
Around 130 participants joined the SL Forum to share lessons learned through grade one implementation and discuss future plans
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ທົບທວນຄວາມຄືບໜ້າ ແລະ ວາງແຜນຂັ້ນຕອນຕໍ່ໄປສຳລັບສື່ການຮຽນການສອນຝຶກເວົ້າພາສາລາວ
ສື່ການຮຽນການສອນຝຶກເວົ້າພາສາລາວແມ່ນແນວຄິດລິເລີ່ມ ແລະ ມີຄວາມສ້າງສັນຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກປະເທດອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ). ຈຸດປະສົງຂອງສື່ການຮຽນການສອນຝຶກເວົ້າພາສາລາວ ແມ່ນເພື່ອຊ່ວຍໃຫ້ນັກຮຽນ ຂັ້ນ ປ.1 ຈາກຊຸມຊົນທີ່ບໍ່ເວົ້າພາສາລາວຢູ່ໃນຄອບຄົວ ໄດ້ພັດທະນາທັກສະການເວົ້າພາສາລາວ. ສື່ການຮຽນການສອນແມ່ນໄດ້ເລີ່ມຕົ້ນນຳໃຊ້ໃນທົ່ວປະເທດນັບແຕ່ ເດືອນກັນຍາ 2024, ບົດຮຽນຝຶກເວົ້າພາສາລາວໃນປັດຈຸບັນໄດ້ຖືກສອນຢູ່ໃນຫ້ອງຮຽນໃນທົ່ວປະເທດ. ບົດຮຽນແມ່ນເນັ້ນໃສ່ສົ່ງເສີມທັກສະການເວົ້າ ແລະ ການຟັງ ຜ່ານກິດຈະກຳ ແລະ ເກມທີ່ຖືເອົານັກຮຽນເປັນໃຈກາງ, ບົດຮຽນຝຶກເວົ້າພາສາລາວ ໄດ້ປູພື້ນຖານໃຫ້ນັກຮຽນທີ່ບໍ່ເວົ້າພາສາລາວຢູ່ໃນຄອບຄົວ ສາມາດຮຽນຫຼັກສູດຊັ້ນປະຖົມແຫ່ງຊາດໄດ້ ແລະ ສາມາດປັບປຸງຜົນການຮຽນຂອງຕົນໃນວິຊາອື່ນໆນຳ.
ໃນປີທຳອິດຂອງການສຳເລັດການຈັດຕັ້ງປະຕິບັດບົດຮຽນຝຶກເວົ້າພາສາລາວໃນທົ່ວປະເທດ, ບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ກຳນົດຄວາມຈຳເປັນເພື່ອສະທ້ອນຄືນເຖິງບົດຮຽນ ແລະ ກຳນົດທິດທາງໃນຕໍ່ໜ້າ. ສສກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ເປັນປະທານຈັດກອງປະຊຸມປຶກສາຫາລືລະຫວ່າງຜູ້ມີສ່ວນກ່ຽວຂ້ອງກັບສື່ການຮຽນການສອນດັ່ງກ່າວ ໃນ ສປປ ລາວ ໃນວັນທີ 16 ກໍລະກົດ 2025 ທີ່ຜ່ານມາ. ທ່ານ ອຸທິດ ທິບມະນີ, ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ເຄດ ກູດຟຣຸດ, ວ່າການແທນເລຂາເອກ, ສະຖານທູດອົດສະຕຣາລີ, ໄດ້ໃຫ້ກຽດກ່າວເປີດງານ. ງານດັ່ງກ່າວໄດ້ມີຜູ້ເຂົ້າຮ່ວມປະມານ 130 ທ່ານ ຈາກບັນດາກົມຂອງກະຊວງສຶກສາທິການ ແລະ ກີລາ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກທະນາຄານໂລກ, ອົງການ JICA, ອົງການ UNICEF ແລະ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານກໍ່ໄດ້ເຂົ້າຮ່ວມ.
ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: “ກອງປະຊຸມປຶກສາຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວຄັ້ງນີ້ ຖືເປັນໂອກາດອັນສຳຄັນທີ່ຜູ້ມີສ່ວນກ່ຽວຂ້ອງຈະໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ກຳນົດທິດທາງໃນອະນາຄົດຂອງສື່ການຮຽນການສອນຝຶກເວົ້າພາສາລາວ, ລວມທັງການຂະຫຍາຍໃນຂັ້ນຮຽນອື່ນຕື່ມ. ພວກເຮົາກໍາລັງຈະໄດ້ເຫັນໝາກຜົນອັນແທ້ຈິງຂອງບົດຮຽນຝຶກເວົ້າພາສາລາວ. ເດັກນ້ອຍຈາກຊຸມຊົນຊົນເຜົ່າໄດ້ເຂົ້າຮ່ວມການຮຽນໃນຫ້ອງຮຽນຢ່າງໝັ້ນໃຈ ແລະ ກຽມຄວາມພ້ອມໃຫ້ແກ່ ການອ່ານ ແລະ ຂຽນພາສາລາວໄດ້ດີຂຶ້ນ. ກອງປະຊຸມນີ້ຈະຊ່ວຍໃຫ້ພວກເຮົາສາມາດລະດົມຄວາມຄິດເພື່ອປັບປຸງບົດຮຽນນີ້ໃຫ້ດີຂຶ້ນໄດ້.”
ທ່ານ ນາງ ເຄດ ກູດຟຣຸດ ໄດ້ກ່າວວ່າ: “ສື່ການຮຽນການສອນຝຶກເວົ້າພາສາລາວເປັນຕົວຢ່າງອັນດີ ທີ່ໄດ້ເຄີຍທົດລອງນຳໃຊ້ ແລະ ປະສົບຜົນສຳເລັດ ໄດ້ເປັນບ່ອນອີງໃຫ້ແກ່ລັດຖະບານລາວ ໃນການຂະຫຍາຍການເຂົ້າຮຽນຊັ້ນປະຖົມຂອງນັກຮຽນໃນທົ່ວປະເທດໃຫ້ຫຼາຍຂຶ້ນໄດ້ຢ່າງໝັ້ນໃຈ, ວິທີການສອນບົດຮຽນຝຶກເວົ້າພາສາລາວ ເປັນການຫັນປ່ຽນປະສົບການຮຽນຮູ້ຂອງເດັກນ້ອຍຫຼາຍພັນຄົນໃນຕົວເມືອງ, ຊົນນະບົດ, ເຂດຫ່າງໄກ ແລະ ລວມທັງຜູ້ທີ່ດ້ອຍໂອກາດ. ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເພື່ອຊົມເຊີຍຕໍ່ຄວາມຄືບໜ້າ ແລະ ການປັບປຸງວິໄສທັດຂອງພວກເຮົາສຳລັບອະນາຄົດ.”

Mr Outhit Thipmany and Ms Kate Goodfruit co-chaired the SL Stakeholders Forum
ຜູ້ຊ່ຽວຊານດ້ານວິຊາການ ແລະ ຜູ້ຈັດຕັ້ງປະຕິບັດຂັ້ນທ້ອງຖິ່ນໄດ້ອະທິບາຍເຖິງອົງປະກອບຫຼັກຂອງວິທີການສອນບົດຮຽນຝຶກເວົ້າພາສາລາວ. ຄູສອນຂັ້ນ ປ.1 ທັງໝົດ ພ້ອມດ້ວຍຄູສອນຂັ້ນປະຖົມສຶກສາ ແລະ ຜູ້ເຮັດວຽກສຶກສານິເທດ ໄດ້ຮັບການຝຶກອົບຮົມເພື່ອສອນບົດຮຽນຝຶກເວົ້າພາສາລາວ. ສື່ການຮຽນການສອນສະເພາະແມ່ນໄດ້ສະໜອງໃຫ້ ຢ່າງແທດເໝາະກັບເວລາໃນການສອນຢ່າງໜ້ອຍສາມຊົ່ວໂມງຂອງການສອນວິຊາພາສາລາວເສີມຕໍ່ອາທິດ.
ທ່ານ ນາງ ເຄດ ກູດຟຣຸດ ໄດ້ກ່າວຕື່ມອີກວ່າ: “ໃນບາງໂຮງຮຽນ ຄູຍັງໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວເປັນສ່ວນໜຶ່ງຂອງການຊ່ວຍນັກຮຽນເວົ້າພາສາລາວ, ເພາະເຂົາເຈົ້າຮູ້ສຶກວ່າບົດຮຽນສາມາດຊ່ວຍໃຫ້ນັກຮຽນທຸກຄົນພັດທະນາທັກສະການສື່ສານພາສາລາວໄດ້. ສິ່ງນີ້ຊີ້ໃຫ້ເຫັນເຖິງໝາກຜົນຂອງການມີວິທີການສອນ ແລະ ກິດຈະກຳທີ່ຊ່ວຍສົ່ງເສີມການຮຽນ ພ້ອມທັງມີຄວາມມ່ວນຊື່ນ ສຳລັບນັກຮຽນຂັ້ນປະຖົມທີ່ເຂົ້າຮຽນໃໝ່ ເພື່ອສ່ົງເສີມການຮຽນຮູ້ຂັ້ນພື້ນຖານແກ່ເຂົາເຈົ້າ.”
ຜູ້ນຳສະເໜີໃນກອງປະຊຸມຍັງໄດ້ລາຍງານໃຫ້ຊາບກ່ຽວກັບ ຜົນການສຶກສາຄົ້ນຄວ້າການສຶກສາຮຽນຮ່ວມທີ່ນຳພາໂດຍ ແຜນງານບີຄວາ, ຂໍ້ມູນເກັບກັບຈາກການລົງຕິດຕາມ ແລະ ຍຸດທະສາດການຈັດຕັ້ງປະຕິບັດທີ່ໄດ້ນຳໃຊ້ໃນສົກຮຽນ 2024-2025. ການນໍາສະເໜີເຮັດໃຫ້ເຮົາໄດ້ຮູ້ກ່ຽວກັບ ບູລິມະສິດໃນການປັບປຸງ ແລະ ການຂະຫຍາຍສື່ການຮຽນການສອນຝຶກເວົ້າພາສາລາວ ໄປສູ່ຂັ້ນຮຽນອື່ນຕື່ມ.

Representatives from 4 DESBs shared their experience of implementing the SL approach
ຈຸດເດັ່ນຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້ ແມ່ນການນຳສະເໜີວິດີໂອການສຳລັບພັດທະນາຄູ ຕອນທີ 25. ວິດີໂອນີ້ສ້າງໂດຍ ສວສ ເພື່ອສະໜັບສະໜູນການສອນບົດຮຽນຝຶກເວົ້າພາສາລາວ. ວິດີໂອໄດ້ສະແດງໃຫ້ເຫັນການສອນຕົວຈິງໃນຫ້ອງຮຽນ ແລະວິທີການປະຕິບັດ. ວິດີໂອປະກອບມີພາກສັງເກດ ເພື່ອແນະນຳໃຫ້ຄູຄິດເຖິງການປະຕິບັດຂອງຕົນເອງ ແລະ ວິທີການທີ່ເຂົາເຈົ້າຈະປັບປຸງການສອນຂອງຕົນເພື່ອຮັບປະກັນໃຫ້ນັກຮຽນເຂົ້າໃຈ ແລະ ພ້ອມກັນຮຽນຮູ້.
“ການສອນຫຼັກສູດສະບັບປັບປຸງໃໝ່ແມ່ນມີຄວາມທ້າທາຍສະເໝີສໍາລັບຄູ. ພວກເຮົາຈຳເປັນຕ້ອງໄດ້ຈະສືບຕໍ່ໃຫ້ຄໍາແນະນໍາທີ່ຊັດເຈນ ແລະ ສອດຄ່ອງ, ໃຫ້ການສະໜັບສະໜູນຄູ ໂດຍການສະແດງຕົວຢ່າງການສອນຕົວຈິງໃນຫ້ອງຮຽນ, ຄືກັບທີ່ສະແດງໃຫ້ເຫັນໃນວິດີໂອນີ້,” ກ່າວໂດຍ ທ່ານ ອຸທິດທິບມະນີ, ທ່ານຍັງໄດ້ກ່າວຕື່ມອີກວ່າ: “ວິດີໂອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຄູຂອງພວກເຮົາ ແລະ ສົ່ງເສີມການປະຕິບັດການສອນທີ່ມີຄຸນນະພາບ.”
ທ່ານ ນາງ ເຄດ ກູດຟຣຸດ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ເປົ້າໝາຍອັນດຽວກັນຂອງພວກເຮົາ ແມ່ນເພື່ອໃຫ້ເດັກທຸກຄົນ, ບໍ່ວ່າຈະມີພື້ນຖານພາສາແບບໃດກໍ່ຕາມ, ຈະມີໂອກາດປະສົບຜົນສຳເລັດ. ການຮ່ວມແຮງຮ່ວມໃຈ ແລະ ການຮ່ວມມືໃນກອງປະຊຸມນີ້ ສະແດງໃຫ້ເຫັນວ່າພວກເຮົາເດີນທາງມາໃນເສັ້ນທາງທີ່ຖືກຕ້ອງແລ້ວ.”
ກອງປະຊຸມປຶກສາຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງກະຊວງສຶກສາທິການ ແລະ ກິລາ ທີ່ຈະສົ່ງເສີມການສຶກສາຮຽນຮ່ວມ ແລະ ວາງພື້ນຖານໃຫ້ແກ່ການຂະຫຍາຍສື່ການຮຽນການສອນຝຶກເວົ້າພາສາລາວໃນຕໍ່ໜ້າ.

Teacher using a puppet during a speaking practise activity to encourage students to speak in Lao
