ໃນວິດີໂອ, ຄູສອນສະແດງໃຫ້ເຫັນວິທີທີ່ໂປສເຕີແລະຮູບພາບທີ່ໃຊ້ໃນຫ້ອງຮຽນສາມາດສົ່ງເສີມຄວາມສະເຫມີພາບທາງເພດ

ຄູສະແດງໃຫ້ເຫັນວິທີທີ່ໂປສະເຕີໃນຫ້ອງຮຽນສາມາດສົ່ງເສີມຄວາມສະເໝີພາບຍິງ-ຊາຍ

ວິດີໂອນີ້ສອດຄ່ອງກັບຫົວຂໍ້ວັນແມ່ຍິງສາກົນຂອງປີນີ້ “ເພື່ອສິດ, ຄວາມສະເໝີພາບ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ”

ໃນວັນທີ 4 ເດືອນມີນາ 2025, ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານນາງ ເບັນນິຕາ ຊຳເມີວິວ, ອຸປະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເປັນເຈົ້າພາບຮ່ວມໃນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ.

ເພື່ອປູກຈິດສຳນຶກກ່ຽວກັບບົດບາດຂອງຂະແໜງການສຶກສາ ແລະ ສື່ມວນຊົນ ໃນການສ້າງອະນາຄົດທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ. ເຂົ້າຮ່ວມງານດັ່ງກ່າວມີບັນດາທ່ານຫົວໜ້າກົມ ແລະ ຮອງຫົວໜ້າກົມຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ພ້ອມດ້ວຍບັນດາຄະນະຜູ້ອຳນວຍການສຳນັກຂ່າວຂອງ ສປປ ລາວ, ມີຜູ້ເຂົ້າຮ່ວມທັງໝົດປະມານ 70 ທ່ານ.

ທ່ານ ປອ ນາງ ດາລາວອນ ໄດ້ກ່າວໃນງານວ່າ: “ວັນແມ່ຍິງສາກົນແມ່ນວາລະທີ່ຈະສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງເພື່ອບັນລຸຄວາມສະເໝີພາບຍິງ-ຊາຍ ແລະສືບຕໍ່ຄວາມມຸ້ງໝັ້ນຮ່ວມຂອງພວກເຮົາເພື່ອການປ່ຽນແປງໃນທາງບວກທີ່ດີຂຶ້ນຕໍ່ທຸກຄົນໃນສັງຄົມ. ຄວາມສະເໝີພາບຍິງ-ຊາຍ ແມ່ນບູລິມະສິດທີ່ສຳຄັນໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງລັດຖະບານ ແຫ່ງ ສປປ ລາວ. ທີມງານສື່ຂອງກະຊວງສຶກສາທິການ ແລະ ກິລາ ລວມທັງສື່ມວນຊົນຈາກສຳນັກຂ່າວໃນຂອບເຂດທົ່ວປະເທດ ມີບົດບາດສຳຄັນໃນການຊຸກຍູ້ໃຫ້ສັງຄົມມີຄວາມກ້າວໜ້າ ແລະ ມີສ່ວນຮ່ວມຂອງທຸກຄົນ ທັງເປັນການຊຸກຍູ້ໃຫ້ມີການປັບປຸງດ້ານຜົນການຮຽນຂອງນັກຮຽນ ໂດຍສະເພາະສຳລັບເດັກທີ່ດ້ອຍໂອກາດ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ເປັນປະທານເປີດວາລະພິທີໃນມື້ນີ້, ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງຜົນສໍາເລັດທີ່ຜ່ານມາ ແລະ ນໍາສະເໜີວິດີໂອທໍາອິດທີ່ພວກເຮົາຜະລິດໃນຂະແໜງການສຶກສາ ທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນໂຮງຮຽນ”.

ທ່ານນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວວ່າ: “ຄວາມສະເໝີພາບຍິງ-ຊາຍ ແມ່ນຍັງສືບຕໍ່ເປັນວຽກບຸລິມະສິດຂອງລັດຖະບານອົດສະຕຣາລີ. ໃນເດືອນທີ່ຜ່ານມາ, ລັດຖະມົນຕີການຕ່າງປະເທດອົດສະຕຣາລີ ໄດ້ເຜີຍແຜ່ຍຸດທະສາດສາກົນໃໝ່ຂອງອົດສະຕຣາລີກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ເຊິ່ງເປັນການໃຫ້ຄຳໝັ້ນສັນຍາຂອງພວກເຮົາໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສິດທິຂອງແມ່ຍິງໃນທົ່ວໂລກ, ໂດຍສະເພາະ ໃນພາກພື້ນອິນໂດ-ປາຊີຟິກ. ແຕ່ການທີ່ພວກເຮົາຈະສາມາດບັນລຸຄວາມສະເໝີພາບຍິງ-ຊາຍໄດ້ຢ່າງແທ້ຈິງແມ່ນຮຽກຮ້ອງຕ້ອງການຫຼາຍກວ່ານະໂຍບາຍ ເຊັ່ນ ການປ່ຽນແປງດ້ານວັດທະນະທຳ, ການສຶກສາ ແລະ ພະລັງຂອງການບອກເລົ່າເລື່ອງລາວຕ່າງໆ. ດ້ວຍເຫດນີ້, ລັດຖະບານອົດສະຕຣາລີ ມີຄວາມພູມໃຈໃນການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ໃນການເຜີຍແຜ່ວິດີໂອເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃຫ້ທຸກທ່ານໄດ້ຮັບຊົມໃນມື້ນີ້. ຈຸດປະສົງທີ່ສຳຄັນ ແມ່ນເພື່ອເນັ້ນໃຫ້ເຫັນໜັກບົດບາດສຳຄັນຂອງຄູໃນການຊຸກຍູ້ໃຫ້ມີຄວາມສະເໝີພາບຍິງ-ຊາຍໃນຫ້ອງຮຽນ”.

.

ທ່ານ ປອ ນາງ ດາລາວອນ ກິດຕິພັນ ແລະ ທ່ານນາງ ເບັນນິຕາ ຊຳເມີວິວ

ແມ່ຍິງທີມງານສື່ຂອງກະຊວງໄດ້ຖືກຝຶກອົບຮົມເພື່ອປະຕິບັດຫນ້າທີ່ດ້ານວິຊາການ

ໂດຍສອດຄ່ອງກັບຫົວຂໍ້ງານຂອງປີນີ້, “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”, ງານໃນມື້ນີ້ມີວາລະເດັ່ນໂດຍເປີດໃຫ້ຊົມວິດີໂອ “ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຫ້ອງຮຽນ” ເປັນຄັ້ງທຳອິດ. ວີດີໂອນີ້ຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ. ວິດີໂອດັ່ງກ່າວ ໄດ້ເລີ່ມຕົ້ນສ້າງໃນເດືອນກຸມພາ 2024, ປະກອບມີການເລົ່າເລື່ອງແບບສາລະຄະດີ ພ້ອມທັງມີກາຕູນເອນິເມຊັນແບບສ້າງສັນປະກອບ ເພື່ອເຜີຍແຜ່ເນື້ອໃນໃຈຄວາມຂອງວິດີໂອ. ວິດີໂອສະແດງໃຫ້ເຫັນເຖິງການປ່ຽນແປງທີ່ລະອຽດອ່ອນໃນການປະຕິບັດການສອນ ທີ່ສາມາດສົ່ງເສີມສະພາບແວດລ້ອມການຮຽນຮູ້ທີ່ມີຄວາມສະເໝີພາບຍິງ-ຊາຍຫຼາຍຂຶ້ນ. ຈຸດປະສົງຂອງວິດີໂອແມ່ນເພື່ອປູກຈິດສໍານຶກກ່ຽວກັບບົດບາດສໍາຄັນຂອງຄູໃນການສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ, ການປະຕິບັດຕົວຈິງ, ຍຸດທະສາດການສອນທີ່ສົ່ງເສີມການສຶກສາຮຽນຮ່ວມ ແລະ ແກ້ໄຂຄວາມລຳອຽງດ້ານເພດທີ່ຄູເອງອາດຈະເຮັດໄປໂດຍບໍ່ຮູ້ຕົວໃນເວລາສິດສອນ.

ທ່ານນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວວ່າ:“ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງວັນແມ່ຍິງສາກົນປີ 2025 ແລະ ຄຳນຶງກ່ຽວກັບຄຳຂວັນ ‘ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ’ ພວກເຮົາຄິດເຫັນການຮ່ວມມືຄັ້ງທໍາອິດລະຫວ່າງ ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ທີມງານຂອງ ສວສ ໃນການຜະລິດວິດີໂອດັ່ງກ່າວ ພ້ອມທັງສົ່ງເສີມການສືບຕໍ່ຮ່ວມມືໃນຫົວຂໍ້ອື່ນໆທີ່ຕິດພັນກັບຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ຂໍໃຫ້ພວກເຮົາຢືນຢັນຄືນອີກຄັ້ງເຖິງຄຳໝັ້ນສັ້ນຍາຂອງພວກເຮົາທີ່ຈະສ້າງໂລກທີ່ເປັນບ່ອນທີ່ເດັກຍິງ ແລະ ແມ່ຍິງທຸກຄົນມີຄວາມເຂັ້ມແຂງ, ມີຄຸນຄ່າ ແລະ ມີສ່ວນຮ່ວມ. ໂດຍການຮ່ວມມືກັນເພື່ອທຳລາຍສິ່ງກີດຂວາງ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍ, ພວກເຮົາສາມາດສ້າງຄວາມສະເໝີພາບ ແລະ ການມີສ່ວນຮ່ວມໃຫ້ຫຼາຍຂຶ້ນເພື່ອຄົນຮຸ່ນໃໝ່ໃນອະນາຄົດ”.

ແມ່ຍິງທີມງານສື່ຂອງກະຊວງສຶກສາທິການ ແລະ ກິລາ ເຮັດວຽກຢ່າງຫ້າວຫັນຢູ່ທີ່ໂຕະຕັດຕໍ່ວິດີໂອ

ທ່ານ ປອ ນາງ ດາລາວອນ ໄດ້ກ່າວຕື່ມວ່າ:“ຂໍ້ລິເລີ່ມນີ້ສະແດງເຖິງບາດກ້າວທີ່ສຳຄັນໃນການແກ້ໄຂບັນຫາຄວາມລຳອຽງດ້ານເພດ ໂດຍທີ່ພວກເຮົາອາດບໍ່ຮູ້ໃນຂະແໜງການສຶກສາ ແລະ ກິລາ. ເນັ້ນໃຫ້ເຫັນປະສົບການຕົວຈິງໃນຫ້ອງຮຽນ ແລະ ສະເໜີວິທີແກ້ໄຂໃນການປະຕິບັດຕົວຈິງ, ພວກເຮົາກຳລັງສ້າງຄວາມເຂັ້ມແຂງໃຫ້ຄູກາຍເປັນແບບຢ່າງຂອງການປ່ຽນແປງໃນການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ”.

ທ່ານນາງ ເບັນນິຕາ ຊຳເມີວິວ ຍັງໄດ້ສະແດງຄວາມຍິນດີກັບ ສວສ ກ່ຽວກັບວິທີການໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຜ່ານການຜະລິດວິດີໂອນີ້. ທ່ານໄດ້ກ່າວວ່າ:“ໃນໄລຍະຫຼາຍປີຜ່ານມາ, ພວກເຮົາເຫັນຄວາມກ້າວໜ້າທີ່ແທ້ຈິງ ທີ່ຂະແໜງການສຶກສາ ແລະ ສື່ຕ່າງໆ ໄດ້ພະຍາຍາມຕັ້ງຄຳຖາມຕໍ່ກັບແນວຄິດແບບເກົ່າດັ້ງເດີມທີ່ເປັນອັນຕະລາຍ ແລະ ສົ່ງເສີມການມີສ່ວນຮ່ວມ – ບໍ່ວ່າຈະເປັນດ້ານ ເພດ, ຄວາມພິການ ຫຼື ຊົນເຜົ່າ. ຄວາມພະຍາຍາມເຫຼົ່ານີ້ແມ່ນເປັນທີ່ໜ້າຍ້ອງຍໍຢ່າງຍິ່ງ ແລະ ສະແດງໃຫ້ເຫັນເຖິງການອຸທິດຕົນຂອງທີມງານຜະລິດວິດີໂອຂອງ ສວສ ໃນການຄຳນຶງເຖິງຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມຢູ່ໃນທຸກຂັ້ນຕອນຂອງການສ້າງເນື້ອໃນຂອງບົດເລື່ອງ”.

ທີມງານຂ່າວສານຂອງ ສວສ ໄດ້ມີຄວາມກ້າວໜ້າອັນສໍາຄັນໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຜ່ານການຜະລິດສື່ວິດີໂອນີ້. ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ທີມງານໄດ້ຮັບການຝຶກອົບຮົມໃນຫຼາຍຫົວຂໍ້ ເພື່ອເສີມຂະຫຍາຍທັກສະດ້ານວິຊາການຂອງເຂົາເຈົ້າໃນຫຼາຍດ້ານ ເຊິ່ງລວມມີ: ການຖ່າຍທຳ, ການຕັດຕໍ່, ຝຶກສ້າງກາຕູນເອນິເມຊັນ ແລະ ດ້ານການຕັດຕໍ່ສຽງ. ການຝຶກອົບຮົມດັ່ງກ່າວໄດ້ເນັ້ນໜັກເຖິງການເສີມສ້າງຄວາມສາມາດຂອງພະນັກງານຍິງ ເພື່ອປະຕິບັດບົດບາດດ້ານວິຊາການຢູ່ເບື້ອງຫຼັງການຖ່າຍທຳ ແລະ ການຕັດຕໍ່, ເປັນການປ່ຽນບົດບາດຈາກເມື່ອກ່ອນທີ່ຜູ້ຍິງສາມາດເຮັດໜ້າທີ່ພຽງແຕ່ຢູ່ເບື້ອງໜ້າເຊັ່ນ: ເປັນພິທີກອນ ຫຼື ນັກສະແດງ. ໃນປັດຈຸບັນທີມງານຍັງມີເປົ້າໝາຍເພື່ອຊຸກຍູ້ໃຫ້ພະນັກງານຊາຍກ້າວໄປສູ່ການເປັນຜູ້ນຳສະເໜີ ຫຼື ພິທີກອນ, ຮັບປະກັນໃຫ້ມີຜູ້ນຳສະເໜີທີ່ສົມດຸນຍິງ-ຊາຍຫຼາຍຂຶ້ນ. ທີມງານທຸກຄົນໄດ້ຮັບການຝຶກອົບຮົມກ່ຽວກັບການຂຽນບົດ ແລະ ການຄັດເລືອກນັກສະແດງທີ່ໃຫ້ທຸກຄົນມີສ່ວນຮ່ວມ, ເນັ້ນໃສ່ການຫຼີກລ່ຽງແນວຄິດແບບເກົ່າດັ່ງເດີມ ແລະ ຮັບປະກັນຄວາມສະເໝີພາບທັງຊາຍ ແລະ ຍິງ ໃນການເປັນຜູ້ນຳສະເໜີ. ເນື້ອໃນແມ່ນຖືກຕັ້ງໃຈສ້າງຂຶ້ນເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍໂດຍໃຫ້ເຫັນເຖິງພໍ່ໃນບົດບາດການເບິ່ງແຍງລູກ ແລະ ເນັ້ນໃຫ້ເຫັນເຖິງຈຸດແຂງຂອງແມ່ຍິງໃນບົດບາດໃນອາຊີບຕ່າງໆ. ການຕັດສິນໃຈໃນການເລືອກນັກສະແດງແມ່ນໄດ້ຮັບການພິຈາລະນາຢ່າງລະມັດລະວັງກ່ຽວກັບຄວາມສົມດຸນດ້ານເພດ ແລະ ຄວາມຫຼາກຫຼາຍຂອງຊົນເຜົ່າ, ເປັນການແກ້ໄຂຄວາມທ້າທາຍໃນການມອບວຽກແບບດັ່ງເດີມ – ຍົກຕົວຢ່າງ, ສົມມຸດຖານທີ່ວ່າຜູ້ອຳນວຍການແມ່ນເພດຊາຍ ແລະ ຄູສອນແມ່ນເພດຍິງ. ຜົນໄດ້ຮັບແມ່ນເນື້ອໃນທີ່ສະແດງໃຫ້ເຫັນແມ່ຍິງໃນບົດບາດການເປັນຜູ້ນໍາໃນຂະນະທີ່ສະແດງໃຫ້ເຫັນຕົວຢ່າງໃນທາງບວກຂອງການຮ່ວມມືລະຫວ່າງຍິງ-ຊາຍ.

ຜູ້ເຂົ້າຮ່ວມທັງຫມົດ ຈາກກະຊວງສຶກສາທິການ ແລະກິລາ,  ສະຖານທູດອົດສະຕຣາລີ ແລະ ສື່ມວນຊົນຫຼັກ ຫຼາຍ 80 ກວ່າທ່ານໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນແມ່ຍິງສາກົນ

ທ່ານ ປອ ນາງ ດາລາວອນ ໄດ້ກ່າວສະຫຼຸບໂດຍການບອກເຖິງແຜນສ້າງວິດີໂອຕໍ່ໄປວ່າ: “ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄັ້ງນີ້ ຈະດຳເນີນໄປເປັນເວລາໜຶ່ງມື້ເຄິ່ງໂດຍຈະມີການຝຶກອົບຮົມໃຫ້ແກ່ທີມຜະລິດສື່ ແລະ ວິດີໂອຂອງ ສວສ ກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ – ເຊິ່ງຈະເປັນຫົວຂໍ້ຕໍ່ໄປທີ່ຈະສ້າງວິດີໂອ ເຊິ່ງເປັນປະເພດວິດີໂອເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ການຝຶກອົບຮົມຄັ້ງນີ້ຈະນຳພາໂດຍພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຈາກຫ້ອງການກະຊວງ”.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *