ທີມງານຂຽນບົດເລື່ອງ ໄດ້ທວນຄືນກ່ຽວກັບ ສິ່ງທີ່ຄວນເຮັດ ແລະ ສິ່ງທີ່ຫ້າມ ເຮັດໃນການປົກປ້ອງເດັກ

ທີມງານຈາກຫຼາຍພາກສ່ວນຂອງກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມກັນຂຽນບົດເລື່ອງ ໃຊ້ ເວລາ 4 ວັນ ເພື່ອສ້າງວິດີໂອກ່ຽວກັບການປົກປ້ອງເດັກສຳລັບຄູ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ຈະຜະລິດສື່ວິດີໂອສ້າງຈິດສຳນຶກ ເພື່ອຍົກລະດັບການປົກປ້ອງເດັກໃນໂຮງຮຽນທົ່ວປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ (BEQUAL) ຈະໄດ້ຈັດກອງປະຊຸມຝຶກອົບຮົມຂຽນບົດເລື່ອງ ເພື່ອຜະລິດວິດີໂອສ້າງຄວາມຮັບຮູ້ໃນຫົວຂໍ້ “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ”. ກອງປະຊຸມດັ່ງກ່າວມີກຳນົດຈັດຂຶ້ນເປັນເວລາ 4 ວັນ ໃນລະຫວ່າງວັນທີ 16 ຫາ 19 ກຸມພາ 2026 ໂດຍການເຂົ້າຮ່ວມຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກນ້ອຍ ແລະ ຜູ້ຊ່ຽວຊານຈາກສະຖານທູດອົດສະຕຣາລີ. ເພື່ອຮ່ວມຜະລິດວິດີໂອສັ້ນທີ່ສ້າງຄວາມຮັບຮູ້ ແລະ ຊ່ວຍຄູໃຫ້ຮູ້ຈັກ: ຄໍາແນະນໍາທີ່ສາມາດນຳໃຊ້ໃນການປົກປ້ອງເດັກຢູ່ໃນໂຮງຮຽນ.

ແຜນສ້າງວິດີໂອແມ່ນອີງຕາມເອກະສານຄໍາແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກຂອງ ສສກ ສຳລັບຜູ້ເຮັດວຽກໃນຂະແໜງການສຶກສາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ທີ່ໄດ້ອອກໃນປີ 2024. ການຝຶກອົບຮົມໄລຍະເວລາ 1 ວັນເຄິ່ງ ແມ່ນໄດ້ຈັດຝຶກໃຫ້ແກ່ທີມງານສື່ຂອງ ສສກ ເພື່ອທວນຄືນເນື້ອໃນການຝຶກອົບຮົມທີ່ໄດ້ຈັດໃນປີຜ່ານມາ ກ່ຽວກັບຄວາມຮູ້ພື້ນຖານ ສິ່ງທີ່ຄວນເຮັດ ແລະ ສິ່ງທີ່ຫ້າມເຮັດ ສຳລັບການປົກປ້ອງເດັກ ແລະ ແນະນຳການດຳເນີນວາລະກອງປະຊຸມເພື່ອຂຽນບົດເລື່ອງ.

ທ່ານ ໄມໂຄ ຄາຣີ, ເລຂາເອກະສານຖານທູດອົດສະຕຣາລີ ແລະ ທ່ານ ນາງ ມະໂນລີ ດົງວັນ, ຮອງຜູ້ອຳນວຍການ ສວສ ໄດ້ກ່າວໄປກອງປະຊຸມ

ໃນໂອກາດນີ້, ທ່ານ ນາງ ມະໂນລີ ດົງວັນ, ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: “ປີທີ່ຜ່ານມາ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ແລະ ພະແນກຄວາມກ້າວໜ້າຂອງແມ່ຍິງ ໄດ້ຮ່ວມມືກັນເປັນຄັ້ງທຳອິດໃນການສ້າງວິດີໂອ: “ຄວາມສະເໝີພາບ ຍິງ-ຊາຍ ຢູ່ໃນຫ້ອງຮຽນ”. ການຮ່ວມມືດັ່ງກ່າວປະສົບຜົນສຳເລັດ ແລະ ໄດ້ຮັບການຕອບຮັບເປັນຢ່າງດີ. ດັ່ງ​ນັ້ນ, ເພື່ອສືບຕໍ່ການຮ່ວມມື, ພະແນກຄວາມກ້າວໜ້າຂອງແມ່ຍິງ ໄດ້ສະເໜີ ສ້າງວິດີໂອທີສອງ ອີງຕາມ “ຄຳແນະນຳສຳລັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ສຳລັບຜູ້ເຮັດວຽກໃນຂະແໜງການສຶກສາ” ຂອງ​ກະ​ຊວງ​ສຶກ​ສາ​ທິການ ແລະ ກິ​ລາ ໃນເດືອນ ກໍລະກົດ 2024 ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ຫຼັງ​ຈາກ​ທີ່​ວີ​ດີ​ໂອ​ໄດ້​ຮັບ​ການ​ຮັບ​ຮອງ​ແລ້ວ​ຈະ​ຕ້ອງໄດ້​ອອກ​ອາ​ກາດ​ຜ່ານທາງໂທລະພາບສຶກສາ ແລະ ກິລາ, ແພດຟອມຄັງປັນຍາລາວ ແລະ ສື່ສັງຄວາມອອນລາຍ ເພື່ອໃຫ້ຄູໃນທົ່ວປະເທດສາມາດຮັບຊົມໄດ້.”

ຂະນະທີ່ ທ່ານ ໄມໂຄ ຄາຣີ, ເລຂາເອກ, ສະຖານທູດອົດສະຕຣາລີ, ກໍໄດ້ກ່າວວ່າ: “ຄູເຮັດໜ້າທີ່ຫຼາຍກວ່າການສອນບົດຮຽນ; ເຂົາເຈົ້າສ້າງ ສະພາບແວດລ້ອມການຮຽນຮູ້ ທີ່ປອດໄພ, ເປັນບ່ອນທີ່ ເດັກສາມາດເຕີບໃຫຍ່ໄດ້. ເຂົາເຈົ້າເປັນຜູ້ທີ່ຢູ່ແຖວໜ້າ ເພື່ອປົກປ້ອງການເປັນຢູ່ທີ່ດີຂອງເດັກໃນໂຮງຮຽນ. ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍ ສສກ ພັດທະນາ ‘ເອກະສານຄໍາແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ’ ຢ່າງເປັນທາງການ ສໍາລັບພະນັກງານໃນຂະແໜງການສຶກສາ ແລະ ພວກເຮົາຍິນດີທີ່ຈະສືບຕໍ່ການຮ່ວມມືໃນແຜນສ້າງວິດີໂອນີ້. ລັດຖະບານອົດສະຕຣາລີ ມີຄວາມມຸ້ງໝັ້ນທີ່ຈະສົ່ງເສີມສິດທິຂອງເດັກ ແລະ ດຳເນີນມາດຕະການໃນເບື້ອງຕົ້ນ ເພື່ອປ້ອງກັນ, ລະບຸສິ່ງທີ່ເປັນອັນຕະລາຍ ແລະ ຕອບໂຕ້ຄວາມສ່ຽງໃນການຮັກສາຄວາມປອດໄພ. ກະຊວງການຕ່າງປະເທດ ແລະ ການຄ້າ ຂອງອົດສະຕຣາລີ (DFAT) ໄດ້ຈັດຕັ້ງປະຕິບັດນະໂຍບາຍການປົກປ້ອງເດັກຂອງຕົນຄັ້ງທຳອິດໃນປີ 2008 ແລະ ໄດ້ປັບປຸງໃນປີທີ່ຜ່ານມາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມມຸງໝັ້ນ ເພື່ອການຮັກສາຄວາມປອດໄພສຳລັບເດັກ ແລະ ຫຍໍ້າເຖິງການປະຕິບັດທີ່ຈະບໍ່ທົນຕໍ່ທຸກພຶດຕິກຳໃດ ທີ່ເປັນການກົດຂີ່ຂູດຮີດເດັກ, ການຄຸກຄາມ ແລະ ເຮັດໃຫ້ເດັກຢູ່ໃນອັນຕະລາຍ. ເມື່ອມີວິດີໂອນີ້, ເປົ້າໝາຍຮ່ວມກັນຂອງພວກເຮົາ ແມ່ນເພື່ອຖືເອົາສິດທີິເດັກເປັນໃຈກາງ ແລະ ແນະນຳວິທີການທີ່ຈະແຈ້ງ, ສາມາດປະຕິບັດໄດ້ແກ່ຄູ ເພື່ອປົກປ້ອງເດັກ”.

ວິດີໂອແມ່ນສ້າງຂຶ້ນອີງຕາມຄຳແນະນຳໃນການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ທີ່ອອກໂດຍ ສສກ ໃນ ເດືອນ ກໍລະກົດ 2024

ເມື່ອເດັກມີຄວາມຮູ້ສຶກປອດໄພ, ເຂົາເຈົ້າຈະຮຽນໄດ້ດິກວ່າເກົ່າ ແລະ ສາມາດເຕີບໃຫຍ່ໄດ້

ກອງປະຊຸມແມ່ນເລີ່ມຕົ້ນດ້ວຍການທວນຄືນ ກ່ຽວກັບຄຳແນະນຳກ່ຽວກັບການປົກປ້ອງ ແລະ ການຮັກສາຄວາມປອດໄພສຳລັບເດັກ ສຳລັບຜູ້ເຮັດວຽກໃນຂະແໜງການສຶກສາ, ນຳພາໂດຍ ພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ທີມງານຄູຝຶກວຽກງານຄວາມສະເໝີພາບຍິງ-ຊາຍ ທີ່ຈະຊ່ວຍຮັບປະກັນວ່າ ຄວາມຈະແຈ້ງດ້ານວິຊາການ ແລະ ຄວາມສອດຄ່ອງກັບຄຳແນະນຳສະບັບໃໝ່. ການທວນຄືນຈະກວມເອົາຫົວຂໍ້ສຳຄັນເຊັ່ນ: ການຮັກສາຄວາມປອດໄພສຳລັບເດັກແມ່ນຫຍັງໃນຂັ້ນໂຮງຮຽນ; ການເຄົາລົບສິດທິເດັກໃນດ້ານຄວາມປອດໄພ; ການລະບຸ ແລະ ປ້ອງກັນການລ່ວງລະເມີດທາງເພດເດັກ; ການກົດຂີ່ ແລະ ການຄຸກຄາມ; ການຄຸ້ມຄອງຄວາມປະພຶດຂອງເດັກ; ການສື່ສານທາງອອນລາຍ ແລະ ເຊິ່ງໜ້າທີ່ເໝາະສົມກັບເດັກ; ຄວາມສ່ຽງທີ່ກ່ຽວຂ້ອງກັບ ສິ່ງມຶດເມົາ ແລະ ຢາເສບຕິດ; ວິທີການຄຸ້ມຄອງ ແລະ ລາຍງານສິ່ງທີ່ສົ່ງໃສວ່າອັນຕະລາຍ.

ທີມງານຝ່າຍສື່ສານແຜນງານບີຄວາຈະນຳພາຜູ້ເຂົ້າຮ່ວມຮຽນຮູ້ແຜນຍຸດທະສານບົດສັງລວມການສື່ສານ ແລະ ນຳພາດຳເນີນຂັ້ນຕອນການຂຽນບົດເລື່ອງ, ຂໍ້ຄວາມ ແລະ ການກຳນົດຕົວຢ່າງທີ່ເຫັນໄດ້ຕົວຈິງ ທີ່ເກີດຂຶ້ນກັບຄູສອນຊັ້ນປະຖົມ. ວິດີໂອນີ້ແມ່ນອອກແບບ ເພື່ອສະແດງໃຫ້ເຫັນການກະທຳທີ່ເຮັດໄດ້ໂດຍກົງ ທີ່ຄູສາມາດປະຕິບັດໄດ້ ເພື່ອຮັບປະກັນວ່າເດັກໄດ້ຮັບປົກປ້ອງໃນໂຮງຮຽນ. ຈຸດປະສົງແມ່ນເພື່ອປ່ຽນແປງພຶດຕິກຳ: ເພື່ອອະທິບາຍວ່າ ສິ່ງໃດສາມາດຍອມຮັບໄດ້, ສິ່ງໃດທີ່ຈະຕ້ອງບໍ່ເຮັດໃຫ້ເກີດຂຶ້ນ, ຈະປະຕິບັດແບບໃດ ແລະ ລາຍງານແບບໃດ ຫາກເດັກມີຄວາມສ່ຽງເກີດອັນຕະລາຍ.

ວາລະກອງປະຊຸມແມ່ນຈະດຳເນີນໄປແບບປະຕິບັດຕົວຈິງ ເຊິ່ງຈະລວມມີ: ການສ້າງສາກສະຖານະນການ, ການສະແດງບົດບາດສົມມຸດ ເພື່ອກະກຽມໃນການກຳກັບນັກສະແດງ, ຫຼັກການການຂໍການຍິນຍອມເຂົ້າຮ່ວມຖ່າຍທຳ, ຄວາມເປັນສ່ວນຕົວສຳລັບການຖ່າຍທໍາ, ການຕົກລົງກ່ຽວກັບຮູບແບບ, ການສະແດງທີ່ປະສົມປະສານການສະແດງຕົວຈິງ ແລະ ກາຕູນປະກອບເພື່ອໃຫ້ເນື້ອໃນທີ່ມີຄວາມອ່ອນໄຫວຈະແດງສະແດງອອກດ້ວຍຄວາມເຄົາລົບ. ຜູ້ຝຶກອົບຮົມຈະຊ່ວຍຄັດເລືອກເນື້ອໃນທີ່ເນັ້ນເຖິງການສະແດງທີ່ເໝາະສົມກັບວັດທະນະທຳ, ບໍ່ມີການສະແດງດ້ວຍຮູບພາບ ແລະ ວິທີການແມ່ນຈະຊຸກຍູ້ການປະຕິບັດໃນທາງບວກ ແລະ ປ້ອງກັນຫຼາຍກວ່າທີ່ຈະເປັນການຕຳນິ.

ທ່ານ ນາງ ມະໂນລີ ດົງວັນ ໄດ້ອະທິບາຍອີກວ່າ: “ເນື່ອງຈາກການປົກປ້ອງເດັກ ແມ່ນມີຄວາມອ່ອນໄຫວ, ວິທີການຜະລິດວິດີໂອຈະຕ້ອງປົກປ້ອງກຽດ ແລະ ຄວາມປອດໄພຂອງເດັກໃນທຸກຂັ້ນຕອນ. ຕ້ອງຮັບປະກັນ​​ວ່າ​ຜຸ້​ປົກ​ຄອງ​ເດັກ​ມີ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ ແລະ ເຫັນ​ດີ​ຕາມ​ກົດ​ໝາຍ. ນອກ​ຈາກ​ນີ້​ຍັງ​ຕ້ອງ​ຮັບ​ປະ​ກັນ​ວ່າ ຮູບພາບຈະບໍ່ເປີດເຜີຍຕົວຕົນ ຫຼື ສະຖານທີ່ຂອງເດັກ. ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານ ແຜນງານບີຄວາ, ກອງ​ປະ​ຊຸມ​ນີ້​ເປັນ​ກອງ​ປະ​ຊຸມ​ໜຶ່ງ​ທີ່ສ້າງທັກສະຄວາມສາມາດໃຫ້ແກ່ ທີມງານສື່ມວນຊົນຂອງພວກເຮົາ ໃນການຖ່າຍທຳວິດີໂອດ້ວຍຈັນຍາບັນ, ການຂຽນບົດເລື່ອງຂອງແຕ່ລະສາກ ແລະ ການອອກແບບການຕູນເອນິເມຊັນ ເພື່ອໃຫ້ເນື້ອຫາທີ່ສະແດງອອກມາມີປະສິດທິພາບ, ມີຄວາມຮັບຜິດຊອບສູງ ແລະ ​ແທດເໝາະກັບຮີດ​ຄອງ​ປະ​ເພ​ນີ ແລະ ​ວັດທະນະທຳ​ລາວ.” 

ທ່ານ ໄມໂຄ ຄາຣີ ໄດ້ກ່າວຕື່ມວ່າ: “ຂ້າພະເຈົ້າຂໍຖືໂອກາດນີ້ ເພື່ອສະແດງຄວາມຍິນດີຕໍ່ກະຊວງສຶກສາທິການ ແລະ ກິລາ, ໂດຍສະເພາະແມ່ນທີມງານສູນໂຄສະນາຂ່າວສານ, ສຳລັບຄວາມມຸ່ງໝັ້ນຂອງພວກທ່ານ ໃນການຮັບປະກັນ ການປົກປ້ອງເດັກໃນທຸກຂັ້ນຕອນການປະຕິບັກໜ້າວຽກຂອງທ່ານ. ການຜະລິດວິດີໂອທັງໝົດທີ່ໄດ້ຮັບການສະໜັບສະໜູນຈາກ ແຜນງານບີຄວາ ແມ່ນປະຕິບັດຕາມຫຼັກການການປົກປ້ອງເດັກທີ່ໜັ້ກແໜ້ນສອດຄ່ອງກັບມາດຕະຖານຂອງ DFAT ເຊັ່ນ: ການແນະນຳໃຫ້ແກ່ທີມງານຖ່າຍທຳກ່ອນເຂົ້າໄປທີ່ໂຮງຮຽນ, ການມີເອກະສານການຍິນຍອມທີ່ອະນຸມັດຈາກຜູ້ປົກຄອງເດັກກ່ອນຖ່າຍທຳ ແລະ ການເອົາໃຈໃສ່ຢ່າງລະມັດລະວັງກ່ຽວກັບວິທີການສະແດງຂອງເດັກ. ມາດຕະການເຫຼົ່ານີ້, ພ້ອມກັບມາດຕະການປ້ອງກັນສຸຂະພາບ ແລະ ຄວາມປອດໄພໃນລະຫວ່າງການຖ່າຍທຳ, ຈະຮັບປະກັນວ່າ ສະພາບການເປັນຢູ່ຂອງເດັກ ແມ່ນສິ່ງສຳຄັນທີ່ສຸດຕະຫຼອດໄລຍະເວລາການຖ່າຍທຳ. ພວກເຮົາເຫັນໄດ້ເຖິງຄຸນຄ່າຂອງພາລະບົດບາດທີມງານສູນໂຄສະນາຂ່າວສານ ໃນການສົ່ງເສີມການປົກປ້ອງເດັກ ແລະ ມີຄວາມຍິນດີທີ່ຈະສະໜັບສະໜູນການຮ່ວມມື ໄປຍັງກະຊວງອື່ນໆ ເພື່ອໃຫ້ຂໍ້ມູນໄປເຖິງ ແລະ ເປັນປະໂຫຍດຕໍ່ເດັກທີ່ມີຄວາມສ່ຽງຫຼາຍທີ່ສຸດ.”

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຮາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານແມ່ນມີເປົ້າໝາຍສົ່ງເສີມຜົນການຮຽນຂອງນັກຮຽນຜູ້ໜຸ່ມນ້ອຍໃນປະເທດ, ໂດຍສະເພາະແມ່ນ ເດັກທີ່ດ້ອຍໂອກາດ. ແຜນງານບີຄວາຍັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກໆກິດຈະກຳ.