On this occasion, Australia and Ministry of Education and Sports visited the Information Media Centre studio and congratulated the team for their progress in Gender Equality and Inclusive Education

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນໃນການພັດທະນາຂະແໜງການສຶກສາ ລວມທັງການພັດທະນາວຽກງານການໂຄສະນາທີ່ກວ້າງຂວາງກັບສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ (ສຄຂ) ຂອງກະຊວງສຶກສາທິການ ແລະ ກີລາ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຫຼັກສູດຂັ້ນປະຖົມໃໝ່ໃຫ້ປະສົບຜົນສຳເລັດ.

ມື້ນີ້, ທ່ານ ນາງ ແອນນາ ໄດຊັນ, ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ມອບອຸປະກອນໃຫ້ແກ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຂອງ ສສກ (ສວສ) ສຳລັບການຖ່າຍທຳວິດີໂອ (ປະກອບມີ: ກ້ອງມິນເລີເລດສ໌ 1 ໜ່ວຍ ພ້ອມອະແດບເຕີ ແລະ ເລນ, ເຄື່ອງກັນສັ່ນໂປຼ 1 ອັນ ແລະ ກ້ອງ ໂດຼນ 1 ໂຕ) ແລະ ອຸປະກອນສຽງ (ໄມໂຄຣໂຟນ 1 ໜ່ວຍ) ລວມທັງອຸປະກອນໄອທີ (ໂນດບຸກ 3 ເຄື່ອງ, ຄອມພິວເຕີຕັ້ງໂຕະ 4 ເຄື່ອງ, ຊັ້ນໃສ່ຮາດດິດ 1 ຊຸດ) ລວມມູນຄ່າທັງໝົດ 36.000 ໂດລາອົດສະຕຣາລີ (ຫລືປະມານ 375.000.000 ກີບ).

ທ່ານ ອ່ອນແກ້ວ ນວນນະວົງ, ຜູ້ອຳນວຍການ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ໄດ້ກ່າວວ່າ “ໃນນາມຂອງກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າຂໍຂອບໃຈມາຍັງລັດຖະບານອົດສະຕາລີສໍາລັບການສະຫນັບສະຫນູນຢ່າງຕໍ່ເນື່ອງ. ອຸປະກອນຈະຖືກນໍາໃຊ້ໂດຍພະແນກ ສວສ, ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ (ສຄຂ) ເພື່ອຜະລິດວິດີໂອ ແລະ ສາລະຄະດີເພື່ອສະຫນັບສະຫນູນການປ່ຽນແປງໃນການປະຕິບັດການສອນ ແລະ ການຮຽນສຳລັບຫຼັກສູດຊັ້ນປະຖົມໃໝ່.”

ທ່ານ ສຸກສາຄອນ ສີປະເສີດ, ຜູ້ອຳນວຍການ ສຄຂ ກ່າວວ່າ “ບົດບາດຂອງສື່ມວນຊົນ ແລະ ການສື່ສານແມ່ນກຸນແຈສຳຄັນເພື່ອສະໜັບສະໜູນການປ່ຽນແປງໃໝ່ທີ່ນຳສະເໜີໃນຫຼັກສູດໃໝ່. ຂໍຂອບໃຈກັບການສະຫນັບສະຫນູນຂອງລັດຖະບານອົດສະຕາລີໂດຍຜ່ານແຜນງານບີຄວາ, ພວກເຮົາສາມາດປູກຈິດສໍານຶກ, ສະຫນັບສະຫນູນ ແລະ ສະແດງການປະຕິບັດທີ່ດີທີ່ສຸດເຊັ່ນ: ການຮຽນຮູ້ດ້ວຍການປະຕິບັດຕົວຈິງ, ການສອນຖືເອົານັກຮຽນເປັນໃຈກາງ, ການຝຶກອົບຮົມຄູ ແລະ ການຝຶກອົບຮົມຕ່າງໆ ເຊັ່ນ:ດຽວກັນກັບການສຶກສາຮຽນຮ່ວມ ແລະ ການສົ່ງເສີມບົດບາດແມ່ຍິງ.”

ຜູ້ເຂົ້າຮ່ວມແມ່ນໄດ້ໄປທັດສະນະຢ້ຽມຊົມສະຕູດິໂອຕັດຕໍ່ ແລະ ຖ່າຍທຳວິດີໂອເພື່ອເບິ່ງທີມງານປະຕິບັດ. ທ່ານ ນາງ ແອນນາ ໄດຊັນ, ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີກັບທີມງານ ສຄຂ ສໍາລັບຄວາມຄືບຫນ້າຂອງການສ້າງຄວາມເຂັ້ມແຂງຂອງແມ່ຍິງ. ທ່ານໄດ້ກ່າວວ່າ: “ທ່ານດີໃຈທີ່ເຫັນແມ່ຍິງໃນທີມຍັງຢູ່ເບື້ອງຫລັງກ້ອງໃນການຖ່າຍທຳ ແລະ ເຮັດວຽກໃນຫ້ອງຕັດຕໍ່ວິດີໂອ, ແລະ ບໍ່ພຽງແຕ່ ສຄຂ ເທົ່ານັ້ນ ແຕ່ຍັງລວມເຖິງຜູ້ປະສານງານ. ຂໍຂອບໃຈກັບການນໍາພາຂອງ ສຄຂ ແລະ ກອງປະຊຸມຝຶກອົບຮົມ, ທີ່ໄດ້ໃຫ້ໂອກາດແມ່ຍິງໃນທີມງານໄດ້ຮັບຜິດຊອບຫຼາຍວຽກງານກວ່າເກົ່າ ແລະ ມີບົດບາດດ້ານວິຊາການໃນການຜະລິດສື່.” ລັດຖະບານອົດສະຕຣາລີ, ໂດຍຜ່ານແຜນງານບີຄວາ, ໄດ້ໃຫ້ການສະໜັບສະໜູນທີ່ເຂັ້ມແຂງ ແລະ ການພັດທະນາຂີດຄວາມສາມາດໃຫ້ແກ່ທີມງານ ສຄຂ ດ້ວຍການຈັດຊຸດຝຶກອົບຮົມກ່ຽວກັບການຖ່າຍທຳ, ການຕັດຕໍ່, ການໃຊ້ແອັບເຟກ ແລະ ເຕັກນິກການບັນທຶກສຽງ. 50% ຂອງຜູ້ເຂົ້າຮ່ວມແມ່ນເພດຍິງ ແລະ 3 ຄົນໃນທີມງານນັ້ນບໍ່ມີປະສົບການດ້ານການຕັດຕໍ່ມາກ່ອນ.

ສຄຂ ຍັງມີຄວາມຄືບໜ້າກ່ຽວກັບການສຶກສາຮຽນຮ່ວມ. ວິດີໂອທັງໝົດທີ່ຜະລິດໂດຍການຊ່ວຍເຫຼືອຈາກອົດສະຕຣາລີແມ່ນຖືກພາກເປັນພາສາມື. ການສົນທະນາກ່ຽວກັບວິທີການຫຼີກເວັ້ນ ຫົວຂໍ້ອ່ອນໄຫວຕໍ່ຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ຊົນເຜົ່າ ແລະ ການສົ່ງເສີມການມີສ່ວນຮ່ວມແມ່ນປະກອບໃນບົດສະຫຼຸບໂດຍຫຍໍ້, ການຂຽນບົດ ແລະ ທຸກໆຂັ້ນຕອນການຜະລິດວິດີໂອ. ບໍ່ດົນມານີ້, ສຄຂ ໄດ້ອອກສາລະຄະດີໃໝ່ “ຄູຕົວແບບ” ເພື່ອສົ່ງເສີມການສິດສອນທີ່ດີທີ່ສຸດ ແລະ ການປະຕິບັດການສຶກສາຮຽນຮ່ວມໃນທົ່ວປະເທດລາວ. ໂດຍອີງໃສ່ການສໍາພາດກັບຄູສອນ ຫຼື ຄູຝຶກທີ່ມີການສອນແບບພິເສດ ຫຼື ການປະຕິບັດການສຶກສາຮຽນຮ່ວມທີ່ສາມາດສ້າງແຮງບັນດານໃຈໃຫ້ຄົນອື່ນ.

ທ່ານ ນາງ ແອນນາ ໄດຊັນ, ເລຂາເອກສະຖານທູດອົດສະຕຣາລີ ໄດ້ກ່າວວ່າ “ລັດຖະບານອົດສະຕຣາລີເປັນກຽດທີ່ສຸດທີ່ໄດ້ສະຫນັບສະຫນູນ ສຄຂ ໃນວຽກງານຂອງຕົນເພື່ອເຜີຍແຜ່, ຊຸກຍູ້ ແລະ ສົ່ງເສີມການມີສ່ວນຮ່ວມຂອງພາກສ່ວນການສຶກສາທີ່ແຕກຕ່າງກັນທີ່ກ່ຽວຂ້ອງກັບການຮັບຮອງເອົາຫຼັກສູດໃຫມ່. ຂ້າພະເຈົ້າຫວັງວ່າຈະເຫັນການເພີ່ມທະວີຄວາມຮ່ວມມືລະຫວ່າງ ສຄຂ ແລະ ລັດຖະບານອົດສະຕາລີໂດຍຜ່ານ ແຜນງານບີຄວາໄລຍິ ທີ 2 ເພື່ອສະຫນັບສະຫນູນວິທີການໃຫມ່ໃນການພັດທະນາວິຊາຊີບຢ່າງຕໍ່ເນື່ອງໃນໂຮງຮຽນ.”

ລາຍການທີ່ຜະລິດໂດຍ ສຄຂ ທ່ານສາມາດຮັບຊົມໄດ້ທຸກໆມື້ທາງໂທລະພາບການສຶກສາ ແລະ ກິລາ ຜ່ານດາວທຽບ LAOSAT ຊ່ອງ 8 – ສາລະຄະດີ ຄູຕົວແບບ ກໍ່ສາມາດເຂົ້າໄປເບິ່ງໄດ້ໃນຊ່ອງ You Tube ຊ່ອງ “ວິດີໂອສໍາລັບການພັດທະນາຄູ Teacher Development Videos”.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *