
ທີມງານສ້າງວິດີໂອຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
ການຖ່າຍທຳວິດີໂອສົ່ງເສີມການສຶກສາ ແມ່ນເລີ່ມຕອນທຳອິດດ້ວຍເລື່ອງລາວທີ່ເປັນແຮງບັນດານໃຈໃຫ້ນັກຮຽນ, ພໍ່ແມ່ຜູ້ປົກຄອງ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນຄ່າ ແລະ ຊ່ວຍກັນສະໜັບສະໜູນການສຶກສາ
ໃນອາທິດທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມການຖ່າຍທຳບົດເລື່ອງທຳອິດຂອງແຜນໂຄສະນາການສຶກສາແຫ່ງຊາດຄັ້ງ ໃໝ່ ເພື່ອສົ່ງເສີມການສຶກສາໃນທົ່ວປະເທດລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊີ້ນຳຈາກກະຊວງສືຶກສາທິການ ແລະ ກິລາ ທີ່ນຳພາການຖ່າຍທຳ. ບົດເລື່ອງທຳອິດມີຊື່ວ່າ: “ສອງເສັ້ນທາງ”, ເປັນເລື່ອງລາວທີ່ປະທັບໃຈ ແລະ ເປັນເລື່ອງທຳອິດໃນບັນດາວິດີໂອທີ່ຈະຜະລິດ ເພື່ອສ້າງແຮງບັນດານໃຈໃຫ້ຮັກການຮຽນ ແລະ ຊຸກຍູ້ໃຫ້ໃນຮັກສືບຕໍ່ການຮຽນ.
ທ່ານ ອຸທິດ ທິບມະນີ, ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເປັນຜູ້ນຳພາຂະບວນການສົ່ງເສີມການສຶກສາໃນທົ່ວປະເທດ, ໂດຍຜ່ານການເລົ່າເລື່ອງລາວທີ່ເປັນແຮງບັນດານໃຈ ແລະ ການມີສ່ວນຮ່ວມຂອງຊຸມຊົນດ້ວຍຄວາມສາມັກຄີ, ການໂຄສະນາດັ່ງກ່າວມີຈຸດປະສົງເພື່ອກະຕຸ້ນໃຫ້ນັກຮຽນສືບຕໍ່ການຮຽນ, ສ້າງຄວາມໝັ້ນໃຈໃຫ້ແກ່ພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ຄວາມສຳຄັນຂອງການສຶກສາ ແລະ ຊົມເຊີຍບົດບາດຂອງຄູໃນການສ້າງອານາຄົດປະເທດ”.
ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາທີເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ຂະບວນການຕອບໂຕ້ວິກິດການດ້ານການສຶກສາໃນລາວ ທີ່ມີນັກຮຽນປະລະການຮຽນ ຍ້ອນວ່າເຂົາເຈົ້າບໍ່ເຫັນຄຸນຄ່າຂອງການສຶກສາ ວ່າຈະຮັບປະກັນໃຫ້ມີວຽກເຮັດງານທຳ ຫືຼ ຈະຊ່ວຍສ້າງອະນາຄົດຂອງເຂົາເຈົ້າ. ໂດຍມີບົດເລື່ອງ “ສອງເສັ້ນທາງ” ໄດ້ບອກເລົ່າເລື່ອງລາວທີ່ສະແດງການປຽບທຽບ ອານາຄົດຂອງໄວໜຸ່ມຜູ້ທີ່ເລືອກການສຶກສາແລ້ວສືບຕໍ່ຮຽນ ແລະ ຜູ້ທີ່ບໍ່ຮຽນຈົນຈົບ. ຍົກໃຫ້ເຫັນວ່າ ການສຶກສາໄດ້ຊ່ວຍໃຫ້ຄົນຜູ້ໜຶ່ງຮູ້ຈັກຄົ້ນຄິດ, ມີຄວາມຮູ້ໃນການພັດທະນາຕົນເອງ, ຮູ້ທັນໂລກ ແລະ ມີຄວາມສາມາດທີ່ຈະສ້າງໂອກາດໃຫ້ແກ່ຕົນເອງ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາໃນຂະບວນການສົ່ງເສີມການສຶກສາທີ່ມີຄວາມສຳຄັນຫຼາຍໃນຄັ້ງນີ້”.

ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີໄດ້ເຂົ້າຮ່ວມຕິດຕາມການຖ່າຍທຳ

ທ່ານ ນາງ ປ່າເຢັ້ງຊາ ລໍ່ໄດ້ອາສາເປັນຜູ້ບັນຍາຍເລື່ອງຂອງວິດີໂອ
ການຖ່າຍທຳບົດເລື່ອງທຳອິດແມ່ນດຳເນີນງານ ໂດຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ດ້ວຍຄວາມມຸ້ງມັນ ແລະ ເປັນມືອາຊີບ. ທີມງານມີຄວາມຕັ້ງໃຈ ແລະ ກະຕືລືລົ້ນທີ່ຈະນໍາເອົາຂໍ້ຄວາມທີ່ສໍາຄັນນີ້ຈັດຕັ້ງປະຕິບັດໂດຍອອກອາກາດຜ່ານວິດີໂອໃຫ້ໄດ້ຮັບຊົມໃນທົ່ວປະເທດ.
ເພື່ອເພີ່ມສຽງທີ່ເປັນເອກະລັກ ແລະ ເປັນແຮງບັນດານໃຈໃຫ້ກັບບົດເລື່ອງ, ທ່ານ ນາງ ປ່າເຢັ້ງຊາ ລໍ່, ນາງງາມຊົນເຜົ່າມົ້ງ ຄົນທຳອິດທີ່ໄດ້ເປັນຕົວແທນປະເທດລາວໃນການປະກວດ Miss Universe ແລະ ເປັນຜູ້ທີ່ຊ່ວຍໂຄສະນາກ່ຽວກັບການສຶກສາທີ່ມີຊື່ສຽງໂດ່ງດັງ, ໄດ້ອາສາເປັນຜູ້ບັນຍາຍໃນບົດເລື່ອງ “ສອງເສັ້ນທາງ”. ຄວາມເຊື່ອຢ່າງເລິກເຊິ່ງຂອງ ປ່າເຢັ້ງຊາ ຕໍ່ພະລັງຂອງການສຶກສາທີ່ສາມາດຫັນປ່ຽນຊີວິດ ແມ່ນເຫັນໄດ້ຊັດເຈນໃນຄວາມມຸ່ງຫມັ້ນຂອງລາວຕໍ່ການປະກອບສ່ວນໃນການສ້າງບົດເລື່ອງນີ້, ເຊິ່ງໄດ້ເພີ່ມຄວາມເປັນທຳມະຊາດ ແລະ ຄວາມອົບອຸ່ນໃຫ້ບົດເລື່ອງ.
ທ່ານ ອຸທິດ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ການສຶກສາກ້າວໄປໄກກວ່າຄວາມສຳເລັດຂອງບຸກຄົນ, ເປັນພື້ນຖານໃຫ້ແກ່ການພັດທະນາປະເທດຊາດຂອງພວກເຮົາ, ເປັນສິ່ງທີ່ຊ່ວຍໃຫ້ໄວໜຸ່ມມີຄວາມຮູ້, ທັກສະ ແລະ ຄວາມໝັ້ນໃຈເພື່ອຜ່ານຜ່າສິ່ງທ້າທາຍ ແລະ ກ້າວສູ່ອະນາຄົດທີ່ສົດໃສ. ໂດຍຜ່ານວິດີໂອສົ່ງເສີມການສຶກສາ, ພວກເຮົາສາມາດສົ່ງຂໍ້ຄວາມເຖິງຄອບຄົວ ແລະ ຊຸ່ມຊົນ ເພື່ອຍົກໃຫ້ເຫັນເຖິງຄຸນຄ່າທີ່ແທ້ຈິງຂອງການຮຽນ. ເປົ້າໝາຍຂອງພວກເຮົາແມ່ນສ້າງແຮງບັນດານໃຈໃຫ້ແກ່ຜູ້ປົກຄອງ ແລະ ນັກຮຽນໃຫ້ເຫັນການສຶກສາເປັນການລົງທຶນທີ່ສຳຄັນໃນອະນາຄົດ ທີ່ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ສັງຄົມຂອງພວກເຮົາ. ໂດຍການຮ່ວມມືກັນ, ພວກເຮົາຊ່ວຍກັນສ້າງຄວາມໝັ້ນສັນຍາໃໝ່ດ້ານການສຶກສາ ແລະ ສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງໃຫ້ແກ່ປະເທດລາວ”.
ການຖ່າຍທຳຈະສືບຕໍ່ດຳເນີນຕໍ່ໄປ, ທີມງານຫວັງວ່າຈະໄດ້ອອກອາກາດບົດເລື່ອງ “ສອງເສັ້ນທາງ” ແລະ ເລື່ອງອື່ນໆໃຫ້ຜູ້ຊົມໃນທົ່ວປະເທດລາວໄດ້ຮັບຊົມໄວໆນີ້, ເພື່ອເປັນການສ້າງຄວາມຫວັງ, ຄວາມພາກພູມໃຈ ແລະ ຄວາມເຊື່ອໝັ້ນຕໍ່ການສຶກສາ. ວິດີໂອສົ່ງເສີມການສຶກສາຈະໄດ້ອອກອາກາດທາງໂທລະພາບແຫ່ງຊາດລາວ, ສື່ສັງຄົມອອນລາຍ ແລະ ນຳໃຊ້ໃນການໂຄສະນາການສຶກສາໃນຂັ້ນທ້ອງຖິ່ນໂດຍສະມາຊິກສະພາແຫ່ງຊາດ. ວິດີໂອຍັງຈະຖືກເຜີຍແຜ່ໃຫ້ຄູ, ທີ່ຜູ້ເຮັດວຽກສຶກສານິເທດ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາ ເພື່ອສະໜັບສະໜູນການໂຄສະນາການສຶກສາ ໂດຍສະເພາະຢູ່ໃນໂຮງຮຽນ ແລະ ໝູ່ບ້ານ.

ແຜນໂຄສະນາສົ່ງເສີມການສຶກສາມີເປົ້າໝາຍເພື່ອ ສົ່ງຂໍ້ຄວາມໂດຍກົງເຖິງຄອບຄົວ ເພື່ອໃຫ້ເຫັນໄດ້ເຖິງ ຄຸນຄ່າທີ່ແທ້ຈິງຂອງການຮຽນ

ວິດີໂອບອກເລົ່າເລື່ອງລາວຂອງໄວໜຸ່ມທີ່ສືບຕໍ່ການຮຽນຈົນຈົບ ແລ້ວປະສົບຜົນສຳເລັດ ດັ່ງມືກ້ອງຍິງຜູ້ນີ້
