
ທີມງານຜະລິດວິດີໂອຢູ່ໂຮງຮຽນສະຖານທີ່ຖ່າຍທຳ
ການປັບປຸງການສອນຫ້ອງຄວບ: ການສາທິດເຕັກນິກການສອນຫ້ອງຄວບຕົວຈິງ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ອອກວິດີໂອການສຳລັບການພັດທະນາຄູຕອນໃໝ່ ທີ່ສະແດງໃຫ້ເຫັນເຕັກນິກການສອນຫ້ອງຄວບ. ວິດີໂອແມ່ນຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໄດ້ສະແດງໃຫ້ເຫັນວິທີການວາງແຜນ ແລະ ການສອນບົດຮຽນຫ້ອງຄວບຢ່າງມີປະສິດທິພາບເມື່ອສອນຫຼາຍຂັ້ນຮຽນໃນຫ້ອງຮຽນດຽວ.
ຫຼາຍກວ່າໜຶ່ງສ່ວນສາມຂອງຫ້ອງຮຽນຊັ້ນປະຖົມສຶກສາໃນ ສປປ ລາວ ແມ່ນຫ້ອງຄວບ, ໂດຍມີການຮຽນຮ່ວມກັນຫຼາຍຂັ້ນຮຽນ ແລະ ບາງບ່ອນກໍ່ມີຫຼາຍກວ່າສອງຂັ້ນຮຽນ. ສະພາບການຫຼຸດລົງຂອງຈໍານວນຄູໃນປະຈຸບັນ ມີແນວໂນ້ມທີ່ຈະເຮັດໃຫ້ມີຫ້ອງຄວບຫຼາຍຂຶ້ນ. ເຖິງວ່າຈະມີການສອນຫ້ອງຄວບຫຼາຍຂຶ້ນ, ແຕ່ຄູສອນຫຼາຍຄົນຍັງປະເຊີນກັບສິ່ງທ້າທາຍອັນສຳຄັນ ນັ້ນກໍ່ຄືການແຕ່ງບົດສອນ ແລະ ວິທີການສອນບົດຮຽນສຳລັບຫ້ອງຄວບ. ເຖິງແມ່ນວ່າຄູສອນຈະມີປະສົບການສອນມາດົນແລ້ວ, ແຕ່ກໍ່ຍັງພົບຄວາມທ້າທາຍໃນການສອນຫ້ອງຄວບ, ຄູຈະຮັບປະກັນໃຫ້ນັກຮຽນທັງສອງຂັ້ນຮຽນມີສ່ວນຮ່ວມໃນການຮຽນຢູ່ຕະຫຼອດເວລາຄືແນວໃດ, ເພື່ອໃຫ້ບັນລຸເປົ້າໝາຍຂອງບົດຮຽນ ແລະ ຄຸ້ມຄອງເວລາໃນການສອນຢ່າງມີປະສິດທິພາບ.
ເພື່ອຊ່ວຍຄູຮູ້ເຕັກນິກການສອນຫ້ອງຄວບໃຫ້ມີປະສິດທິພາບ, ວິດີໂອການສຳລັບການພັດທະນາຄູຕອນໃໝ່ (ວີດີໂອທີ່ 26) ໄດ້ຜະລິດຂື້ນມາເພື່ອແນະນຳຄູ ໂດຍມີຂັ້ນຕອນການແຕ່ງບົດສອນ ແລະ ການສອນບົດຮຽນຫ້ອງຄວບ. ວິດີໂອທີ່ 26 ໄດ້ໃຫ້ຄຳແນະນຳພາກປະຕິບັດຕົວຈິງໃນຊຸດອຸປະກອນຊ່ວຍເຫຼືອຄູ (ພາກທີ່ 10) ທີ່ສະແດງໃຫ້ເຫັນວ່າ ການສອນຫ້ອງຄວບທີ່ດີຄວນປະຕິບັດຄືແນວໃດໃນຫ້ອງຮຽນຕົວຈິງ. ເປົ້າໝາຍແມ່ນເພື່ອຊ່ວຍໃຫ້ຄູເຫັນພາບ ແລະ ສະທ້ອນຄືນເຖິງແຕ່ລະຂັ້ນຕອນຂອງການສອນບົດຮຽນຫ້ອງຄວບຂອງຕົນ ເພື່ອໃຫ້ເຂົາເຈົ້າສາມາດເລີ່ມການປັບປຸງການສອນຂອງຕົນເອງໄດ້.

ການກະກຽມສາກຕໍ່ໄປໃນລະຫວ່າງການຖ່າຍທຳໃນຫ້ອງຮຽນ

ຜູ້ເຮັດວຽກສຶກສານິເທດສອງທ່ານໄດ້ແນະນຳວິທີການແກ່ຜູ້ຊົມ
ທ່ານ ອຸທິດ ທິບມະນີ, ຄະນະອຳນວຍການ ສວສ, ໄດ້ກ່າວເຖິງວິດີໂອນີ້ວ່າ: “ການສອນຫ້ອງຄວບຮຽກຮ້ອງໃຫ້ມີການກະກຽມເພີ່ມຕື່ມ ແລະ ປັບປ່ຽນບົດສອນໄດ້ຕາມຄວາມເໝາະສົມ. ຄູຕ້ອງປັບບົດຮຽນ, ຈັດການກິດຈະກໍາໃຫ້ນັກຮຽນຢ່າງເອົາໃຈໃສ່ ແລະ ໃຫ້ແນ່ໃຈວ່າທັງສອງຂັ້ນຮຽນແມ່ນກຳລັງຮຽນໄປພ້ອມໆກັນ. ວິດີໂອໃໝ່ນີ້ນຳສະເໜີເຕັກນິກທີ່ງ່າຍ ແລະ ມີປະສິດທິພາບ ທີ່ຄູສາມາດປະຕິບັດໄດ້ທັນທີ. ຂໍ້ຄິດເຫັນຈາກຄູທີ່ໄດ້ເກັບກໍາໂດຍຜ່ານການລົງຕິດຕາມໂຮງຮຽນ ຈາກຂໍ້ມູນເຮັດໃຫ້ຮູ້ວ່າ ຄູຄິດວ່າບັນດາວິດີໂອແມ່ນເປັນເຄື່ອງມືພັດທະນາວິຊາຊີບເພາະວ່າ ສາມາດຕິດຕາມວິດີໂອອອກໃໝ່ໄດ້ງ່າຍ ແລະ ກ່ຽວຂ້ອງໂດຍກົງກັບການສອນຂອງຕົນໃນຫ້ອງຮຽນ.”
ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວເຖິງວິດີໂອນີ້ວ່າ: “ການສອນຫ້ອງຄວບແມ່ນສິ່ງທ້າທາຍສຳລັບຄູ, ໂດຍສະເພາະຢູ່ເຂດຫ່າງໄກ, ແຕ່ກໍເປັນເລື່ອງຈິງໃນຫຼາຍໂຮງຮຽນທົ່ວປະເທດ. ສະນັ້ນ, ການຊ່ວຍເຫຼືອຄູຈິ່ງເປັນບູລິມະສິດສຳຄັນ”. ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ຍັງໄດ້ກ່າວຕື່ມອີກວ່າ: “ລັດຖະບານອົດສະຕຣາລີມີຄວາມພູມໃຈທີ່ຈະສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຊ່ວຍເຫຼືອຄູສ້າງຄວາມເຂັ້ມແຂງດ້ານວິທີການສອນຫ້ອງຄວບຂອງເຂົາເຈົ້າ. ວິດີໂອໃໝ່ນີ້ ເປັນຕົວຢ່າງທີ່ດີຫຼາຍ ເປັນແຫຼ່ງຊັບພະຍາກອນທີ່ມີປະສິດທິພາບສໍາລັບຄູ – ວິດີໂອແມ່ນສັ້ນ, ຈະແຈ້ງ, ແລະ ປະຕິບັດຕາມໄດ້”.
ວີດີໂອນີ້ສະແດງໃຫ້ເຫັນຫ້ອງຮຽນຊັ້ນປະຖົມສຶກສາຕົວຈິງໃນ ສປປ ລາວ ທີ່ມີຄູສອນບົດຮຽນຫ້ອງຄວບ ເລີ່ມແຕ່ຂັ້ນນຳເຂົ້າສູ່ບົດຮຽນໄປຈົນເຖິງຂັ້ນສະຫຼຸບບົດຮຽນ, ໂດຍໃຊ້ຕົວຢ່າງບົດສອນຫ້ອງຄວບວິຊາພາສາລາວຂັ້ນ ປ.4 ກັບ ປ.5. ຜູ້ຊົມສາມາດເຫັນໄດ້ຄໍາແນະນຳທີ່ລະອຽດ ແລະ ວິດີໂອສະແດງການປະຕິບັດຕົວຈິງໃນຫ້ອງຮຽນ ທີ່ໃຫ້ເຫັນວິທີການສອນສະຫຼັບກັນໄປມາລະຫວ່າງສອງຂັ້ນຮຽນ, ວິທີການປະຕິບັດກິດຈະກໍາທີ່ເປັນເອກະລາດ (ນັກຮຽນປະຕິບັດໄດ້ດ້ວຍຕົນເອງ) ເພື່ອໃຫ້ຂັ້ນຮຽນໜຶ່ງມີສ່ວນຮ່ວມໃນການຮຽນ ໃນຂະນະທີ່ຄູສອນອີກຂັ້ນຮຽນໜຶ່ງ ແລະ ວິທີການປະເມີນນັກຮຽນທີ່ມີປະສິດທິພາບໃນລະຫວ່າງໂມງຮຽນ. ບົດສອນທີ່ສະແດງໃນວິດີໂອ ລວມທັງຄຳແນະນຳການແຕ່ງບົດສອນ ແລະ ຮ່າງບົດສອນຫ້ອງຄວບ ແມ່ນສາມາດເຂົ້າໄປເອົາໄດ້ທີ່ແຫຼ່ງຂໍ້ມູນທີ່ເຂົ້າທາງອອນລາຍສຳລັບຄູ.

ວິທີການເພື່ອເຮັດໃຫ້ນັກຮຽນມີສ່ວນຮ່ວມຢ່າງຫ້າວຫັນໃນລະຫວ່າງການຮຽນບົດຮຽນ

ການສອນຫ້ອງຄວບຢ່າງມີປະສິດທິພາບເລີ່ມຈາກການແຕ່ງບົດສອນຢ່າງເອົາໃຈໃສ່
ເຕັກນິກທີ່ສໍາຄັນທີ່ສະແດງໃຫ້ເຫັນໃນວິດີໂອປະກອບມີ: ຂັ້ນນຳເຂົ້າສູ່ບົດຮຽນພ້ອມກັນທັງສອງຂັ້ນຮຽນ ເພື່ອໃຫ້ທັງສອງຂັ້ນຮຽນມີສ່ວນຮ່ວມໃນຕອນເລີ່ມຕົ້ນ; ການດັດປັບກິດຈະກໍາໂດຍຄູ ເພື່ອໃຫ້ຂັ້ນຮຽນໜຶ່ງສາມາດຮຽນໄດ້ຢ່າງເປັນເອກະລາດໃນຂະນະທີ່ຄູສອນອີກຂັ້ນຮຽນໜຶ່ງ; ການສ້າງ ແລະ ນຳໃຊ້ສື່ການຮຽນການສອນແບບງ່າຍດາຍ ເຊັ່ນ: ບັດຄຳສັບ ຫຼື ບັດຮູບພາບ, ເພື່ອເຮັດໃຫ້ການຮຽນມີຄວາມຫ້າວກັນຫຼາຍຂຶ້ນ; ສອນສະຫຼັບກັນໄປມາລະຫວ່າງກິດຈະກຳທີ່ນຳພາໂດຍຄູ ແລະ ກິດຈະກຳທີ່ນັກຮຽນປະຕິບັດໄດ້ເອງ ເພື່ອເຮັດໃຫ້ນັກຮຽນທຸກຄົນມີກິດຈະກຳເຮັດ ແລະ ຮຽນຢູ່ຕະຫຼອດເວລາ; ນຳໃຊ້ບົດສອນ ແລະ ປຶ້ມຄູ່ມືຄູຕະຫຼອດໄລຍະເວລາທີ່ສອນ ເພື່ອໃຫ້ແນ່ໃຈວ່າ ຄູສອນຖືກຕາມບົດສອນ ແລະ ບັນລຸຈຸດປະສົງຂອງບົດຮຽນ; ພ້ອມທັງລວມມີການປະເມີນນັກຮຽນ ເປັນສ່ວນໜຶ່ງໃນລະຫວ່າງການສອນບົດຮຽນ. ເຕັກນິກນີ້ ໄດ້ອະທິບາຍໃນວິດີໂອ ເຊິ່ງເປັນປະໂຫຍດບໍ່ສະເພາະແຕ່ໃນວິຊາພາສາລາວ, ແຕ່ຍັງນຳໃຊ້ໄດ້ໃນວິຊາອື່ນໆຂອງທັງສອງຂັ້ນຮຽນ ເຊັ່ນ: ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ໂດຍສະເພາະເມື່ອຫົວຂໍ້ຂອງບົດຮຽນຂອງສອງຂັ້ນຮຽນແມ່ນສອດຄ່ອງກັນ.
ທ່ານ ອຸທິດ ໃຫ້ຂໍ້ສັງເກດວ່າ: “ໃນວິດີໂອ, ຄູໄດ້ຊວນໃຫ້ຜູ້ຊົມຄິດເຖິງບົດຮຽນຫ້ອງຄວບຂອງຕົນເອງ ແລະ ຄິດກ່ຽວກັບສິ່ງທີ່ຄູສາມາດປັບປຸງໄດ້. ວິດີໂອຊຸກຍູ້ໃຫ້ຄູບອກເລົ່າສິ່ງທ້າທາຍ ແລະ ຜົນສໍາເລັດຂອງຕົນກັບເພື່ອນທີ່ເປັນຄູດ້ວຍກັນ, ສັງເກດເບິ່ງບົດສອນຂອງກັນ ແລະ ກັນ ພ້ອມທັງສືບຕໍ່ພັດທະນາທັກສະຄວາມສາມາດຂອງເຂົາເຈົ້າ”.
ວິດີໂອທີ່ 26 ໄດ້ອອກອາກາດແລ້ວທາງຊ່ອງ Lao ESTV – ໂທລະພາບການສຶກສາ ແລະ ກິລາ ທາງຊ່ອງດາວທຽມລາວແຊັດ ຊ່ອງ 8, ທາງແພຼັດຟອມ ຄັງປັນຍາລາວ ແລະ ໃນຊ່ອງ YouTube ວິດີໂອສຳລັບການພັດທະນາຄູ. ທີ່ມີຜູ້ເຂົ້າຊົມຫຼາຍກວ່າ 5 ລ້ານ ວິວ ແລະ ຜູ້ຕິດຕາມ 26,000 ຄົນ, ຊ່ອງ YouTube ວິດີໂອສຳລັບການພັດທະນາຄູ ໄດ້ກາຍເປັນແຫຼ່ງຊັບພະຍາກອນທີ່ເຊື່ອຖືໄດ້ສໍາລັບຄູໃນລາວ. ຊ່ອງນີ້ໄດ້ເລີ່ມມີມານັບແຕ່ປີ 2019 ສ້າງໂດຍກະຊວງສກສາທິການ ແລະ ກິລາ ໂດຍຜ່ານ ການສະ ໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ມີຫຼາຍວິດີໂອ ແລະ ຟາຍສຽງເພື່ອຊ່ວຍຄູໃນການສອນຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ວິທີການຮຽນດ້ວຍການປະຕິບັດຕົວຈິງ.
ທ່ານ ນາງ ວາເນັດຊ້າ ໄດ້ກ່າວໃນຕອນທ້າຍວ່າ: “ດ້ວຍການສ້າງໃຫ້ການສອນຄວບ ສາມາດປະຕິບັດໄດ້ຢ່າງມີເຕັກນິກ, ຂ້າພະເຈົ້າຫວັງວ່າ ວິດີໂອໃໝ່ນີ້ຈະຊ່ວຍໃຫ້ຄູມີຄວາມຮູ້ສຶກໝັ້ນໃຈ ແລະ ມີຄວາມພ້ອມທີ່ດີຂຶ້ນກວ່າເກົ່າເພື່ອຕອບສະໜອງຄວາມຕ້ອງການຮຽນຮູ້ຂອງນັກຮຽນຂອງເຂົາເຈົ້າ – ບໍ່ວ່າຈະມີຈັກຂັ້ນຮຽນໃນຫ້ອງຮຽນ”.
ລີ້ງເພື່ອຮັບຊົມວິດີໂອ: https://youtu.be/9Hd9GbPhVGI?si=h62csY9F9yDobAua
