ຜູ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມຄູຝຶກຈາກ ສກມ ດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ພະນັກງານຫຼາຍກວ່າ 380 ຄົນຈາກ 30 ເມືອງເຂົ້າຮ່ວມການຝຶກອົບຮົມດ້ານການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ໃນເດືອນ ຕຸລາ 2025, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັນປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ “ການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD)” ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ).

ທ່ານ ນາງ ຄຳພັດ ໄຊຍະລິນຄຳ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງການສ້າງຂີດຄວາມສາມາດທີ່ອອກແບບມາເພື່ອສະໜອງທັກສະ ແລະ ຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ສກມ ເພື່ອວາງແຜນ ແລະ ຄຸ້ມຄອງການ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຢູ່ໃນຂັ້ນໂຮງຮຽນຂອງເຂົາເຈົ້າ ຢ່າງມີປະສິດທິຜົນ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ຮວບ​ຮວມບົດຮຽນ​ ແລະ​ ຜັນຂະຫຍາຍ​ການ​ຮຽນ​ຮູ້​ຈາກ​ບັນດາ​ຂໍ້​ມູນ​ດ້ານ​ວິຊາ​ການ​ທີ່​ໄດ້ຮັບຜ່ານ​ມາ​ຈາກກິດຈະກຳທີ່​ສະໜັບສະໜູນໂດຍ​ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.”

ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວວ່າ: “ລັດຖະບານອົດສະຕຣາລີ ພວມເຮັດວຽກຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູ ແລະ ເພີ່ມທະວີການຊ່ວຍເຫຼືອຄູ. ​ໃນ​ສະພາບ​ການ​ຂາດ​ແຄນ​ຄູ​ໃນ​ປະຈຸ​ບັນ, ພວກ​ເຮົາ​ເຊື່ອ​ວ່າ ​ການ​ສະໜັບສະໜູນ​ນີ້​ມີ​ຄວາມ​ສຳຄັນ​ຕໍ່​ການ​ຮັກສາແຮງຈູງໃຈໃນການສອນຂອງຄູ ​ແລະ ປັບປຸງ​ຄຸນ​ນະພາ​ບການ​ສອນ. ໃນ​ທີ່​ສຸດ, ສິ່ງເຫຼົ່ານີ້​ຈະສົ່ງ​ຜົນໃຫ້ຜົນການຮຽນຂອງນັກຮຽນດີຂຶ້ນ.”

ຜູ້ເຂົ້າຮ່ວມແມ່ນມີ 380 ກວ່າຄົນ ຈາກ ສກມ 30 ແຫ່ງໃນເມືອງເປົ້າໝາຍຂອງແຜນງານບີຄວາ 7 ແຂວງ (ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ) ຈະເຂົ້າຮ່ວມໜຶ່ງໃນ 13 ກຸ່ມກອງປະຊຸມ. ຜູ້ເຂົ້າຮ່ວມຫຼັກແມ່ນຜູ້ອໍານວຍການໂຮງຮຽນ, ຮອງຜູ້ອໍານວຍການໂຮງຮຽນ, ຜູ້ເຮັດວຽກສຶກສານິເທດ ແລະ ພະນັກງານຕິດຕາມ ແລະ ປະເມີນຜົນຈາກແຕ່ລະ ສກມ. ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ໄດ້​ນຳພາ​ໂດຍ ກົມສ້າງຄູ, ພ້ອມ​ທັງ​ມີ​ຜູ້​ອຳນວຍ​ຄວາມ​ສະດວກ​ທີ່​ມາ​ຈາກພະແນກສຶກສາທິການ ແລະະ ກິລາແຂວງ 7 ແຂວງ​ ແລະ  ຄູຝຶກຈາກ 3 ​ວິທະຍາໄລຄູເປົ້າໝາຍຄື: ​ຫຼວງ​ນ້ຳ​ທາ, ຄັງໄຂ, ​ແລະ ສະຫວັນ​ນະ​ເຂດ.

ທ່ານ ນາງ ຄຳພັດ ໄຊຍະລິນຄຳ, ຮອງຫົວໜ້າກົມສ້າງຄູໄດ້ກ່າວເປີດກອງປະຊຸມຝຶກອົບຮົມຄູຝຶກ

ຄູຝຶກຈາກ ສກຂ, ວຄ ແລະ ສກມ ເມືອງເປົ້າໝາຍຈະດຳເນີນການຝຶກອົບຮົມຕໍ່ໃນທ້ອງຖິ່ນຂອງຕົນໃນເດືອນ ທັນວາ ນີ້

ກອງປະຊຸມໄດ້ດຳເນີນໄປເປັນເວລາ 5 ວັນ, ມີຫົວຂໍ້ຕ່າງໆ ເພື່ອຊ່ວຍ ສກມ ໃນການເສີມສ້າງບົດບາດ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າ ໃນການວາງແຜນ ແລະ ຄຸ້ມຄອງກິດຈະກໍາ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນເມືອງຂອງເຂົາເຈົ້າ. ຜູ້ເຂົ້າຮ່ວມຈະໄດ້ກໍານົດວິທີການນໍາໃຊ້ຂໍ້ມູນການຕິດຕາມເພື່ອກໍານົດຄວາມຕ້ອງການໃຫ້ຊ່ວຍເຫຼືອຂອງຄູ ແລະ ແກ້ໄຂສິ່ງເຫຼົ່ານີ້ໂດຍຜ່ານການວາງແຜນ ວຽກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ຜູ້ເຂົ້າຮ່ວມຍັງໄດ້ກໍານົດຍຸດທະສາດທີ່ເຂົາເຈົ້າສາມາດນໍາໃຊ້ເພື່ອສະໜັບສະໜູນຜູ້ອໍານວຍການໂຮງຮຽນ ໃນການສ້າງສະພາບແວດລ້ອມທີ່ຊ່ວຍໃຫ້ຄູມີສ່ວນຮ່ວມໃນການພັດທະນາວິຊາຊີບ. ກອງປະຊຸມຍັງໄດ້ອຳນວຍຄວາມສະດວກໃຫ້ແກ່ການສົນທະນາກ່ຽວກັບວ່າ ຄວາມສະເໝີພາບຍິງ-ຊາຍ, ອາຍຸ ແລະ ການປ່ຽນແປງດ້ານລະດັບຂັ້ນຂອງພະນັກງານໃນໂຮງຮຽນ ຈະມີຜົນກະທົບແນວໃດຕໍ່ແຮງຈູງໃຈ ແລະ ການມີສ່ວນຮ່ວມໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ທ່ານ ນາງ ຄຳພັດ ໄດ້ກ່າວຕື່ມອີກວ່າ: “ໃນຫຼາຍວາລະກອງປະຊຸມ ຈະມີຫົວຂໍ້ກ່ຽວກັບ ຄວາມສະເໝີພາບຍິງ-ຊາຍ, ການສຶກສາຮຽນຮ່ວມ ແລະ ການປົກປ້ອງເດັກ, ຈຸດປະສົງແມ່ນເພື່ອໃຫ້ພະນັກງານຂັ້ນເມືອງເຂົ້າໃຈເລິກເຊິ່ງວ່າ ການສຶກສາຮຽນຮ່ວມແມ່ນຫຍັງ ແລະ ຫົວຂໍ້ດັ່ງກ່າວແມ່ນຄວາມສຳຄັນຂອງໂຮງຮຽນຊັ້ນປະຖົມ ໃນ ສປປ ລາວ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການປົກປ້ອງເດັກ ແລະ ວິທີການນີ້ເຊື່ອມໂຍງເຂົ້າກັບການສຶກສາຮຽນຮ່ວມ. ພ້ອມທັງເຂົາເຈົ້າ ຍັງຈະໄດ້ລະບຸພາລະບົດບາດ ແລະ ຄວາມ ຮັບຜິດຊອບຂອງຂອງ ສກມ ແລະ ພະນັກງານໃນຂັ້ນໂຮງຮຽນ ໃນການປະຕິບັດການສົ່ງເສີມການສຶກສາຮຽນຮ່ວມ. ໃນວາລະສຸດທ້າຍຂອງການ​ຝຶກ​ອົບຮົມ, ​ແຕ່ລະ​ເມືອງ​ຈະ​ມີ ​ແຜນການ​ຈັດຕັ້ງປະຕິບັດ ທີ່ໄດ້ບອກ​ຂັ້ນ​ຕອນ​ທີ່​ຄະນະ​ນຳ ​ແລະ ພະນັກງານ​ວິຊາ​ການ​ ສາມາດ​ປະຕິບັດ​ໄດ້ເປັນແຕ່ລະຂັ້ນຕອນ ​ເພື່ອ​ຮັບປະກັນໃຫ້​ການ​ຮຽນການ​ສອນ​ຢູ່​ເມືອງ​ຂອງ​ຕົນທີ່ມີຄວາມປອດ​ໄພ ​ແລະ ​ສົ່ງເສີມການຮຽນຮ່ວມ”.

ທ່ານ ນາງ ວາເນັດຊາ ເຮັກກາທີ ໄດ້ກ່າວຕື່ມວ່າ: “ຂ້າພະເຈົ້າດີໃຈຫຼາຍທີ່ເຫັນວ່າ ການສຶກສາຮຽນຮ່ວມ ແລະ ວິທີການປົກປ້ອງເດັກ ແມ່ນໄດ້ເນັ້ນໃຫ້ເຫັນຄວາມສຳຄັນໃນກອງປະຊຸມຄັ້ງນີ້, ຄູມີບົດບາດສຳຄັນໃນການປົກປ້ອງນັກຮຽນທຸກຄົນ, ໂດຍສະເພາະຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ. ການຈັດຫາພະນັກງານຂອງ ສກມ ທີ່ໃຫ້ການຊ່ວຍເຫຼືອຄູດ້ວຍເຄື່ອງມື ແລະ ທັກສະທີ່ຈຳເປັນ ເພື່ອຮັບປະກັນວ່າເຂົາເຈົ້າສາມາດສົ່ງເສີມ ແລະ ປະຕິບັດການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກທັງໃນ ແລະ ນອກຫ້ອງຮຽນແມ່ນສໍາຄັນ. ລັດຖະບານອົດ​ສະ​ຕຣາ​ລີ​ຍິນ​ດີ​ສະ​ໜັບ​ສະ​ໜູນ​ກະ​ຊວງ​ສຶກ​ສາ​ທິ​ການ​ໃນ​ການ​ຝຶກ​ອົບ​ຮົມຄັ້ງ​ນີ້.”

ພາຍຫຼັງກອງປະຊຸມດັ່ງກ່າວ, ພະນັກງານ ສກມ ຈະໄດ້ຮັບການສະໜັບສະໜູນ ແລະ ຊຸກຍູ້ໃຫ້ນຳໃຊ້ສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ຈາກກອງປະຊຸມດັ່ງກ່າວ ເຂົ້າໃນການຄຸ້ມຄອງຄູຢູ່ໂຮງຮຽນໃນການສືບຕໍ່ປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ໂດຍ ແຜນງານບີຄວາ ຈະເຮັດວຽກຮ່ວມກັບພະນັກງານກະຊວງສຶກສາທິການ ແລະ ກີລາ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອດຳເນີນການຕິດຕາມ ແລະ ສະໜັບສະໜູນການລົງໄປຕິດຕາມໂຮງຮຽນຂອງ ກສມ ໃນໄລຍະສົກຮຽນ 2025-2026. ຄາດວ່າ ພະນັກງານ ສກມ ຈະເລີ່ມນຳໃຊ້ວິທີການທີ່ແຕກຕ່າງກັນທີ່ຮຽນຮູ້ໃນກອງປະຊຸມຄັ້ງນີ້ ແລະ ປັດໄຈເສີມສ້າງຄວາມອາດສາມາດອື່ນໆເຂົ້າໃນການວາງແຜນ ແລະ ການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຢູ່ໃນໂຮງຮຽນເພື່ອປະກອບສ່ວນເຂົ້າໃນການເສີມສ້າງຄຸນນະພາບການສອນ ແລະ ການປັບປຸງຜົນການຮຽນຂອງນັກຮຽນໃນທີ່ສຸດ.

ວາລະຝຶກອົບຮົມທຳອິດແມ່ນຍົກໃຫ້ເຫັນຄວາມສຳຄັນຂອງການສົ່ງເສີມການສຶກສາຮຽນຮ່ວມ