ພິທີເປີດການຖ່າຍທຳທີ່ມີຜູ້ເຂົ້າຮ່ວມ ໜ້າຈາກຄະນະວິສະວະກຳສາດ, ສກຂ ນະຄອນຫຼວງ, ສະຖານທູດອົດສະຕຣາລີ, ສກມ ແລະ ນັກສະແດງອາສາສະຫມັກ.

ບົດເລື່ອງນີ້ເນັ້ນໃສ່ການຊຸກຍູ້ເດັກຍິງ ໃຫ້ສືບຕໍ່ການຮຽນຕໍ່ໃນຊັ້ນມັດທະຍົມຕອນປາຍ

ໃນວັນທີ່ 29 ຕຸລາ 2025, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ເລີ່ມຕົ້ນການຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່. ນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ສສກ, ແຜນໂຄສະນາດັ່ງກ່າວມີຈຸດປະສົງເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາໃນທົ່ວປະເທດລາວ.

ທ່ານ ສຸກສາຄອນ ສີປະເສີດ, ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ໄດ້ກ່າວເຖິງເປົ້າໝາຍຂອງແຜນໂຄສະນາດັ່ງກ່າວວ່າ: “ເປົ້າໝາຍຂອງພວກເຮົາແມ່ນເພື່ອສະແດງໃຫ້ເຫັນເຖິງຄຸນຄ່າອັນໃຫຍ່ຫຼວງຂອງການສຶກສາ ແລະ ບົດບາດສຳຄັນຂອງຄູໃນການສ້າງອະນາຄົດຂອງປະເທດລາວ. ໃນປັດຈຸບັນ, ລະບົບການສຶກສາຂອງພວກເຮົາປະເຊີນກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ນັກຮຽນອອກຈາກໂຮງຮຽນໄວ ເພາະວ່າພວກເຂົາບໍ່ເຫັນຜົນປະໂຫຍດຂອງການຮຽນ. ຄວາມເຊື່ອທົ່ວໄປທີ່ວ່າການສຶກສາບໍ່ໄດ້ຮັບປະກັນການມີວຽກເຮັດງານທຳ. ພໍ່ແມ່ຜູ້ທີ່ອາດມີການສຶກສາທີ່ຈຳກັດ, ກໍ່ຍັງສົງໄສຕໍ່ການສຶກສາ. ຖ້າບໍ່ໄດ້ຮັບການແກ້ໄຂ, ສິ່ງເຫຼົ່ານີ້ອາດຈະນຳໄປສູ່ຄົນລຸ້ນທີ່ມີທັກສະທີ່ຈຳກັດ, ໂອກາດໄດ້ວຽກເຮັດງານທຳໜ້ອຍລົງ ແລະ ການເຕີບໂຕທາງເສດຖະກິດຂອງປະເທດກໍ່ຈະຊ້າລົງ. ນີ້ແມ່ນເຫດຜົນທີ່ວ່າ, ດ້ວຍການສະໜັບສະໜູນອັນລ້ຳຄ່າຈາກລັດຖະບານອົດສະຕຣາລີ, ພວກເຮົາໄດ້ເປີດຕົວວິດີໂອໃນແຜນໂຄສະນານີ້ ເພື່ອສົ່ງເສີມການສຶກສາ. ວິດີໂອທີ 3 ນີ້ ແມ່ນເພື່ອຊຸກຍູ້ໃຫ້ນັກຮຽນສືບຕໍ່ການສຶກສາຂອງເຂົາເຈົ້າຫຼັງຈາກຈົບຊັ້ນປະຖົມ ແລະ ເນັ້ນໃສ່ສາຍຮຽນວິທະຍາສາດ.”

ທ່ານ ນາງ ວາແນັດຊາ ເຮກາທີ, ເລຂາເອກ ສະຖານທູດອົດສະຕຣາລີ, ໄດ້ອະທິບາຍເຖິງຈຸດປະສົງຫຼັກຂອງແຜນໂຄສະນານີ້ວ່າ: “ພວກເຮົາກຳລັງແກ້ໄຂບັນຫາສຳຄັນທີ່ອັດຕາການເຂົ້າຮຽນຫຼຸດລົງ ແລະ ຄວາມສົງໄສຂອງພໍ່ແມ່ກ່ຽວກັບຄຸນຄ່າຂອງການສຶກສາ. ຜ່ານການເລົ່າເລື່ອງສົມຈິງ ແລະ ການມີສ່ວນຮ່ວມຂອງຊຸມຊົນຢ່າງຕັ້ງໜ້າ, ພວກເຮົາຕ້ອງການກະຕຸ້ນໃຫ້ໄວໜຸ່ມສືບຕໍ່ຮຽນ ແລະ ຊ່ວຍໃຫ້ພໍ່ແມ່ຮັບຮູ້ເຖິງຜົນປະໂຫຍດຕະຫຼອດຊີວິດທີ່ການສຶກສາຈະນຳມາ. ລັດຖະບານອົດສະຕຣາລີ ຮູ້ສຶກເປັນກຽດທີ່ຈະໃຫ້ການສະໜັບສະໜູນດ້ານງົບປະມານ ແລະ ດ້ານວິຊາການ ແກ່ ສສກ ເພື່ອຜະລິດບົດເລື່ອງທີ່ໜ້າສົນໃຈ 4 ເລື່ອງ ເຊິ່ງຈະສ້າງຂຶ້ນເພື່ອປ່ຽນແນວຄິດກ່ຽວກັບການສຶກສາ.”

ທ່ານ ຈັນຄະຈອນ ສອນມະນີວົງ, ຮອງຫົວໜ້າຄະນະວິສະວະກຳສາດ ໄດ້ກ່າວຕ້ອນຮັບທີມງານຖ່າຍທຳວິດີໂອເລື່ອງຄວາມຝັນ ຈາກ ສສກ

ທ່ານ ສຸກສາຄອນ ສີປະເສີດ, ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ແນະນຳແຜນໂຄສະນາສົ່ງເສີມການສຶກສາ ແລະ ວິດີໂອໃໝ່

ສອງບົດເລື່ອງທຳອິດຂອງແຜນໂຄສະນາການສຶກສາກໍ່ຄື ເລື່ອງ “ສອງເສັ້ນທາງ” ແລະ ເລື່ອງ“ຄຸນຄ່າຂອງຄູ” ໄດ້ຮັບການຕ້ອນຮັບເປັນຢ່າງດີຫຼັງຈາກອອກອາກາດໃນເດືອນທີ່ຜ່ານມາ. ເລື່ອງ “ສອງເສັ້ນທາງ” ນຳສະເໜີອະນາຄົດທີ່ແຕກຕ່າງກັນ ຂຶ້ນກັບການຕັດສິນໃຈດ້ານການສຶກສາ, ໂດຍເນັ້ນໜັກເຖິງວິທີທີ່ການສຶກສາຊ່ວຍສ້າງທັກສະທີ່ຈຳເປັນໃຫ້ແກ່ເຍົາວະຊົນ ເຊັ່ນ: ການຄົ້ນຄິດແບບວິເຄາະ ແລະ ໂອກາດໃນການສ້າງຊີວິດທີ່ດີ. ບົດເລື່ອງທີສອງ, “ຄຸນຄ່າຂອງຄູ”, ສະແດງຄວາມເຄົາລົບຕໍ່ການອຸທິດຕົນຂອງຄູ ແລະ ໝາກຜົນອັນເລິກເຊິ່ງທີ່ເຂົາເຈົ້າມີຕໍ່ອະນາຄົດຂອງເດັກ.

ວິດີໂອໃໝ່ຫຼ້າສຸດທີ່ກຳລັງຖ່າຍທຳໃນອາທິດນີ້, ບົດເລື່ອງ “ຄວາມຝັນ” ບອກເລົ່າເຖິງເສັ້ນທາງການຮຽນທີ່ປະທັບໃຈຂອງເດັກຍິງຄົນໜຶ່ງ ລາວໄດ້ຂຽນຈົດໝາຍຫາພໍ່ແມ່ທີ່ທຸກຍາກ, ລາວອ້ອນວອນຂໍໃຫ້ພໍ່ແມ່ສະໜັບສະໜູນໃຫ້ລາວສືບຕໍ່ການຮຽນ. ດ້ວຍຄວາມຝັນທີ່ຍິ່ງໃຫຍ່ຂອງລາວ, ລາວມີວິໄສທັດທີ່ຢາກກາຍເປັນ ນັກວິທະຍາສາດ, ນັກວິສະວະກອນ ຫຼື ນັກປະດິດ, ຜູ້ທີ່ຈະພັດທະນານະວັດຕະກຳໃໝ່ໆ ເພື່ອຜົນປະໂຫຍດຂອງຊຸມຊົນທີ່ລາວຢູ່ ແລະ ປະກອບສ່ວນເຂົ້າໃນຄວາມກ້າວໜ້າຂອງປະເທດຊາດ.

ທ່ານ ສຸກສາຄອນ ໄດ້ກ່າວຕື່ມວ່າ: “ພາບສາກວິທະຍາສາດໄດ້ຖ່າຍທຳທີ່ຄະນະວິສະວະກຳສາດ, ເຊິ່ງມີສິ່ງອຳນວຍຄວາມສະດວກທີ່ໜ້າປະທັບໃຈ ແລະ ຫ້ອງທົດລອງທີ່ມີອຸປະກອນຄົບຖ້ວນ. ຂ້າພະເຈົ້າຫວັງວ່າ ການເຫັນພາບສາກເຫຼົ່ານີ້ ຈະເປັນແຮງບັນດານໃຈໃຫ້ນັກຮຽນສືບຕໍ່ການຮຽນຂອງເຂົາເຈົ້າ, ໂດຍຫວັງວ່າເຂົາເຈົ້າຈະສືບຕໍ່ດ້ານການສຶກສາລະດັບທີ່ສູງຂຶ້ນ ໃນຫຼາຍສາຍຮຽນທີ່ໜ້າສົນໃຈ.”

ທ່ານ ນາງ ວາແນັດຊາ ໄດ້ກ່າວຕື່ມວ່າ: “ຄວາມຮູ້ສຶກສະເທືອນອາລົມຂອງບົດເລື່ອງນີ້ ເປັນສື່ທີ່ຊົງພະລັງທີ່ຈະຊຸກຍູ້ໃຫ້ເດັກຍິງມີສ່ວນຮ່ວມໃນວິທະຍາສາດ. ຂ້າພະເຈົ້າຂໍສະແດງຄວາມຍິນດີກັບທີມງານຖ່າຍທຳ ແລະ ທີມຜະລິດວິດີໂອ ຕໍ່ວິໄສທັດທີ່ສ້າງສັນຂອງທ່ານເພື່ອເຮັດໃຫ້ເລື່ອງນີ້ສົມຈິງ.”

 

ເລື່ອງຄວາມຝັນແມ່ນເລື່ອງລາວຂອງເດັກຍິງທີ່ໄດ້ກາຍເປັນນັກວິທະຍາສາດ, ນັກວິສະວະກອນ ແລະ ນັກປະດີດ
ເລື່ອງຄວາມຝັນແມ່ນເລື່ອງລາວຂອງເດັກຍິງທີ່ໄດ້ກາຍເປັນນັກວິທະຍາສາດ, ນັກວິສະວະກອນ ແລະ ນັກປະດີດ
ເລື່ອງຄວາມຝັນແມ່ນເລື່ອງລາວຂອງເດັກຍິງທີ່ໄດ້ກາຍເປັນນັກວິທະຍາສາດ, ນັກວິສະວະກອນ ແລະ ນັກປະດີດ
ເດັກຍິງຈະຂຽນຈົດໝາຍເຖິງພໍ່ແມ່ຂອງຕົນ, ເພື່ອຂໍໃຫ້ເພິ່ນຊ່ວຍສະໜັບສະໜູນໃຫ້ລາວໄດ້ສືບຕໍ່ການຮຽນ

ເພີ່ມຄວາມປະທັບໃຈໃຫ້ກັບແຜນໂຄສະນາສົ່ງເສີມການສຶກສາ ໂດຍສະເພາະໃນກຸ່ມໄວໜຸ່ມ, ນາງ ປ່າເຢັ້ງຊາ ລໍ່, ຜູ້ຍິງຊົນເຜົ່າມົ້ງຄົນທຳອິດທີ່ເປັນຕົວແທນຂອງປະເທດລາວໃນງານປະກວດ Miss Universe ແລະ ເປັນຜູ້ສະໜັບສະໜູນດ້ານການສຶກສາທີ່ມີຄວາມຄິດກ້າວໜ້າ, ໄດ້ອາສາສະໝັກເປັນຜູ້ບັນຍາຍສຽງໃຫ້ແກ່ 3 ວິດີໂອໃນແຜນໂຄສະນາສົ່ງເສີມການສຶກສາ ລວມທັງບົດເລື່ອງ “ຄວາມຝັນ”. ຄວາມເຊື່ອຢ່າງເລິກເຊິ່ງຂອງ ປ່າເຢັ້ງຊາ ໃນພະລັງຂອງການສຶກສາ ທີ່ສາມາດປ່ຽນແປງຊີວິດໄດ້ ເຮັດໃຫ້ເລື່ອງລາວໜ້າເຊື່ອຖື ແລະ ອົບອຸ່ນ, ເຮັດໃຫ້ຂໍ້ຄວາມຂອງແຜນໂຄສະນາສົ່ງເສີມການສຶກສານີ້ ມີສີສັນເພີ່ມຂຶ້ນ.

ທ່ານ ສຸກສາຄອນ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ໂດຍມີເລື່ອງລາວທີ່ໜ້າສົນໃຈນີ້, ແຜນໂຄສະນາສົ່ງເສີມການສຶກສາບໍ່ພຽງແຕ່ເນັ້ນຄວາມສຳຄັນຂອງສຶກສາເທົ່ານັ້ນ ແຕ່ຍັງເຮັດໃຫ້ເຫັນວິໄສທັດຮ່ວມກັນ ເພື່ອອະນາຄົດທີ່ສົດໃສກວ່າເກົ່າ, ເຊິ່ງອີງໃສ່ຄວາມຮູ້, ຄວາມມຸ່ງໝັ້ນ, ແລະ ຄວາມຫວັງ. ຂ້າພະເຈົ້າຂໍຊຸກຍູ້ໃຫ້ຜູ້ເຮັດວຽກໃນຂະແໜງການສຶກສາທຸກທ່ານ ແລະ ສື່ມວນຊົນຊ່ວຍກັນສົ່ງຕໍ່ວິດີໂອໃຫ້ກວ້າງຂວາງ ເພື່ອເຂົ້າເຖິງກຸ່ມເປົ້າໝາຍທັງໝົດ ແລະ ຊຸກຍູ້ໃຫ້ເດັກນ້ອຍສືບຕໍ່ການຮຽນ. ກະຊວງສຶກສາທິການ ແລະ ກິລາ, ຮ່ວມກັບສະຖານທູດອົດສະຕຣາລີ, ຂໍໃຫ້ຜູ້ມີສ່ວນຮ່ວມທຸກຄົນຊ່ວຍກັນເຜີຍແຜ່ຂໍ້ຄວາມເຫຼົ່ານີ້ຢ່າງຕັ້ງໜ້າ.”

ວິດີໂອທັງໝົດຈະອອກອາກາດທົ່ວປະເທດທາງໂທລະພາບ, ສື່ສັງຄົມອອນລາຍ ແລະ ຈະນຳໃຊ້ໂດຍສະມາຊິກສະພາແຫ່ງຊາດເພື່ອເຜີຍແຜ່ຂໍ້ມູນໃນຊຸມຊົນ. ນອກຈາກນັ້ນ, ວິດີໂອຍັງຈະເຜີຍແຜ່ໃຫ້ແກ່ຄູອາຈານ, ຜູ້ເຮັດວຽກສຶກສານິເທດ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍໂຄສະນາໃນຂັ້ນທ້ອງຖິ່ນພາຍໃນໂຮງຮຽນ ແລະ ບ້ານຕ່າງໆ.

ທີມງານຖ່າຍທຳສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ທີ່ຫ້ອງທົດລອງເພື່ອການພັດທະນາທີ່ຢືນຢົງ, ຄະນະວິສະວະກຳສາດ

ທີມງານຖ່າຍທຳສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຢູ່ທີ່ 1 ໃນສະຖານທີ່ຖ່າຍທຳ