ທີມນັກເກັບກຳຂໍ້ມູນຈາກກະຊວງສຶກສາທິການ ແລະ ວິທະຍາໄລຄູ
ການຄົ້ນຄວ້າວິໄຈການຮຽນການສອນແບບຮຽນຮ່ວມ ປີທີ 3 ໄດ້ເລີ່ມຕົ້ນຂຶ້ນ ໂດຍການລົງເກັບກຳຂໍ້ມູນດ້ານຄຸນນະພາບໃນ 30 ເມືອງເປົ້າໝາຍ
ໃນເດືອນກຸມພາ 2026, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນການສຶກສາຂັ້ນຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ເລີ່ມຕົ້ນການຄົ້ນຄວ້າວິໄຈ ປີທີສາມ ເພື່ອລະບຸການປະຕິບັດທີ່ເສີມສ້າງຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ, ການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນຜ່ານ ການສຶກສາຄົ້ນຄວ້າການຮຽນການສອນແບບຮຽນຮ່ວມ.
ເລີ່ມຕົ້ນໃນປີ 2024, ການສຶກສາຄົ້ນຄວ້າໄລຍະຍາວເປັນເວລາສາມປີນີ້ ໄດ້ຈັດຕັ້ງໃນ 30 ເມືອງເປົ້າໝາຍຢູ່ໃນ 7ແຂວງຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ. ການສຶກສາຄົ້ນຄວ້ານີ້ ລວມມີ: ການເກັບກຳຂໍ້ມູນກໍລະນີສຶກສາດ້ານຄຸນນະພາບ ທຸກປີ ໃນ 21 ໂຮງຮຽນດ້ວຍການປະເມີນທັກສະພາສາລາວນັກຮຽນຊັ້ນປະຖົມ (EGLA) ໃນ 120 ໂຮງຮຽນ. ການສຶກສາຄົ້ນຄວ້າໄດ້ຕິດຕາມການປ່ຽນແປງການປະຕິບັດໃນຫ້ອງຮຽນ, ວັດທະນະທຳ ແລະ ສະພາບແວດລ້ອມທາງກາຍະພາບ, ການມີສ່ວນຮ່ວມຂອງພໍ່ແມ່ ແລະ ຊຸມຊົນ, ແລະ ຜົນການຮຽນຂອງນັກຮຽນ.
ທ່ານ ເພັດມະນີ ສີລັດມີນາ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກົມສ້າງຄູໄດ້ນຳພາການຄັດເລືອກໂຮງຮຽນ ແລະ ການອອກແບບກິດຈະກຳການສຶກສາຄົ້ນຄວ້າພາກສະໜາມ ເພື່ອຮັບປະກັນດ້ານຫຼັກຖານທີ່ສາມາດປຽບທຽບໄດ້ ແລະ ການສັງເກດການແຕ່ລະໄລຍະ. ການສຶກສານີ້ ໄດ້ຕິດຕາມຄວາມຄືບໜ້າຂອງນັກຮຽນໃນແຕ່ລະປີ ຍ້ອນວ່າຄູຂອງເຂົາເຈົ້າໄດ້ເຂົ້າຮ່ວມໃນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງເປັນປະຈຳ. ສິ່ງນີ້ ຈະຊ່ວຍໃຫ້ຄູລະບຸໄດ້ວ່າ ວິທີການສອນໃດທີ່ດຶງດູດນັກຮຽນທຸກຄົນໃນການຮຽນຢ່າງມີປະສິດທິພາບ, ໂດຍສະເພາະ ນັກຮຽນທີ່ຕ້ອງການການສະ ໜັບສະໜູນເປັນພິເສດ ເພື່ອແກ້ໄຂສິ່ງທ້າທາຍດ້ານພາສາ, ການເຂົ້າຮຽນບໍ່ສະໝໍ່າສະເໝີ ແລະ ຄວາມພິການ. ຂໍ້ພົບເຫັນໃນປີທີສາມ ຈະເນັ້ນໃຫ້ເຫັນວິທີການປະຕິບັດຕົວຈິງທີ່ເຮັດໃຫ້ເດັກທຸກຄົນສາມາດມີສ່ວນຮ່ວມໃນການຮຽນ, ຮູ້ສຶກຜູກພັນກັບໂຮງຮຽນ ແລະ ຮຽນໄດ້ດີ.”
ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ໂດຍຮັບຮູ້ເຖິງຄວາມສຳຄັນທີ່ກະຊວງສຶກສາທິການ ແລະ ກິລາ ຕໍ່ການສົ່ງເສີມການສຶກສາຮຽນຮ່ວມ, ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບ ສສກ ໃນການສຶກສາຄົ້ນຄວ້າໄລຍະຍາວນີ້. ປີທີສາມແມ່ນຂັ້ນຕອນທີ່ສຳຄັນສຳລັບການລວມການຮຽນຮູ້ກ່ຽວກັບວິທີທີ່ທັດສະນະຄະຕິ ແລະ ພຶດຕິກຳຂອງນັກຮຽນໄດ້ປ່ຽນແປງນັບຕັ້ງແຕ່ປີທຳອິດ ແລະ ເຂົ້າໃຈວ່າ ການປ່ຽນແປງເຫຼົ່ານັ້ນສົ່ງຜົນຕໍ່ຄວາມຮູ້ສຶກຜູກພັນຂອງນັກຮຽນໃນໂຮງຮຽນ ແລະ ຜົນການຮຽນ. ການສຶກສາຈະກຳນົດວິທີການປະຕິບັດໃນຫ້ອງຮຽນ ແລະ ກົນໄກການສະໜັບສະໜູນຂອງໂຮງຮຽນ ທີ່ຊ່ວຍໃຫ້ເດັກ ຜູ້ທີ່ບໍ່ເວົ້າພາສາລາວ ເປັນພາສາຫຼັກຢູ່ເຮືອນ, ຜູ້ທີ່ມີຄວາມພິການ ຫຼື ບໍ່ສາມາດເຂົ້າຮຽນເປັນປະຈຳ, ໃຫ້ສາມາດເຂົ້າຮ່ວມ ແລະ ເຕີບໃຫຍ່ໃນໂຮງຮຽນໄດ້.”
ນັກເກັບກຳຂໍ້ມູນໄດ້ຝຶກອົບຮົບ 5 ວັນ ກ່ຽວກັບເຄື່ອງມືເພື່ອເກັບຂໍ້ມູນດ້ານຄຸນນະພາບ
ນັກເກັບກຳຂໍ້ມູນໄດ້ຝຶກຊ້ອມເກມສ້າງຄວາມມ່ວນຊື່ນໃນຫ້ອງຮຽນ ເພື່ອຝຶກໃຫ້ຄູນຳໃຊ້ເກມເພື່ອໃຫ້ນັກຮຽນມີສ່ວນຮ່ວມ
ໃນເດືອນກຸມພາ ແລະ ມີນາ ນີ້ ທີມງານນັກເກັບກຳຂໍ້ມູນ 21 ທ່ານ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູ (ວຄ), ພ້ອມດ້ວຍພະນັກງານ 33 ທ່ານ ຈາກພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ), ຈະເດີນທາງໄປໂຮງຮຽນປະຖົມເພື່ອເກັບກຳຂໍ້ມູນດ້ານຄຸນນະພາບ. ວຽກພາກສະໜາມໃນປີທີສາມ ແມ່ນປະຕິບັດຕາມກຸ່ມນັກຮຽນ ແລະ ວິທີການດຽວກັນກັບທີ່ໃຊ້ໃນປີຜ່ານມາ, ລວມເຖິງ ການສຳພາດຜູ້ອຳນວຍການ, ຄູ, ຜູ້ເຮັດວຽກສຶກສານິເທດພາຍໃນ (IPS), ນັກຮຽນ, ຜູ້ປົກຄອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ (VEDC). ທີມງານຍັງຈະສັງເກດການຫ້ອງຮຽນຂັ້ນ ປ.1 ຫາ ປ.3, ແລ້ວ ບັນທຶກລາຍລະອຽດກ່ຽວກັບສະພາບແວດລ້ອມ ແລະ ພື້ນຖານໂຄງລ່າງຂອງໂຮງຮຽນ.
ຫຼັງຈາກຂັ້ນຕອນການເກັບກຳຂໍ້ມູນດ້ານຄຸນນະພາບ, ນັກເກັບກຳຂໍ້ມູນ ທີ່ໄດ້ຮັບການຝຶກອົບຮົມຈະດຳເນີນການທົດສອບທັກສະພາສາລາວຂອງນັກຮຽນຂັ້ນປະຖົມ ໃນ 120 ໂຮງຮຽນທີ່ມີນັກຮຽນຂັ້ນ ປ.1 ແລະ ປ.3. ນັກຮຽນຂັ້ນ ປ.3 ແມ່ນກຸ່ມດຽວກັນທີ່ໄດ້ເຂົ້າຮ່ວມໃນການສຶກສາຄົ້ນຄວ້າ ນັບແຕ່ພວກເຂົາເລີ່ມຮຽນໃນປີ 2024. ນັກຮຽນຂັ້ນ ປ.1 ແມ່ນກຸ່ມໃໝ່ທີ່ເຂົ້າຮ່ວມການສຶກສາຄົ້ນຄວ້າ ເພື່ອໃຫ້ສາມາດປຽບທຽບຜົນໄດ້ຮັບຂອງການຮຽນຮູ້ຂອງເຂົາເຈົ້າ ກັບນັກຮຽນທີ່ເລີ່ມຮຽນໃນເວລາທີ່ການສຶກສາຄົ້ນຄວ້າໄດ້ເລີ່ມຕົ້ນຄັ້ງທຳອິດ.
ການສຶກສາວິໄຈໄດ້ໄປທີ່ໂຮງຮຽນ 30 ແຫ່ງໃນເມືອງເປົ້າໝາຍໃນ 7 ແຂວງ
ຮູບສະແດງຄວາມຮູ້ສຶກ ຊ່ວຍໃຫ້ນັກຮຽນບອກຄວາມຮູ້ສຶກຂອງຕົນເອງ
ທ່ານ ເພັດມະນີ ສີລັດມີນາ ໄດ້ອະທິບາຍຕື່ມວ່າ: “ເມື່ອວຽກງານພາກສະໜາມສຳເລັດ ແລະ ຂໍ້ມູນໄດ້ຮັບການວິເຄາະແລ້ວ, ພວກເຮົາຄາດວ່າຈະສາມາດລະບຸວິທີການຮຽນແບບປະຕິບັດໄດ້ໃນຫ້ອງຮຽນ ເຊິ່ງຈະຊ່ວຍລຸດອຸປະສັກຕໍ່ການມີສ່ວນຮ່ວມ ແລະ ການຮຽນຮູ້ ແລະ ນຳໃຊ້ຄວາມເຂົ້າໃຈເຫຼົ່ານັ້ນ ເພື່ອສົ່ງເສີມການສະໜັບສະໜູນຄູ. ຂໍ້ພົບເຫັນພົບເຫຼົ່ານີ້ ຈະເປັນຂໍ້ມູນໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ຍຸດທະສາດໃນຂັ້ນໂຮງຮຽນ ທີ່ສົ່ງເສີມຄວາມຮູ້ສຶກຜູ້ພັນກັບໂຮງຮຽນ ແລະ ຜົນການຮຽນທີ່ດີຂຶ້ນ ສຳລັບເດັກທຸກຄົນ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການສົ່ງເສີມການສຶກສາຮຽນຮ່ວມ.”
ທ່ານ ໄມໂຄ ຄາຣີ ໄດ້ກ່າວຕື່ມວ່າ: “ພວກເຮົາຫວັງວ່າຈະໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ເພື່ອປ່ຽນຜົນການສຶກສາຄົ້ນຄວ້າ ໃຫ້ກາຍເປັນແຫຼ່ງຂໍ້ມູນ ແລະ ນະໂຍບາຍທີ່ເປັນປະໂຫຍດ ທີ່ສະໜັບສະໜູນນັກຮຽນຜູ້ທີ່ດ້ອຍໂອກາດ. ຫຼັກຖານດັ່ງກ່າວ ຈະເປັນທິດທາງໃນການປັບປຸງການປະຕິບັດວຽກງານການສຶກສາ ເພື່ອໃຫ້ນັກຮຽນທຸກຄົນໄດ້ຮັບການສະໜັບສະໜູນທີ່ເຂົາເຈົ້າຕ້ອງການ ເພື່ອປະສົບຜົນສຳເລັດໃນໂຮງຮຽນ ແລະ ໃນຊີວິດ. ລັດຖະບານອົດສະຕຣາລີ ຍັງຄົງມຸ່ງໝັ້ນທີ່ຈະສົ່ງເສີມການຮ່ວມມືນີ້ ແລະ ພັດທະນາວິທີການສອນທີ່ສົ່ງເສີມການຮຽນຮ່ວມສຳລັບເດັກທຸກຄົນ.”
ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຮາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານແມ່ນມີເປົ້າໝາຍສົ່ງເສີມຜົນການຮຽນຂອງນັກຮຽນຜູ້ໜຸ່ມນ້ອຍໃນປະເທດ, ໂດຍສະເພາະແມ່ນ ເດັກທີ່ດ້ອຍໂອກາດ. ແຜນງານບີຄວາຍັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກໆກິດຈະກຳ.


English