ທີມງານຜະລິດວິດີໂອແມ່ນພ້ອມແລ້ວທີ່ຈະດຳເນີນການຖ່າຍທຳໃນມື້ທຳອິດ
ວິດີໂອສະແດງໃຫ້ເຫັນວິທີທີ່ຄູສອນດ້ວຍ 7 ຂັ້ນຕອນ, ວິທີການໃຫມ່, ທີ່ງ່າຍ ແລະ ນັກຮຽນມີສ່ວນຮ່ວມ ເພື່ອຊ່ວຍໃຫ້ນັກຮຽນຂັ້ນ ປ.1 ຝຶກທັກສະພາສາລາວໃຫ້ເຂັ້ມແຂງ
ເພື່ອສ້າງຄວາມເຂັ້ມແຂງດ້ານການຮູ້ໜັງສືໃຫ້ນັກຮຽນຊັ້ນປະຖົມໃນໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ, ໂດຍຜ່ານແຜນງານບີຄວາ, ໄດ້ອອກວິດີໂອສຳລັບການພັດທະນາຄູ 2 ຕອນໃໝ່. ວິດີໂອຫຼ້າສຸດນີ້ ໄດ້ຊ່ວຍຄູສອນຂັ້ນ ປ. 1 ນຳໃຊ້ໜຶ່ງໃນວິທີການໃໝ່ໃນປຶ້ມຄູ່ມືຄູວິຊາພາສາລາວ ສະບັບປັບປຸງໃໝ່ ທີ່ເອີ້ນວ່າ: “7 ຂັ້ນຕອນ” ໃນການຮຽນພາສາລາວ. ວິດີໂອຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ສອດຄ່ອງກັບຊຸດອຸປະກອນທີ່ສ້າງຂຶ້ນໂດຍກົມສ້າງຄູ ເພື່ອສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ.
ປື້ມຄູ່ມືຄູວິຊາພາສາລາວຂັ້ນ ປ.1 ສະບັບປັບປຸງໃໝ່ ແມ່ນໄດ້ພິມອອກໃນສົກຮຽນ 2024-2025, ແນະນຳວິທີການພັດທະນາທັກສະການການຮຽນຂອງນັກຮຽນຊັ້ນປະຖົມ ທີ່ມີການປະຕິບັດຕົວຈິງ, ສົ່ງເສີມການຮຽນຮ່ວມ ແລະ ວິທີການສອນທີ່ເໝາະສົມກັບນັກຮຽນຫຼາຍຂຶ້ນ. ຈຸດສຳຄັນຂອງວິທີການ ແມ່ນ “7 ຂັ້ນຕອນ” ການຮຽນພາສາລາວ, ເປັນກິດຈະກໍາທີ່ມ່ວນ, ນຳໃຊ້ທ່າທາງ ແລະ ມີສ່ວນຮ່ວມໂດຍນັກຮຽນ, ຊ່ວຍໃຫ້ນັກຮຽນຜູ້ຍັງໜຸ່ມນ້ອຍ ພັດທະນາຄວາມເຂົ້າໃຈຂອງເຂົາເຈົ້າກ່ຽວກັບສຽງ, ພະຍາງ, ຕົວອັກສອນ, ແລະ ຄໍາສັບຕ່າງໆ. ວິດີໂອໄດ້ນໍາສະເໜີແຕ່ລະຂັ້ນຕອນ ທີ່ສາມາດນຳໃຊ້ເຂົ້າໃນແຕ່ລະບົດຮຽນຂອງຂັ້ນ ປ. 1, ໂດຍຮັບຮູ້ວ່າ ການຮຽນຮູ້ແມ່ນເກີດມາຈາກການປະຕິບັດຊໍ້າຄືນຫຼາຍຄັ້ງ. ຄວາມຕໍ່ເນື່ອງແຕ່ລະກິດຈະກໍາ ເຮັດໃຫ້ນັກຮຽນມີໂອກາດໃນການປະຕິບັດຕາມ ແລະ ພັດທະນາທັກສະການຮູ້ໜັງສືຂັ້ນພື້ນຖານຕະຫຼອດສົກຮຽນ.
ເຖິງແມ່ນວ່າຄູໄດ້ເຂົ້າຮ່ວມການຝຶກອົບຮົມໜຶ່ງມື້ໃນເດືອນສິງຫາ 2024, ພວກເຮົາໄດ້ຮັບຄຳເຫັນຂອງຄູຈາກການຕິດຕາມປະເມີນຜົນ ທີ່ຊີ້ໃຫ້ເຫັນວ່າ ການໃຫ້ການຊ່ວຍເຫຼືອເພີ່ມແກ່ຄູ ສາມາດເພີ່ມຄວາມໝັ້ນໃຈ ແລະ ປະສິດທິພາບການສອນຂອງເຂົາເຈົ້າ. ເຊັ່ນ “7 ຂັ້ນຕອນ” ໃນການຮຽນພາສາລາວນີ້ ທີ່ສາມາດເອົາໄປນຳໃຊ້ໃນບົດຮຽນແຕ່ລະວັນ. ເພື່ອເປັນການສົ່ງເສີມການສອນ, ສສກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໄດ້ພັດທະນາຊຸດອະປະກອນຊ່ວຍເຫຼືອຄູ ແລະ ວິດີໂອແນະນຳການສອນແບບໃໝ່ ສອງວິດີໂອນີ້. ວິດີໂອໄດ້ພັດທະນາເປັນເຄື່ອງມືຫຼັກໃນການຮຽນດ້ວຍຕົນຂອງຄູ ຂັ້ນ ປ.1 ແລະ ທີມງານຜູ້ເຮັດວຽກສຶກສານິເທດ. ວິດີໂອສຳລັບການພັດທະນາຄູ ແມ່ນສອດຄ່ອງກັບຊຸດອຸປະກອນຊ່ວຍເຫຼືອຄູ ສາມາດຊ່ວຍໃຫ້ຄູ ເຫັນວິທີການປະຕິບັດ ແລະ ຄຳແນະນຳ. ສະເພາະວິດີໂອແມ່ນສາມາດຮຽນຮູ້ວິທີການໄດ້ຄົບຖ້ວນ.
ຜູ້ເຮັດວຽກສຶກສານິເທດບອກເລົ່າວິທີການຊ່ວຍເຫຼືອຄູໃຫ້ສາມາດແກ້ໄຂສິ່ງທ້າທາຍທີ່ມັກພົບສ່ວນຫຼາຍໃນຫ້ອງຮຽນ
ຄູສະແດງວິທີການຢືດຄຳສັບ ເພື່ອໃຫ້ໄດ້ຍິນແຕ່ລະສຽງແຈ້ງໆ
ທ່ານ ອຸທິດ ທິບມະນີ, ຮອງຜູ້ອໍານວຍການ ສວສ ໄດ້ກ່າວວ່າ: “ການຮຽນຮູ້ນຳໃຊ້ວິທີການສອນແບບໃໝ່ແມ່ນອາດເປັນສິ່ງທ້າທາຍ, ໂດຍສະເພາະຫາກການຝຶກອົບຮົມມີເວລາຈຳກັດ. ວິດີໂອທັງສອງນີ້ ແນະນຳວິທີໃຫ້ຄູສອນໄດ້ຈະແຈ້ງ, ແນະນຳວິທີປະຕິບັດເພື່ອນຳໃຊ້ 7 ຂັ້ນຕອນໃນການຮຽນພາສາລາວໃນຫ້ອງຮຽນ, ໂດຍໄດ້ເຫັນຕົວຢ່າງຕົວຈິງ, ຄູຈະມີຄວາມໝັ້ນໃຈ ແລະ ຊ່ວຍນັກຮຽນໃຫ້ຮຽນໄດ້ດີຂຶ້ນ.”
ທ່ານ ນາງ ວາແນັກຊາ ເຮກາທີ, ເລຂາທີເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວກ່ຽວກັບວິດີໂອວ່າ: “ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ມຸ່ງໝັ້ນໃຫ້ການສະໜັບສະໜູນຄູ ດ້ວຍເຄື່ອງມືປະຕິບັດຕົວຈິງ ເຊັ່ນ: ວິດີໂອທັງສອງນີ້. ໂດຍສະເພາະຢູ່ເຂດຫ່າງໄກ ທີ່ຄູຈຳເປັນຕ້ອງມີຄວາມພ້ອມ ແລະ ຊຸກຍູ້ໃຫ້ພະຍາຍາມໃຊ້ວິທີການສອນໃໝ່ໆ. ເມື່ອຄູໄດ້ຮັບການຊ່ວຍເຫຼືອ ເຂົາເຈົ້າຈະມີແຮງຈູງໃຈໃນການສືບຕໍ່ການສອນ. ນີ້ແມ່ນສິ່ງສຳຄັນໃນສະພາບການຂາດແຄນຄູໃນປະຈຸບັນ.”
ວິດີໂອທັງສອງນີ້ ໄດ້ນໍາເອົາ “ເຈັດຂັ້ນຕອນ” ໄປສູ່ການປະຕິບັດຕົວຈິງ, ສະແດງໃຫ້ເຫັນວິທີການປະຕິບັດໃນຫ້ອງຮຽນ ແລະ ຊ່ວຍໃຫ້ຄູເຂົ້າໃຈເຖິງຈຸດປະສົງ ແລະ ວິທີການຂອງແຕ່ລະຂັ້ນຕອນ. ວິດີໂອທໍາອິດແມ່ນແນະນຳແຕ່ລະຂັ້ນຕອນ, ໃຫ້ຄໍາອະທິບາຍທີ່ຊັດເຈນ, ມີການສາທິດໃນຫ້ອງຮຽນຕົວຈິງ ແລະ ມີຄໍາແນະນໍາທີ່ເປັນປະໂຫຍດຈາກຜູ້ເຮັດວຽກສຶກສານິເທດ ກ່ຽວກັບວິທີແກ້ໄຂສິ່ງທ້າທາຍທີ່ຄູສ່ວນຫຼາຍພົບ. ແຕ່ລະຂັ້ນຕອນໄດ້ແນະນຳວິທີການ ໂດຍນຳໃຊ້ປະໂຫຍກດຽວກັນ ເພື່ອຊ່ວຍໃຫ້ເຂົ້າໃຈ ວ່າແຕ່ລະຂັ້ນຕອນໄດ້ເຊື່ອມໂຍງຄືແນວໃດຕະຫຼອດບົດຮຽນ. ວິດີໂອຍັງໄດ້ສະແດງວິທີການໃຫ້ຄຳຄິດເຫັນ ແລະ ການຊ່ວຍເຫຼືອນັກຮຽນທີ່ພົບຄວາມຍຸ້ງຍາກໃນການຮຽນ ໃນທາງບວກ ແລະ ສົ່ງເສີມນັກຮຽນ.
ວິດີໂອທີ 2 ສະແດງ 2 ຕົວຢ່າງເຕັມຂອງແຕ່ລະຂັ້ນຕອນ ໃຫ້ເຫັນວິທີການນໍາໃຊ້ວິທີການໃໝ່ໃນການສອນ. ຄູຈະເຫັນຕົວຢ່າງຂອງ 7 ຂັ້ນຕອນ ທີ່ສາມາດນຳໃຊ້ໄດ້ຕົວຈິງໃນສອງຕົວຢ່າງ ເພື່ອແນະນຳຄຳສັບໃໝ່ຈາກບົດຮຽນວິຊາພາສາລາວ ຂັ້ນ ປ.1. ຂັ້ນຕອນດັ່ງກ່າວໄດ້ສະແດງໃຫ້ເຫັນລຳດັບການສອນທີ່ຄົບຖ້ວນ, ຄ່ອງແຄ້ວ, ໃຫ້ຄູເຫັນໄດ້ການປະຕິບັດຕົວຈິງ ແລະ ວິທີການປະຕິບັດ ທີ່ສາມາດນຳໃຊ້ຄັ້ງຕໍ່ໄປໃນວິຊາອື່ນໆອີກ.
ທ່ານ ອຸທິດ ທິບມະນີ ໄດ້ກ່າວກ່ຽວກັບວິດີໂອວ່າ: “ການສອນໃນ ສປປ ລາວ ສ່ວນຫຼາຍຄູທີ່ຢູ່ເຂດຫ່າງໄກຍັງພົບສິ່ງທ້າທາຍ ໂດຍສະເພາະກໍ່ແມ່ນນັກຮຽນທີ່ຍັງເວົ້າພາສາບໍ່ທັນໄດ້ດີ ເມື່ອເລີ່ມເຂົ້າຮຽນ ແລະ ການສອນຫ້ອງຄວບ. ນັບແຕ່ປີ 2019, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ສວສ ໄດ້ຜະລິດຫຼາຍໆວິດີໂອ ທີ່ໃຫ້ຄຳແນະນຳ ແລະ ຕົວຢ່າງທີ່ຊ່ວຍຄູແກ້ໄຂສິ່ງທ້າທາຍໃນການສອນ. ຂ້າພະເຈົ້າຫວັງວ່າ ບັນດາສື່ການຮຽນການສອນເຫຼົ່ານີ້ ຈະຖືກນຳໃຊ້ຢ່າງກ້ວາງຂວາງ ໃນການຊ່ວຍພັດທະນາຄຸນນະພາບການສອນ ແລະ ຊ່ວຍໃຫ້ນັກຮຽນຮຽນໄດ້ງ່າຍຂຶ້ນ. ພວກເຮົາຍັງໄດ້ແປພາສາມືໃນທຸກໆວິດີໂອ ເພື່ອຮັບປະກັນວ່າ ວິດີໂອແມ່ນເຂົ້າເຖິງໄດ້ໂດຍຄູທຸກຄົນ”.
ຄູສະແດງວິທີການແຍກພະຍາງໃນຄຳສັບ
ເດັກນ້ອຍກຳລັງມ່ວນຊື່ນກັບການໂດດເພື່ອແຍກຄຳສັກໃນປະໂຫຍກ
ເພື່ອເຂົ້າເຖິງຄູ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ທັງສອງວິດີໂອແມ່ນຈະມີຢູ່ໃນຫຼາຍຊ່ອງທາງຄື: ອອກອາກາດທາງ ຊ່ອງໂທລະພາບ Lao ESTV – ໂທລະພາບການສຶກສາ ແລະ ກິລາ ທາງດາວທຽມລາວແຊັດ ຊ່ອງ 8, ແພຣດຟອມ ຄັງປັນຍາລາວ, ຊ່ອງ YouTube ວິດີໂອສຳລັບການພັດທະນາຄູ ແລະ ມີໃນແທັບເລັດທີ່ນຳໃຊ້ໂດຍຜູ້ເຮັດວຽກສຶກສານິເທດທີ່ໃຫ້ການຊ່ວຍເຫຼືອຄູ.
ທ່ານ ນາງ ວາແນັກຊາ ເຮກາທີ, ໄດ້ກ່າວຕື່ມວ່າ: “ໂດຍການເຜີຍແຜ່ວິດີໂອໃໝ່ນີ້, ສສກ ແລະ ລັດຖະບານອົດສະຕຣາລີ ຈະສືບຕໍ່ຄວາມມຸ່ງໝັ້ນຮ່ວມກັນໃນການປັບປຸງການຮູ້ໜັງສືໃນຊັ້ນປະຖົມໃນ ສປປ ລາວ. ຂັ້ນຕອນ 7 ນີ້ຈະເປັນເຄື່ອງມືເພື່ອຊ່ວຍຄູສ້າງສະພາບແວດລ້ອມການຮຽນທີ່ສົ່ງເສິມການຮຽນຮ່ວມ, ການປະຕິບັດຕົວຈິງ ແລະ ການມີສ່ວນຮ່ວມ, ຫ້ອງຮຽນເປັນບ່ອນທີ່ນັກຮຽນສາມາດເລີ່ມຕົ້ນເສັ້ນທາງການຮຽນຮູ້ ດ້ວຍຄວາມໝັ້ນໃຈ ແລະ ມ່ວນຊື່ນ.”
TDV 27:
https://youtu.be/9rFv63AjXpQ?si=uvaRgUik47XEjkS2
TDV 28:



English