
Co-teaching allows teachers to learn new techniques by observing and supporting each other in the classroom
ຮັບຊົມຕອນໃໝ່ຂອງສາລະຄະດິຄູຕົວແບບ, ວິດີໂອຜະລິດທີ່ມີຢ່າງພາກພູມໃຈຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສສກ ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ
ຄູໃນ ສປປ ລາວ ປຽບເໝືອນໝາກຫົວໃຈຂອງລະບົບການສຶກສາ, ຄູສ່ວນຫຼາຍທ່ານຍັງເຮັດວຽກຢູ່ໃນສະພາບແວດລ້ອມທີ່ຫຍຸ້ງຍາກ ແຕ່ກໍ່ສູ້ຊົນເພື່ອຮັບປະກັນໃຫ້ການຮຽນການສອນມີຄຸນນະພາບ. ເພື່ອໃຫ້ຄູມີການພັດທະນາຕົນເອງ, ຄູຕ້ອງການການສະຫນັບສະຫນູນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ສ້າງຕັ້ງທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໃນປີ 2023 ຢູ່ 30 ເມືອງ ໃນ 7 ແຂວງ ເພື່ອຊ່ວຍເຫຼືອຄູໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ເສີມສ້າງຄວາມເຂັ້ມແຂງໃນການສິດສອນຂອງເຂົາເຈົ້າ.
ທ່ານ ຮ.ສ ນາງ ວົງເດືອນ ໂອໃສ, ຫົວໜ້າກົມສ້າງຄູ ໄດ້ກ່າວເຖິງຄວາມສຳຄັນຂອງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງວ່າ: “ຄູແມ່ນປັດໃຈສຳຄັນໃນການກຳນົດຜົນການຮຽນຂອງນັກຮຽນ, ເພື່ອປັບປຸງຄຸນນະພາບດ້ານການສຶກສາ, ພວກເຮົາຕ້ອງລົງທຶນໃສ່ຄູຂອງພວກເຮົາ ບໍ່ພຽງແຕ່ຜ່ານການຝຶກອົບຮົມກ່ອນສີດສອນເທົ່ານັ້ນ, ແຕ່ຊ່ວຍຕະຫຼອດເສັ້ນທາງການສອນຂອງເຂົາເຈົ້າ. ພາກສ່ວນຫຼັກຂອງລະບົບນີ້ແມ່ນ ຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ໄດ້ຖືກຈັດຕັ້ງຢູ່ໃນໂຮງຮຽນ ແລະ ຂັ້ນກຸ່ມໂຮງຮຽນ ເພື່ອໃຫ້ການຊ່ວຍເຫຼືອຄູໄດ້ຢ່າງເປັນປົກກະຕິ, ແນະນຳດ້ານວິຊາສະເພາະ ແລະ ໃຫ້ການຊ່ວຍເຫຼືອຄູທັນກັບສະພາບການ. ການລິເລີ່ມນີ້ ຍັງປະກອບສ່ວນໂດຍກົງເຂົ້າໃນການປະຕິບັດດໍາລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ, ເຊິ່ງເນັ້ນໜັກວ່າ ຜູ້ເຮັດວຽກໃນຂະແໜງການສຶກສາທຸກຄົນ ຕ້ອງມີໂອກາດຢ່າງຕໍ່ເນື່ອງເພື່ອເສີມສ້າງທັກສະຂອງເຂົາເຈົ້າ, ດ້ວຍການຊ່ວຍເຫຼືອທີ່ຖືກຕ້ອງ, ຄູຂອງພວກເຮົາສາມາດປັບປຸງການຮຽນການສອນໃນຫ້ອງຮຽນ ແລະ ຊ່ວຍໃຫ້ເດັກນ້ອຍທຸກຄົນໄດ້ບັນລຸທ່າແຮງບົ່ມຊ້ອນຂອງຕົນເອງໄດ້ຢ່າງເຕັມທີ່”.
ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຜົນໄດ້ຮັບໃນວົງກວ້າງຜ່ານລະບົບຜູ້ເຮັດວຽກສຶກສານະເທດພາຍໃນວ່າ: “ຜ່ານລະບົບຜູ້ເຮັດວຽກສຶກສານະເທດພາຍໃນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນຄູສອນຊັ້ນປະຖົມສຶກສາທີ່ຢູ່ໃນເຂດທີ່ດ້ອຍໂອກາດ ແລະ ຫ່າງໄກຢູ່ໃນ 30 ເມືອງເປົ້າໝາຍ ໃນ 7 ແຂວງ. ໃນສະພາບການປະຈຸບັນທີ່ມີການຫຼຸດລົງຂອງການອັດຕາເຂົ້າຮຽນ ແລະ ການຂາດແຄນຄູ, ການຊ່ວຍເຫຼືອນີ້ແມ່ນເປັນກຸນແຈສໍາຄັນເພື່ອການສ້າງຄວາມແຕກຕ່າງໃນການຮຽນການສອນໃຫ້ດີຂຶ້ນ. ໃນທີ່ສຸດແລ້ວ ຜົນໄດ້ຮັບກໍ່ແມ່ນເພື່ອນັກຮຽນ. ລັດຖະບານອົດສະຕາລີເຊື່ອໝັ້ນຢ່າງໜັກແໜ້ນວ່າ ການຮຽນ ແລະ ການສອນທີ່ດີ ກວ່າຊ່ວຍສ້າງຊັບພະຍາກອນມະນຸດຂອງ ສປປ ລາວ ແລະ ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບກະຊວງສຶກສາທິການ ແລະ ກິລາ ເພື່ອບັນລຸເປົ້າໝາຍດັ່ງກ່າວ.”

Co-teaching allows teachers to learn new techniques by observing and supporting each other in the classroom

IPS use Teacher Development Videos to demonstrate real classroom practices and effective teaching strategies
ສາລະຄະດີຄູຕົວແບບຕອນໃໝ່, ທີມງານໂທລະພາບ, ວິທະຍຸ, ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານ (ສຄຂ) ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ເດີນທາງໄປທີ່ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ເພື່ອພົບປະກັບ ຄູພອນທິບ ບຸນວິໄລ, ຄູ ຫ້ອງ ປ. 4 ແລະ ທັງເປັນຜູ້ເຮັດວຽກສຶກສານິເທດພາຍໃນ. ຄູ ພອນທິບ ເປັນຄົນຊົນເຜົ່າລື້, ສອນຢູ່ໂຮງຮຽນຢູ່ເຂດຫ່າງໄກ ເຊິ່ງນັກຮຽນທັງໝົດຂອງລາວແມ່ນມາຈາກຊຸມຊົນຊົນເຜົ່າມົ້ງ.
ຄູພອນທິບ ໄດ້ກ່າວໃນສາລະຄະດີວ່າ: “ຂ້າພະເຈົ້າເຊື່ອວ່າການພັດທະນາວິຊາຊີບແບບຄູຕໍ່ເນື່ອງແມ່ນມີຄວາມສຳຄັນຫຼາຍສຳລັບຄູ ເພາະມັນຊ່ວຍໃຫ້ເຂົາເຈົ້ານຳໃຊ້ທັກສະ ແລະ ຄວາມຮູ້ໃນຫ້ອງຮຽນ. ເມື່ອຄູສອນມີທັກສະການສອນທີ່ດີ, ນັກຮຽນໄດ້ຮັບຜົນໝາກຜົນ ແລະ ຮຽນຮູ້ໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.”
ນັບຕັ້ງແຕ່ໄດ້ເປັນຜູ້ເຮັດວຽກສຶກສານິເທດພາຍໃນ ຕັ້ງແຕ່ກາງປີ 2023, ຄູ ພອນທິບ ໄດ້ໃຫ້ການຊ່ວຍເຫຼືອຄູສອນ 6 ຄົນຢູ່ໃນໂຮງຮຽນຂອງລາວ. ລາວໄດ້ໃຫ້ການຊ່ວຍເຫຼືອທີ່ສອດຄ່ອງກັບຄວາມຕ້ອງການຂອງຄູສອນແຕ່ລະຄົນ, ເລີ່ມຈາກການແຕ່ງບົດສອນໄປຈົນເຖິງການຜະລິດສື່ການຮຽນການສອນ ແລະ ການສອນໃນຫ້ອງຮຽນ.
ຄູພອນທິບໄດ້ອະທິບາຍວ່າ: “ຂ້າພະເຈົ້າຈະລົມກັບຄູສອນໃນເວລາພັກຜ່ອນ, ສັງເກດເບິ່ງຫ້ອງຮຽນຂອງເຂົາເຈົ້າ, ແລະ ເມື່ອໄດ້ປະກອບຄົນເຫັນຕໍ່ຄູ, ກໍ່ຈະຍົກຈຸດທີ່ເພິ່ນເຮັດໄດ້ດີກ່ອນ ຈາກນັ້ນຈິ່ງແນະນຳສິ່ງທີ່ຄູຄວນປັບປຸງ, ຂ້າພະເຈົ້າວາງແຜນຊ່ວຍເຫຼືອຄູລ່ວງຫນ້າ ແຕ່ແຜນຍັງສາມາດປັບຕາມຄວາມເໝາະສົມ ເພື່ອທັນກັບສະພາບການຊ່ວຍເຫຼືອດ່ວນທີ່ຄູອາດຕ້ອງການ.”
ວິທີການສຳຄັນຢ່າງໜຶ່ງຂອງຄູພອນທິບ ເພື່ອຊ່ວຍເຫຼືອຄູແມ່ນການສອນເປັນຄູ່. ລາວໄດ້ວາງແຜນການສອນເປັນຄູ່ກັບຄູຢ່າງລະອຽດ, ໄດ້ສະແດງໃຫ້ເຫັນເຕັກນິກ ແລະ ຫຼັງຈາກນັ້ນສັງເກດວິທີການທີ່ຄູນຳໃຊ້ເຕັກນິກການສອນໃນຫ້ອງຮຽນ. ລາວໄດ້ເວົ້າໃນວິດີໂອວ່າ: “ພວກເຮົາແຕ່ງບົດສອນເປັນຄູ່ຮ່ວມກັນ, ຂ້າພະເຈົ້າສອນໃນຂະນະທີ່ຄູສັງເກດ, ຫຼັງຈາກນັ້ນພວກເຮົາສະຫຼັບບົດບາດກັນໃນການສອນ, ສຸດທ້າຍ, ພວກເຮົາໄດ້ສະທ້ອນຄືນການສອນ ແລະ ສົນທະນາກ່ຽວກັບສິ່ງທີ່ເຮັດໄດ້ທີ່ດີທີ່ສຸດ.”

The RIES production team documents classroom practices to share successful teaching strategies nationwide

Ms. Phonethip helps teachers create engaging teaching and learning resources to keep students motivated
ຄູພອນທິບຍັງຊ່ວຍຄູໃຫ້ຄິດເຖິງສິ່ງທ້າທາຍສຳລັບຕົນເອງ ເຊັ່ນ: ການນຳໃຊ້ແບບປະເມີນຣູບິຣກ, ໂດຍລາວເອງໄດ້ກະກຽມ ຕົວຢ່າງແບບປະເມີນດັ່ງກ່າວ, ແລ້ວໄດ້ອະທິບາຍຢ່າງລະອຽດ ແລະ ນໍາພາຄູປະຕິບັດ ໂດຍຜ່ານການສັງເກດການສອນໃນຫ້ອງຮຽນ ແລະ ປະກອບຄໍາຄິດຄໍາເຫັນ. ຄູພອນທິບໄດ້ໃຫ້ການຊ່ວຍເຫຼືອຄູຢ່າງເປັນປະຈຳ, ໂດຍປົກກະຕິແລ້ວ ປະມານ ໜຶ່ງ ຫຼື ສອງຄັ້ງຕໍ່ເດືອນ ແລະ ອາດຫຼາຍກວ່ານັ້ນຫາກຄູຕ້ອງການ.
ຄູພອນທິບ ໄດ້ນຳໃຊ້ແທັບເລັດທີ່ຜູ້ເຮັດວຽກສຶກສານິເທດພາຍໃນທຸກຄົນ ໃນເມືອງເປົ້າໝາຍໄດ້ຮັບ ຜ່ານແຜນງານບີຄວາ ເພື່ອເຂົ້າເຖິງແຫຼ່ງຊັບພະຍາກອນທີ່ເປັນປະໂຫຍດເຊັ່ນ: ວິດີໂອການສຳລັບການພັດທະນາຄູ ແລະ ໂມດູນຊຸດຊຸດອຸປະກອນຊ່ວຍເຫຼືອຄູ. ລາວໄດ້ກ່າວວ່າ: “ຂ້າພະເຈົ້າ ໄດ້ສົ່ງຕໍ່ລິ້ງວິດີໂອ ແລະ ສື່ການສອນທີ່ສຳຄັນໃຫ້ແກ່ຄູໄດ້ເບິ່ງນຳ ເຊັ່ນ: ວິທີການຊ່ວຍເຫຼືອນັກຮຽນຊົນເຜົ່າ ຫຼື ນໍາໃຊ້ເຕັກນິກພາສາຮ່າງກາຍໃນເວລາສອນ. ນີ້ແມ່ນເຕັກນິກການປະຕິບັດທີ່ຄູສາມາດນໍາໃຊ້ໄດ້ທັນທີ.”
ໃນຂະນະທີ່ລະບົບຜູ້ເຮັດວຽກສອກສານິເທດພາຍໃນຍັງໃໝ່, ຄູພອນທິບ ໄດ້ເຮັດວຽກຢ່າງຫ້າວຫັນເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມໝັ້ນໃຈແກ່ຄູ. ລາວໄດ້ກ່າວວ່າ: “ໃນຕອນທໍາອິດ, ຂ້າພະເຈົ້າຍັງຂາດຄວາມຫມັ້ນໃຈ, ໂດຍສະເພາະໃນການນໍາໃຊ້ເຄື່ອງມື ICT. ແຕ່ດ້ວຍການເຂົ້າຮ່ວມຝຶກອົບຮົມ ແລະ ໄດ້ຮັບການສະໜັບສະໜູນ, ຂ້າພະເຈົ້າໄດ້ພັດທະນາຕົນເອງ. ຕອນນີ້, ຂ້າພະເຈົ້າກໍ່ຍັງສືບຕໍ່ຮຽນຮູ້ຜ່ານວິດີໂອ, ສື່ການຮຽນການສອນ ແລະ ແລກປ່ຽນຄວາມຄິດເຫັນໃນກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນທ່ານອື່ນໆຜ່ານ WhatsApp ຫຼື ການໂທວິດີໂອ. ຖ້າປະເຊີນກັບສິ່ງທ້າທາຍໃໝ່ ກໍ່ຈະຂໍໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼືຶວິຊາການວິທະຍາໄລສ້າງຄູ ໃຫ້ຄໍາແນະນໍາ. ເພິ່ນຈະມາລົງຕິດຕາມທັງແບບເຊິ່ງໜ້າ ແລະ ທາງໄກ. “
ການອຸທິດຕົນຂອງຄູພອນທິບ ໄດ້ຮັບການຍ້ອງຍໍຈາກຫ້ອງການການສຶກສາ ແລະ ກິລາເມືອງ, ເພິ່ນໄດ້ສັງເກດເຫັນການປັບປຸງດ້ານການສອນ ແລະ ການຮຽນຂອງນັກຮຽນໃນເມືອງນີ້ ນັບຕັ້ງແຕ່ມີລະບົບຜູ້ເຮັດວຽກສຶກສານິເທດ. ທ່ານ ມາຢ້າງ ຈຸນຊຽງຢ້າງ, ຜູ້ເຮັດວຽກສຶກສານິເທດ ໄດ້ບອກວ່າ: “ປະສິດທິພາບດ້ານການສິດສອນໄດ້ຮັບການປັບປຸງຫຼາຍດ້ານ, ນັກຮຽນມີຄວາມກະຕືລືລົ້ນຫຼາຍຂຶ້ນ, ມີຄວາມຫ້າວຫັນ ແລະ ສາມາດປະກອບສ່ວນໃນການຮຽນໄດ້ດີກວ່າເກົ່າ”.

Ms. Phonethip observes a science experiment to provide constructive feedback for lesson improvement

DESB staff regularly visit IPS to provide guidance and ensure ongoing support for teachers
ໂດຍສະທ້ອນຄືນເຖິງ ການປະຕິບັດໜ້າທີ່ຂອງຄູພອນທິບ ລາວໄດ້ແນະນຳໃຫ້ຄູທຸກຄົນວ່າ: “ນຳໃຊ້ປຶ້ມຄູ່ມືຄູໃຫ້ຫຼາຍຂຶ້ນ ເພາະເປັນປະໂຫຍດຫຼາຍ ພ້ອມທັງຕ້ອງບໍ່ເກງໃຈທີ່ຈະຂໍຄຳແນະນຳ. ຖ້າພວກເຮົາຮ່ວມໃຈກັນ, ພວກເຮົາຈະວາມາດປັບປຸງການຮຽນຂອງ ນັກຮຽນພວກເຮົາໄດ້.”
ບົດເລື່ອງທີ່ເປັນແຮງບັນດານໃຈນີ້ແມ່ນເລື່ອງລາວຂອງ ທ່ານ ນາງ ພອນທິບ ບຸນວິໄລ ແລະ ການເລີ່ມຕົ້ນເປັນຜູ້ເຮັດວຽກສຶກສານິເທດພາຍໃນ. ທ່ານສາມາດຮັບຊົມໄດ້ທາງໂທລະພາບການສຶກສາ ແລະ ກິລາ, ດາວທຽມລາວແຊັດຊ່ອງ 8, ທາງຄັງປັນຍາລາວ ແລະ ຊ່ອງຢູທູບ ວິດີໂອສຳລັບການພັດທະນາຄູ Teacher Development Videos. ສາລະຄະດີຄູຕົວແບບ ແມ່ນຜະລິດໂດຍກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ເປັນແຜນງານມຸ້ງໝັ້ນໃນກ່ນສົ່ງເສີມການສຶກສາຮຽນຮ່ວມ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ເພື່ອນັກຮຽນທຸກຄົນໃນ ສປປ ລາວ.
ລິ້ງເພື່ອຮັບຊົມວິດີໂອ: https://youtu.be/prb4lYWu-8c?si=s517_NP8DGOPOuRR