ທີມງານນັກຂຽນບົດເລື່ອງວິດີໂອ ກ່ຽວກັບເຄື່ອງມືສຳຫຼວດພຶດຕິກຳຂອງເດັກ
ວິດີໂອສຳລັບການພັດທະນາຄູຕອນໃໝ່ ຈະສະແດງໃຫ້ວິທີການ ທີ່ຄູຈະຮູ້ລະບຸຄວາມຕ້ອງການໃຫ້ຊ່ວຍເຫຼືອ ດ້ານການຮຽນສະເພາະຂອງນັກຮຽນ ເພື່ອໃຫ້ເຂົາເຈົ້າສາມາດດັດປັບການສອນ ໃຫ້ເໝາະສົມກັບນັກຮຽນທຸກຄົນ
ໃນວັນທີ 16 ຫາ 20 ເດືອນມີນາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສ.ປ.ປ. ລາວ (ແຜນງານບີຄວາ), ໄດ້ເປີດກອງປະຊຸມຂຽນບົດ ວິດີໂອສຳລັບການພັດທະນາຄູ ຕອນ ໃໝ່ ທີ່ສ້າງຂຶ້ນມາ ເພື່ອຊ່ວຍໃຫ້ຄູ ສາມາດລະບຸຄວາມຕ້ອງການການຮຽນຮູ້ຂອງນັກຮຽນ ແລະ ປັບປຸງການສອນຂອງເຂົາເຈົ້າ ເພື່ອຮັບປະກັນວ່າ ເດັກທຸກຄົນສາມາດພັດທະນາດ້ານການຮຽນໄດ້.
ວິດີໂອດັ່ງກ່າວ ຈະປະກອບເສີມກັບ ຊຸດອຸປະກອນຊ່ວຍເຫຼືອຄູ ສະບັບໃໝ່ ທີ່ 14 “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”. ທີມງານຂຽນບົດເລື່ອງປະກອບມີ ວິຊາການຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ຄູຝຶກຈາກວິທະຍາໄລຄູ (ວຄ), ວິຊາການຈາກກົມສ້າງຄູ, ວິຊາການຈາກສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທີມງານສື່ສານແຜນງານບີຄວາ.
ທ່ານນາງ ມະໂນລີ ດົງວັນ ໄດ້ກ່າວເຖິງການຊ່ວຍເຫຼືອຄູ ເພື່ອຮັບປະກັນການສຶກສາຮຽນຮ່ວມໃຫ້ຫຼາຍຂຶ້ນ
ທ່ານ ນາງ ມະໂນລີ ດົງວັນ, ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຮ່ວມເປີດກອງປະຊຸມທ່ານໄດ້ກ່າວວ່າ: “ເດັກທຸກຄົນມີສິດທີ່ຈະໄດ້ຮັບການສຶກສາ, ບໍ່ວ່າເຂົາເຈົ້າຈະມີຄວາມສາມາດລະດັບໃດກໍ່ຕາມ. ແຕ່ຖ້າການສອນບໍ່ໄດ້ຮັບການດັດປັບ, ເດັກທີ່ພິການ ອາດຈະບໍ່ໄດ້ໄປໂຮງຮຽນ ຫຼື ອາດຈະອອກຈາກໂຮງຮຽນ. ໃນ ສປປ ລາວ, ຄູສ່ວນຫຼາຍ ຍັງບໍ່ຮູ້ວິທີການປະຕິບັດ ເພື່ອຮັບຮູ້ຄວາມຕ້ອງການໃນການຮຽນລາຍບຸກຄົນ ຫຼື ວິທີການດັດປັບ ການສອນຂອງເຂົາເຈົ້າໃຫ້ເໝາະສົມ. ເພື່ອແກ້ໄຂສິ່ງທ້າທາຍນີ້ ແລະ ຮັບປະກັນວ່າເດັກທຸກຄົນຈະມີໂອກາດດ້ານການຮຽນ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໄດ້ສ້າງຊຸດອຸປະກອນຊ່ວຍເຫຼືອຄູ ສະບັບໃໝ່ ເພື່ອແນະນຳວິທີຊ່ວຍເຫຼືອນັກຮຽນພິການ. ຊຸດອຸປະກອນຊ່ວຍເຫຼືອຄູ ສະບັບທີ່ 14 ແນະນຳວິທີການທີ່ປະຕິບັດໄດ້ງ່າຍ ແລະ ນຳໃຊ້ໄດ້ຈິງ ເພື່ອຮັບປະກັນວ່າ ນັກຮຽນທີ່ມີຄວາມບົກຜ່ອງທາງການໄດ້ຍິນ, ຄວາມບົກຜ່ອງທາງດ້ານສາຍຕາ, ຄວາມບົກຜ່ອງທາງການເຄື່ອນໄຫວ ແລະ ຄວາມບົກຜ່ອງໃນການຮຽນຮູ້ ຈະສາມາດມີສ່ວນຮ່ວມຢ່າງເຕັມສ່ວນໃນການຮຽນ. ສວສ ປະຈຸບັນ ຈະນຳພາການຜະລິດວິດີໂອ ປະກອບເພື່ອເສີມໃຫ້ແກ່ຊຸດອຸປະກອນຊ່ວຍເຫຼືອຄູ.”
ຫ້ອງຮຽນທີ່ມີການຮຽນຮ່ວມ, ຄູຊ່ວຍນັກຮຽນໃນລະຫວ່າງການຮຽນວິຊາວິທະຍາສາດ: ການເຕັ້ນຂອງຫົວໃຈ
ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ເດັກນ້ອຍຫຼາຍຄົນໃນລາວ ມີຄວາມຕ້ອງການໃຫ້ຊ່ວຍກ້ານການຮຽນຮູ້ ທີ່ຍັງບໍ່ສາມາດລະບຸໄດ້ວ່າດ້ານໃດ ເຊິ່ງອາດເປັນກ່ຽວກັບ ການໄດ້ຍິນ, ການເບິ່ງເຫັນ, ການເຄື່ອນໄຫວ ແລະ ການຮຽນຮູ້, ເຊິ່ງສິ່ງເຫຼົ່ານີ້ ຈຳກັດເຂົາເຈົ້າໃນການເຂົ້າຮ່ວມກິດຈະກຳໃນການຮຽນຂອງເຂົາເຈົ້າ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ເພື່ອຊ່ວຍໃຫ້ຄູມີເຄື່ອງມືທີ່ຊັດເຈນ ແລະ ໃຊ້ໄດ້ຈິງ ເພື່ອຮັບຮູ້ຄວາມຕ້ອງການຂອງນັກຮຽນ ແລະ ປະຕິບັດຂັ້ນຕອນການຕ່າງໆ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນ ປະສົບຜົນສຳເລັດໃນການຮຽນ.”
ຈຸດສຳຄັນຂອງ ຊຸດອຸປະກອນຊ່ວຍເຫຼືອຄູ ສະບັບທີ່ 14 ແມ່ນ ເຄື່ອງມືປະເມີນພຶດຕິກຳຂອງເດັກສຳລັບຄູ, ເຊິ່ງເປັນແບບຟອມທີ່ນຳໃຊ້ໄດ້ງ່າຍ ທີ່ຈະຊ່ວຍໃຫ້ຄູສາມາດລະບຸ ຄວາມຫຍຸ້ງຍາກໃນການຮຽນຂອງເດັກທີ່ອາດຂຶ້ນ ຍ້ອນ ສະມາທິ, ການສື່ສານ, ຄວາມຈື່ຈຳ, ການເຄື່ອນໄຫວ, ສາຍຕາ ຫຼື ການໄດ້ຍິນ. ວິດີໂອ 29 ຕອນໃໝ່ນີ້ ຈະເນັ້ນໃຫ້ເຫັນພຶດຕິກຳໃນຫ້ອງຮຽນຂອງນັກຮຽນ ທີ່ຄູສາມາດສັງເກດເຫັນໄດ້ ທີ່ຈະຊີ້ໃຫ້ເຫັນວ່າ ນັກຮຽນອາດຈະມີຄວາມບົກຜ່ອງໃນດ້ານໃດໜຶ່ງ ແລະ ໃຫ້ແນະນຳແກ່ຄູກ່ຽວກັບ ວິທີການຕື່ມ ແບບຟອມປະເມີນພຶດຕິກຳຂອງເດັກສຳລັບຄູ ໃຫ້ສຳເລັດໄດ້ຢ່າງຖືກຕ້ອງ.
ທ່ານ ນາງ ມະໂນລີ ດົງວັນ ໄດ້ກ່າວວ່າ: “ວິດີໂອ ຖືກອອກແບບມາເພື່ອຊ່ວຍຄູ ໃຫ້ຮູ້ວິທີການສອນທີ່ເໝາະກັບຄວາມຕ້ອງການທົ່ວໄປຂອງຄູ ທີ່ພົບຢູ່ໃນຫ້ອງຮຽນ. ນີ້ແມ່ນເຫດຜົນທີ່ວິດີໂອ ແມ່ນເຊື່ອມໂຍງກັບຊຸດອຸປະກອນຊ່ວຍເຫຼືອຄູ. ວິດີໂອຖືກຖ່າຍທຳຢູ່ໃນຫ້ອງຮຽນຕົວຈິງ, ສະແດງໃຫ້ເຫັນຕົວຢ່າງຕົວຈິງກ່ຽວກັບວິທີການນຳໃຊ້ເຕັກນິກທີ່ແນະນຳໃນການປະຕິບັດ. ຊຸດອຸປະກອນຊ່ວຍເຫຼືອຄູ ສະບັບທີ່ 14 ປະກອບມີວິທີການສອນທີ່ຫຼາກຫຼາຍ ແລະ ອາດເປັນພື້ນຖານສຳລັບວິດີໂອອື່ນໆ. ສຳລັບວິດີໂອນີ້, ພວກເຮົາໄດ້ເລືອກທີ່ຈະເລີ່ມດ້ວຍຂັ້ນຕອນທຳອິດ ແລະ ສຳຄັນທີ່ສຸດຄື: ວິທີທີ່ຄູຈະສາມາດລະບຸຄວາມພິການທີ່ນັກຮຽນມີ ແລະ ນຳໃຊ້ ແບບຟອມປະເມີນພຶດຕິກຳຂອງເດັກສຳລັບຄູ.”
ທີມງານນັກຂຽນບົດເລື່ອງຈາກວິທະຍາໄລຄູ ໄດ້ສົນທະນາບັນດາພຶດຕິກຳຂອງນັກຮຽນທີ່ສາມາດສັງເກດໄດ້ ເພື່ອລະບຸເຖິງຄວາມຫຍຸ້ງຍາກຂອງເຂົາເຈົ້າ
ທີມງານນັກຂຽນບົດເລື່ອງໄດ້ສຶກສາ 20 ຄຳຖາມຂອງເຄື່ອງມືປະເມີນພຶດຕິກຳຂອງເດັກ
ກອງປະຊຸມໄດ້ມີການຝຶກອົບຮົມ ໃຫ້ແກ່ທີມງານຂຽນບົດດ້ານວິທີການ ເພື່ອຮັບປະກັນວ່າ ການປະຕິບັດແມ່ນເໝາະສົມທີ່ສຸດໃນການປົກປ້ອງ ແລະ ຮັກສາຄວາມປອດໄພເດັກສຳລັບ ໃນລະຫວ່າງການຖ່າຍທຳສາກ ທີ່ມີເດັກຮ່ວມນຳ, ແລະ ໄດ້ເອົາໃຈໃສ່ຕື່ມ ເມື່ອເນື້ອຫາວິດີໂອກ່ຽວຂ້ອງກັບເດັກພິການ. ວິດີໂອ ຈະເປັນກາງ, ໃຊ້ພາສາທີ່ເປັນພື້ນຖານ ແລະ ບົດເລື່ອງຖືກທົບທວນໂດຍຜູ້ຊ່ຽວຊານດ້ານການສຶກສາຮຽນຮ່ວມ ແລະ ຄວາມພິການ ທີ່ມີສ່ວນຮ່ວມກ່ອນການຖ່າຍທຳ. ການຄັດເລືອກນັກສະແດງຈະໄດ້ຮັບການປະສານງານກັບພໍ່ແມ່ຜູ້ປົກຄອງ, ອົງການຄົນພິການ ແລະ ສູນສົ່ງເສີມການສຶກສາຮຽນຮ່ວມ.
ແຜນງານບີຄວາ ຈະແຈກຢາຍ ຊຸດອຸປະກອນຊ່ວຍເຫຼືອຄູ ສະບັບທີ່ 14 ແລະ ອອກອາກາດ ວິດີໂອສຳລັບການພັດທະນາຄູ ຕອນທີ 29 ໃນໄລຍະການໄຂສົກຮຽນໃໝ່ ປີ 2026–2027 ໃນ 30 ເມືອງເປົ້າໝາຍຂອງແຜນງານ ແລະ ຈະທົດລອງນຳໃຊ້ເຄື່ອງມືດັ່ງກ່າວຢູ່ໃນ 18 ໂຮງຮຽນທີ່ແຂວງຊຽງຂວາງ. ການທົດລອງດັ່ງກ່າວ ຈະທົດສອບວ່າວິທີການໃນຊຸດອຸປະກອນຊ່ວຍເຫຼືອຄູ ຈະມີການປະຕິບັດແບບໃດ, ກຳນົດຄວາມຕ້ອງການການຊ່ວຍເຫຼືອເພີ່ມຕື່ມຂອງຄູ, ແລະ ລະບຸເຖິງດ້ານໃດຄວນສ້າງເປັນວິດີໂອສາທິດໃນຫ້ອງຮຽນຕື່ມອີກ. ຜົນໄດ້ຮັບຈາກການທົດລອງຈະເປັນທິດທາງໃນຕໍ່ໜ້າ ເພື່ອປັບປຸງຊຸດອຸປະກອນຊ່ວຍເຫຼືອຄູ ແລະ ຫົວຂໍ້ໃໝ່ຂອງ ວິດີໂອສຳລັບການພັດທະນາຄູ ໃນອະນາຄົດ.
ເຄື່ອງມືສຳຫຼວດພຶດຕິກຳຂອງເດັກ ຊ່ວຍຄູລະບຸຄວາມຕ້ອງໃຫ້ຊ່ວຍດ້ານການຮຽນສະເພາະຂອງນັກຮຽນ
ທີມງານນັກຂຽນບົດເລື່ອງຈາກວິທະຍາໄລຄູ ໄດ້ສົນທະນາບັນດາພຶດຕິກຳຂອງນັກຮຽນທີ່ສາມາດສັງເກດໄດ້ ເພື່ອລະບຸເຖິງຄວາມຫຍຸ້ງຍາກຂອງເຂົາເຈົ້າ
ໃນວິດີໂອ, ຈະມີຜູ້ເຮັດວຽກສຶກສານິເທດ 2 ທ່ານຈະຍົກໃຫ້ເຫັນ ວີທີການປະຕິບັດ
ທ່ານ ໄມໂຄ ຄາຣີ ໄດ້ກ່າວສະຫຼຸບວ່າ: “ເດັກນ້ອຍທີ່ມີຄວາມພິການ ປະເຊີນກັບອຸປະສັກທີ່ສຳຄັນຫຼາຍ ໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃນລາວ, ລວມທັງຄວາມເຂົ້າໃຈຜິດ ແລະ ທັດສະນະຄະຕິທີ່ຈຳແນກກ່ຽວກັບຄວາມພິການ ແລະ ຄວາມສາມາດຂອງຜູ້ພິການ. ເມື່ອຄູ ໄດ້ມີການປັບຕົວເຖິງຈະພຽງເລັກນ້ອຍ ໂດຍອີງໃສ່ຫຼັກຖານທີ່ໄດ້ຮັບຈາກການປະຕິບັດໃນຫ້ອງຮຽນ, ນັກຮຽນທີ່ມີຄວາມພິການ ຈະສາມາດຮຽນຮູ້ຮ່ວມກັບ ໝູ່ເພື່ອນຂອງເຂົາເຈົ້າໄດ້ຢ່າງສຳເລັດ, ແລະ ຫ້ອງຮຽນທັງໝົດຈະໄດ້ຮັບຜົນປະໂຫຍດ ຈາກການຮຽນຮູ້ ໃນສະພາບແວດລ້ອມທີ່ໄດ້ຮັບການຊ່ວຍເຫຼືອ ແລະ ສົ່ງເສີມການຮຽນຮ່ວມ. ພວກເຮົາຫວັງວ່າ ວິດີໂອນີ້ ແລະ ຊຸດອຸປະກອນຊ່ວຍເຫຼືອຄູ ຈະຊ່ວຍໃຫ້ຄູສ້າງການປ່ຽນແປງ ດ້ວຍຄວາມໝັ້ນໃຈ, ເພື່ອຜົນດີຕໍ່ຂອງນັກຮຽນທຸກຄົນ.”


English