
ບົດເລື່ອງທີ່ສອງບອກເລົ່າເລື່ອງລາວຂອງຄູທີ່ຮັກໃນອາຊີບ ທີ່ໄດ້ພົບກັບນັກຮຽນຂອງລາວທີ່ໄດ້ປະສົບຜົນສຳເລັດໃນຫລາຍປີຕໍ່ມາ
ວິດີໂອທີ່ສອງແມ່ນຍົກໃຫ້ເຫັນບົດບາດສຳຄັນຂອງຄູທ່ີ່ສ້າງແຮງບັນດາໃຈໃຫ້ແກ່ອະນາຄົດ
ໃນອາທິດທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານໂຄງການແຜນງານບີຄວາ ໄດ້ຖ່າຍວິດີໂອທີ 2 ຂອງແຜນໂຄສະນາແຫ່ງຊາດເພື່ອສົ່ງເສີມການສຶກສາໃນທົ່ວປະເທດລາວ. ນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ພາຍໃຕ້ກະຊວງສຶກສາທິການ ແລະ ກິລາ, ຂະບວນການດັ່ງກ່າວມີຈຸດປະສົງເພື່ອປຸກລະດົມຜູ້ຊົມ ແລະ ຫັນປ່ຽນທັດສະນະຄະຕິຕໍ່ການສຶກສາໃນທົ່ວປະເທດລາວ.
ທ່ານ ປອ ວົງເພັດ ອຸດົມລິດ, ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໄດ້ຊົມເຊີຍການຮ່ວມມືດັ່ງກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຍິນດີກັບທີມງານຖ່າຍທຳ ແລະ ເປັນທີມມີຄວາມຄິດສ້າງສັນທີ່ຢູ່ເບື້ອງຫຼັງແຜນສ້າງວິດີໂອໂຄສະນານີ້ ແລະ ຂອບໃຈລັດຖະບານອົດສະຕຣາລີທີ່ໃຫ້ການສະໜັບສະໜູນອັນລ້ຳຄ່າ. ວິດີໂອນີ້ ແມ່ນໄດ້ຍົກໃຫ້ເຫັນການອຸທິດຕົນຂອງຄູ, ເລີ່ມແຕ່ການສຶກສາຂັ້ນພຶ້ນຖານໄປເຖິງການສຶກສາຂັ້ນສູງ. ຄູແມ່ນກະດູກສັນຫຼັງຂອງລະບົບການສຶກສາ.”
ລັດຖະບານອົດສະຕຣາລີກຳລັງໃຫ້ການສະໜັບສະໜູນດ້ານທຶນ ແລະ ເຕັກນິກສຳລັບການຜະລິດວິດີໂອທີ່ໜ້າສົນໃຈ 4 ບົດເລື່ອງທີ່ອອກແບບມາເພື່ອປ່ຽນແນວຄິດກ່ຽວກັບການສຶກສາ. ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກສະຖານທູດອົດສະຕຣາລີ, ໄດ້ອະທິບາຍເຖິງແຜນໂຄສະນາວ່າ: “ຜ່ານເລື່ອງຈິງ ແລະ ການມີສ່ວນຮ່ວມຂອງຊຸມຊົນທີ່ມີຄວາມໝາຍ, ພວກເຮົາແນໃສ່ຊຸກຍູ້ໃຫ້ນັກຮຽນເຂົ້າໂຮງຮຽນ, ຮັບປະກັນໃຫ້ພໍ່ແມ່ຜູ້ປົກຄອງໄດ້ຮັບຜົນປະໂຫຍດດ້ານການສຶກສາຕະຫຼອດຊີວິດ ແລະ ສະເຫຼີມສະຫຼອງບົດບາດທີ່ຂາດບໍ່ໄດ້ຂອງຄູໃນການສອນໃຫ້ເດັກທີ່ຈະຜູ້ນຳຂອງລາວໃນອະນາຄົດ. ລັດຖະບານອົດສະຕຣາລີ ຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຮ່ວມກັນກັບກະຊວງສຶກສາທິການ ແລະ ກິລາ ໃນແຜນໂຄສະນາການສຶກສາທີ່ສຳຄັນນີ້.”
ວິດີໂອທຳອິດຂອງແຜນໂຄສະນາແມ່ນບົດເລື່ອງ “ສອງເສັ້ນທາງ” ໄດ້ຮັບການຕອບຮັບເປັນຢ່າງດີ ເມື່ອອອກອາກາດຕອນໄຂສົກຮຽນໃໝ່. ເລື່ອງນີ້ສະແດງໃຫ້ເຫັນເຖິງອະນາຄົດທີ່ກົງກັນຂ້າມກັນຂອງໄວໜຸ່ມທີ່ເລືອກການສຶກສາ ແລະ ຜູ້ທີ່ບໍ່ໄດ້ສຶກສາຮຽນຕໍ່, ເນັ້ນໃຫ້ເຫັນເຖິງວິທີທີ່ການສຶກສາເຮັດໃຫ້ຄົນມີທັກສະກາຄົ້ນຄິດແບບວິເຄາະ, ຄວາມຮູ້ກ່ຽວກັບຕົນເອງ ແລະ ໂລກ ແລະ ຄວາມສາມາດໃນການສ້າງໂອກາດໃຫ້ກັບຕົນເອງ.

ບົດເລື່ອງທີ່ສອງແມ່ນເລື່ອງລາວຂອງຄູທີ່ອຸທິດຕົນເພື່ອການສຶກສາ

ຄູທີ່ມີຄວາມມຸ້ງໝັ້ນ ສາມາດສ້າງແຮງບັນດານໃຈໃຫ້ນັກຮຽນ
ໃນບົດເລື່ອງນີ້, ບົດບາດເດັ່ນໃນເລື່ອງຫັນໄປສູ່ຄູ ບົດເລື່ອງທີ່ສອງມີຊື່ວ່າ: “ຄຸນຄ່າຂອງຄູ”. ເປັນບົດເລື່ອງທີ່ເບິ່ງແລ້ວປະທັບໃຈ, ສ່ອງແສງເຖິງການອຸທິດຕົນຂອງຜູ້ເຮັດວຽກໃນຂະແໜງການສຶກສາ ແລະ ໝາກຜົນອັນຍິ່ງໃຫຍ່ຂອງວຽກງານເຂົາເຈົ້າ. ບົດເລື່ອງສະທ້ອນໃຫ້ເຫັນສິ່ງທ້າທາຍທີ່ຄູພົບພໍ້, ໂດຍສະເພາະແມ່ນບາງຄັ້ງຄູບາງທ່ານກໍອາດທໍ້ ແລະ ບໍ່ຢາກສືບຕໍ່ອາຊີບນີ້. ວິດີໂອແມ່ນຊຸກຍູ້ການປະຕິບັດໜ້າທີ່ຂອງຄູ ເຖິງແມ່ນວ່າໝາກຜົນອາດຈະຍັງບໍ່ທັນໄດ້ເຫັນໃນທັນທີ, ຄວາມພະຍາຍາມຂອງຄູແມ່ນຈະຄ່ອຍໆສົ່ງຜົນຜ່ານການເວລາ, ຊ່ວຍສ້າງຊີວິດໃນທາງທີ່ດີໃຫ້ເປັນຈິງໃນຫຼາຍປີຕໍ່ໜ້າ.
ຂະແໜງສື່ອີເລັກໂຕຣນິກ ແລະ ການສຶກສາທາງໄກ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສສກ ເປັນຜູ້ນໍາພາການຜະລິດ, ສ້າງໃຫ້ເລື່ອງນີ້ມີສົມຈິງໃຫ້ແກ່ຜູ້ຊົມທົ່ວປະເທດ. ທ່ານ ປອ ວົງເພັດ ອຸດົມລິດ ໄດ້ສະຫຼຸບໃນຕອນທ້າຍວ່າ: “ຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຊົມເລື່ອງລາວທີ່ມີພະລັງທີ່ກຳລັງຈະສ້າງ, ເພາະວ່າອະນາຄົດຂອງການສຶກສາໃນລາວ ເລີ່ມແຕ່ວັນນີ້, ພວກເຮົາວາງແຜນທີ່ຈະອອກອາກາດວີດີໂອນີ້ ໃນວັນຄູແຫ່ງຊາດ ເພື່ອເປັນກຽດແກ່ຜູ້ເຮັດວຽກໃນຂະແໜງການສຶກສາ ແລະ ຍໍ້າຕໍ່ສັງຄົມວ່າການສິດສອນຂອງຄູສາມາດປ່ຽນອະນາຄົດຂອງນັກຮຽນໄດ້.”
ແຜນການໂຄສະນາຈະທຸກວິດີໂອຈະໄດ້ຮັບການອອກອາກາດທາງໂທລະພາບທົ່ວປະເທດ, ສົ່ງຕໍ່ໃຫ້ຮັບຊົມຢ່າງກວ້າງຂວາງທາງສື່ສັງຄົມອອນລາຍ ແລະ ນຳໃຊ້ໃນການລົງເຮັດວຽກຮາກຖານກັບຊຸມຊົນຂອງສະມາຊິກສະພາແຫ່ງຊາດ. ນອກຈາກນັ້ນ, ວິດີໂອຍັງຈະຖືກເຜີຍແຜ່ໃຫ້ຄູ, ຜູ້ເຮັດວຽກສຶກສານິເທດ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາເພື່ອຊ່ວຍກັນການໂຄສະນາໃນຂັ້ນທ້ອງຖິ່ນໃນໂຮງຮຽນ ແລະ ໝູ່ບ້ານ.
ຜ່ານບັນດາບົດເລື່ອງທີ່ສະທ້ອນໃຫ້ຄິດ, ແຜນໂຄສະນາການສຶກສາບໍ່ພຽງແຕ່ເພື່ອຊົມເຊີຍການສົ່ງເສີມການສຶກສາ, ແຕ່ເພື່ອປຸກລະດົມວິໃສທັດທີ່ດີຮ່ວມກັນກ່ຽວກັບການສ້າງອະນາຄົດທີ່ດີກວ່າ ໂດຍການສ້າງຄວາມຮູ້, ການອຸທິດຕົນໃນການສອນຂອງຄູ ແລະ ຄວາມຫວັງໃນການສຶກສາ.

ທີມງານຜະລິດວິດີໂອຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
