຖິງແມ່ນວ່າເຂົາເຈົ້າບໍ່ເຄີຍສອນນັກຮຽນທີ່ມີ ພິການມາກ່ອນກໍ່ຕາມ. ນັກຮຽນບາງຄົນອາດຈະມີຄວາມພິການທີ່ບໍ່ທັນເຫັນໄດ້ຢ່າງຊັດເຈນ ຫຼື ບໍ່ໄດ້ຮັບການວິນິດໄສຢ່າງເປັນທາງການ, ແຕ່ເຂົາເຈົ້າຍັງສາມາດໄດ້ຮັບຜົນດີຈາກການປະຕິບັດການສອນແບບຮຽນຮ່ວມ ແລະ ການຊ່ວຍເຫຼືອຢ່າງເອົາໃຈໃສ່. ວິທີການປະຕິບັດຫຼາຍຢ່າງແມ່ນນຳໃຊ້ສິ່ງຂອງທີ່ຫາໄດ້ຈາກທ້ອງຖິ່ນ ແລະ ອາດຈະນຳໃຊ້ງົບປະມານພຽງເລັກນ້ອຍຫຼື ບໍ່ໄດ້ນຳໃຊ້ເລິຍ. ສະນັ້ນ, ຄູສາມາດປັບເພື່ອນຳໃຊ້ໄດ້ ບໍ່ວ່າຈະຢູ່ຂົງເຂດໃດກໍ່ຕາມ”
ຊຸດອຸປະກອນຊ່ວຍເຫຼືອຄູ ຫົວຂໍ້ທີ 14 ປະກອບມີໂມດູນເຄື່ອງມືສຳລວດພຶດຕິກຳຂອງເດັກສຳລັບຄູ ເຊິ່ງເປັນແບບສອບຖາມທີ່ງ່າຍດາຍ ທີ່ຊ່ວຍໃຫ້ຄູສາມາດລະບຸນັກຮຽນທີ່ມີຄວາມຫຍຸ້ງຍາກໃນການຮຽນ, ການສື່ສານ, ການຈື່ຈຳ, ການເຄື່ອນໄຫວ, ການເບິ່ງເຫັນ ຫຼື ການໄດ້ຍິນ. ໂດຍການໃຊ້ເຄື່ອງມືນີ້, ຄູສາມາດເຂົ້າໃຈຄວາມຕ້ອງການການຮຽນຮູ້ຂອງນັກຮຽນໄດ້ດີຂຶ້ນ ແລະ ເລືອກວິທີການປະຕິບັດໃນຫ້ອງຮຽນທີ່ເໝາະສົມ. ເຄື່ອງມືນີ້ ຍັງສາມາດໃຊ້ເພື່ອພັດທະນາແຜນການຮຽນລາຍບຸກຄົນ, ໂດຍນຳເອົາຄູ, ພໍ່ແມ່ ແລະ ນັກຮຽນມາຮ່ວມກັນເພື່ອວາງແຜນການສະໜັບສະໜູນທີ່ເໝາະສົມ ແລະ ແນະນຳນັກຮຽນຂອງເຂົາເຈົ້າໃຫ້ຮູ້ຈັກກັບບັນດາສູນທີ່ໃຫ້ຄວາມຊ່ວຍເຫຼືອ. ຊຸດອຸປະກອນຊ່ວຍເຫຼືອຄູ ຍັງປະກອບມີລາຍຊື່ຂອງອົງການຈັດຕັ້ງ ແລະ ການບໍລິການທີ່ຄູສາມາດຕິດຕໍ່ເພື່ອຂໍການຊ່ວຍເຫຼືອເພີ່ມຕື່ມ.
ຫຼັງຈາກການອະນຸມັດຈາກ ກົມສ້າງຄູ, ຊຸດອຸປະກອນຊ່ວຍເຫຼືອຄູ ຫົວຂໍ້ທີ 14 ຈະຖືກທົດລອງໃນ 30 ເມືອງເປົ້າໝາຍເພື່ອທົດສອບການນຳໃຊ້, ກຳນົດສິ່ງທີ່ເຮັດໄດ້ດີ ແລະ ສິ່ງທີ່ຈຳເປັນຕ້ອງການປັບປຸງກ່ອນນຳໃຊ້ທົ່ວປະເທດ. ໃນຂະນະດຽວກັນ, ທີມງານຜະລິດວິດີໂອ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ຈະຜະລິດວິດີໂອສຳລັບການພັດທະນາຄູ ທີ່ສະແດງໃຫ້ເຫັນວິທີການປະຕິບັດເຄື່ອງມືສຳລວດພຶດຕິກຳຂອງເດັກສຳລັບຄູ ແລະ ວິທີການນຳໃຊ້ໃນຫ້ອງຮຽນ.
ນັກຮຽນຜູ້ທີ່ມີຄວາມບົກຜ່ອງທາງດ້ານການໄດ້ຍິນໄດ້ສອນພາສາມືໃຫ້ກັບໝູ່ໃນຫ້ອງ
ວິຊາພາລະສຶກສາທີ່ສົ່ງເສີມການຮຽນຮ່ວມ
ທ່ານ ນາງ ວາເນັດຊາ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ເດັກທຸກຄົນມີສິດໃນການຮຽນຮູ້ ແລະ ມີສ່ວຮ່ວມຢ່າງເຕັມສ່ວນໃນໂຮງຮຽນ. ພ້ອມທັງນັກຮຽນແມ່ນຈະໄດ້ຮັບໝາກຜົນທີ່ດີຈາກການຮຽນໃນຫ້ອງຮຽນທີ່ມີຄວາມຫຼາກຫຼາຍ. ເມື່ອຄູໄດ້ມີການປັບປ່ຽນສະພາບແວດລ້ອມໃນຫ້ອງຮຽນ ແລະ ວິທີການສອນ ເຖິງວ່າຈະພຽງເລັກນ້ອຍກໍ່ຕາມ, ນັກຮຽນທີ່ພິການຈະສາມາດຮຽນໄດ້ຢ່າງປະສົບຜົນສຳເລັດຄຽງຄູ່ກັບເພື່ອນຮ່ວມຫ້ອງຄົນອື່ນໆ ແລະ ນັກຮຽນທັງໝົດໃນຫ້ອງຮຽນກໍຈະໄດ້ຮັບຜົນດີຈາກການຮຽນໃນສະພາບແວດລ້ອມທີ່ໄດ້ຮັບການຊ່ວຍເຫຼືອ ແລະ ສົ່ງເສີມການຮຽນຮ່ວມ.”
ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຮາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານແມ່ນມີເປົ້າໝາຍສົ່ງເສີມຜົນການຮຽນຂອງນັກຮຽນຜູ້ໜຸ່ມນ້ອຍໃນປະເທດ, ໂດຍສະເພາະແມ່ນ ເດັກທີ່ດ້ອຍໂອກາດ. ແຜນງານບີຄວາຍັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກໆກິດຈະກຳ.


English