ນັກຂຽນຫຼັກສູດ ແລະ ຜູ້ກວດແກ້ຈາກ ສສກ, ຜູ້ຕາງໜ້າຈາກ ສະຖານທູດອົດສະຕຣາລີ ແລະ ຜູ້ຊ່ຽວຊານຈາກແຜນງານບີຄວາ ໄດ້ເຂົ້າຮ່ວມກອງປະຊຸມ

ເພື່ອຊ່ວຍເຫຼືອນັກຮຽນທີ່ເວົ້າພາສາເຜົ່າທີ່ບໍ່ເວົ້າພາສາລາວ ໃຫ້ສາມາດເຂົ້າເຖິງການຮຽນໄດ້ຢ່າງມີປະສິດທິພາບ

ຈາກຄວາມສຳເລັດຂອງບົດຮຽນຝຶກເວົ້າພາສາລາວ ສຳລັບຊັ້ນປະຖົມສຶກສາ ປີທີ ໃນຂອບເຂດທົ່ວປະເທດ ໃນເດືອນກັນຍາ 2024, ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາໄດ້ສືບຕໍ່ເລີ່ມຕົ້ນພັດທະນາສື່ການຮຽນການສອນຝຶກເວົ້າພາສາລາວ ສຳລັບຊັ້ນປະຖົມສຶກສາ ປີທີ 2. ໃນວັນທີ 24 ພະຈິກ 2025, ໂດຍການເປັນປະທານຂອງ ທ່ານ ອຸທິດ ທິບມະນີຜູ້ຊີ້ນຳລວມ, ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວເປີດງານໃນວາລະ: ການນຳສະເໜີບົດຮຽນຝຶກເວົ້າພາສາລາວ ສຳລັບຂັ້ນ ປ.2 ແລະ ກອງປະຊຸມກຳນົດຂອບເຂດໜ້າວຽກ” ຢ່າງເປັນທາງການ. ງານດັ່ງກ່າວໄດ້ມີຜູ້ເຂົ້າຮ່ວມທີ່ເປັນນັກຂຽນຫຼັກສູດ ແລະ ຜູ້ກວດແກ້ 19 ທ່ານ ຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ກົມອື່ນໆຂອງ ສສກ ພ້ອມດ້ວຍຜູ້ຊ່ຽວຊານຈາກແຜນງານບີຄວາ. 

ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: “ນັບຕັ້ງແຕ່ປີ 2019, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມສ້າງທັກສະພາສາລາວ ໃຫ້ແກ່ນັກຮຽນທີ່ເລີ່ມເຂົ້າຮຽນແຕ່ຍັງບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ. ສື່ການຮຽນການສອນບົດຮຽນຝຶກເວົ້າພາສາລາວ ໄດ້ຖືກທົດລອງໃຊ້ໃນຫຼາຍແຂວງ ກ່ອນທີ່ຈະນຳສະເໜີໃຫ້ຈັດຕັ້ງປະຕິບັດທົ່ວປະເທດ ໃນປີທີ່ຜ່ານມາ. ຜົນຕອບຮັບແມ່ນເປັນໄປໃນທາງບວກ. ວິທີການໃໝ່ນີ້ ຊ່ວຍໃຫ້ນັກຮຽນທີ່ຍັງບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ ສາມາດພັດທະນາທັກສະການສື່ສານພາສາລາວຂອງເຂົາເຈົ້າໄດ້ຢ່າງມ່ວນຊື່ນ ແລະ ມີປະສິດທິພາບ. ສິ່ງນີ້ຊ່ວຍໃຫ້ນັກຮຽນສາມາດຮຽນຮູ້ ແລະ ເຂົ້າຮ່ວມກິດຈະກຳໃນຫ້ອງຮຽນໄດ້. ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ໄດ້ເປັນປະທານກອງປະຊຸມ ເພື່ອເປີດການເລີ່ມຕົ້ນພັດທະນາບົດຮຽນສຳລັບ ຂັ້ນ ປ.2 ແລະ ຂ້າພະເຈົ້າຂໍຂອບໃຈມາຍັງລັດຖະບານອົດສະຕຣາລີສຳລັບການສະໜັບສະໜູນຢ່າງຕໍ່ເນື່ອງ.”  

“ສື່ການຮຽນການສອນຝຶກເວົ້າພາສາລາວ ກຳລັງປ່ຽນແປງປະສົບການການຮຽນຮູ້ຂອງເດັກນ້ອຍຫຼາຍພັນຄົນ ໃນຫຼາຍຕົວເມືອງ, ເຂດຊົນນະບົດ, ເຂດຫ່າງໄກ ແລະ ເຂດທີ່ດ້ອຍໂອກາດ,”. ທ່ານ ນາງ ວາເນັດຊາ ເຮັກກາທີເລຂາເອກສະຖານທູດອົດສະຕຣາລີ ໄດ້ກ່າວໃຫ້ຄຳເຫັນ. ລັດຖະບານອົດສະຕຣາລີມີຄວາມພູມໃຈ ທີ່ໄດ້ສະໜັບສະໜູນການສ້າງສື່ການຮຽນການສອນນີ້ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ເພາະວ່າຈະສົ່ງເສີມການສຶກສາຮຽນຮ່ວມ ແລະ ຮັບປະກັນວ່າເດັກທຸກຄົນ, ບໍ່ວ່າຈະມາຈາກພື້ນຖານພາສາໃດກໍຕາມ, ຈະມີໂອກາດທີ່ຈະຮຽນຮູ້, ກ້າວໜ້າ ແລະ ໂດດເດັ່ນໃນໂຮງຮຽນ. ເປົ້າໝາຍຮ່ວມກັນຂອງພວກເຮົາແມ່ນສິ່ງທີ່ສາມາດເຮັດໄດ້ໂດຍບໍ່ຍາກຈົນເກີນໄປ ນັ້ນກໍ່ຄື, ຈະບໍ່ປະໃຫ້ເດັກນ້ອຍຄົນໃດ, ຖືກປະໄວ້ຢູ່ທາງຫຼັງ,” ທ່ານໄດ້ກ່າວຕື່ມ. 

ບົດຮຽນຝຶກເວົ້າພາສາລາວ ຖືກອອກແບບມາເປັນພິເສດ ເພື່ອຊ່ວຍນັກຮຽນທີ່ບໍ່ເວົ້າພາສາລາວລຸ່ມເປັນຫຼັກໃນຄອບຄົວ ໃຫ້ພັດທະນາທັກສະການເວົ້າ ແລະ ການຟັງພາສາລາວຂອງເຂົາເຈົ້າ. ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ການເວົ້າ ແລະ ເຂົ້າໃຈພາສາ ແມ່ນປັດໄຈຫຼັກຕໍ່ຄວາມສາມາດດ້ານການອ່ານ ແລະ ຂຽນຂອງເດັກ. ໂດຍເນັ້ນໃສ່ການຮຽນທັກສະການເວົ້ານັກຮຽນສາມາດມີຄວາມໝັ້ນໃຈ ໂດຍບໍ່ຮູ້ສຶກກົດດັນ ຈາກສິ່ງທ້າທາຍໃນການອ່ານ ຫຼື ການຂຽນ. ການສ້າງທັກສະການເວົ້າ ແລະ ການຟັງທີ່ເຂັ້ມແຂງ ຍັງເຮັດໃຫ້ການຮຽນອ່ານ ແລະ ຂຽນງ່າຍຂຶ້ນ ເພາະວ່າການຮູ້ຕົວອັກສອນຄຳສັບ ແລະ ປະໂຫຍກ ມີສຳຄັນຫຼາຍຕໍ່ການຮຽນຂອງນັກຮຽນ. ສື່ການຮຽນການສອນຝຶກເວົ້າພາສາລາວ ແມ່ນສອດຄ່ອງກັບບົດຮຽນໃນປຶ້ມແບບຮຽນວິຊາພາສາລາວຕາມຫຼັກສູດ. ດັ່ງນັ້ນນັກຮຽນຈະໄດ້ຮຽນຮູ້ ການອອກສຽງຄຳສັບໄວຍາກອນ ແລະ ທັກສະການສື່ສານ ທີ່ເຂົາເຈົ້າຕ້ອງການ ເພື່ອມີສ່ວນຮ່ວມວິຊາອື່ນໆໃນໂຮງຮຽນຂອງເຂົາເຈົ້າ. 

ກອງປະຊຸມໄດ້ປະຕິບັດຄີດໝາຍການເລີ່ມຕົ້ນພັດທະນາ ບົດຮຽນຝຶກເວົ້າພາສາລາວ ສຳລັບຂັ້ນ ປ.2

ບົດຮຽນຝຶກເວົ້າພາສາລາວ ສຳລັບ ຂັ້ນ ປ.1 ໄດ້ຮັບການຈັດຕັ້ງປະຕິບັດໃນທົ່ວປະເທດ ນັບແຕ່ເດືອນ ກັນຍາ ປີ 2024

ທ່ານ ອຸທິດ ທິບມະນີ ໄດ້ກ່າວຕື່ມວ່າສື່ການຮຽນການສອນນີ້ ມີຄວາມສຳຄັນຫຼາຍ ເພາະວ່ານັກຮຽນ ຜູ້ທີ່ມີຄວາມຫຍຸ້ງຍາກໃນການເຂົ້າໃຈພາສາ ມັກຈະມີຄວາມສ່ຽງທີ່ຈະຮຽນບໍ່ທັນໝູ່ ຫຼື ອາດຈະຄິດອອກຈາກໂຮງຮຽນ. ເມື່ອເດັກບໍ່ສາມາດຮຽນຕາມສິ່ງສອນໃນຫ້ອງຮຽນໄດ້, ສ່ວນຫຼາຍເຂົາເຈົ້າຈະຂາດຄວາມສົນໃຈ ແລະ ບໍ່ຢາກມາໂຮງຮຽນ. ສື່ການຮຽນການສອນຝຶກເວົ້າພາສາລາວ ເຮັດໃຫ້ນັກຮຽນເຫຼົ່ານີ້ມີໂອກາດທີ່ແທ້ຈິງ ທີ່ຈະສືບຕໍ່ການຮຽນ ແລະ ປະສົບຜົນສຳເລັດ.” 

ນັບຈາກວັນນີ້ 10 ວັນຈົນຮອດວັນທີ ທັນວາ 2025ທີມງານນັກຂຽນຫຼັກສູດອອກແບບ ແລະ ຈັດໜ້າປື້ມຫຼັກສູດ ຈາກ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈະເລີ່ມລົງເລິກກ່ຽວກັບອອກແບບກຳນົດຂອບເຂດຫຼັກສູດຝຶກເວົ້າພາສາລາວ ຂັ້ນ ປ.2. ໂດຍການຄົ້ນຫາສິ່ງທີ່ໄດ້ຜົນດີ ໃນປຶ້ມ ຂັ້ນ ປ.1, ກຳນົດຂົງເຂດທີ່ຕ້ອງປັບປຸງ ແລະ ເລືອກວິທີການທີ່ດີທີ່ສຸດ ໃນການສ້າງສື່ການຮຽນການສອນ ທີ່ມີປະສິດທິພາບ.  

ກອງປະຊຸມໃນຄັ້ງນີ້ ຈະດຳເນີນໄປໂດຍການປະຕິບັດຕົວຈິງ ແລະ ມີການປຶກສາຫາລື. ສະມາຊິກຂອງທີມງານນັກຂຽນບົດຮຽນຝຶກເວົ້າພາສາລາວ ຂັ້ນປ.ຈະສາທິດການສອນບົດຮຽນຕົວຈິງໂດຍຜູ້ເຂົ້າຮ່ວມຈະຮັບບົດບາດເປັນນັກຮຽນຂັ້ນ ປ.ທີ່ເວົ້າພາສາລາວບໍ່ໄດ້ ເພື່ອຮຽນຮູ້ປະສົບການວິທີການສອນຕົວຈິງ. ຜູ້ເຂົ້າຮ່ວມຍັງຈະມີໂອກາດໄດ້ຮຽນຮູ້ປະສົບການ, ສະທ້ອນຄືນເຖິງວິທີການ ແລະ ກິດຈະກຳການຮຽນຮູ້ພາສາທີ່ຫຼາກຫຼາຍ ພ້ອມທັງເສີມສ້າງຄວາມຮູ້ກ່ຽວກັບ ຜົນການຄົ້ນຄວ້າ ແລະ ການປະຕິບັດທີ່ດີທີ່ສຸດທີ່ຜ່ານມາໃນລະດັບສາກົນ. 

ຂະບວນການຂຽນ ຈະປະຕິບັດຕາມວິທີການທີ່ໄດ້ຮັບການພິສູດແລ້ວວ່າໄດ້ຜົນດີ ຈາກການພັດທະນາສື່ການຮຽນການສອນທີ່ຜ່ານມາໂດຍຜູ້ຊ່ຽວຊານແຜນງານບີຄວາ ຈະໃຫ້ການສະໜັບສະໜູນດ້ານວິຊາການແກ່ທີມງານພັດທະນາຫຼັກສູດ ຜ່ານກອງປະຊຸມຫຼາຍຄັ້ງ ທີ່ລວມມີ ການວາງແຜນການຂຽນການທົດລອງການດັດແກ້ ແລະ ການອອກສື່ການຮຽນການສອນ. ບັນດາສື່ການຮຽນການສອນບົດຮຽນຝຶກເວົ້າພາສາລາ ຂັ້ນ ປ.ໃໝ່ນີ້ ຄາດວ່າຈະສຳເລັດ ເພື່ອນຳໃຊ້ທົ່ວປະເທດໃນສົກຮຽນ ປີຮຽນ 2027-2028. ລັດຖະບານອົດສະຕຣາລີຈະສືບຕໍ່ໃຫ້ການສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ໃນການພັດທະນາສື່ການຮຽນການສອນໃນຂະນະທີ່ກະຊວງສຶກສາທິການ ແລະ ກິລາ ຈະຊອກຫາການສະໜັບສະໜູນຈາກງົບປະມານແຫ່ງຊາດ ຫຼື ຄູ່ຮ່ວມພັດທະນາ ສຳລັບການຈັດພິມ ແລະ ການແຈກຢາຍ. 

ທ່ານ ອຸທິດ ທິບມະນີ ໄດ້ຍົກໃຫ້ເຫັນວ່າປະເທດລາວ ເປັນປະເທດທີ່ມີຄວາມຫຼາກຫຼາຍດ້ານວັດທະນະທຳ, ມີຫຼາຍກວ່າ 50 ພາສາເຜົ່າ. ເດັກນ້ອຍຫຼາຍຄົນໃນເຂດຊົນນະບົດ ແລະ ເຂດຫ່າງໄກ ແມ່ນເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວຢູ່ໃນຄອບຄົວ. ການຂະຫຍາຍສື່ການຮຽນການສອນຝຶກເວົ້າພາສາລາວ ໄປສູ່ ຂັ້ນ ປ.2 ແມ່ນສອດຄ່ອງກັບແຜນຍຸດທະສາດການພັດທະນາ 5 ປີຂອງ ສວສ ເພື່ອຮັບປະກັນວ່າ ເດັກທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ ຈະໄດ້ຮັບການສະໜັບສະໜູນດ້ານພາສາຢ່າງຕໍ່ເນື່ອງ ເພື່ອສົ່ງເສີມໃຫ້ເຂົາເຈົ້າມີຄວາມກ້າວໜ້າ ໃນການສຶກສາຂັ້ນພື້ນຖານໃນໄວເດັກ.” 

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຮາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານແມ່ນມີເປົ້າໝາຍສົ່ງເສີມຜົນການຮຽນຂອງນັກຮຽນຜູ້ໜຸ່ມນ້ອຍໃນປະເທດ, ໂດຍສະເພາະແມ່ນ ເດັກທີ່ດ້ອຍໂອກາດ. ແຜນງານບີຄວາຍັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກໆກິດຈະກຳ.

ບົດຮຽນຝຶກເວົ້າພາສາລາວແມ່ນຖືກອອກແບບເປັນພິເສດ ເພື່ອຊ່ວຍນັກຮຽນທີ່ບໍ່ທັນເວົ້າພາສາລາວໄດ້ດີເທື່ອ ເພື່ອພັດທະນາທັກສະການເວົ້າ ແລະ ການຟັງ ພາສາລາວ

ບົດຮຽນຝຶກເວົ້າພາສາລາວແມ່ນສອດຄ່ອງກັບປຶ້ມແບບຮຽນວິຊາພາສາລາວຂອງຫຼັກສູດ