ເຈົ້າ​ຈະ​ຮຽນ​ສຳ​ເລັດໄດ້​ແນວ​ໃດ​ຖ້າ​ຫາກ​ເຈົ້າ​ບໍ່​ເຂົ້າ​ໃຈ ຫຼື ຮູ້​ພາ​ສາ​ລາວ​ພຽງ​ເລັກ​ນ້ອຍ? ນີ້​​ຄື​ຄວາມຈິງ​ທີ່​ເດັກ​ນ້ອຍ​ຢູ່​ປະ​ເທດ​ລາວ​ຫຼາຍ​ຄົນ​ປະ​ສົບບັນ​ຫາ​ເມື່ອ​ເລີ່ມ​ເຂົ້າ​ໂຮງ​ຮຽນ

ພາ​ສາ​ລາວເປັນ​ພາ​ສາ​ທາງ​ການ​ເພື່ອ​ສິດ​ສອນ. ປຶ້ມ​ແບບ​ຮຽນ​, ສື່​ການ​ສຶກ​ສາ ແລະ ການ​ສອນ​ທັງ​ໝົດ​ແມ່ນ​ເປັນ​ພ​າ​ສາ​ລາວ​ ແຕ່ປະ​ມານ 38% ຂອງ​ເດັກ​ນ້ອຍ​ທີ່​ເຂົ້າ​ຮຽນ​ໃນ​ໂຮງ​ຮ​ຽນ​ປະ​ຖົມ​ບໍ່​ເວົ້າ​ພາ​ສາ​ລາວ ຫຼື ​ນຳ​ໃຊ້​ພາ​ສາ​ລາວ​ເປັນ​ພາ​ສາ​ທີ​ໜຶ່ງຂອງ​ເຂົາ​ເຈົ້າເທື່ອ.

ການ​ຮຽນ​ຮູ້​ການ​ເວົ້າ​ພາ​ສາ​ລາວ ແມ່ນ​ການ​ຮຽນ​ບຸ​ລິ​ມະ​ສິດ​ຂອງ​ນັກ​ຮຽນຜູ້​ທີ່​ເລີ່ມ​ເຂົ້າ​ຮຽນ​ໂດຍ​ມີ​ຄວາມ​ຮູ້​ຈຳ​ກັດ​ທາງ​ດ້ານ​ພາ​ສາ ຫຼື ບໍ່​ສາ​ມາດ​ເວົ້າ​ພາ​ສາ​ລາວ​ໄດ້ ເພາະ​ຖ້ານັກ​ຮຽນ​ເວົ້າ​ພາ​ສາ​ລາວບໍ່​ໄດ້, ນັກ​ຮຽນ​ຈະ​ບໍ່​ເຂົ້າ​ໃຈ​ຄູ​ສອນ ແລະ ຮຽນ​ຮູ້​ໄດ້​ຢ່າງ​ມີ​ປະ​ສິດ​ຕິ​ພາບ. ການ​ຄົ້ນ​ຄວ້າ​ໃນ​ທົ່ວ​ໂລກ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ເດັກ​ນ້ອຍ​ຜູ້​ທີ່​ເລີ່ມ​ເຂົ້າ​ໂຮງ​ຮຽນ​ໂດຍ​ທີ່ບໍ່​ສາ​ມາດ​ເວົ້າ​ພາ​ສາ​ທີ່​ພວກ​ເຂົາ​ຈະ​ຮຽນ​ອ່ານ​ ແລະ ຂຽນໄດ້ ຈະ​ມີ​ຄວາມ​ສັບ​ສົນ​ໃນ​ການ​ພັດ​ທະ​ນາ​ທັກ​ສະ​ການ​ຮູ້​ໜັງ​ສື​ທີ່​ຈຳ​ເປັນ ​ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຮຽນ​ໄດ້​ດີຢູ່​ໂຮງ​ຮຽນ. ​ການ​ປະ​ເມີນ​ທີ່​ຜ່ານ​ມາຢູ່​ປະ​ເທດ​ລາວ ສະ​ແດງ​ໃຫ້​ເຫັນ​ວ່າ ເດັກ​ນ້ອຍ​ຜູ້​ທີ່​ເລີ່ມ​ເຂົ້າ​ຮຽ​ນ​ໂດຍ​ມີ​ຄວາມ​ຈຳ​ກັດ​ໃນ​ການ​ເວົ້າ​ພາ​ສາ​ລາວ​ ເມື່ອ​ສົມ​ທຽບ​ກັບ​ນັກ​ຮຽນ​ຜູ້​ທີ່​ເວົ້າ​ພາ​ສາ​ລາວ ແມ່ນ​ມີ​ປະ​ສິດ​ທີ​ພາບ​ຕ່ຳ​ກວ່າ.

ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ໂດຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​​ແຜນ​ງານ​ບີ​ຄວາ ແລະ ສະ​ໜັບ​ສະ​ໜູນ​ໂດຍ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແລະ  ສະ​ຫະ​ພາບ​ເອີ​ຣົບຈຶ່ງໄດ້ຈັດຕັ້ງປະຕິບັດ​ໂຄງ​ການ​ທົດ​ລອງ​ຝຶກ​ເວົ້າ​ພາ​ສາ​ລາວ ​ສຳ​ລັບ​ເດັກ​ນ້ອຍ​ທີ່​ເຂົ້າ​ຮຽນ​ຂັ້ນ ປ.1 ເປົ້າ​ໝາຍ​ຂອງ​ໂຄງ​ການ​ແມ່ນ​ສຳ​ລັບ​ເດ​ັກ​ນ້ອຍຜູ້​ທີ່ບໍ່​ເວົ້າ​ພາ​ສາ​ລາວ​ເປັນ​ພາ​ສາ​ທີ​ໜຶ່ງ ແລະ ຜູ້​ທີ່ບໍ່​ຄ່ອຍ​ໄດ້​ໃຊ້​ພາ​ສາ​ລາວ​ເປັນ​ພາ​ສາ​ທີ​ສອງ​ໃນ​ຊຸມ​ຊົນ​ຂອ​ງ​ພວກ​ເຂົາ. ໂຄງ​ການ​ນີ້​ຈະ​​ສອນ​ຝຶກ​ເວົ້າພາ​ສາ​ລາວເພີ່ມໜຶ່ງ​ຊົ່ວ​ໂມງ​ຕໍ່​ມື້​ເພື່ອ​ສົ່ງ​ເສີມ ແລະ ນໍາໃຊ້ເນື້ອໃນບົດຮຽນຈາກວິຊາ​ພາ​ສາ​ລາວພາກປົກກະຕິ ເຊິ່ງຮຽນ 2 ຊົ່ວ​ໂມງຕໍ່ມື້.

ໃນ​ຊົ່ວ​ໂມງ​ຮຽນ​ເພີ້ມ ນັກ​ຮຽນ​ຈະໄດ້​ເຮັດ​ກິດ​ຈະ​ກຳ​ເພື່ອ​ພັດ​ທະ​ນາ​ທັກ​ສະ​ການ​ຟັງ ແລະ ການ​ເວົ້າ ພ້ອມ​​ກັບ​ຝຶກ​ການ​ອອກ​ສຽງຕົວອັກ​ສອນ​ໃໝ່ ທີ່​ພວກ​ເຂົາ​​ໄດ້​ຮຽນເວ​ລາ​ຮຽນ​​ພາ​ສາ​ລາວ ພ້ອມ​ກັບ​ຫຼັກ​ການ​ ການ​ຮຽນ​ທີ່​ເນັ້ນ​ການ​ປະ​ຕິ​ບັດ​ຕົວ​ຈິງ ເພື່ອ​ສະ​ໜັບ​ສະ​ໜູນ​ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່, ເດັກ​ນ້ອຍ​ຈະ​ໄດ້​ຮຽນ​ຮູ້​ຜ່ານ​ການ​ຫຼິ້ນ​ເກມ, ການ​ສະ​ແດງ​ບົດ​ບາດ​ສົມ​ມຸດ ແລະ ຜ່ານ​ເຕັກ​ນິກ​ການ​ເລົ່າ​ເລື່ອງ.

ໂຄງ​ການ​ຝຶກ​ເວົ້າ​ພາ​ສາ​ລາວ ຈະ​ທົດ​ລອງ​ໃນ 40 ໂຮງ​ຮຽ​ນ ຕະ​ຫຼອດ​ສົກ​ຮຽນ 2019-2020. ໂຮງ​ຮຽນ​ທີ່​ມີ​ນັກ​ຮຽ​ນ​ຊົນ​ເຜົ່າ​ທີ່​ມີ​ຄວາມ​ຈຳ​ກັດ​ທາງ​ດ້ານ​ພາ​ສາ ຫຼື ບໍ່​ໄດ້​ນຳ​ໃຊ້​ພາ​ສາ​ລາວ​ຢູ່​ບ້ານ ຫຼື ຢູ່​ນຳ​ຊຸມ​ຊົນ​ໃນ​ອັດ​ຕາ​ທີ່​ສູງ ຈະ​ຖືກ​ຄັດ​ເລືອກ​ເຂົ້າ​ໃນ​ແຜນ​ງານ​ທົດ​ລອງ​ນີ້ເຊັ່ນ ໂຮງ​ຮຽນ​​ຢູ່​ ​ແຂວງ​ຜົ້ງ​ສາ​ລີ, ຄຳ​ມ່ວນ, ສາ​ລະ​ວັນ ແລະ ບໍ​ລິ​ຄຳ​ໄຊ. ໂຮງ​ຮຽນ​ອື່ນໆ​ອີກ 40 ແຫ່ງ ທີ່​ມີ​ເງືອນ​ໄຂ​ຄ້າຍ​ຄື​ກັນ​ໃນ​ແຂວງ​ດຽ​ວ​ກັນ ຈະ​ເປັນ​ເກນ​ສົມ​ທຽບ.

ຖ້າ​ຫາກ​ໂຄງ​ການ​ທົດ​ລອງ​ການ​ຝຶກ​ເວົ້າ​ພາ​ສາ​ລາວ​ມີ​ຜົນ​ຕອບ​ຮັບ​ທາງບວກ​ກ່ຽວ​ກັບ​ການ​ຮູ້​ພາ​ສາ​ລາວ, ນັກ​ຮຽນ​ທຸກ​ຄົນ​ທີ່​ຢູ່​ໃນ​ໂຄງ​ການ​ທົດ​ລອງ ແລະ ໂຮງ​ຮຽນ​ທີ່​ສົມ​ທຽບ​ຈ​ະ​ຖືກ​ປະ​ເມີນ​ໂດຍ​ເຄື່ອງ​ມື​ປະ​ເມີນ​ການ​ອ່ານ​ກ່ອນ​ໄວ​ຮຽນ ໃນ​ຊ່ວງ​ເລີ່ມ​ສົກ​ຮຽນ​ຂັ້ນ ປ.1 ແລະ ອີກ​ຄັ້ງ​ຕະ​ຫຼອດ​ສົກ​ຮຽນ. ຄູ​ສອນ ແລະ ຜູ້​ອຳ​ນວຍໂຮງ​ຮຽນ​ຢູ່ 40 ໂຮງ​ຮຽນ ທີ່​ຈະ​ເຂົ້າ​ຮ່ວມ​ໂຄງ​ການ​ທົດ​ລອງ​ການ​ຝຶກ​ເວົ້າ​ພາ​ສາ​ລາວ, ເຊັ່ນ​ດຽວ​ກັນ​ກັບ​ຄູ​ສຶກ​ສາ​ນິ​ເທດ​ຜູ້​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ຄູ​ເຫຼົ່າ​ນີ້, ການ​ຝຶກ​ຮົບ 2 ມື້​ໃນ​ເດືອນ​ສິງ​ຫາ ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ກະ​ກຽມ​ຄວາມ​ພ້ອມ​ເພື່ອ​ແນະ​ນຳ​ໂຄງ​ການ​ດັ່ງ​ກ່າວ​ຕອນ​ເປີດ​ສົກ​ຮຽນ​ໃນ​ເດືອນ​ກັນ​ຍາ​ນີ້.

ຜົນ​ຂອງ​ໂຄງ​ການ​ທົດ​ລອງ​ນີ້​ຈະ​ຊ່ວຍ​​ ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ນະ​ໂຍ​ບາຍ​ໂຮງ​ຮ​ຽນ​ຊັ້ນ​ປະ​ຖົມ​ສຶກ​ສາ ແລະ ການພັດ​ທະ​ນາ​ຫຼັກ​ສູດ. ຖ້າ​ຫາກ​ຜົນ​ຂອງ​ໂຄງ​ການ​ທົດ​ລອງ​ນີ້​ຊີ້​ໃຫ້​ເຫັນ​ວ່າ ການ​ຮຽນ​ພາ​ສາ​ລາວ​ເພີ້ມ​ການ​ຝຶກ​ເວົ້າ​ພາ​ສາ​ລາວມີ​ຜົນ​ໃນ​ທາງບວກ​ໃນ​ການ​ພັດ​ທະ​ນາ​ການ​ຮູ້​ໜັງ​ສື, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ທີ່ກວ້າງ​ຂຶ້ນ​ຂອງ​ແຜນ​ງານ​ດັ່ງ​ກ່າວ​ສາ​ມາດຮັບ​ການ​ພິ​ຈ​າ​ລະ​ນາ.

ວັນ​ທີ 8 ກັນ​ຍາ ຂອງ​ທຸກໆ​ປີ ແມ່ນ​ວັນ​ລົບ​ລ້າງ​ການ​ກືກ​ໜັງ​ສື​ສາ​ກົນ​ຂອງ​ອົງ​ການ UNESCO ເພື່ອ​ໃຫ້​ທົ່ວ​ໂລກ​​ຮັບ​ຮູ​້​ເຖິງ​ບັນ​ຫາ​ການ​ຮູ້​ໜັງ​ສື​ຂອງ​ຜູ້​ໃຫຍ່ ແລະ ເດັກ​ນ້ອຍ. ປີ​ນີ້, ພວກ​ເຮົາ​ເນັ້ນ​ໜັກ​ໃສ່​ໂຄງ​ການ​ຝຶກ​ເວົ້າ​ພາ​ສາ​ລາວ ເພາະ​ເປັນ​ໂຄງ​ການ​​ທີ່ເນັ້ນໃສ່ການສົ່ງເສີມ​ການຮຽນ​ຮູ້​ໜັງ​ສືຂອງເດັກນ້ອຍຊົນເຜົ່າສະເພາະ ແລະ ອາໄສຢູ່ເຂດຫ່າງໄກສອກຫຼີກ.