ທ່ານ ປອ ນາງ ດາລາວອນ ກິດຕິພັນ, ມອບຂອງຂັວນໃຫ້ແກ່ນັກສະແດງອາສາສະມັກທີ່ຮ່ວມຖ່າຍທຳ

ໃນຕອນນີ້ຈະເນັ້ນໃຫ້ເຫັນວ່າ: ການສະໜັບສະໜູນຈາກຄອບຄົວ ແລະ ຊຸມຊົນ ໄດ້ຊ່ວຍໃຫ້ເດັກນ້ອຍສືບຕໍ່ເຂົ້າຮຽນຢູ່ໃນໂຮງຮຽນໄດ້ດົນປານໃດ

ໃນອາທິດນີ້, ກະຊວງສຶກສາທິການ ແລະ ກິລາຂອງ ສປປ ລາວ (ກະຊວງ ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານທາງແຜນງານບີຄວາ, ໄດ້ເລີ່ມຕົ້ນຖ່າຍທຳບົດເລື່ອງທີສີ່ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ. ນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ຜະລິດໂດຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຂອງ ສວສ, ຕອນທີສີ່ນີ້ມີຊື່ວ່າ: “ບ້ານທີ່ໃຫ້ຄວາມສຳຄັນກັບການສຶກສາ“, ເຊິ່ງຈະນຳສະເໜີ ກ່ຽວກັບການຕອບສະໜອງທີ່ໜ້າປະທັບໃຈ ແລະ ນຳພາໂດຍຊຸມຊົນ ເພື່ອແກ້ໄຂອັດຕາການເຂົ້າຮຽນທີ່ຫຼຸດລົງ ແລະ ສະແດງໃຫ້ເຫັນວ່າ: ການຮ່ວມມືກັນ ຈະສາມາດຮັບປະກັນອະນາຄົດທີ່ດີກວ່າເກົ່າ ຂອງເດັກນ້ອຍໄດ້ແນວໃດ.

ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ໄດ້ໄປຢ້ຽມຢາມສະຖານທີ່ຖ່າຍທຳໃນມື້ທຳອິດ ເພື່ອສັງເກດການ ແລະ ໃຫ້ກຳລັງໃຈທີມງານຖ່າຍທຳ. ທ່ານໄດ້ຢັ້ງຢືນ ກ່ຽວກັບຄວາມສຳຄັນຂອງແຜນໂຄສະນາສົ່ງເສີມການສຶກສາ ເພື່ອປັບປ່ຽນທັດສະນະຄະຕິ ກ່ຽວກັບການສຶກສາ. “ແຜນການໂຄສະນານີ້ ແມ່ນເວົ້າກ່ຽວກັບການສ້າງວິໄສທັດຮ່ວມກັນ: ເມື່ອຊຸມຊົນເຫັນໄດ້ຄຸນຄ່າແກ່ການຮຽນ, ເດັກນ້ອຍຈະໄດ້ຮັບທັກສະທີ່ເຂົາເຈົ້າຕ້ອງການ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງ ແລະ ປະເທດຊາດຂອງພວກເຮົາ ກໍຈະມີຄວາມເຂັ້ມແຂງຂຶ້ນໄດ້. ດ້ວຍການສະແດງໃຫ້ເຫັນວ່າ: ຄູສອນ, ຄອບຄົວ ແລະ ຊຸມຊົນ ຈະສາມາດເຮັດວຽກຮ່ວມກັນໄດ້ແນວໃດ ແລະ ພວກເຮົາຈະແນໃສ່ປັບປ່ຽນທັດສະນະຄະຕິ ແລະ ເຮັດໃຫ້ການສຶກສາເປັນບູລິມະສິດຫຼັກ ສຳລັບທຸກຄອບຄົວໄດ້ແນວໃດ.”

ເລື່ອງລາວດັ່ງກ່າວ ຈະເປັນການຕິດຕາມເບິ່ງຕົວລະຄອນຫຼັກສາມຄົນ ທີ່ຊີວິດຂອງເຂົາເຈົ້າໄດ້ປ່ຽນແປງໄປ ຍ້ອນໝູ່ບ້ານຂອງເຂົາເຈົ້າ ໄດ້ເລືອກທີ່ຈະໃຫ້ການສະໜັບສະໜູນດ້ານການສຶກສາ. ນາງ ດາວ ຈະຊ່ວຍວຽກເຮືອນ ແທນທີ່ຈະໄປໂຮງຮຽນ; ທ້າວ ພອນ ເອົາແຕ່ຫຼິ້ນ ແລະ ນາງ ເປີ້ນ, ຜູ້ທີ່ມີຄວາມພິການທາງຮ່າງກາຍ, ບໍ່ໄດ້ລົງທະບຽນເຂົ້າຮຽນ. ນາຍບ້ານໄດ້ຈັດກອງປະຊຸມຮ່ວມກັບຊຸມຊົນ ເພື່ອຍົກໃຫ້ເຫັນເຖິງຜົນກະທົບທາງລົບໃນໄລຍະຍາວ ຈາກການທີ່ເດັກນ້ອຍບໍ່ໄດ້ໄປໂຮງຮຽນ. ຊຸມຊົນດັ່ງກ່າວໄດ້ແຈ້ງວ່າ: ພໍ່ແມ່ຕ້ອງສ້ອມແປງໂຮງຮຽນ, ຄູສອນໃຫ້ຄຳປຶກສາແກ່ຄອບຄົວ, ພໍ່ຊ່ວຍປົກປັກຮັກສາປຶ້ມແບບຮຽນ, ແມ່ເອົາລູກໄປເຂົ້າຮຽນ ແລະ ພໍ່ເຖົ້າແມ່ເຖົ້າ ໃຫ້ການສະໜັບສະໜູນດ້ານການຮຽນຮູ້ຢູ່ເຮືອນ. ຫຼັງຈາກນັ້ນ, ເລື່ອງລາວຈະ ກ້າວຂ້າມໄປຂ້າງໜ້າ20 ປີ ເພື່ອສະແດງໃຫ້ເຫັນ ກ່ຽວກັບຜົນໄດ້ຮັບຂອງການໃຫ້ຄຳໝັ້ນສັນຍາດ້ານການຮຽນຮ່ວມກັນ: ດາວ ກັບຄືນໄປບ້ານ ໃນຖານະເປັນນັກສະຖາປະນິກ, ພອນ ກັບຄືນໄປໃນຖານະເປັນພະຍາບານ ແລະ ເປີ້ນ ກັບໄປໃນຖານະເປັນຄູສອນ. ເລື່ອງລາວດັ່ງກ່າວຈະສິ້ນສຸດລົງດ້ວຍການແບ່ງປັນເລື່ອງລາວຕ່າງໆຂອງເຂົາເຈົ້າກັບນັກຮຽນລຸ້ນໃໝ່.

ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ຄວາມເຫັນເພີ່ມຕື່ມວ່າ: “ເນື້ອໃນເລື່ອງນີ້ສະແດງໃຫ້ເຫັນວ່າ ການສຶກສາບໍ່ພຽງແຕ່ເປັນເລື່ອງຂອງຄອບຄົວເທົ່ານັ້ນ ແຕ່ຍັງເປັນຄວາມຮັບຜິດຊອບຂອງຊຸມຊົນນຳອີກ. ເມື່ອສະມາຊິກຊຸມຊົນຮ່ວມມືກັນເພື່ອແກ້ໄຂອຸປະສັກຕ່າງໆທີ່ມີຕໍ່ກັບການຮຽນ, ຜົນປະໂຫຍດຕ່າງໆຈະກະຈາຍໄປທົ່ວຄອບຄົວ ແລະ ສົ່ງຕໍ່ຈາກລຸ້ນສູ່ລຸ້ນ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍກັບທີມງານຖ່າຍທຳ ແລະ ນັກສະແດງອາສາສະໝັກທຸກຄົນ ທີ່ໄດ້ນຳເອົາຂໍ້ຄວາມທີ່ສຳຄັນນີ້ ໃຫ້ມີຊີວິດຊີວາໄດ້.”

ທີມງານຖ່າຍທຳ ແລະ ນັກສະແດງ ອາສາສະມັກ ໃນເລື່ອງທີ່ 4 ຂອງວິດີໂອສົ່ງເສີມການສຶກສາ

ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຢ້ຽມຢາມກາ່ນຖ່າຍທຳ ເພື່ອສົ່ງກຳລັງໃຈໃຫ້ແກ່ທີມງານ

ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກປະຈຳສະຖານທູດອົດສະຕຣາລີ, ໄດ້ໃຫ້ຄວາມເຫັນວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈຫຼາຍ ທີ່ໄດ້ສະໜັບສະໜູນແຜນການໂຄສະນາສົ່ງເສີມການສຶກສາ ທີ່ສະແດງໃຫ້ເຫັນເຖິງວິທີການທີ່ແທ້ຈິງ ແລະ ໃຊ້ໄດ້ຈິງ ທີ່ຊຸມຊົນສາມາດຊ່ວຍໃຫ້ເດັກນ້ອຍໄດ້ເຂົ້າຮຽນຢູ່ໃນໂຮງຮຽນ. ດ້ວຍການເລົ່າເລື່ອງທີ່ແທ້ຈິງທີ່ມີພື້ນຖານມາຈາກປະສົບການໃນທ້ອງຖິ່ນ, ວິດີໂອເຫຼົ່ານີ້ ໄດ້ຊຸກຍູ້ໃຫ້ພໍ່ແມ່ຜູ້ປົກຄອງ ເຫັນໄດ້ເຖິງຄຸນຄ່າອັນຍາວນານຕະຫຼອດຊີບຂອງການສຶກສາ ແລະ ຈະເປັນການກະຕຸກຊຸກຍູ້ໃຫ້ໄວໜຸ່ມສືບຕໍ່ການຮຽນ. ພວກເຮົາຂໍສະແດງຄວາມຊົມເຊີຍກັບທຸກໆຄົນ ທີ່ມີສ່ວນຮ່ວມໃນການຖ່າຍທຳທີ່ສຳຄັນນີ້.”

ການຖ່າຍທຳ ໄດ້ຈັດຂຶ້ນໃນສະຖານທີ່ຕ່າງໆທັງໃນໝູ່ບ້ານ ລວມທັງໂຮງຮຽນປະຖົມ, ສວນຂອງໝູ່ບ້ານ, ເຮືອນຂອງຄອບຄົວ, ຮ້ານຂາຍເຝີຂອງທ້ອງຖິ່ນ, ສະຖານທີ່ປະຊຸມຂອງວັດ ແລະ ໂຮງໝໍເມືອງ. ການມີສ່ວນຮ່ວມຂອງທ້ອງຖິ່ນ ແມ່ນເຂັ້ມແຂງຫຼາຍ: ສະມາຊິກຊຸມຊົນຫຼາຍກວ່າ 80 ຄົນ ໄດ້ອາສາສະໝັກເຂົ້າຮ່ວມການສະແດງໃນເລື່ອງດັ່ງກ່າວ, ພ້ອມກັບນັກຮຽນ ແລະ ຄູສອນອີກເກືອບ 200 ຄົນ ຈາກໂຮງຮຽນທີ່ເຂົ້າຮ່ວມການຖ່າຍທຳ. ທີມງານຖ່າຍທຳ ໄດ້ເຮັດວຽກຢ່າງໃກ້ຊິດກັບພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມທັງສູນສົ່ງເສີມການສຶກສາຮຽນຮ່ວມຂອງກະຊວງສຶກສາທິການ ແລະ ກິລາ ທີ່ຢູ່ພາຍໃຕ້ກົມການສຶກສາສາມັນສຶກສາ ເພື່ອຮັບປະກັນໃຫ້ນັກສະແດງ ມີສ່ວນຮ່ວມ ແລະ ການຖ່າຍທຳສົມຈິງ, ລວມທັງນາຍບ້ານທີ່ເປັນຜູ້ຍິງ ແລະ ຕົວລະຄອນຫຼັກທີ່ມີຄວາມພິການທາງຮ່າງກາຍທີ່ສະແດງໂດຍນັກສະແດງສອງຄົນ (ນັກຮຽນ ແລະ ຄູສອນ).

ທ່ານ ນາງ ວາເນັດຊາ ເຮັກກາທີ ໄດ້ກ່າວວ່າ: “ເນື້ອໃນຂອງຕອນນີ້ແມ່ນເປັນແບບຢ່າງໃຫ້ແກ່ບົດບາດທີ່ມີຄວາມກ້າວໜ້າເລື່ອງຄວາມສະເໝີພາບຍິງຊາຍ ກັບຜູ້ນຳຊຸມຊົນທີ່ເປັນຜູ້ຍິງ, ຜູ້ຊາຍໄດ້ແບ່ງປັນຄວາມຮັບຜິດຊອບໃນການເບິ່ງແຍງລູກ ແລະ ວຽກໃນຄົວເຮືອນ ແລະ ການເປັນຕົວແທນທີ່ມີການຮ່ວມມືຂອງຄົນພິການ. ລັດຖະບານອົດສະຕຣາລີ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄວາມສະເໝີພາບ ແລະ ສິດທິຂອງຄົນພິການ ແລະ ການມີສ່ວນຮ່ວມທາງສັງຄົມ ແມ່ນສິ່ງສຳຄັນໃນການປັບປ່ຽນທັດສະນະຄະຕິ ແລະ ການສ້າງໂອກາດໃຫ້ແກ່ເດັກທຸກຄົນ.”

ທ່ານ ອຸທິດ ທິບມະນີ, ຮອງຜູ້ອຳນວຍການ ສວສ ສັງເກດການສອນ ສາກທີ່ຄູໄດ້ລົງໄປຢ້ຽມຢາມຜູ້ປົກຄອງ ແລະ ຊຸກຍູ້ໃຫ້ພາລູກ ທີ່ມີຄວາມພິການມາຮຽນ

ຕອນສຸດທ້າຍນີ້ບອກເລົ່າເລື່ອງລາວຂອງໝູ່ບ້ານແຫ່ງໜຶ່ງທີ່ປະຕິບັດເພື່ອສົ່ງເສີມການສຶກສາ

ແຜນການໂຄສະນາສົ່ງເສີມການສຶກສາດັ່ງກ່າວນີ້ ປະກອບມີວິດີໂອຈຳນວນສີ່ເລື່ອງທີ່ນຳເອົານັກຮຽນ, ພໍ່ແມ່ຜູ້ປົກຄອງ, ຄູສອນ ແລະ ຜູ້ນຳຊຸມຊົນ ມາເຮັດວຽກຮ່ວມໃຈກັນ ເພື່ອປັບປ່ຽນຄວາມຮັບຮູ້ ກ່ຽວກັບຄຸນຄ່າຂອງການສຶກສາ. ສອງຕອນທຳອິດໄດ້ຖືກສາຍອອກອາກາດໃນທົ່ວປະເທດຜ່ານທາງໂທລະພາບ, ຜ່ານທາງສື່ສັງຄົມອອນລາຍ ແລະ ແຈກຢາຍໃຫ້ພະນັກງານສຶກສາ, ຄູສອນ ແລະ ຜູ້ສະໜັບສະໜູນວຽກຊຸມຊົນ ເພື່ອສະໜັບສະໜູນການເຜີຍແຜ່ຂໍ້ມູນໃນທ້ອງຖິ່ນ. ກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມງານຂອງຕົນ ໄດ້ຊຸກຍູ້ໃຫ້ທຸກຄົນທຳການແບ່ງປັນເນື້ອໃນວິດີໂອຕອນຕ່າງໆຢ່າງກວ້າງຂວາງ ເພື່ອໃຫ້ສາມາດເຂົ້າເຖິງຜູ້ຊົມໃນໝູ່ບ້ານ, ໃນເມືອງ ແລະ ໃນແຂວງ.

ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະຫຼຸບວ່າ: “ພວກເຮົາຂໍຂອບໃຈລັດຖະບານອົດສະຕຣາລີ  ສຳລັບການສະໜັບສະ  ໜູນດ້ານງົບປະມານ ແລະ ດ້ານວິຊາການ ສຳລັບແຜນການໂຄສະນາສົ່ງເສີມທີ່ສຳຄັນນີ້. ຜ່ານທາງແຜນງານບີຄວາ, ລັດຖະບານອົດສະຕຣາລີ ກຳລັງຊ່ວຍເສີມສ້າງຄວາມສາມາດໃນຂັ້ນທ້ອງຖິ່ນ ດ້ວຍການຝຶກອົບຮົມແບບປະຕິບັດຕົວຈິງ ແລະ ການຊ່ວຍເຫຼືອດ້ານວິຊາການໃນການຂຽນບົດເລື່ອງ, ການຄັດເລືອກນັກສະແດງ ແລະ ການເລົ່າເລື່ອງແບບມີສ່ວນຮ່ວມ. ຂ້າພະເຈົ້າໄດ້ຮັບຮູ້ເຖິງພະລັງ ແລະ ຄວາມເອົາໃຈໃສ່ ທີ່ມີຄຸນນະພາບສູງ ໃນການຖ່າຍທຳຄັ້ງນີ້ ແລະ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ: ວິດີໂອເລື່ອງນີ້ ຈະເລີ່ມປັບປ່ຽນທັດສະນະຄະຕິໃນທົ່ວຊຸມຊົນ. ທາງ ສສກ ກໍຫວັງວ່າ: ຈະໄດ້ອອກອາກາດວິດີໂອຕອນສຸດທ້າຍນີ້ ແລະ ຈະມີການສືບຕໍ່ສົນທະນາກັນໃນທົ່ວປະເທດ ກ່ຽວກັບເຫດຜົນທີ່ເດັກນ້ອຍໝົດທຸກຄົນໃນລາວ ສົມຄວນໄດ້ຮັບໂອກາດໃນການຮຽນຮູ້.”

ແຜນງານບີຄວາ  ແມ່ນແຜນງານ ທີ່ນຳພາໂດຍລັດຖະບານລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານດັ່ງກ່າວນີ້ ມີເປົ້າໆໝາຍສົ່ງເສີມຂະຫຍາຍຜົນໄດ້ຮັບດ້ານການສຶກສາ ສຳລັບນັກຮຽນຜູ້ໜຸ່ມນ້ອຍຂອງຊາດ, ໂດຍສະເພາະກໍແມ່ນຜູ້ທີ່ມີຄວາມອ່ອນໄຫວ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ແມ່ນໄດ້ສຸມໃສ່ຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມ ຢູ່ໃນທຸກກິດຈະກຳ.

ວີດີໂອຍັງໄດ້ມີການສົ່ງເສີມຮຽນຮູ້ການປ່ຽນແປງຂອງດິນຟ້າອາກາດ, ໂດຍໄດ້ສະແດງອອກໃນ ການເຮັດການທົດລອງ ກ່ຽວກັບດີນເຈື່ອນ

ສະແດງໃຫ້ເຫັນເຖິງ ການສຶກສາແມ່ນໜ້າທີ່ຮັບຜິດຊອບຂອງທຸກໆຄົນ, ສາກທີ່ສະແດງໃຫ້ເຫັນວ່າຄູ ແລະ ຄົນໃນໝູ່ບ້ານ ເຮັດວຽຊ່ວຍກັນ ເພື່ອແປງໂຕະຕັ່ງຂອງໂຮງຮຽນ

ບົດເລື່ອງຍັງໄດ້ສົ່ງເສີມການສຶກສາຮຽນຮ່ວມ ແລະ ໄດ້ສະແດງອອກໂດຍມີເດັກທີ່ມີຄວາມພິການ ໄດ້ມາຮ່ວມໃນການສະແດງ ແລະ ນີ້ແມ່ນສາກທີ່ລາວມ່ວນຊື່ນກັບການຮຽນ