ນັກຮຽນຫ້ອງ ປ.4 ປູກແກ່ນພືດໃນດິນທີ່ແຕກຕ່າງກັນໃນວິຊາວິທະຍາສາດ ແລະ ສິ່ງແວດລ້ອມ

ຄະນະຜູ້ແທນຈາກປະເທດອົດສະຕາລີ ແລະ ການນຳຂັ້ນສູງ ລົງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງ ເພື່ອສັງເກດການປັບປຸງດ້ານການຮຽນການສອນ

ໃນວັນ​ທີ 19 ກັນຍາ 2025, ຄະນະ​ຜູ້​ແທນ​ສະພາ​ປະເທດອົດ​ສະຕຣາລີ​ທີ່​ເຂົ້າ​ຮ່ວມ​ໂຄງການ​ລິ​ເລີ່ມ​ການ​ເປັນ​ຜູ້ນຳ​ພາກ​ພື້ນປະເທດ​ອົດ​ສະຕຣາລີ (ARLI) ໄດ້​ໄປ​ຢ້ຽມຢາມ​ໂຮງຮຽນ​ປະຖົມ​ແຫ່ງ​ໜຶ່ງ​ໃນ​ນະຄອນຫຼວງ​ວຽງ​ຈັນ ໂດຍການຮ່ວມລົງຢ້ຽມຢາມຂອງ ພະນະທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະກົມຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ກະຊວງການຕ່າງປະເທດ ແລະ ກະຊວງການເງິນ. ການ​ຢ້ຽມ​ຢາມ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ໄດ້​ຮັບ​ຕົວ​ຈິງ​ຂອງ​ການໃຫ້ທຶນຊ່ວຍເຫຼືອ​ຢ່າງ​ຕໍ່​ເນື່ອງ​ຂອງລັດຖະບານ​ອົດ​ສະ​ຕຣາ​ລີ​ໃນ​ການ​ສຶກ​ສາ​ຊັ້ນປະ​ຖົມ​ ​ໂດຍ​ຜ່ານ​ແຜນງານບີຄວາ.

ສະມາຊິກສະພາໄດ້ຮ່ວມສັງເກດການສອນໃນຫ້ອງຮຽນທີ່ມີຄວາມມ່ວນຊື່ນ, ນັກຮຽນໄດ້ມີສ່ວນຮ່ວມໃນການຮຽນຢ່າງຫ້າວຫັນໃນວິຊາພາສາລາວ, ພາສາອັງກິດ, ວິທະຍາສາດ ແລະ ສິ່ງແວດລ້ອມ. ນັກຮຽນໄດ້ຮ່ວມການທົດລອງວິທະຍາສາດດ້ວຍການປະຕິບັດຕົວຈິງ ແລະ ຮ່ວມມືກັນຢ່າງເອົາໃຈໃສ່ໃນການເຮັດກິດຈະກໍາຮຽນພາສາລາວ ແລະ ພາສາອັງກິດ, ສະແດງໃຫ້ເຫັນເຖິງຄວາມມ່ວນຊື່ນ ແລະ ຄວາມມັກໃນການຮຽນ. ວິທີການສິດສອນແບບໃໝ່ຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ໄດ້ຊຸກຍູ້ໃຫ້ການຮຽນມີຄວາມມ່ວນຊື່ນ, ມີການຖາມຕອບ ແລະ ການປະຕິບັດຕົວຈິງ, ໄດ້ປ່ຽນຈາກການຮຽນແບບເກົ່າທີ່ເນັ້ນແຕ່ການຈື່ຈຳ. ຄູໄດ້ແນະນໍາໃຫ້ນັກຮຽນໄດ້ຮຽນຮູ້ຜ່ານກິດຈະກໍາຕ່າງໆ, ໂດຍເນັ້ນໃສ່ການຄົ້ນຄິດແບບວິເຄາະ ແລະ ການມີສ່ວນຮ່ວມ, ສະແດງໃຫ້ເຫັນເຖິງຜົນສໍາເລັດຂອງການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ.

ພະນະທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວວ່າ: “ການຢ້ຽມຢາມໂຮງຮຽນຄັ້ງນີ້ ເປັນການສະແດງເຖິງສາຍພົວພັນຄູ່ຮ່ວມມືອັນ ໜັກແໜ້ນລະຫວ່າງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໃນການພັດທະນາການສຶກສາຂັ້ນພື້ນຖານໃຫ້ມີຄຸນນະພາບ, ພວກເຮົາຮ່ວມກັນສ້າງລະບົບການສຶກສາທີ່ສົ່ງເສີມການຮຽນຮ່ວມ ເຊິ່ງນັກຮຽນໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການຮຽນ ແລະ ພັດທະນາທັກສະທີ່ຈຳເປັນສຳລັບສະຕະວັດທີ 21. ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແມ່ນມີຄວາມສຳຄັນຕໍ່ການຫັນປ່ຽນຄັ້ງນີ້, ແລະ ພວກເຮົາຂໍຂອບໃຈສຳລັບຄວາມມຸ່ງໝັ້ນໃນການຊ່ວຍເຫຼຶອຂອງພວກທ່ານ”.

ນັກຮຽນຫ້ອງ ປ.3 ຮຽນຮູ້ກ່ຽວກັບນໍ້າຖ້ວມ ແລະ ດິນເຈື່ອນ ໂດຍເຮັດການທົດລອງຕົວຈິງ

ນັກຮຽນຫ້ອງ ປ.5 ນຳໃຊ້ຟາຍສຽງບົດຮຽນ ແລະ ບັດຄຳສັບທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໃນວິຊາພາສາອັງກິດ

ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກະອັກຄະລັດຖະທູດອົດສະຕຣາລີ ໄດ້ກ່າວຕື່ມວ່າ: “ລັດຖະບານອົດສະຕຣາລີ ໄດ້ຖືເອົາສາຍພົວພັນອັນຍາວນານກັບ ສປປ ລາວ ໂດຍສະເພາະກັບກະຊວງສຶກສາທິການ ແລະ ກິລາ ເປັນສິ່ງທີ່ສຳຄັນຫຼາຍ. ການຮ່ວມມືອັນຍາວນານຂອງພວກເຮົາ, ໂດຍຜ່ານແຜນງານບີຄວາ, ໄດ້ສະທ້ອນໃຫ້ເຫັນວິໄສທັດ ແລະ ຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາໃນຂະແໜງການສຶກສາ ທີ່ສົ່ງເສີມການຮຽນຮ່ວມ ແລະ ມີຄຸນນະພາບ. ໃນການລົງຢ້ຽມຢາມໂຮງຮຽນຄັ້ງນີ້ ຖືວ່າເປັນວາລະທີ່ພາກພູມໃຈ ທີ່ໄດ້ເຫັນໝາກຜົນໃນທາງທີ່ດີຂອງການຮ່ວມມືຂອງພວກເຮົາ ເພື່ອເສີມສົ່ງເສີມເສັ້ນທາງການຮຽນຮູ້ຂອງເດັກ.”

ຄຽງຄູ່ກັບການຢ້ຽມຢາມຫ້ອງຮຽນ, ຄະນະຜູ້ແທນໄດ້ຢ້ຽມຊົມການວາງສະແດງທີ່ນຳສະເໜີໂດຍຜູ້ຕາງໜ້າຈາກ ສສກ. ການວາງສະ​ແດງ​ໄດ້​ຍົກ​ໃຫ້​ເຫັນ 3 ຂົງ​ເຂດ​ສຳຄັນ​ທີ່​ລັດຖະບານອົດ​ສະ​ຕຣາ​ລີໃຫ້ການ​ສະໜັບສະໜູນ ​ແລະ ເປັນໃຈ​ກາງ​ໃນ​ການ​ປັບປຸງ​ການ​ສຶກສາ​ທີ່ກຳລັງດຳ​ເນີນ​ຢູ່ຄື: ຫຼັກສູດ​ຊັ້ນປະຖົມສຶກສາ​ແຫ່ງ​ຊາດ​ສະບັບ​ປັບປຸງໃໝ່; ບົດຮຽນຝຶກເວົ້າພາສາລາວ, ທີ່ສ້າງຂຶ້ນເພື່ອສະ ໜັບສະໜູນນັກຮຽນທີ່ບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ແລະ ສົ່ງເສີມການຮຽນຮ່ວມໂດຍສະເພາະນັກຮຽນທີ່ມາຈາກຫຼາຍຊົນເຜົ່າ; ​ແລະ ລະບົບ​ການ​ພັດທະນາ​ວິຊາ​ຊີບ​ຄູແບບ​ຕໍ່​ເນື່ອງ ​ເພື່ອສົ່ງເສີມໃຫ້​ຄູ​ມີຄວາມຮູ້ຄວາມສາມາດ ​ແລະ ຮັບປະກັນ​ການສອນທີ່ມີຄຸນນະພາບ​ໃນ​ທົ່ວ​ປະ​ເທດ.

ພະນະທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ຍົກໃຫ້ເຫັນວ່າ: “ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ມີບົດບາດສໍາຄັນໃນການປັບປຸງຫຼັກສູດແຫ່ງຊາດ, ການສ້າງສື່ການຮຽນການສອນໃຫ້ມີຄຸນນະພາບ, ການສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ຄູ. ​ໄລຍະ​ທີ 2 ຂອງ​ໂຄງການ​ແມ່ນ​ສຸມ​ໃສ່​ຮັບປະກັນ​ໃຫ້​ຄູ​ອາ​ຈານ​ມີ​ໂອກາດ​ສືບ​ຕໍ່​ຍົກ​ລະດັບ​ທັກ​ສະ ​ແລະ ສະໜອງ​ການ​ສຶກສາ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ເດັກ​ທຸກ​ຄົນ.”

ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກະອັກຄະລັດຖະທູດອົດສະຕຣາລີ ໄດ້ກ່າວຕື່ມວ່າ: “ການຮັບປະກັນໃຫ້ເດັກທຸກຄົນເຂົ້າເຖິງການສຶກສາທີ່ມີຄຸນນະພາບ ໝາຍເຖິງການສົ່ງເສີມຄວາມຫຼາກຫຼາຍ ແລະ ການສຶກສາຮຽນຮ່ວມ. ພວກເຮົາພູມໃຈທີ່ໄດ້ສົ່ງເສີມໃຫ້ມີສິ່ງທີ່ລິເລີ່ມເຊັ່ນ: ບົດຮຽນຝຶກເວົ້າພາສາລາວ, ເຊິ່ງຊ່ວຍໃຫ້ນັກຮຽນທີ່ບໍ່ເວົ້າພາສາລາວຢູ່ໃນຄອບຄົວໄດ້ມີສ່ວນຮ່ວມ ແລະ ເສີມຂະຫຍາຍການຮຽນໃນຫ້ອງຮຽນ. ​ຄໍາໝັ້ນສັນຍານີ້ສະທ້ອນໃຫ້ເຫັນ ຄວາມເຊື່ອໝັ້ນຂອງລັດຖະບານອົດສະຕາລີວ່າ ເດັກນ້ອຍທຸກຄົນ, ບໍ່ວ່າຈະມາຈາກພື້ນຖານຄອບຄົວແບບໃດກໍ່ຕາມ, ຄວນໄດ້ຮັບໂອກາດທີ່ຈະຮຽນຮູ້ ແລະ ປະສົບຜົນສໍາເລັດ.”

ການຢ້ຽມຢາມໄດ້ສິ້ນສຸດລົງດ້ວຍພິທີມອບຂອງຂວັນ. ລັດຖະບານອົດສະຕຣາລີ ໄດ້ມອບ ປຶ້ມນິທານ, ອຸປະກອນກິລາ ແລະ ອຸປະກອນການຮຽນໃຫ້ແກ່ໂຮງຮຽນ.

ໂດຍຜ່ານການຮ່ວມມືແບບຍືນຍົງ ແລະ ຄວາມຜູກພັນອັນເລິກເຊິ່ງ, ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ພວມຮ່ວມມືກັນຢ່າງໃກ້ຊິດ ເພື່ອຮັບປະກັນການເຂົ້າເຖິງການສຶກສາຂັ້ນພຶ້ນຖານທີ່ມີຄຸນນະພາບຢ່າງ ແລະ ເທົ່າທຽມໃຫ້ແກ່ເດັກນ້ອຍທຸກຄົນໃນ ສປປ ລາວ ແລະ ເພື່ອສ້າງອະນາຄົດທີ່ສົດໃສຂອງປະເທດ.

ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ໄດ້ນຳສະເໜີສື່ການຮຽນການສອນທີ່ພັດທະນາໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ

ສະມາຊິກສະພາຈາກປະເທດອົດສະຕຣາລີ ແລະ ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ໄດ້ລົງຢ້ຽມຢາມໂຮງຮຽນ ເພື່ອຢ້ຽມຊົມໝາກຜົນຂອງການຮ່ວມມື

ທ່ານຮອງລັດຖະມົນຕີໄດ້ມອບສື່ການຮຽນການສອນ ທີ່ໄດ້ພັດທະນາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເປັນຂອງຂັວນມອບໃຫ້ແກ່ຄະນະສະມາຊິກສະພາ

ຄະນະຜູ້ແທນໄດ້ຮັບການຕ້ອນຮັບຢາກອົບອຸ່ນ ໂດຍການມອບພວງມະໄລຄ້ອງຄໍ ແລະ ໂບກທຸງຂອງສອງປະເທດ