ທ່ານ ຂັນທະນູພອນ ມີໄຊກອນ, ຜູ້ຊ່ຽວຊານວຽກງານຕິດຕາມ ແລະ ປະເມີນຜົນ ນຳສະເໜີຈຸດປະສົງ ແລະ ພາບລວມກ່ຽວກັບການສຶກສາວິໄຈການຮຽນຮ່ວມ
ຜູ້ຕາງໜ້າຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ນຳສະເໜີການສຶກສາການຮຽນການສອນ ແບບຮຽນຮ່ວມໃນກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນ ປະທດອົດສະຕຣາລີ
ຜູ້ຕາງໜ້າກົມສ້າງຄູ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ, ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025. ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ໄດ້ ໄດ້ເຊຶື້ອເຊີນຜູ້ຕາງໜ້າຈາກ, ນັກວິຊາການ ແລະ ວິຊາການສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ. ຈຸຸດປະສົງ ເພື່ອສ້າງຈິນຕະນາການຄືນ ໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມໃນພາກພື້ນ. ເພື່ອໃຫ້ສອດຄ່ອງຢ່າງໜັກແໜ້ນຕໍ່ການຮຽນການສອນທີ່ຮຽນຮ່ວມ ຄືກັບຄຳຂັວນຂອງງານທີ່ວ່າ: “ຈິນຕະນາການອະນາຄົດຂອງການສຶກສາຄືນໃໝ່” ໄດ້ເປັນເຫດຜົນທີ່ການສຶກສານີ້ໄດ້ຖືກຄັດເລືອກ ໃຫ້ນໍາສະເໜີເປັນຕົວຢ່າງໃນພິທີເປີດງານ.
ການສຶກສາການຮຽນການສອນແບບຮຽນຮ່ວມ ໄດ້ເລີ່ມຕົ້ນໃນປີ 2024 ເຊິ່ງນຳພາໂດຍກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ ຜ່ານແຜນງານບີຄວາ. ການສຶກສາຄົ້ນຄວ້າ ໄດ້ສຶກສາວ່າ ປັດໄຈດ້ານສັງຄົມ, ດ້ານຈິດໃຈ ແລະ ດ້ານສະພາບແວດລ້ອມ ສົ່ງຜົນຕໍ່ຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ, ແລະ ສົ່ງຜົນຕໍ່ການມີສ່ວນຮ່ວມ ແລະ ຜົນການຮຽນຂອງນັກຮຽນ, ໂດຍສະເພາະໃນຊຸມຊົນທີ່ດ້ອຍໂອກາດ ຄືແນວໃດ.
ທ່ານ ເພັດມະນີ ສີລັດມີນາ, ຮອງຫົວໜ້າກົມສ້າງຄູ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ນຳສະເໜີ ການຄົ້ນຄວ້າໃນເວທີສາກົນຄັ້ງນີ້, ໂດຍທ່ານໄດ້ກ່າວວ່າ: “ການສຶກສາຄັ້ງນີ້ ແມ່ນເປັນເຄື່ອງມືສຳຄັນໃນການປັບປຸງ ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູຂອງພວກເຮົາ. ໂດຍການກຳນົດວິທີການສອນທີ່ສົ່ງເສີມການຮຽນຮ່ວມຂອງນັກຮຽນ, ພວກເຮົາສາມາດແນະນຳວິທີການທີ່ໄດ້ຜົນນີ້ຢ່າງກວ້າງຂວາງ ເພື່ອໃຫ້ການສະໜັບສະໜູນຄູໃຫ້ດີຂຶ້ນ ເພື່ອການຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງນັກຮຽນ.”
ສະທ້ອນຄືນຄວາມຮູ້ສຶກນີ້, ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມມຸ່ງໝັ້ນຕໍ່ການສຶກສາຮຽນຮ່ວມ ເພາະວ່ານັກຮຽນທຸກຄົນສົມຄວນໄດ້ຮັບສະພາບແວດລ້ອມການຮຽນທີ່ເໝາະສົມ, ໄດ້ຮັບເຄົາລົບ ແລະ ການສະໜັບສະໜູນ. ໂດຍການມີຄູ່ຮ່ວມພັດທະນາ ກະຊວງສຶກສາທິການແລະ ກິລາ, ການນຳສະເໜີການຄົ້ນຄວ້ານີ້ໃນລະດັບສາກົນ ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາ ໃນການແກ້ໄຂການອອກໂຮງຮຽນ ໂດຍການສົ່ງເສີມຄວາມຮູ້ສຶກຜູກພັນຂອງນັກຮຽນຕໍ່ກັບໂຮງຮຽນ.”
ທ່ານ ເພັດມະນີ ສີລັດມີນາ, ຮອງຫົວໜ້າກົມສ້າງຄູ ນຳສະເໜີຈຸດປະສົງ, ກຸ່ມຕົວຢ່າງຂອງການສຶກສາວິໄຈ
ວາລະເຊີນຜູ້ເຂົ້າຮ່ວມ ຮ່ວມກັນສຳຫຼວດກ່ຽວກັບການບົ່ມບຳລຸງຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ ແລະ ບົດບາດສຳຄັນຂອງຄວາມຮູ້ສຶກນີ້ ຕໍ່ການມີສ່ວນຮ່ວມ ແລະ ການຮຽນຮູ້ຜ່ານກິດຈະກຳທີ່ເປັນສັນຍະລັກ ທີ່ໄດ້ຮັບແຮງບັນດານໃຈຈາກພິທີບາສີສູ່ຂວັນຂອງ ສປປ ລາວ
ຄະນະຜູ້ແທນໄດ້ນຳສະເໜີຂໍ້ມູນດ້ານປະລິມານ ແລະ ຄຸນນະພາບ ລວມທັງຜົນໄດ້ຮັບທີ່ສຳຄັນຈາກການສຶກສາຮຽນຮ່ວມ ໃນພາກນຳສະເໜີດ້ານວິຊາການ. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ນຳພາວາລະກອງປະຊຸມແບບສ້າງສັນ ທີ່ມີຫົວຂໍ້ວ່າ: “ການຖັກແສ່ວວັດທະນະທຳລາວ ແລະ ມຸມມອງຄວາມສຳພັນຂອງຊົນເຜົ່າພື້ນເມືອງອົດສະຕຣາລີ ເພື່ອເຂົ້າໃຈຄວາມຮູ້ສຶກຜູກພັນ ແລະ ການມີສ່ວນຮ່ວມຂອງນັກຮຽນໃນໂຮງຮຽນ.” ພາກດັ່ງກ່າວໄດ້ເຊື້ອເຊີນຜູ້ເຂົ້າຮ່ວມ ຮ່ວມກັນສຳຫຼວດກ່ຽວກັບການບົ່ມບຳລຸງຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ ແລະ ບົດບາດສຳຄັນຂອງຄວາມຮູ້ສຶກນີ້ ຕໍ່ການມີສ່ວນຮ່ວມ ແລະ ການຮຽນຮູ້ຜ່ານກິດຈະກຳທີ່ເປັນສັນຍາລັກ ທີ່ໄດ້ຮັບແຮງບັນດານໃຈຈາກພິທີບາສີສູ່ຂວັນຂອງ ສປປ ລາວ. ການແລກປ່ຽນໂດຍບອກເລົ່າປະສົບການຂອງຕົນເອງ ເພື່ອສຶກສາເຖິງຄວາມຫຼາກຫຼາຍດ້ານວັດທະນະທຳ, ເພື່ອເຂົ້າໃຈຄວາມປອດໄພ, ຄວາມສາມັກຄີ ແລະ ການໃຫ້ຄວາມສຳຄັນໃນການສຶກສາ. ບັນດາຕົວຢ່າງທີ່ໄດ້ບອກເລົ່າ ໄດ້ຖືກຈັດເຂົ້າໃນປະເພດຂອງປັດໄຈ ໂດຍນຳໃຊ້ “ຂອບໜ້າວຽກກ່ຽວກັບຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ”, ທີ່ເປັນວິທີການວິເຄາະແບບເປັນແບບສະເພາະ ແລະ ເປັນຂອບໜ້າວຽກທີ່ໃຊ້ໂດຍຜູ້ເຮັດວຽກໃນຂະແໜງການສຶກສາຂອງ ສປປ ລາວ ແລະ ຜູ້ໃຫ້ຄຳແນະນຳທໍາອິດຈາກປະເທດອົດສະຕຣາລີຜ່ານແຜນງານບີຄວາ.
ທ່ານ ເພັດມະນີ ສີລັດມີນາ ໄດ້ກ່າວວ່າ: “ໂດຍຜ່ານກອງປະຊຸມຄັ້ງນີ້, ພວກເຮົາກຳລັງຮ່ວມກັນສ້າງຄວາມເຂົ້າໃຈ ທີ່ຈະເສີມຂະຫຍາຍຄວາມເຂົ້າໃຈຂອງພວກເຮົາ ກ່ຽວກັບການຄວາມຮູ້ສຶກຜູກພັນຂອງນັກຮຽນໃນທຸກໆ ວັດທະນະທຳ ແລະ ຊ່ວຍກັນສ້າງໂຮງຮຽນທີ່ສົ່ງເສິມຮຽນຮ່ວມຫຼາຍຂຶ້ນ.” ທ່ານ ນາງ ວາເນັດຊາ ກໍ່ໄດ້ກ່າວຕື່ມວ່າ: “ການສົນທະນານີ້ ບໍ່ພຽງແຕ່ແບ່ງປັນຄວາມຮູ້ເທົ່ານັ້ນ ແຕ່ຍັງເສີມສ້າງການເຊື່ອມໂຢງວັດທະນະທຳທີ່ສຳຄັນ ຕໍ່ການສົ່ງເສີມການສຶກສາທີ່ສົ່ງເສີມການຮຽນຮ່ວມໃນທົ່ເຂດອິນໂດ-ປາຊີຟິກ.”
ຈຸດປະສົງຫຼັກ, ການສຶກສາຄົ້ນຄວ້າການຮຽນການສອນທີ່ສົ່ງເສີມການຮຽນຮ່ວມ ໄດ້ນຳສະເໜີຂອບໜ້າວຽກກ່ຽວກັບຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ ເຄື່ອງມືທີ່ໃຊ້ໄດ້ຈິງສຳລັບຄູ, ໂຮງຮຽນ ແລະ ຜູ້ວາງນະໂຍບາຍ. ໂດຍການຝັງຄຸນຄ່າທາງວັດທະນະທຳ ແລະ ວິທີການທີ່ຄົ້ນຄິດມາລະອຽດ ເພື່ອຮູ້ເຖິງການອອກແບບການຄົ້ນຄວ້າ, ເປັນແບບຢ່າງວິທີການທີ່ອີງໃສ່ພື້ນຖານທ້ອງຖິ່ນ, ເນັ້ນໃສ່ຄວາມສະເໝີພາບ ທີ່ສອດຄ່ອງໂດຍກົງຕໍ່ກັບຫົວຂໍ້ ການພັດທະນາການສຶກສາ ປີ 2025 ເພື່ອໃຫ້ຄວາມສຳຄັນແກ່ດ້ານປະສົບການຂອງນັກຮຽນ ແລະ ການມີສ່ວນຮ່ວມທີ່ມີຄວາມໝາຍຂອງນັກຮຽນທຸກຄົນ.
ການນຳສະເໜີໃນລະດັບສາກົນນີ້ ເນັ້ນໃຫ້ເຫັນເຖິງພະລັງຂອງການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການສ້າງຕົວຢ່າງທີ່ກ້າວໜ້າ, ແບ່ງປັນຍຸດທະສາດທີ່ມີປະສິດທິພາບນີ້ ໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ສົ່ງເສີມການມີສ່ວນຮ່ວມຂອງນັກຮຽນ. ຍັງສ່ອງແສງໃຫ້ເຫັນວິທີທີ່ລະບົບການສຶກສາ ສາມາດສະໜັບສະໜູນນັກຮຽນທຸກຄົນໄດ້ດີກວ່າເກົ່າ ໂດຍການເຄົາລົບຕໍ່ວັດທະນະທຳ ແລະ ການສົ່ງເສີມການຮຽນຮ່ວມ.


English