Delegation presents learning materials and sports kits to students

ຄະນະຜູ້ແທນໄດ້ເຂົ້າພົບຄະນະນຳໃນຂະແໜງການສຶກສາຂັ້ນທ້ອງຖິ່ນ ແລະ ທີມງານຄູສອນ ເພື່ອສຶກສາກ່ຽວກັບບັນດາກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ແລະ ການສອນບົດຮຽນຝຶກເວົ້າພາສາລາວ ໃນຫ້ອງຮຽນຕົວຈິງ

ຄະນະຜູ້ແທນລະດັບສູງ ທີ່ນຳໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເດີນທາງຢ້ຽມຢາມແຂວງຊຽງຂວາງ ໃນລະຫວ່າງວັນທີ 10 ຫາ 12 ທັນວາ 2025 ເພື່ອເປັນການທົບທວນຄືນຄວາມຄືບໜ້າຂອງຄວາມພະຍາຍາມໃນການປັບປຸງຄຸນນະພາບການສອນ ແລະ ສົ່ງເສີມການສຶກສາຮຽນຮ່ວມໃນຫ້ອງຮຽນ. ການໄປຢ້ຽມຢາມຄັ້ງນີ້ ແມ່ນເພື່ອສັງເກດການ ການປະຕິບັດລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ການສອນບົດຮຽນຝຶກເວົ້າພາສາລາວ ຂັ້ນ ປ.1 ທີ່ເປັນການຈັດຕັ້ງປະຕິບັດວິທີການໃໝ່ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ. ຄະນະຜູ້ແທນໄດ້ສັງເກດເຫັນວ່າ ສອງການປະຕິບັດທີ່ລິເລີ່ມນີ້ ໄດ້ສ້າງການປ່ຽນແປງໃນດ້ານການສິດສອນ ແລະ ການສຶກສາຮຽນຮ່ວມ ໃນທົ່ວປະເທດຄືແນວໃດ.

ເລີ່ມຕົ້ນການຢ້ຽມຢາມໃນຄັ້ງນີ້ ຄະນະຜູ້ແທນໄດ້ຮັບຟັງການນະສະເໜີໂດຍຫຍໍ້ ຈາກຄະນະນຳຂອງວິທະຍາໄລຄູຄັງໄຂ (ວຄ) ແລະ ຄະນະນຳຂອງພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ (ສກຂ) ແລະ ພະນັກງານສະໜັບສະໜູນວຽກງານນິເທດ ກ່ຽວກັບການອອກແບບ ແລະ ການຈັດຕັ້ງປະຕິບັດລະບົບ ການພັດທະນາວິຊີບຄູແບບຕໍ່ເນື່ອງ. ການສົນທະນາໄດ້ເນັ້ນໃສ່ກ່ຽວກັບ ການປະຕິບັດງານ, ຄວາມຍືນຍົງຂອງລະບົບ ແລະ ການດຳເນີນການໃນຂັ້ນນະໂຍບາຍທີ່ຈຳເປັນ ເພື່ອເຮັດໃຫ້ລະບົບດັ່ງກ່າວເປັນລະບົບທີ່ຖືກຈັດຕັ້ງປະຕິບັດໃນທົ່ວປະເທດ.

ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ເດີນທາງໄປຢ້ຽມຢາມໂຮງຮຽນປະຖົມສອງແຫ່ງ ເພື່ອພົບປະກັບພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ), ຜູ້ເຮັດວຽກສຶກສານິເທດພາຍໃນ, ຜູ້ອຳນວຍການໂຮງຮຽນ ແລະ ບັນດາຄູສອນ. ຢູ່ທີ່ໂຮງຮຽນ, ຄະນະຜູ້ແທນ ໄດ້ສຶກສາວ່າ ການສະໜັບສະໜູນລະບົບການພັດທະນາວິຊີບຄູແບບຕໍ່ເນື່ອງ ໄດ້ຊ່ວຍປັບປຸງຮູບແບບການສອນ ແລະ ການມີສ່ວນຮ່ວມຂອງນັກຮຽນ ໃນດ້ານການຮຽນຮູ້ຂອງພວກເຂົາໄດ້ແນວໃດ. ການສົນທະນາກັບຄູສອນ ແລະ ຜູ້ໃຫ້ການສະໜັບສະໜູນດ້ານການສອນ ໄດ້ຢັ້ງຢືນວ່າ ການສະໜັບສະໜູນຕົວຈິງ ຢ່າງເປັນປະຈຳໃຫ້ແກ່ຄູສອນ ໂດຍຜ່ານທາງການແນະນຳ, ການຕິດຕາມຊ່ວຍເຫຼືອ ແລະ ໂດຍຜ່ານກິດຈະກຳການພັດທະນາວິຊາຊີບແບບ ແມ່ນກຳລັງສ້າງຄວາມເຂັ້ມແຂງດ້ານການສອນໃນແຕ່ລະມື້.  

ທ່ານ ປອ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: “ລະບົບການສະໜັບສະໜູນຄູທີ່ເຂັ້ມແຂງ ແມ່ນມີຄວາມຈຳເປັນຫຼາຍ ເພື່ອເຮັດໃຫ້ການປັບປຸງການຮຽນຮູ້ ໃຫ້ມີຄວາມຍືນຍົງ.” ທ່ານຍັງໄດ້ກ່າວອີກວ່າ: “ດ້ວຍການລົງທຶນໃສ່ໃນລະບົບການພດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ໄດ້ຮັບການປະຕິບັດໃນຂັ້ນໂຮງຮຽນ ແລະ ການເສີມສ້າງຂີດຄວາມສາມາດ ໃນຂັ້ນທ້ອງຖິ່ນ, ພວກເຮົາຈະສາມາດຮັບປະກັນໄດ້ວ່າ ຄູສອນໄດ້ຮັບການຕິດຕາມຊ່ວຍເຫຼືອ ແລະ ໄດ້ຮັບຄຳແນະນຳທີ່ເປັນປະໂຫຍດຢ່າງເປັນປົກກະຕິ. ເມື່ອຄູສອນໄດ້ຮັບການສະໜັບສະໜູນ, ເຂົາເຈົ້າຈະມີຄວາມໝັ້ນໃຈ ແລະ ສາມາດສອນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ. ນັກຮຽນຈະໄດ້ຮັບໝາກຜົນ ໂດຍສະເພາະກໍແມ່ນຜູ້ທີ່ຢູ່ໃນເຂດຫ່າງໄກ ຫຼື ມາຈາກພື້ນຖານທີ່ບໍ່ເວົ້າພາສາລາວເປັນຫຼັກໃນຄອບຄົວ.”

ທ່ານ ນາງ ເບັນນີຕາ ຊຳເມີວິວ ໄດ້ກ່າວວ່າ: “ຄູທີ່ໄດ້ຮັບການຝຶກອົບຮົມທີ່ດີກວ່າເກົ່າ ຈະສາມາດຕອບສະໜອງໄດ້ຕາມຄວາມຕ້ອງການດ້ານການຮຽນຮູ້ທີ່ຫຼາກຫຼາຍຂອງເດັກທຸກຄົນ.” ພ້ອມດຽວກັນນີ້, ທ່ານກໍຍັງໄດ້ກ່າວຕື່ມອີກວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈຫຼາຍທີ່ໄດ້ຮ່ວມມືກັບກະຊວງ ສສກ ຜ່ານແຜນງານບີຄວາ ເພື່ອຊ່ວຍສ້າງລະບົບທີ່ນຳໃຊ້ໃນທົ່ວປະເທດ ເພື່ອຊ່ວຍໃຫ້ຄູສາມາດສືບຕໍ່ຮຽນຮູ້ ແລະ ເຕີບໂຕໃນສາຍອາຊີບຂອງເຂົາເຈົ້າໄດ້. ຄວາມຄືບໜ້າທີ່ພວກເຮົາໄດ້ເຫັນຢູ່ໃນແຂວງຊຽງຂວາງໃນມື້ນີ້ ສະແດງໃຫ້ເຫັນວ່າ: ວິທີການນີ້ ໄດ້ສ້າງໝາກຜົນທີ່ແທ້ຈິງ ແລະ ເປັນການໃຫ້ທຶນທີ່ຄຸ້ມຄ່າ ສຳລັບອະນາຄົດຂອງ ສປປ ລາວ.”

Deputy Ambassador of Australia and Vice Minister of Education of Laos are warmly welcomed at a primary school in Xiangkhouang

Students performed a traditional Lao dance to welcome the delegation

ໃນລະຫວ່າງການໄປຢ້ຽມຢາມໂຮງຮຽນໃນຄັ້ງນີ້, ຄະນະຜູ້ແທນ ໄດ້ສັງເກດເຫັນວ່າ: ຜູ້ເຮັດວຽກສຶກສານິເທດພາຍໃນ ໃນຂັ້ນໂຮງຮຽນ ໄດ້ຮ່ວມມືກັບ ວຄ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ເພື່ອໃຫ້ການສະໜັບສະໜູນວຽກ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຢ່າງປະຈຳ, ສາມາດປະຕິບັດໄດ້ ແລະ ມີຄວາມເໝາະສົມກັບຄວາມຕ້ອງການຂອງຄູ. ການສະໜັບສະໜູນຂອງຜູ້ເຮັດວຽກສຶກສານິເທດພາຍໃນ ໃຫ້ແກ່ຄູ ໄດ້ຖືກປະຕິບັດຜ່ານຫຼາກຫຼາຍວິທີການທີ່ແຕກຕ່າງກັນ ເຊິ່ງປະກອບມີ: ການສັງເກດການສອນ, ການສົນທະນາກັນແບບເປັນທາງການ ແລະ ແບບບໍ່ເປັນທາງການ, ການສອນເປັນຄູ່, ການສອບຖາມແບບທາງໄກ ແລະ ການສົ່ງຂໍ້ຄວາມຜ່ານກຸ່ມວັອດແອັບ, ເຊິ່ງສ່ວນຫຼາຍແມ່ນຈະນຳໃຊ້ຊັບພະຍາກອນຕ່າງໆທີ່ມີຢູ່ ເຊັ່ນ: ໂມດູນບົດສອນໃນຊຸດອຸປະກອນສະໜັບສະໜູນຄູ ແລະ ວິດີໂອ ສຳລັບການພັດທະນາຄູ ເພື່ອໃຫ້ການສະໜັບສະໜູນທາງດ້ານເນື້ອໃນວິຊາການ ແລະ ການໃຫ້ຄຳແນະນຳຕ່າງໆ. ການສະຫນັບສະໜູນດັ່ງກ່າວ ແມ່ນໄດ້ຮັບການດັດປັບໃຫ້ເຂົ້າກັບຄວາມຕ້ອງການຕົວຈິງຂອງຄູແຕ່ລະຄົນ, ນັບຕັ້ງແຕ່ການແຕ່ງບົດສອນ ໄປຈົນເຖິງການນຳໃຊ້ສື່ການຮຽນການສອນ ແລະ ການສອນຕົວຈິງໃນຫ້ອງຮຽນ; ດັ່ງນັ້ນ ຄູສອນຈຶ່ງສາມາດນຳໃຊ້ທັກສະໃໝ່ໆດັ່ງກ່າວໄດ້ທັນທີ. ການສອນທີ່ມີຄຸນນະພາບທດີຂຶ້ນກວ່າເກົ່າ ຈະນຳໄປສູ່ຜົນໄດ້ຮັບດ້ານການຮຽນຮູ້ທີ່ດີຂຶ້ນ ສຳລັບນັກຮຽນໂດຍກົງ.

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ໃຫ້ຂໍ້ສັງເກດວ່າ: “ຄວາມສະເໝີພາບຍິງ-ຊາຍ, ຄວາມສະເໝີພາບດ້ານຄວາມພິການ ແລະ ສິດທິຂອງຄົນພິການ ລວມເຖິງການມີສ່ວນຮ່ວມທາງສັງຄົມ ກໍ່ເປັນຈຸດສຳຄັນໜຶ່ງຂອງການຢ້ຽມຢາມຂອງພວກເຮົາ. ພວກເຮົາຂໍສະແດງຄວາມຊົມເຊີຍທີ່ໄດ້ເຫັນການເປັນຕົວແທນທີ່ເຂັ້ມແຂງຂຶ້ນກວ່າເກົ່າຂອງແມ່ຍິງ ຢູ່ໃນກຸ່ມຜູ້ໃຫ້ການສະໜັບສະໜູນດ້ານການນິເທດ. ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງທີ່ເຮັດວຽກໃນຂະແໜງການສຶກສາ ກຳລັງຊ່ວຍສ້າງສະພາບແວດລ້ອມດ້ານການຮຽນຮູ້ ທີ່ສາມາດຕອບສະໜອງຕາມຄວາມຕ້ອງການ ແລະ ສົ່ງເສີມການມີສ່ວນຮ່ວມຫຼາຍຂຶ້ນ.”

ນອກຈາກນີ້, ຄະນະຜູ້ແທນຍັງໄດ້ສັງເກດການສອນບົດຮຽນຝຶກເວົ້າພາສາລາວ ໃນຂັ້ນ ປ.1 ແລະ ໄດ້ເຫັນວ່າ ວິທີການສະໜັບສະໜູນດ້ານພັດທະນາການທາງດ້ານພາສາເວົ້າ ໃຫ້ແກ່ເດັກນ້ອຍທີ່ຫາກໍເຂົ້າຮຽນໃໝ່ ແມ່ນມີຄວາມຈຳເປັນ ເພື່ອພັດທະນາທັກສະການຮູ້ໜັງສື ແລະ ການມີສ່ວນຮ່ວມຢ່າງເຕັມສ່ວນໃນຫ້ອງຮຽນ. ການສອນບົດຮຽນຝຶກເວົ້າພາສາລາວ ໄດ້ຈັດຕັ້ງປະຕິບັດໃນທົ່ວປະເທດ ເລີ່ມແຕ່ເດືອນກັນຍາ ປີ 2024 ພາຍຫຼັງທີ່ເຫັນໄດ້ເຖິງຜົນໄດ້ຮັບໃນທາງບວກ ຈາກການທົດລອງນຳໃຊ້ຮູບແບບການສອນດັ່ງກ່າວ , ບົດຮຽນຝຶກເວົ້າພສາລາວ ໄດ້ຊ່ວຍໃຫ້ເດັກນ້ອຍ ຜູ້ທີ່ເລີ່ມຕົ້ນເຂົ້າຮຽນ ແຕ່ຍັງເວົ້າພາສາພາສາລາວບໍ່ທັນໄດ້ດີເທື່ອ ໃຫ້ສາມາດມີສ່ວນຮ່ວມໃນບົດຮຽນ ແລະ ເຂົ້າເຖິງການຮຽນຕາມຫຼັກສູດໄດ້.

ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມສ້າງທັກສະທາງພາສາລາວໃຫ້ແກ່ນັກຮຽນທີ່ເລີ່ມຕົ້ນເຂົ້າຮຽນ ແຕ່ຍັງບໍ່ທັນເວົ້າພາສາລາວໄດ້ດີເທື່ອ. ການສອນບົດຮຽນຝຶກເວົ້າພາສາລາວ ໄດ້ຖືກທົດລອງນຳໃຊ້ແບບລະອຽດຢູ່ໃນຫຼາຍແຂວງ ກ່ອນທີ່ຈະເລີ່ມຈັດຕັ້ງປະຕິບັດໃນທົ່ວປະເທດ ເລີ່ມແຕ່ສົກປີຮຽນ 2024-2025 ແລະ ມີຜົນໄດ້ຮັບທີ່ເປັນໄປໃນທາງບວກສູງຫຼາຍ. ໂດຍອີງໃສ່ຄວາມສຳເລັດຂອງການຈັດຕັ້ງປະຕິບັດການສອນໃນຂັ້ນ ປ.1, ກະຊວງສຶກສາທິການ ແລະ ກິລາ ກຳລັງພັດທະນາບົດຮຽນຝຶກເວົ້າພາສາລາວ ສຳລັບຂັ້ນ ປ.2 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ຈາກການສັງເກດການສອນໃນຫ້ອງຮຽນໃນມື້ນີ້ ສະແດງໃຫ້ເຫັນວ່າ: ການສອນບົດຮຽນຝຶກເວົ້າພາສາລາວ ໄດ້ຊ່ວຍໃຫ້ເດັກນ້ອຍສາມາດສື່ສານ, ມີສ່ວນຮ່ວມ ແລະ ຮຽນຮູ້ໄດ້ດ້ວຍຄວາມມ່ວນຊື່ນ ແລະ ມີປະສິດທິພາບ.”

Vice Minister of Education and Deputy Ambassador of Australia observe a Spoken Lao lesson supporting ethnic students

Discussion with educators on supporting teacher CPD at school level

ທ່ານ ນາງ ຊຳເມີວິວ ໄດ້ກ່າວວ່າ: “ການສອນບົດຮຽນຝຶກເວົ້າພາສາລາວ ໄດ້ສະແດງໃຫ້ເຫັນວ່າ: ໂຄງການທົດລອງທີ່ໄດ້ຮັບການທົດສອບເປັນຢ່າງດີ ສາມາດກາຍເປັນວິທີການທີ່ຈັດຕັ້ງປະຕິບັດໃນທົ່ວປະເທດ ເພື່ອສົ່ງເສີມການສຶກສາຮຽນຮ່ວມໄດ້ຄືແນວໃດ. ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ສະໜັບສະໜູນວຽກງານນີ້ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ. ດ້ວຍການຫຼຸດຊ່ອງຫວ່າງດ້ານການຮຽນຮູ້ພາສາ ຂອງເດັກນ້ອຍທີ່ເຂົ້າຮຽນໃໝ່, ວິທີການດັ່ງກ່າວຈະຊ່ວຍຮັບປະກັນວ່າ: ເດັກນ້ອຍໝົດທຸກຄົນ, ບໍ່ວ່າຈະມາຈາກພື້ນຖານພາສາໃດກໍຕາມ, ຈະສາມາດຮຽນຮູ້ ແລະ ຈະເລີນເຕີບໂຕໄດ້. ເປົ້າໝາຍຮ່ວມກັນຂອງພວກເຮົາ ແມ່ນຈະແຈ້ງທີ່ສຸດ ນັ້ນກໍຄື: ຈະບໍ່ປະເດັກນ້ອຍຄົນໃດໄວ້ທາງຫຼັງ.”

ການໄປຢ້ຽມຢາມຄັ້ງນີ້ ໄດ້ຢືນຢັນອີກຄັ້ງ ກ່ຽວກັບຄຳໝັ້ນສັນຍາຮ່ວມກັນ ລະຫວ່າງລັດຖະບານຂອງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໃນການຮັບປະກັນຄວາມຍືນຍົງຂອງການໃຫ້ທຶນໃນການພັດທະນາຄູ ແລະ ວິທີການສອນແບບຮຽນຮ່ວມໃນຫ້ອງຮຽນ. ລັດຖະບານທັງສອງປະເທດ ເຫັນດີເປັນເອກະພາບກັນວ່າ: ຫຼັກຖານທີ່ຊີ້ໃຫ້ເຫັນເຖິງຂີດຄວາມສາມາດຂອງຄູ ທີ່ເພີ່ມຂຶ້ນ ແລະ ການປ່ຽນແປງຮູບແບບການສອນໃນຫ້ອງຮຽນ ທີ່ເກີດຂຶ້ນນັ້ນ ແມ່ນເປັນຫຼັກຖານທີ່ດີ ໃຫ້ແກ່ການສະໜັບສະໜູນຢ່າງຕໍ່ເນື່ອງ. ທ່ານ ປອ ນາງ ດາລາວອນ ແລະ ທ່ານ ນາງ ຊຳເມີວິວ ໄດ້ສະຫຼຸບຮ່ວມກັນວ່າ: ການສຶກສາແມ່ນການລົງທຶນທີ່ມີຜົນຕອບແທນທີ່ດີທີ່ສຸດ ເຊິ່ງຈະສ້າງຜົນປະໂຫຍດຕໍ່ເດັກນ້ອຍ, ຊຸມຊົນ ແລະ ປະເທດຊາດ.

 

ແຜນງານບີຄວາ  ແມ່ນແຜນງານ ທີ່ນຳພາໂດຍລັດຖະບານລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານດັ່ງກ່າວນີ້ ມີເປົ້າໝາຍການເສີມຂະຫຍາຍຜົນໄດ້ຮັບດ້ານການສຶກສາ ສຳລັບນັກຮຽນຜູ້ໜຸ່ມນ້ອຍຂອງຊາດ, ໂດຍສະເພາະກໍແມ່ນຜູ້ທີ່ມີຄວາມອ່ອນໄຫວ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ແມ່ນໄດ້ສຸມໃສ່ຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມ ຢູ່ໃນທຸກກິດຈະກຳ.

Vice Minister of Education and Deputy Ambassador of Australia visited Khangkhay TTC to discuss implementation of BEQUAL in the province