ຫົວຂໍ້ໃນການ​ສະ​ເຫຼີມ​ສະ​ຫຼອງ ວັນ​ຄູ​ປີ​ນີ້ ​​ແມ່ນ “ຄູ​ໄວ​ໜຸ່ມ: ອາ​ຊີບ​ໃນອະ​ນາ​ຄົດ”. ນາງ ມີ​ຕຸ ແລ​ເຊີ, ນາງ ລຳ​ເງິນ ແຍງ​ຄຳ​ຈັນ​ທະ​ວົງ ແລະ ທ້າວ ມົນ ຄູນ​ມະ​ໄຕ ແມ່ນ​ບັນ​ດາ​ຄູ​ໄວ​ໜຸ່ມ​ທີ່​ຈະ​ກາຍ​ເປັນ​ຄູ​ລຸ້ນ​ຕໍ່​ໄປ​ໃນ​ອະ​ນາ​ຄົດຂ້າງໜ້າ

ເຊັ່ນດຽວກັນ​ກັບ​ໝູ່​ນັກ​ຮຽນ​ຄົນໆ​ອື່ນໆ​ຈຳ​ນວນ 350 ຄົນ​ທີ່ມາຈາກ​ໝູ່ບ້ານຄົນລາວທີ່ຢູ່​ຫ່າງ​ໄກສອກ​ຫຼີກ​​ ພວກເຂົາເຫຼົ່ານີ້ທີ່​ໄດ້​ຮັບ​ທຶນ​ການ​ສຶ​ກ​ສາ​ຈາກ​ແຜນ​ງານ​ບີ​ຄວາ​ ເຊິ່ງ​ເປັນ​ແຜນ​ງານພາຍໃຕ້ການຊີ້ນຳ​ຈາກກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ເພື່ອມາຮຽນວິຊາຄູທີ່ວິທະຍາໄລຄູ,  ທຶນ​ການ​ສຶ​ກ​ສານີ້ແມ່ນໄດ້ຮັບສະ​ໜັບ​ສະ​ໜູນຈາກລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ. ຄູມີ​ຕຸ, ຄູລຳ​ເງິນ ແລະ ຄູມົນ ໄດ້ສຳ​ເລັດ​ການ​ສຶກ​ສາ​​ຈາກວິ​ທະ​ຍາ​ໄລ​ຄູໃນ​ປີ 2018 ແລະ ປັດ​ຈຸບັນ ພວກ​ເຂົາ​ໄດ້​ກາຍ​ເປັນ​ຄູສອນຊັ້ນປະຖົມ ແລະ ກັບ​ຄືນ​ໄປ​ສອນ​ຢູ່​ຊຸມ​ຊ​ົນ​ຂອງ​ພວກ​ເຂົາ ເຊິ່ງບາງ ເມືອງກໍ່ແມ່ນ​ບ່ອນທີ່​ດ້ອຍ​ໂອ​ກາດ​ທາງ​ການ​ສຶກ​ສາ​ທີ່​ສຸດ​ໃນ​ ສປປ ​ລາວ.

“ການເປັນຄູ​​ແມ່ນຄວາມ​ໄຝ່​ຝັນ​ຂ​ອງ​ຂ້ອຍ, ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້ຮັບ​ທຶນ​ການ​ສຶກ​ສາ,  ຂ້ອຍ​ມາ​ຈາກ​ຄອບຄົວທຸກຍາກແລະອາໃສ​ບ້ານທີ່​ຢູ່​ຫ່າງ​ໄກສອກຫຼີກ ຊື່​ວ່າ ບ້ານມະ​ກອງ​. ຂ້ອຍບໍ່​ສາ​ມາດ​ຈ່າຍ​ຄ່າ​​ຮຽນເອງ​ໄດ້” ກ່າວ​ໂດຍ ຄູມົນ. ຄູມົນ​ຮຽນ​ຈົບ​ຈາກ​ວິ​ທະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ ແລະ ຕອນ​ນີ້​ລາວກຳ​ລັງ​ຕື່ມເຕັມຄວາມ​ຝັນຂອງຕົນ, ສອນນັກ​ຮຽນຊັ້ນປະຖົມປີທີ 1 ຢູ່​ທີ່​ໂຮງ​ຮຽນ​ປະ​ຖົມ​ແກ້ງ​ມ່ວງ ຢູ່​ແຂວງ​ຄຳ​ມ່ວນ. “ ແຜນ​ງານ​ບີ​ຄວາ​ຍັງ​ໄດ້​ສະ​ໜັບ​ສະ​ໜູນ​ຊຸມ​ຊົນ​ໃນ​ການ​ສ້າງ​ອາ​ຄານ​ຮຽນ​ໃໝ່​ເພາະ​ວ່າ​ໂຮງ​ຮຽນ​ຊຸດ​ໂຊມ”.

ຄູ​ມີ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ເດັກ​ໃນ​ການ​ຮຽນ​ອ່ານ ຫຼື ຂຽນ, ​ຮຽນ​ຄິດ​ໄລ່, ຫຼື ການທີ່ຈະຮຽນເກັ່ງ​ໃນ​ວິ​ຊາ​ຕ່າງໆ ແລະ ​ທັກ​ສະ​ອື່ນໆເປັນສິ່ງທີ່ສຳຄັນ​ໃນ​ການ​ຊອກ​​ວຽກເຮັດ ແລະ ກຽມ​ຄວາມພ້ອມສຳລັບ​ການເຕີບໂຕເປັນຜູ້ໃຫຍ່​. ຄູ​ໄວ​ໜຸ່ມໃນທ້ອງຖິ່ນ​ເຫຼົ່າ​ນັ້ນ​​ຈະ​ເປັນ​ເຊື່ອມຕໍ່ທາງ​ດ້ານ​ພາ​ສາ ແລະ ຊ່ວຍ​ໃຫ້​ເດັກ​ນ້ອຍ​ໃນ​ຊຸມ​ຊົນ​ຂອງ​ພວກ​ເຂົາ​ສາ​ມາດ​ເວົ້າ, ອ່ານ ແລະ ຂຽນ​ພາ​ສາ​ລາວ​ໄດ້. ໃນບັນປະ​ເທດ​ທີ່ມີ​ກຸ່ມ​ຊົນ​ເຜົ່າ​ເກືອບ 50 ຊົ່ນ​ເຜົ່ານັ້ນ, ເດັກ​ນ້ອຍ​ຫຼາຍ​ຄົນ​ຢູ່​ໃນ​ໝູ່​ບ້ານ​ຫ່າງ​ໄກ​ສອກ​ຫຼີກ ບໍ່​ເຄີຍໄດ້ຮຽນຮູ້​ພາ​ສາ​ລາວ​ຕອນ​ພວກ​ເຂົາ​ເລີ່ມ​ເຂົ້າ​ໂຮງ​ຮຽນທຳອິດ. ແລະ ເຮົາ​ຈະ​ສາ​ມາດ​ຮຽນ​ໜັງ​ສື​ໄດ້​ແນວ​ໃດ ຖ້າ​ຫາກ​ເຮົາ​ບໍ່​ເຂົ້າ​ໃຈ​ການ​ຮຽນ​ການສອນ​ທີ່​ເປັນ​ພາ​ສາ​ລາວ? ຄູ​ຊົນ​ເຜົ່າ​ຢູ່​ທ້ອງ​ຖິ່ນ​​ສາ​ມາດເຂົ້າ​ໃຈ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ຂອງ​ນັກ​ຮຽນ, ເຊິ່ງ​ມັນ​ສຳ​ຄັນ​ຫຼາຍ​ສຳ​ລັບ​ປີ​ທຳ​ອິດ​ຂອງ​ການ​ເຂົ້າ​ໂຮງ​ຮຽນ ແລະ ການ​ຮຽນ​ຮູ້ພາ​ສາ​ລາວ.

ຄູ​ມີ​ຕຸ ເຊິ່ງແມ່ນ​ຄູໃໝ່ທີ່​ສອນ​ນັກ​ຮຽນຊັ້ນປະຖົມປີທີ 2 ຢູ່​ບ້ານ​ຂອງ​ລາວ​ຄື​ບ້ານ​ຫ້ວຍ​ນ້ຳ​ແດງ, ແຂວງ​ຫຼວງ​ນ້ຳ​ທາ. ລາວ​ເວົ້າ​ວ່າ “ສິ່ງ​ທີ່​ຍາກ​ທີ່​ສຸດ​ໃນ​ການ​ສອນ​ແມ່ນ​ການ​ສື່​ສານ​ກັບ​ນັກ​ຮຽນ ເພາະ​ວ່າ​ພວກ​ເຂົາ​ບໍ່​ເວົ້າ​ພາ​ສາ​ລາວ, ການທີ່ຂ້ອຍມາ​ຈາກ​ຊົນ​ເຜົ່າ​ອາ​ຄາດຽວກັນຊ່ວຍໃຫ້ຂ້ອຍສາ​ມາດ ​ເປັນ​ຄູ​ທີ່​ດີ​ຂຶ້ນ​ສຳ​ລັບ​ນັກ​ຮຽນ. ຂ້ອຍ​ສາ​ມາດ​ເຂົ້າ​ໃຈ​ພວກ​ເຂົາ ແລະ ສາ​ມາດ​ຊ່ວຍ​ຈຸດບົກພ່ອງທາງ​ດ້ານ​ພາ​ສາຂອງພວກ​ເຂົາ​​.”

ຄູ​ລຳ​ເງິນ, ປັດ​ຈຸ​ບັນ​ເປັນ​ຄູ​ສອນ​ນັກ​ຮຽນຊັ້ນປະຖົມປີທີ 1 ຢູ່​ທີ່​ໂຮງ​ຮຽນ ທົ່ງ​ຊຳ, ແຂວງ​ຄຳ​ມ່ວນ ​ໄດ້ເວົ້າ​ວ່າ “ຂ້ອຍ​ມາ​ຈາກ​ຊົນ​ເຜົ່າຕຼີ ແລະ ການຮຽນ​ອ່ານ ແລະ ຂຽນ​ພາ​ສາ​ລາວ ​ເປັນສິ່ງທີ່ສຳ​ຄັນ​ຫຼາຍ​ສຳ​ລັບ​ນັກ​ຮຽນຂອງຂ້ອຍ. ຂ້ອຍ​ຢາກໃຫ້​ນັກ​ຮຽນ​ສ​າ​ມາດ​ອອກ​ສູ່​ສັງ​ຄົມພາຍນອກໄດ້. ເພື່ອໃຫ້ໄດ້ຄືແນວນັ້ນ​, ພວກ​ເຂົາ​ຈະ​ຕ້ອງ​ຮຽນ​ຮູ້​ການ​ນຳໃຊ້ພາ​ສາ​ລາວໃນການສື່​ສານ​​”

ຄູ​ມີໜ້າ​ທີ່​ສຳ​ຄັນ ທີ່​ຕ້ອງໄດ້ປະບັດຕິບັດ​. ​ຄູ​ຕ້ອງ​ໄດ້ໃຊ້​ເວ​ລາ​ຫຼາຍຊົ່ວໂມງ​ໃນ​ການ​ກະ​ກຽມ​ບົດ​ສອນຂອງພວກເຂົາ “ທູກໆ​ມື້ຂ້ອຍຕ້ອງງ​ກະ​ກຽມ​ບົດ​ສອນ​ຢ່າງ​ລະ​ອຽດ, ຂ້ອຍ​ອ່ານ​ຄູ​່​ມື​ຄູ ແລະ ວາງ​ແຜນ​ການ​ສອນຂອງຂ້ອຍ, ຂ້ອຍ​ຕ້ອງສ້າງ​ສື່​ການ​ຮຽນ​ການ​ສອນ​ທີ່​ຈຳ​ເປັນ ເຊິ່ງ​ມັນ​ໃຊ້​ເວ​ລາ. ແຕ່​ເຖິງ​ຢ່າງ​ໃດກໍ່ຕາມ,  ຂ້ອຍກໍ່​ຢາກເຮັດໃຫ້ຕົນເອງມີຄວາມໝັ້ນ​ໃຈ​ເພື່ອ​ກຽມ​ພ້ອມ​ສຳ​ລັບ​ການ​ຮຽນ​ການ​ສອນ​ໃຫ້​ແກ່​ນັກ​ຮຽນ​ຂອງ​ຂ້ອຍ” ກ່າວ​ໂດຍ​ຄູມ​ົນ. ແຕ່​ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ, ຄູ​ປະ​ຕິ​ບັດ​ໜ້າ​ທີ່​ຂອງຕົນດ້ວຍຄວາມຮັກອາຊີບຄູ.  ​ພວກ​ເຂົາ​ເຊື່ອ​ວ່າ ການ​ສຶກ​ສາ​ເປັນ​ກຸນ​ແຈ​ອັນສຳຄັນທີ່​​ຈະນຳ​ໄປ​ສູ່​ຄວາມ​ຮູ້ ແລະ ຄວາມ​ຮູ້​ດັ່ງກ່າວຈະ​ນຳ​ໄປ​ສູ່​ການ​ພັດ​ທະ​ນາ. ເພາະສະນັ້ນ, ຍ້ອນ​ເຫດ​ຜົນ​ນີ້ ຄູ​ຈຶ່ງ​ເຮັດ​ວຽ​ກ​ຢ່າງໜັກ​ໜ່ວງເພື່ອ​ນຳ​ສິ່ງ​ທີ່​ດີ​ທີ່​ສຸດ​ມາ​ສູ່​ນັກ​ຮຽນ​ຂອງ​ຕົນ.

“ຂ້ອຍ​ເຊື່ອ​ໝັ້ນ​ວ່າ ການ​ສຶກ​ສາ​ຈະ​ຊ່ວຍ​ໝູ່​ບ້ານ​ຂອງ​ພວກ​ຂ້ອຍ, ຂ້ອຍ​ຢາກ​ໃຫ້ຜູ້​ປົກ​ຄອງໃຫ້ການ​ສົ່ງ​ເສີມ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ມາ​ໂຮງ​ຮຽນ” ກ່າວ​ໂດຍ ຄູ​ລຳ​ເງິນ. “ຖ້າ​ເຈົ້າ​ຕ້ອງ​ການ​ຊອກວຽກ​ເຮັດ​ງານ​ທຳ ເຈົ້າ​ຕ້ອງ​ສາ​ມາດ​ສື່​ສານເປັນພາສາລາວ​ໄດ້.  ເພາະສະ​ນັ້ນ, ເຈົ້າ​ຕ້ອງ​ໄປ​ໂຮງ​ຮຽນເພື່ອຮຽນອ່ານ ແລະ ຮຽນ​ຂຽນ” ກ່າວ​ໂດຍ ຄູ​ມີ​ຕຸ.

ຄູ​ບົວ​ລີ ແລະ ຄູ​ໂຊ​ຄອງ ແມ່ນຄູ​ໄວ​ໜຸ່ມ​ອີກ​ສອງ​ຄົນ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ແຜນ​ງານ​ບີ​ຄວາ. ໃນ​ວິ​ດີ​ໂອ​ຂ້າງ​ລຸ່ມ​ນີ້ ແມ່ນ​ວິ​ດີ​ໂອ​ທີ່ຖ່າຍ​ທຳ​ໃນ​ປີ​ສຸດ​ທ້າຍ​ຂອງ​ພວກ​ເຂົາ​ທີ່ຮຽນຢູ່​ວິ​ທະ​ຍາ​ໄລ​ຄູ, ພວກ​ເຂົາ​​ໄດ້​ເວົ້າເຖິງຊີ​ວິດ​ປະ​ຈຳ​ວັນຂອງ​ພວກ​ເຂົາ​ໃນໄລຍະເວລາທີ່​ຮຽນຢູ່ວິ​ທະ​ຍາ​ໄລຄູ, ວິຖີຊີວິດກາ​ນ​ຮຽນ, ສິ່ງ​ທ້າ​ທາຍ ແລະ ການຄ່ອງຄ່ອຍເພື່ອທີ່ຈະບັນລຸຄວາມໄຟ່ຝັນທີ່ຈະມາ​ເປັນ​ຄູ​ສອນຊັ້ນ​ປະ​ຖົມ​ໃນ​ຊຸມຊົນຢຸ່ເຂດ​ຫ່າງ​ໄກ​ສອກ​ຫຼີກ​ຂອງພວກເຂົາ. ຄູ​ບົວ​ລີ ແລະ ຄູ​ໂຊ​ຄອງ ໄດ້ຮຽນ​ຈົບ​ໃນ​ເດືອນ​ມິ​ຖຸ​ນາ 2019. ປັດ​ຈຸ​ບັນ​ນີ້​ ພວກ​ເຂົາ​ໄດ້​ກັບ​ຄືນ​ໄປ​ເປັນ​ຄູ​ສອນ​ຊັ້ນ​ປະ​ຖົມສຶກສາຢຸ່ໃນຊຸມ​ຊົນ​ອາ​ຄາ​ຂອງ​ພວກ​ເຂົາ​. ຄູ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ລຸ້ນໜຸ່ມເຫຼົ່າ​ນີ້​ ຈະ​ນຳ​ເອົາ​ອະ​ນາ​ຄົດ​ທີ່​ສົດ​ໃສ​ມາ​ສູ່ເດັກ​ນ້ອຍ​ໃນ​ໝູ່​ບ້ານ​ຂອງ​ພວກ​ເຂົາ ແລະ ພວກ​ເຂົາ​​ຍັງເປັນ​ແບບ​ຢ່າງ​ໃນ​ຊຸມ​ຊົນ​ເຂົາ​ພວກ​ເຂົາ​ນຳ​ດ້ວຍ.

ເບິ່ງວິ​ດີ​ໂອ​ຂອງ​ພວກ​ເຂົາ​ໄດ້​ທີ່​ນີ້

https://www.facebook.com/watch/?v=2029683680659335